9 ເດືອນມູນຄ່າການລົງທຶນຢູ່ ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາ…

ໃນໄລຍະ 9 ເດືອນຂອງປີ 2020 ມູນຄ່າການລົງທຶນຢູ່ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາສະຫະລັດ ຂະນະທີ່ການກໍ່ສ້າງ 2 ໂຄງການໃຫຍ່ຄືບໜ້າຢ່າງຕໍ່ເນື່ອງ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫລວງວຽງຈັນວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດໍາເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19. ຮອດທ້າຍເດືອນກັນຍາ ປີ 2020 ມູນຄ່າການລົງທຶນ (ທຶນຈົດທະ ບຽນ) ປະຕິບັດໄດ້ 12,98 ຕື້ໂດລາສະຫະລັດ, ທຶນນໍາເຂົົ້າຕົວຈິງ ປະມານ 3,37 ຕື້ໂດລາສະຫະລັດ ຫຼື ປະມານ 31.185,98 ຕື້ກີບ ເທົ່າກັບປະ ມານ 156% ຂອງແຜນດັດແກ້ (ແຜນດັດແກ້ 20.000 ຕື້ກີບ).

ຂະນະທີ່ປັດຈຸບັນ ໂຄງການລົງທຶນໃຫຍ່ ຄື: ໂຄງການທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 90,77% ຂອງວຽກກໍ່ສ້າງ (ຄາດຄະເນຈະສໍາເລັດ 100% ໃນປີ 2021), ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຄືບໜ້າຫຼາຍກວ່າ 95% ຄາດວ່າ ຈະສໍາເລັດ ແລະ ເປີດນໍາໃຊ້ໃນທ້າຍປີນີ້້. ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້ ຍັງມີໂຄງການຕ່າງໆ ທີ່່ຍັງຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ຂອງໂຄງການ, ສືບຕໍ່ດໍາເນີນຢ່າງເປັນປົກກະຕິ ເຊັ່ນ: ໂຄງ ການທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງ ຈັນ-ປາກເຊ, ທາງດ່ວນເລກ 1 ແລະ ອືີ່ນໆ.

ແຫຼ່ງຂໍ້ມູນ: ວສລ

Comments