ຂ່າວ ພາຍໃນປະເທດ

ທາງດ່ວນ ນວ – ວັງວຽງ ເປີດເປັນທາງການ 2 ທັນວາ 2020 ນີ້ ໃຫ້ຜ່ານຟຮີ 2 ມື້….

ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,1 ກິໂລແມັດ, ກວ້າງ 23 ແມັດ, ເສັ້ນທາງສອງເລນແລ່ນ ໄປ-ກັບ ມີມູນຄ່າການກໍ່ສ້າງ 1,3 ຕື້ໂດລາ ຈະເປີດເປັນທາງການ 2 ທັນວາ 2020 ເປີດໃຫ້ຜ່ານຟຮີ ວັນທີ 1-2 ທັນວານີ້…!!!! ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,1 ກິໂລແມັດ, ກວ້າງ 23 ແມັດ, ເສັ້ນທາງສອງເລນແລ່ນ ໄປ-ກັບ, ປູດ້ວຍຢາງອັດສະຟານ,ມູນຄ່າການກໍ່ສ້າງ 1,3 ຕື້ໂດລາສະຫະລັດ, ມີອາຍຸສຳປະທານທັງໝົດ 50 ປີ (ລວມໄລຍະກໍ່ສ້າງ 3 ປີເປັນ 53 ປີ), ຕາມແລວທາງມີຈຸດຂຶ້ນລົງ 7 ຈຸດ, ຈຸດເກັບເງິນ 8 ຈຸດ, ມີຂົວ 39 ແຫ່ງ, ມີອຸມົງລອດພູພະຈຳນວນ 1 ແຫ່ງ (ຄວາມຍາວປະມານ 875 ແມັດ). ໂຄງການນີ້ລົງທືນກໍ່ສ້າງໂດຍກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ...

Read More »

ແຕ່ງຕັ້ງລັດຖະມົນຕີກະຊວງ ກປ ພ້ອມຫົວໜ້າຫ້ອງວ່າການ ສນຍ ແລະ ກະຊວງພາຍໃນຜູ້ໃໝ່…

ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 30 ຕຸລາ 2020 ສະມາຊິກສະພາແຫ່ງຊາດພ້ອມກັນພິຈາລະນາຮັບຮອງການແຕ່ງຕັ້ງ ແລະ ຍົກຍ້າຍບຸກຄະລາກອນຂອງລັດຖະບານ ບາງຕໍາແໜ່ງຕາມການສະເໜີຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ. ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນພິຈາລະນາ ຕາມການສະເຫນີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂອງລັດຖະບານ, ໂດຍໄດ້ສະເໜີການຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຍົກຍ້າຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້. ສໍາລັບການແຕ່ງຕັ້ງບຸກຄະລາກອນ ອີງຕາມການສະໜີ ຂອງນາຍົກລັດຖະມົນຕີ ໄດ້ສະເໜີ ແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ເປັນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະເໜີແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນເປັນ ...

Read More »

ກອງທຶນສົ່ງເສີມ SME ປ່ອຍກູ້ສະເພາະຫົວໜ່ວຍທຸລະກິດເທົ່ານັ້ນ…

ກອງທຶນສົ່ງເສີມ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຈະປ່ອຍກູ້ໃຫ້ສະເພາະແຕ່ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ ເພື່ອສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນໃນເວທີພາກພື້ນ ແລະ ສາກົນໄດ້. ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນບ່າຍຂອງວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ສຳລັບກອງທຶນສົ່ງເສີມ ແລະ ພັດທະນາ SME ມີເງິນທຶນປະມານ 200 ຕື້ກີບ ທີ່ປະກອບສ່ວນສົ່ງເສີມ ແລະ ພັດທະນາ SME ຄຽງຄູ່ໄປກັບການປ່ອຍກູ້ຂອງບັນດາທະນາຄານຢູ່ປະເທດເຮົາ ທີ່ມີກວ່າ 20.000 ຕື້ກີບ. ກອງທຶນ SME ຈະແຕກຕ່າງຈາກກອງທຶນອື່ນໆ ໂດຍຈະປ່ອຍກູ້ໃຫ້ສະເພາະຫົວໜ່ວຍທຸລະກິດເທົ່າທີ່ມີເງື່ອນໄຂເທົ່ານັ້ນ ໂດຍຜ່ານທະນາຄານ ...

