ສະພາບແວດລ້ອມທີ່ເອື້ອອຳນວຍ ຂອງລາວ ສາມາດດຶງດູດນັກລົງທຶນໄດ້ຫຼາຍຂຶ້ນ…

ບັນດາທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ບັນດາປະ ເທດຂົງເຂດລຸ່ມແມ່ນ້ຳຂອງ ໄດ້ຈັດເວທີປຶກສາຫາລືວຽກງານທຸລະກິດ ໃນຂົງເຂດອິນໂດ-ປາຊີຟິກ ແບບທາງໄກ ໃນລະຫວ່າງ ວັນທີ 28-29 ຕຸລາ ທີ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ. ສຳລັບຢູ່ ສປປ ລາວ ນຳໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ.ອາເມລິການ ປະຈຳ ສປປ ລາວ ກໍໄດ້ຈັດກອງປະຊຸມ ການດຳເນີນທຸລະກິດໃນພາກພື້ນອິນໂດ-ປາຊີຟິກ ປະຈຳ ປີ 2020 ຂຶ້ນໃນວັນທີ 29 ຕຸລາ 2020 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ພາກສ່ວນທີ່ບໍ່ຫວັງຜົນກຳໄລ ເພື່ອວິເຄາະໂອກາດດ້ານການຄ້າ ແລະ ການລົງທຶນສາກົນ ໃນໄລຍະຫລັງເກີດວິກິດພະຍາດລະບາດໂຄວິດ-19 ໃນ ສປປ ລາວ ໃຫ້ນັກທຸ ລະກິດອາເມລິການ ແລະ ສາກົນ.

ໂອກາດດຽວກັນນີ້, ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ສ.ອາເມລິການ ໄດ້ໃຫ້ບູລິມະສິດສູງກ່ຽວກັບ ການລົງທຶນທີ່ມີຄຸນນະພາບສູງໃນພາກພື້ນອິນໂດ-ປາຊີຟິກ ແລະ ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບລັດຖະບານລາວ ແລະ ພາກເອກະຊົນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການເຮັດທຸລະກິດ ແລະ ສະໜັບສະໜູນເວທີການສົນທະນາປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ແບບໂປ່ງໃສຍິ່ງຂຶ້ນ, ເຊິ່ງມັນຈະສາມາດສ້າງໂອກາດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ ລວມທັງບໍລິສັດອາເມລິກາ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ.

ທ່ານ ປີເຕີ ເຮມ໋ອນ ກ່າວຕື່ມວ່າ: ສປປ ລາວ ມີປະຊາກອນທີ່ໜຸ່ມນ້ອຍ ກວມຈຳນວນຫລາຍ ໃນບັນດາສະມາຊິກອາຊຽນ ເຮັດໃຫ້ ສປປ ລາວ ມີທ່າແຮງຫລາຍໃນອະນາຄົດ. ເມື່ອກ່ອນປະເທດລາວ ມີບັນຫາທາງດ້ານການເຊື່ອມໂຍງຍາກ ເພາະເປັນເຂດພູດອຍ, ແຕ່ປັດຈຸບັນນີ້ໄດ້ມີການພັດທະນາ ເສັ້ນທາງຄົມມະນາຄົມເປັນຈຳນວນຫລາຍ ໂດຍສະເພາະມີເສັ້ນທາງລົດໄຟ ທີ່ຈະສາມາດເຊື່ອມໂຍງ ກັບບັນດາປະເທດເພື່ອນບ້ານໄດ້ເປັນຕົ້ນ ຈີນ, ໄທ, ຫວຽດນາມ ແລະ ປະເທດອື່ນໆ ຫລາຍຂຶ້ນ. ນອກຈາກນີ້, ຍັງມີເສັ້ນທາງທາງດີຈີຕອນທີ່ເຮັດໃຫ້ ສປປ ລາວ ສາມາດແຂ່ງຂັນ ແລະ ມີການຕິດຕໍ່ທາງເສດຖະກິດ ກັບຕ່າງປະເທດນັບມື້ຫລາຍຂຶ້ນ. ພວກເຮົາໃນນາມທູດ ກໍຈະແນະນຳ ໃຫ້ບັນດາບໍລິສັດ ຫລື ນັກລົງທຶນ ຂອງສະຫະລັດອາເມລິກາ ທີ່ກຳລັງສຳຫລວດຕະຫລາດ ຫລື ໂອກາດຢູ່ຫວຽດນາມ ແລະ ໄທ ເພື່ອດຶງດູດໃຫ້ພວກເຂົາຫັນມາເບິ່ງລາວນຳ ເພື່ອວ່າເຂົາຈະມີຄວາມສົນໃຈໃນການລົງທຶນດ້ານໂລຈິດສະຕິກ ແລະ ເສດຖະກິດດີຈີຕອນ, ລົງທຶນດ້ານກະສິກຳປອດສານພິດ, ດ້ານພະລັງງານທາງນ້ຳ, ລົມ ແລະ ແສງຕາເວັນ ເພາະວ່າ ສປປ ລາວ ຍັງມີທ່າແຮງທາງດ້ານນີ້ຫລາຍ.

ແຫຼ່ງຂໍ້ມູນ: ຂປລ

Comments