ສສຊ ແຂວງຊຽງຂວາງສະເໜີໃຫ້ປະຕິຮູບການສຶກສາ ດ້ວຍການຫັນໄປສູ່ການສຶກສາແບບດີຈີຕອນ…

ໃນໂອກາດມີຄຳເຫັນຕໍ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຫໍປະຊຸມສະພາແຫ່ງຊາດ ຫລັກ6 ນະຄອນຫລວງວຽງຈັນ ຕອນເຊົ້າວັນທີ 28 ຕຸລາ 2020 ທ່ານ ວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະແຜນເງິນຕາ ປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021 ຂອງລັດຖະບານ.

ທ່ານ ວິໄລສຸກ ພິມມະສອນ ປະກອບຄໍາເຫັນວ່າ: ຈາກສະພາບການລະບາດຂອງພະຍາດໂຄວິດ19 ທີ່ເກີດຂຶ້ນ ໃນແງ່ໜຶ່ງກໍເປັນໂອກາດ, ເປັນເງື່ອນໄຂໃຫ້ແກ່ການດໍາລົງ, ການຜະລິດປົກກະຕິແບບໃໝ່, ດ້ວຍການເປັນເຈົ້າການ ແລະເພິ່ງຕົນເອງ ຂ້າພະເຈົ້າຂໍຍ້ອງຍໍ, ຊົມເຊີຍມາດຕະການທີ່ເຂັ້ມງວດຂອງລັດຖະບານ ທີ່ໄດ້ຄວບຄຸມການລະບາດຂອງພະຍາດນີ້ໄດ້ຢ່າງທັນການ, ທັງເປັນໂອກາດດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ 5ປີ ເທື່ອທີ 9 ຂອງລັດຖະບານເຮົາມີການຂະຫຍາຍຕົວ,

ແຕ່ຂ້າພະເຈົ້າເຫັນດີ ໃນ 6 ຫົວຂໍ້ທີ່ທ່ານນາຍົກລັດຖະມົນຕີໄດ້ສະເໜີໄປນັ້ນ ເຊິ່ງໄດ້ມີການປັບປຸງເຖິງ 7ຄັ້ງແລ້ວ, ຖ້າທຽບໃສ່ກ່ານພັດທະນາໃນຍຸກ 4.0 ແລ້ວ ລັດຖະບານເຮົາກໍຄວນເອົາເຂົ້າຄົ້ນຄວ້າພິຈາລະນາ ເຊິ່ງຂ້າພະເຈົ້າໃສ່ຊື່ວ່າ ແຜນພັດທະນາເສດຖະກິດ-ສັງຄົມດີຈີຕອນ, ດ້ວຍການຊຸກຍູ້ ສົ່ງເສີມ ຂະບວນການປະຕິວັດອຸດສາຫະກໍາ4.0 ຢ່າງແຂງແຮງ, ຮອບດ້ານ ມີຈຸດສຸມ ແລະມີຄຸນນະພາບຕາມທິດສີຂຽວ ສະອາດ ແລະຍືນຍົງ, ສົ່ງເສີມ ແລະຊຸກຍູ້ວິສະຫະກິດຂະໜາດນ້ອຍ ແລະຂະໜາດກາງ ຢ່າງແຂງແຮງຕາມທິດດີຈິຕອນ, ຫັນເປັນທັນສະໄໝຢ່າງຮີບດ່ວນເພື່ອຄຸ້ມຄອງການຈັດເກັບລາຍຮັບ ຈາກການບໍລິການທັນສະໄໝຂອງສັງຄົມ ເພາະປະຈຸບັນນີ້ການຂາຍທາງອອນລາຍມີທົ່ວປະເທດເຮົາແລ້ວ

ຖ້າລັດຖະບານຫາກລົງທຶນສ້າງລະບົບຄຸ້ມຄອງການເກັບລາຍຮັບດ້ານນີ້ຈະໄດ້ຫລາຍ ເພາະປະຊາຊົນໄປທັນສະໄໝຫລາຍແລ້ວ, ພ້ອມກັນນັ້ນກໍປັບປຸງບາງຫົວໜ່ວຍວິສະຫະກິດເປັນຮູບການອື່ນດ້ວຍການຂາຍຮຸ້ນ ຫລືຫັນໄປສູ່ການລົງທຶນແບບ ພີພີພີ ຕາມທີ່ນາຍົກໄດ້ສະເໜີ ເຫດຜົນກໍຍ້ອນວ່າ ໄລຍະນີ້ແມ່ນການປະຕິບັດມາດຕະການ ການແຜ່ລະບາດຂອງພະຍາດໂຄວິດ19 ທັງປະຍັດງົບປະມານການສິ້ນເປືອງ ແລະພັດທະນາພື້ນຖານໂຄງລ່າງ, ການສຶກສາ, ການທ່ອງທ່ຽວ ແລະປະຍັດເວລາ, ຫລຸດຜ່ອນມົນລະພິດຈາກການສັນຈອນ.

This image has an empty alt attribute; its file name is 122749224_2647370538906824_5282309588102449778_n.jpg

ສໍາລັບມາດຕະການໃນການຈັດຕັ້ງປະຕິບັດ ຂ້າພະເຈົ້າສະເໜີໃຫ້ລັດຖະບານປະຕິຮູບການສຶກສາ ດ້ວຍການຫັນໄປສູ່ການສຶກສາແບບດີຈີຕອນ ໃນທຸກຂົງເຂດ ແລະທຸກຂະແໜງການ ດ້ວຍການລົງທຶນເລັ່ງລັດກໍ່ສ້າງຊັບພະຍາກອນມະນຸດດີຈິຕອນໃຫ້ໄດ້ທັງປະລິມານ ແລະຄຸນນະພາບ ເພື່ອຈັດຕັ້ງປະຕິບັດ ຂະບວນການປະຕິວັດ 4.0 , ຊຸກຍູ້ ສົ່ງເສີມການຄົ້ນຄວ້າວິທະຍາສາດ ເພື່ອຫັນໄປສູລະບົບ ດີຈີຕອນ ລະຫວ່າງກະຊວງທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກະຊວງສຶກສາທິການແລະກິລາ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ກະຊວງໄປສະນີ ແລະໂທລະຄົມມະນາຄົມ, ກະຊວງອຸດສາຫະກໍາແລະການຄ້າ ຄ່ອຍກ້າວໄປສູ່ການສ້າງມະຫາວິທະຍາໄລ ຫັນຄົນລາວໃຫ້ກາຍເປັນຄົນດີຈີຕອນໃນອະນາຄົດ.

ແຫຼ່ງຂໍ້ມູນ: ວສລ

Comments