Read More »

ຊີ້ແຈງຕໍ່ຄຳຊັກຖາມໃນການຄິດໄລ່ GDP ຂອງລາວ ອີງໃສ່ຕາມຫຼັກການສາກົນ…

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໂດຍໄດ້ອະທິບາຍ ກ່ຽວກັບວິທີ, ຫຼັກການ ແລະ ສູດການຄິດໄລ່ ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງ ສປປ ລາວ ແມ່ນໃຊ້ສູດຄິດໄລ່ຕາມຫຼັກການສາກົນ ໂດຍອີງໃສ່ 3 ພາກສ່ວນຫຼັກ. ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ. ໂດຍອີງໃສ່ ດ້ານກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຍັງມີພາສີນຳເຂົ້າທີ່ມີສ່ວນປະກອບເຖິງ 10% ໃນປີ 2020 ແມ່ນເອົາລວມຍອດການຜະລິດທີ່ເກີດຂຶ້ນ ມາລົບ ກັບການຊົມໃຊ້ ແລະ ຂອດລະຫວ່າງກາງ ອອກມາເປັນສຸດທິຂອງການຜະລິດ. ສ່ວນການຜະລິດທີ່ເກີດຂຶ້ນ ແມ່ນເອົາ ຈາກໂຄງປະກອບຂອງເສດຖະກິດຂອງລາວທີ່ມີ 3 ພາກສ່ວນຂະແໜງການຄື: 1). ກະສິກຳ ທີ່ອີງໃສ່ 4 ອັນຫຼັກ (ປູກຝັງ, ລ້ຽງສັດ, ...

Read More »

ໜີ້ເສຍ (NPL) ປີ 2020 ຢູ່ທີ 3,17% ເພີ່ມຂຶ້ນ ເນື່ອງຈາກໄພພິບັດ ແລະ ການລະບາດຂອງໂຄວິດ-19…

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ ສສຊ ວ່າ: ບັນຫາໜີ້ເສຍ ຫຼື ໜີ້ທີ່ບໍ່ເກີດດອກອອກຜົນ (NPL) ຊຶ່ງຕາມສະຖິຕິ ໂຕເລກ NPL ປີ 2017 ຢູ່ 3,07%, ປີ 2018 ຢູ່ 3,12%, ປີ 2019 ຢູ່ 3,04% ແລະ ໃນ 9 ເດືອນຂອງປີ 2020 ນີ້ ຢູ່ທີ່ 3,17% ຖ້າທຽບໃສ່ປີ 2019 ແມ່ນເພີ່ມຂຶ້ນ ແຕ່ກໍເນື່ອງຈາກວ່າເກີດມີໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດຫຼາຍອັນປະສົບບັນຫາ. ເຖິງແນວໃດກໍຕາມ, ພວກເຮົາຍັງຊອກວິທີການແກ້ໄຂຊ່ວຍປະຊາຊົນ ກໍຄືຜູ້ກູ້ຢືມ. ໜີ້ NPL ...

Read More »

ມອບເງິນຊຸກຍູ້ທີມບານເຕະຫຼວງພະບາງ ການແຂ່ງຂັນກີລາວັນຊາດ….

