ລັດຖະບານ ຊີ້ແຈງຂໍ້ຫຍຸ້ງຍາກແຜນງົບປະມານປີ 2020 ອາດກະທົບຮອດ 2021

ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ຢູ່ກອງປະຊຸມສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ສະພາບໂດຍລວມຂອງການຈັດຕັ້ງປະຕິບັດງົບປະມານປີ 2020 ຢູ່ປະເທດພວກເຮົານີ້ ແມ່ນມີຄວາມຫຍຸ້ງຍາກຫລາຍ, ຍ້ອນຜົນກະທົບມາຈາກສະພາບພາຍໃນປະເທດ ແລະ ສາກົນລວມເຖິງການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຜນງົບປະມານ ໂດຍສະເພາະແມ່ນພາກລາຍຮັບ ແມ່ນຫລຸດລົງຫລາຍສົມຄວນ ທຽບເທົ່າກັບສະພາບໃນປີ 2017 ແລະ ມາຮອດປັດຈຸບັນ ກໍຍັງບໍ່ສາມາດຮູ້ໄດ້ວ່າສະພາບການຫຍຸ້ງຍາກນີ້ ຈະຫລຸດຜ່ອນລົງເມື່ອໃດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂຶ້ນແຜນງົບປະມານແຫ່ງລັດໃນສົກປີ 2021.

ຢ່າງໃດກໍຕາມ, ລັດຖະບານຈະພະຍາຍາມສູ້ຊົນໃຫ້ເກັບລາຍຮັບ ໃຫ້ໄດ້ຕາມແຜນດັດແກ້ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ມາຮອດວັນທີ 26 ຕຸລາ 2020 ເຫັນວ່າສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫລາຍກວ່າ 68% ຂອງຕົວເລກລາຍຮັບທັງໝົດ, ໃນນີ້ ລາຍຮັບພາຍໃນປະຕິບັດໄດ້ກວ່າ 74% ແລ້ວ. ສ່ວນເວລາທີ່ຍັງເຫລືອອີກປະມານ 2 ເດືອນສຸດທ້າຍກໍຈະເລັ່ງຈັດເກັບໃຫ້ໄດ້ຕາມແຜນຫລືໃກ້ຄຽງແຜນການວາງໄວ້. ສ່ວນບັນຫາການປັບປຸງກົດໝາຍ ກ່ຽວກັບການເກັບລາຍຮັບຈໍານວນໜຶ່ງ ໃນໄລຍະຜ່ານມານັ້ນ, ໂດຍສະເພາະແມ່ນກົດໝາຍອາກອນ ກໍເພື່ອແນ່ໃສ່ຂະຫຍາຍຖານລາຍໃຫ້ຮັບເພີ່ມຂຶ້ນ, ແຕ່ໃນຕົວຈິງແລ້ວກໍເຫັນວ່າການຈັດຕັ້ງປະຕິບັດ ບໍ່ທັນໄດ້ຮັບຜົນດີ ຍ້ອນສະພາບເສດຖະກິດພາຍໃນປະເທດເຮົາຍັງມີຄວາມຫຍຸ້ງຍາກ, ຍ້ອນຫົວໜ່ວຍການຜະລິດ, ການບໍລິການບໍ່ເພີ່ມຂຶ້ນຫລາຍ.

ຂະນະດຽວກັນ, ລັດຖະບານ ກໍໄດ້ມີຫລາຍນະໂຍບາຍເພື່ອຫລຸດຜ່ອນການເກັບອາກອນ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນໍາອີກ. ສໍາລັບບັນຫາການແກ້ໄຂການຮົ່ວໄຫລຂອງງົບປະມານນີ້, ລັດຖະບານແມ່ນໄດ້ພະຍາຍາມອັດຫລາຍຊ່ອງທາງ, ໂດຍສະເພາະຢູ່ບັນດາດ່ານຕ່າງໆ, ຂະແໜງການທີ່ພົວພັນເສດຖະກິດ ແມ່ນໄດ້ມີມາດຕະການກວດກາເຂັ້ມງວດ ແລະ ຖ້າກວດເຫັນພະນັກງານກ່ຽວຂ້ອງມີການກະທໍາຜິດແທ້ ກໍຈະດໍາເນີນຕາມລະບຽບກົດໝາຍເຂັ້ມງວດ, ເຊິ່ງຜ່ານມາກໍມີພະນັກງານຈໍານວນບໍ່ໜ້ອຍ ທີ່ກະທໍາຜິດຖືກລົງວິໄນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ. ທ່ານ ສົມດີ ດວງດີ ໄດ້ຮຽກຮ້ອງໃຫ້ ສສຊ ທຸກເຂດຈົ່ງສືບຕໍ່ຊ່ວຍເປັນຫູເປັນຕາ ໃນການຕິດຕາມກວດກາບັນຫາຫຍໍ້ທໍ້ຕ່າງໆໃນຂົງເຂດການເງິນ, ຖ້າເຫັນມີສະພາບທີ່ບໍ່ດີເກີດຂຶ້ນຢູ່ໃນພາກສ່ວນໃດ ກໍຂໍໃຫ້ລາຍງານທັນທີເພື່ອໃຫ້ໜ່ວຍງານກ່ຽວຂ້ອງລົງກວດກາທັນເວລາ, ພ້ອມທັງເປັນກໍາລັງແຮງຊ່ວຍປຸກລະດົມໃຫ້ປະຊາຊົນບັນດາເຜົ່າ, ຜູ້ປະກອບການ, ຊາວຄ້າຂາຍໃຫ້ມີສະຕິຕື່ນຕົວປະກອບສ່ວນພັນທະພາສີ-ອາກອນຕ່າງໆໃຫ້ຄົບຖ້ວນ ແລະ ທັນເວລາເພື່ອເຮັດໃຫ້ການປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ 2021 ບັນລຸຄາດໝາຍທີ່ວາງໄວ້.

ແຫຼ່ງຂໍ້ມູນ: ຂປລ

Comments