ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 28 ຕຸລານີ້ ພາຍ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນໃສ່ບົດ ລາຍງານຂອງລັດຖະບານ ໂດຍ ສະເພາະບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ພ້ອມທັງສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາ.

ທ່ານ ນາງ ສຸວັນເພັງ ບຸບ ຜານຸວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນ ໃນການຈັດຕັ້ງປະຕິບັດບາງຄາດໝາຍຂອງການພັດທະນາເສດຖະກິດ – ສັງຄົມ ທີ່ສ່ວນໃຫຍ່ບໍ່ບັນລຸ ພ້ອມທັງຕີລາຄາສາເຫດ ການເບິ່ງບັນຫາດ້ວຍເຫດດ້ວຍຜົນ ເພື່ອວາງເປັນຄາດໝາຍ ປີ 2021 ທີ່ເປັນປີທໍາອິດຂອງແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX. ຄາດໝາຍທີ່ບໍ່ໄດ້ສ່ວນໃຫຍ່ແມ່ນໃນຂົງເຂດເສດຖະກິດ, ໃນຂະນະທີ່ຂົງເຂດວັດທະນະທໍາ-ສັງຄົມ ກໍບໍ່ບັນລຸເປົ້າໝາຍ ສະເພາະການແກ້ໄຂຄວາມທຸກຍາກໄດ້ພຽງ 7%, ການທີ່ມີບາງຄາດໝາຍບັນລຸເປັນພຽງການທີ່ການລົງທຶນໂຄງການໃຫຍ່ຂອງຕ່າງປະເທດເທົ່ານັ້ນ ແຕ່ໂດຍລວມໃນສະພາບການລົງທຶນພາຍໃນ ບໍ່ໄດ້ຄາດໝາຍ. ອັນສຳຄັນທີ່ສຸດໃນຄາດ ໝາຍເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ກໍມີຄວາມຫຍຸ້ງຍາກ, ບໍ່ໄດ້ຕາມແຜນ, ແຜນການຖືກດັດແກ້ ແຕ່ການປະຕິບັດລາຍຮັບພັດຫຼຸດຄາດໝາຍຂອງແຜນດັດແກ້.

ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານຊຸດນີ້ ແມ່ນການແກ້ໄຂບັນຫາທີ່ຄຸມເຄືອມາຍາວນານ, ເປັນບັນຫາຂອງການຖົດຖອຍຂອງການຄຸ້ມຄອງເສດຖະກິດມະຫາພາກ ທີ່ບໍ່ມີຜົນສຳເລັດໃນ 10 ກວ່າປີຜ່ານມາ ຊຶ່ງນີ້ແມ່ນຄວາມຫຍຸ້ງຍາກອັນໜຶ່ງ, ແຕ່ມາເຖິງການຈັດຕັ້ງປະຕິບັດຂອງລັດຖະບານຊຸດນີ້ ກໍຍັງສືບຕໍ່ມີຄວາມຫຍຸ້ງຍາກ ເນື່ອງຈາກບໍ່ສາມາດລະບຸໄດ້ແຜນວຽກບຸລິມະສິດ ທີ່ຈະແກ້ໄຂເພື່ອເປັນໄມ້ງັດໃຫ້ແກ່ການແກ້ໄຂ, ແຜນງານຂອງລັດຖະບານແຕ່ລະແຜນງານທີ່ໄດ້ປະກາດອອກມາ ໄດ້ຮັບຜົນສຳເລັດລະດັບໃດ ຕ້ອງມີການສະຫຼຸບຕີລາຄາຢ່າງກົງໄປກົງມາວ່າ: ຈັດຕັ້ງປະຕິບັດຮອດໃສ? ຖືກຕ້ອງບໍ່ ຫຼື ບໍ່ຖືກ? ການຈັດບຸລິມະສິດການແກ້ໄຂຖືກຫຼືບໍ່? ຊຶ່ງຕ້ອງໄດ້ເບິ່ງບັນຫານີ້ຢ່າງຊັດເຈນ ກົງໄປກົງມາ ຂອງຄວາມສາມາດນຳພາ, ຄວາມສາມາດຈັດຕັ້ງປະຕິບັດ, ວາງແຜນການແກ້ໄຂ, ແຜນຊີ້ນຳ-ນຳພາ ແລະ ມີການສະຫຼຸບຕິດຕາມກວດກາຢ່າງຊັດເຈນ. ບັນຫາທີ່ພວກເຮົາບໍ່ ສາມາດຈັດຕັ້ງປະຕິບັດແຜນ ໄດ້ສຳເລັດຜົນ, ອັນທີໜຶ່ງ ແມ່ນມາຈາກສາເຫດຂອງພະນັກງານ, ການສ້າງພະນັກງານ, ການຄຸ້ມຄອງພະນັກງານ, ການໃຫ້ກຳລັງໃຈພະນັກງານ ເພາະປີ 2020 ເປັນປີແຫ່ງການປັບປຸງ 3 ຂັ້ນ, ຄວນເບິ່ງຄືນຂະບວນການປັບປຸງວ່າເຮັດຖືກບໍ່? ໄດ້ລະດົມຈິດໃຈຂອງພະນັກງານຜູ້ທີ່ເຮັດແທ້ທຳຈິງ ໃນກົງຈັກການຈັດຕັ້ງແທ້ແລ້ວບໍ່? ແລ້ວເປັນຫຍັງການເຮັດວຽກຂອງພະນັກງານນັບມື້ນັບທໍ້ຖອຍ ນີ້ກໍແມ່ນໜຶ່ງໃນສາເຫດ ທີ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ບໍ່ໄດ້ຕາມຄາດໝາຍ ຈຶ່ງສະເໜີໃຫ້ລັດຖະບານ ກໍຄືຂະແໜງການທຸກຂັ້ນຕ້ອງຄົ້ນຄວ້າຢ່າງຈິງຈັງຕໍ່ບັນຫານີ້.
ແຫຼ່ງຂໍ້ມູນ: ປະຊາຊົນ