ໃນໂອກາດວັນຊາດ ວັນທີ 2 ທັນວາ ຄົບຮອບ 45 ປີ ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນກິລາເຕະບານຂຶ້ນ ໃນລະຫວ່າງວັນທີ 6-21 ພະຈິກນີ້. ໂດຍໄດ້ປຸກລະດົມໃຫ້ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ສົ່ງນັກກິລາເຂົ້າຮ່ວມ. ສະເພາະແຂວງຫຼວງພະບາງໄດ້ຈັດຢູ່ໃນກຸ່ມ ຄໍ ປະກອບມີ 4 ທີມຄື: ຫຼວງພະບາງ, ຫຼວງນ້ຳທາ, ໄຊຍະບູລີ ແລະ ອັດຕະປື. ເພື່ອເປັນການສຸກຍູ້ ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຕອນບ່າຍວັນທີ່ 28 ຕຸລາ 2020 ຜ່ານມາ ກຸ່ມບໍລິສັດເທຣດເຊີລາວ ໄດ້ມອບເງີນ ຈຳນວນ 50.000.000 ກີບ ແລະ ສະຫະພັນບານເຕະແຫ່ງຊາດ ໄດ້ມອບເງີນ ຈຳນວນ 50.000.000 ກີບ ໃຫ້ສະຫະພັນບານເຕະຫຼວງພະບາງ, ຕາງໜ້າມອບໂດຍແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ແລະ ຮັບໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໂດຍມີພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ. ສຳລັບການກະກຽມຄວາມພ້ອມ ຂອງນັກກິລາແຂວງຫຼວງພະບາງ ທ່ານ ...

Read More »

ລັດຖະບານ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາ ແລະ ມອບຫລຽນກາ ໃຫ້ທູດອົດສະຕຣາລີ…

ໃນຕອນເຊົ້າວັນທີ 29 ຕຸລາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຊ໋ອງ ເບີນາດ ຄາຣາສໂກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 3 ປີ ຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ໃນນັ້ນ, ຜົນງານອັນພົ້ນເດັ່ນ ...

Read More »

ກອງປະຊຸມລັດຖະມົນຕີແຮງງານອາຊຽນ ໄດ້ພິຈາລະນາຮັບຮອງ 10 ເນື້ອໃນ….

ກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11 (ແບບທາງໄກ), ຈັດຂຶ້ນໃນວັນທີ 28 ຕຸລາ 2020 ໂດຍການເປັນເຈົ້າພາບຂອງ ກະຊວງແຮງງານປະເທດອິນໂດ ເນເຊຍ. ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນໍາໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານນາງ ອີດາ ໂຟຊີຢາ (Ida Fauziyah) ລັດຖະມົນຕີກະຊວງແຮງງານ ປະເທດອິນໂດເນເຊຍ, ປະທານລັດຖະ ມົນຕີແຮງງານອາຊຽນ ແລະ ທ່ານ ຕວນ ຮາຈິ ອາວັງ ບິນ ຮາຊີມ (Tuan Haji Awang Bin Hashim) ຮອງລັດຖະ ມົນຕີ ກະຊວງຊັບພະຍາກອນມະນຸດ ປະເທດ ຟີລິບປິນ, ຮອງປະທານລັດຖະມົນຕີແຮງງານອາຊຽນ, ມີບັນດາທ່ານລັດຖະມົນຕີແຮງງານອາຊຽນ ແລະ ...

Read More »

ສທໜ ສະຫຼຸບຜົນງານ 5 ປີ 2015-2020 ແລະ ວາງແຜນວຽກງານ 5 ປີຕໍ່ໜ້າ…

ໃນວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດລາວ, ບັນດາສະມາຊິກສະມາຄົມໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.ທີ່ໂຮງແຮມແລນມາກ. ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ແຕ່ປີ 2015-2020 , ທິດທາງ ແລະ ແຜນການເຄື່ອນໄຫວ ໃນໄລຍະ 5 ຕໍ່ໜ້າ 2020-2025  ແລະ ມາດຕະການຈັດຕັ້ງປະຕິບັດ ໂດຍການລາຍງານຂອງທ່ານ ວິໄລສານ ພົມວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ     ໄດ້ຍົກໃຫ້ເຫັນບາງຕອນວ່າ: ໃນໄລຍະ 5 ປີຜ່ານມາ ພວກເຮົາໄດ້ເປັນເຈົ້າການປຸກລະດົມທາງດ້ານການເມືອງ-ແນວຄິດ, ການເຕົ້າໂຮມຄວາມສາມັກຄີພາຍໃນສະມາຊິກ, ແນ່ໃສ່ເຮັດໃຫ້ເຂົາເຈົ້າມີນໍ້າໃຈຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ອົງກອນ ແລະ ມີຄວາມກະຕືລືລົ້ນຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ. ປັດຈຸບັນສາມາດຂະຫຍາຍສາຂາ ...

