ເລີ່ມໂຄງການກໍ່ສ້າງຕະຫລາດປາກຊັນ ມູນຄ່າ 130 ຕື້ກີບ…

ວັນທີ 27 ຕຸລາ 2020 ນີ້ ຢູ່ໂຮງແຮມດອກຈໍາປາ ໂດຍປະຕິບັດຕາມບົດວິພາກເສດຖະກິດ, ເຕັກນິກທີ່ໄດ້ຜ່ານການຮັບຮອງຈາກຂະແໜງການກ່ຽວຂ້ອງ ແລະ ປະຕິບັດຢ່າງເຂັ້ມງວດ ແລະ ອີງຕາມຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 28/ຄລທ.ຂ ລົງວັນທີ 23 ຕຸລາ 2020 ວ່າດ້ວຍການອະນຸຍາດໃຫ້ ບໍລິສັດ ວີເອັນແອລ ສຳປະທານພັດທະນາໂຄງການກໍ່ສ້າງຕະຫລາດປາກຊັນ ຊຶ່ງໄດ້ຈັດໃຫ້ມີພິທີລົງນາມໃນສັນຍາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ. ມີບັນດາຫົວໜ້າພະແນກການ, ຂະແໜງການທີ່ກຽ່ວຂ້ອງ ແລະ ບໍລິສັດເຂົ້າຮ່ວມ.

ໂຄງການກໍ່ສ້າງຕະຫລາດ ແຫ່ງນີ້ໄດ້ມີຈຸດປະສົງເພື່ອ ການພັດທະນາສຳປະທານການກໍ່ສ້າງ ແລະ ຜ່ານການຄັດເລືອກ ຕີລາຄາປະເມີນແບບວິທະຍາສາດຂອງຄະນະກຳມະການ ເຫັນວ່າບໍລິສັດ ວິເອັນແອລ (VNL) ມີມາດຖານເງື່ອນໄຂຄົບຖ້ວນ, ສະນັ້ນ ທາງແຂວງ ຈຶ່ງໄດ້ເຫັນດີອະນຸມັດໃຫ້ບໍລິສັດ ດັ່ງກ່າວ ເຂົ້າມາສຶກສາສຳຫລວດ ແລະ ອອກແບບໂຄງການກໍ່ສ້າງ ໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ຂອງແຂວງບໍລິຄຳໄຊ ກໍຄື ເມືອງປາກຊັນ ຊຶ່ງເປັນທີ່ຕັ້ງຂອງໂຄງການ ໂດຍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ໃນການສຳຫລວດອອກແບບ ໃນວັນທີ 26 ມິຖຸນາ 2020 ຜ່ານມາ, ຕະຫລອດ 3 ເດືອນກວ່າຜ່ານມາ ເຫັນໄດ້ວ່າບໍລິສັດ ດັ່ງກ່າວໄດ້ເອົາໃຈໃສ່ປະຕິບັດພັນທະ ແລະ ເຮັດຕາມໜ້າວຽກທີ່ລະບຸໄວ້ໃນບົດບັນທຶກດັ່ງກ່າວໄດ້ຢ່າງຖືກຕ້ອງ, ຄົບຖ້ວນຕາມມາດຖານເງື່ອນໄຂ.

ດັ່ງນັ້ນ ທ່ານ ເຈົ້າແຂວງ ຈຶ່ງໄດ້ອອກຂໍ້ຕົກລົງໃຫ້ບໍລິສັດ ດັ່ງກ່າວເປັນຜູ້ລົງທຶນໂຄງການພັດທະນາຕະຫລາດປາກຊັນ. ສຳລັບສັນຍາໃນເບື້ອງຕົ້ນ ໂຄງການນີ້ມີອາຍຸສຳປະທານ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ສາມາດຕໍ່ສັນຍາໄດ້ຕາມການຮັບຮອງຂອງສະພາປະຊາຊົນແຂວງ ໂດຍຈະໃຊ້ເວລາໃນກໍ່ສ້າງ ປະມານ 7 ປີກ່ວາ ໃນມູນຄ່າທັງໝົດ 130 ຕື້ກີບ; ໃນນັ້ນ, ລວມມີອາຄານຕະຫລາດສົດ, ສະຖານີລົດຂົນສົ່ງໂດຍສານ, ຕຶກອາຄານຫ້ອງແຖວ ແລະ ຫ້ອງການຕະຫລາດ ເຊິ່ງໂຄງການດັ່ງກ່າວນີ້ຈະເນັ້ນດ້ານຄວາມສະຫງົບປອດໄພສູງ ແລະ ຮັກສາສິ່ງແວດລ້ອມ. ສຳລັບການລົງນາມມີຂຶ້ນ ລະຫວ່າງ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຈ່ຽນ ວັນນະເລີດ ອໍານວຍການ ບໍລິສັດ ວີເອັນແອລ ມີບັນດາຫົວໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ.

ແຫຼ່ງຂໍ້ມູນ: ຂປລ

Comments