ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 284 ຕື້ກວ່າກີບ…

ການຈັດເກັບລາຍຮັບຢູ່ດ່ານ ພາສີສາກົນ ຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ ໃນໄລຍະ 9 ເດືອນຕົ້ນປີ 2020 ຜ່ານມາ ເຖິງວ່າຈະພົບກັບສິ່ງທ້າທາຍຫລາຍປະການກໍຕາມ ເປັນຕົ້ນແມ່ນ ການລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສົ່ງຜົນກະທົບ ຕໍ່ການຈັດເກັບລາຍຮັບເຂົ້າງົບປະມານ, ແຕ່ດ້ວຍຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ຂອງຄະນະດ່ານພາສີ ເຮັດໃຫ້ການເກັບລາຍຮັບສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ, ເທົ່າກັບ 101,49% ຂອງແຜນການ, ໃນນັ້ນລາຍຮັບ 93,47% ແມ່ນໄດ້ມາຈາກນໍ້າມັນເຊື້ອໄຟ.

ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ໄຊຍະບູລີ-ຈັງຫວັດ ເລີຍ ໃຫ້ຮູ້ວ່າ: ຜົນສຳເລັດດັ່ງກ່າວ ຍ້ອນສະພາບພາຍໃນດ່ານມີຄວາມສະຫງົບ, ການບໍລິການມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນໄດ້ດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າບາງຊະນິດມີການເພີ່ມຂຶ້ນ, ສ່ວນລາຍຮັບທີ່ສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ ແມ່ນໄດ້ມາຈາກພາກສ່ວນພາສີ ດ້ 153,25 ຕື້ກວ່າກີບ ປະກອບມີ ຄ່າຊັກພິເສດ 87,86 ລ້ານກີບ, ພາສີຂາເຂົ້າ 29,6 ຕື້ກີບ, ຄ່າທໍານຽມຕ່າງໆ 1,65 ຕື້ກີບ, ຄ່າທໍານຽມຄັງແຮ 121,9 ຕື້ກີບ ແລະ ຄ່າປັບໄໝ 5 ລ້ານກວ່າກີບ;

ລາຍຮັບພາກສ່ວນອາກອນ ປະຕິບັດໄດ້ 130,9 ຕື້ກວ່າກີບ ປະກອບມີ ອາກອນຊົມໃຊ້ 80,12 ຕື້ກີບ, ອາກອນມູນຄ່າເພີ່ມ 50,59 ຕື້ກີບ ແລະ ອາກອນກໍາໄລ 176,85 ລ້ານກີບ, ວິໄຈລວມໝວດສິນຄ້າຕົ້ນຕໍຄື: ນໍ້າມັນເຊື້ອໄຟປະຕິບັດໄດ້ 143,68 ຕື້ກີບ, ເທົ່າກັບ 64,14%ຂອງແຜນການ, ພາຫະນະ 674 ລ້ານກີບ, ຊິ້ນສ່ວນອາໄລ່ຕ່າງໆ 2,24 ຕື້ກີບ, ເຄື່ອງກໍ່ສ້າງ 6,59 ຕື້ກີບ, ອຸປະກອນໄຟຟ້າ 788 ລ້ານກວ່າກີບ, ເຄື່ອງອຸປະໂພກ-ບໍລິໂພກ 6,52 ຕື້ກີບ, ຄ່າທໍານຽມພາຫະນະ-ຄົນເຂົ້າ-ອອກ 1,65 ຕື້ກວ່າກີບ, ຄ່າທໍານຽມຄັງແຮນໍ້າມັນເຊື້ອໄຟ ແລະ ຄ່າປັບໄໝ 121,91 ຕື້ກີບ.ທ່ານ ສົມພິນ ອິນທະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບ 3 ເດືອນທ້າຍປີ 2020 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 65,83 ຕື້ກວ່າກີບ, ໝົດປີໃຫ້ໄດ້ 350 ຕື້ກີບ ໂດຍຈະສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາຕ່າງໆໃຫ້ຜູ້ປະກອບການ ແລະ ສັງຄົມໃຫ້ເລິກເຊິ່ງ, ລົງຊີ້ນໍາຢ່າງໃກ້ຊິດບັນດາດ່ານປະເພນີທີ່ຂຶ້ນກັບໃຫ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານວິຊາສະເພາະ, ເພີ່ມທະວີໃນການຄຸ້ມຄອງ, ກວດກາສິນຄ້າເຂົ້າ-ອອກ ແລະ ຕິດຕາມກວດກາພາຫະນະ, ຜູ້ໂດຍສານເຂົ້າ-ອອກໃຫ້ເຂັ້ມງວດ.

ແຫຼ່ງຂໍ້ມູນ: ຂປລ

Comments