Read More »

ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ລາວເປັນ​ການ​ຕອບ​ໂຕ້​ຄຳຫຼອກ​ລວງ​ຂອງ​ທ່ານ​ໄມ ພົມ​ເເພວ ​ໄດ້​ດີ​ທີ່​ສຸດ…

ວັນ​ທີ 27 ຕຸ​ລາ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຜ່າ​ນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຂອງ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ 8 ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ບັນ​ຫາ​ໜີ້​ສິນ ແລະ ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ແຕ່​ການ​ກໍ່​ສ້າງ​ໂຄງ​ການ​ໃຫຍ່​ຕ່າງໆ ເຊັ່ນ: ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ເປັນ​ຕົ້ນ ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ລາວ, ລັດ​ຖະ​ບານ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ຟື້ນ​ຄືນ​ຂອງ​ເສດ​ຖະ​ກິດ ແລະ ຈະ​ຮັກ​ສາຄາດ​ໝາຍ​​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ປີ​ນີ້ບໍ່​ມີ​ການ​ປ່ຽນ​ແປງ ຄື 3,3%. ສ່ວນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແລະ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ອິນ​ເຕີ​ເນັດ​ຂອງ “ຂໍ້​ລິ​ເລີ່ມ 3 ທະ​ເລ”, ທ່ານ​ໄມ ພົມ​ເພວ​ໄດ້ໃສ່​ຮ້າຍ​ປ້າຍ​ສີ​ວ່າ: “ສັນ​ຍາ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ​ໄດ້​ເປັນ​ໄພອັນ​ຕະ​ລາຍ​ຕໍ່​ຫຼາຍ​ປະ​ເທດ, ເຊັ່ນ ລາວ, ມົງ​ເຕ​ເນ​ໂກ​ລ ແລະ ປາ​ກິດ​ສະ​ຖານ.” ສ່ວນ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ, ກໍ​ແມ່ນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈີນ​ ແລະ ລາວ​ຮ່ວມ​ມື​ກັນ​ກໍ່​ສ້າງ. ທ່ານ​ທອງ​ລຸນ ສີ​ສຸ​ລິດ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈີນ​ແລະ​ລາວ​ຮ່ວມ​ກັນ​ກໍ່​ສ້າງ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ປີ​ນີ້, ​ນີ້ກໍ​ເປັນ​ການ​ຕອບ​ໂຕ້​ທີ່​ດີ​ຕໍ່​ຖ້ອຍ​ຄຳຫຼອກ​ລວງ​ຂອງ​ທ່ານ​ໄມ ພົມ​ເພວ.​ປະ​ເທດລາວ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ, ຍັງ​ຕ້ອງ​ການ​ສ້າງ​ທາງຫຼວງ, ທາງ​ລົດ​ໄຟ, ຂົວ, ສະ​ໜາມ​ບິນ​ເປັນ​ຈຳ​ນວນຫຼວງຫຼາຍ. ຖ້າ​ທ່ານ​ໄມ ພົມ​ເພວ​ເອົາ​ໃຈ​ໃສ່​ຕໍ່​ການ​ພັດ​ທະ​ນາ​ຂອງ​ລາ​ວ​ຢ່າງ​ແທ້​ຈິງ, ກໍ​ຄວນ​ສ້າງ​ທາງຫຼວງ, ສະ​ໜາມ​ບິນ ແລະ ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ​ໃຫ້​ແກ່​ລາວ, ...

Read More »