ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 27 ຕຸລາຜ່ານມາໃຫ້ຮູ້ວ່າ:

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ທີ່ໄດ້ກໍານົດ 3 ເປົ້າໝາຍໃຫຍ່ (ດ້ານເສດຖະກິດ, ດ້ານສັງຄົມ ແລະ ດ້ານສິ່ງແວດລ້ອມ). ສະເພາະດ້ານເສດຖະກິດ ໃນ 5 ປີຜ່ານມາ ມີການເຕີບໂຕສະເລ່ຍ ປະມານ 5,8% ຕໍ່ປີ, ຫຼຸດຄາດໝາຍທີ່ກໍານົດໄວ້ (ມະຕິສະພາ 7,2%) ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ, ແຕ່ຖ້າທຽບໃສ່ປະເທດອ້ອມຂ້າງໃນພາກພື້ນເຫັນວ່າ ຍັງຢູ່ໃນລະດັບສູງ, GDP ຕໍ່ຫົວຄົນໃນປີ 2020 ຄາດວ່າຈະບັນລຸ 2.664 ໂດລາ ເທົ່າກັບ 89,45% ຂອງແຜນການ (ມະຕິສະພາ 2.978 ໂດລາ), ເສດຖະກິດມະຫາພາກ ໄດ້ມີການລະດົມທຶນທົ່ວສັງ ຄົມຄາດວ່າຈະປະຕິບັດໄດ້ 169.741,6 ຕື້ກີບ ເທົ່າກັບ 97,9% ຂອງແຜນການ ຫຼື ເທົ່າກັບ 26,9% ຂອງ GDP ( ມະຕິສະພາ 173.329 ຕື້ກີບ), ໃນນີ້ ການລົງທຶນຈາກງົບປະມານຂອງລັດ ຄາດວ່າຈະປະຕິບັດໄດ້ 17.099,9 ຕື້ກີບ ເທົ່າກັບ 10,1% ຂອງການລົງທຶນທັງໝົດ (ມະຕິສະພາ 12-15%). ການລົງທຶນຈາກການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ຄາດວ່າຈະປະຕິບັດໄດ້ 29.666,1 ຕື້ກີບ ເທົ່າກັບ 17,5% ຂອງການລົງທຶນທັງໝົດ (ມະຕິສະພາ 15-24%). ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ຄາດວ່າຈະປະຕິບັດໄດ້ 86.127,6 ຕື້ກີບ ເທົ່າກັບ 50,7% ຂອງການລົງທຶນທັງໝົດ (ມະຕິສະພາ 40-49%).

ການລົງທຶນຈາກລະບົບການເງິນ-ເງິນຕາ ຄາດວ່າຈະປະຕິບັດໄດ້ 36.848 ຕື້ກີບ ເທົ່າກັບ 21,7% ຂອງການລົງທຶນທັງໝົດ (ມະຕິສະພາ 21-23%). ສຳລັບການແກ້ໄຂໜີ້ສິນ ໃນ 5 ປີ ຜ່ານມາ ລັດຖະບານໄດ້ເອົາໃຈໃສ່ແກ້ໄຂໜີ້ສິນທີ່ມີລັກສະນະຊໍາເຮື້ອ ແລະ ສະສົມມາຫຼາຍປີ ໄດ້ທັງໝົດ 11.008,69 ຕື້ກີບ ໃນນີ້, ປີ 2017 ຈັດສັນຊໍາລະໜີ້ສິນທັງໝົດ 1.289,88 ຕື້ກີບ ໃນນີ້ (ບ້ວງປົກກະຕິ 589,88 ຕື້ກີບ, ບ້ວງເງິນສົດ 400 ຕື້ກີບ ແລະ ພັນທະບັດ 300 ຕື້ກີບ), ປີ 2018 ໄດ້ຈັດສັນຊໍາລະຫນີ້ສິນທັງໝົດ 3.778,02 ຕື້ກີບ ໃນນີ້ (ບ້ວງປົກກະຕິ 528,02 ຕື້ກີບ, ບ້ວງອວ່າຍໜີ້ 3 ແຈ 3.250 ຕື້ກີບ), ປີ 2019 ຈັດສັນຊໍາລະໜີ້ສິນ ບ້ວງປົກກະຕິໄດ້ທັງໝົດ 400 ຕື້ກີບ, ປີ 2020 ຈັດສັນຊໍາລະໜີ້ສິນ ທັງໝົດ 5.540,79 ຕື້ກີບ (ບ້ວງປົກກະຕິ 540,79 ຕື້ກີບ, ບ້ວງອວ່າຍໜີ້ 3 ແຈ ແລະ ພັນທະບັດ 5.000 ຕື້ກີບ). ສາມາດເກັບລາຍຮັບທັງໝົດໄດ້ 120.422 ຕື້ກີບ ເທົ່າກັບ 98,4% ຂອງແຜນການທີ່ໄດ້ຮັບການດັດແກ້ໃນແຕ່ລະປີ), ສະເລ່ຍເທົ່າກັບ 15,9% ຂອງ GDP ຫຼື ທຽບໃສ່ການປະຕິບັດ 5 ປີ ຜ່ານມາ (2011-2015) ເພີ່ມຂຶ້ນ 20%, ລາຍຈ່າຍທັງໝົດປະຕິບັດໄດ້ 156.351 ຕື້ກີບ ເທົ່າກັບ 95,9% ຂອງແຜນການ ທີ່ໄດ້ຮັບການດັດແກ້ໃນແຕ່ລະປີ) ສະເລ່ຍເທົ່າກັບ 20,6% ຂອງ GDP, ຂາດດຸນງົບປະມານສະເລ່ຍໄລຍະ 5 ປີ ຢູ່ໃນລະດັບ 4,73% ຂອງ GDP (ມະຕິສະພາ ບໍ່ເກີນ 5% ຂອງ GDP).

ດ້ານການຜະລິດ ແລະ ການບໍລິການສິນຄ້າ ເຫັນວ່າມີທ່າຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ ເປັນຕົ້ນ ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ 54.683,37 ຕື້ກີບ ສະເລ່ຍເພີ່ມຂຶ້ນ 14,73% ຕໍ່ປີ (ແຜນການ ສະເລ່ຍເພີ່ມຂຶ້ນ 15% ຕໍ່ປີ), ມູນຄ່າການຈໍລະຈອນສິນຄ້າ ປະຕິບັດໄດ້ 284.401 ຕື້ກີບ ສະເລ່ຍເພີ່ມຂຶ້ນ 10,5% ຕໍ່ປີ (ແຜນການ ສະເລ່ຍເພີ່ມຂຶ້ນ 12% ຕໍ່ປີ). ດ້ານການພັດທະນາສີມື ແຮງງານກໍໄດ້ຮັບການເອົາ ໃຈໃສ່ ໂດຍສົ່ງເສີມສະຖາບັນ ພັດທະນາສີມືແຮງງານ, ໂຮງ ຮຽນ, ສູນຝຶກວິຊາຊີບ ແລະ ພາກສ່ວນທີ່ກ່ຽວຂ້ອງຝຶກ ແລະ ພັດທະນາສີມືແຮງງານໄດ້ທັງໝົດ 409.107 ຄົນ, ເປັນຍິງ 179.793 ຄົນ ເທົ່າກັບ 62,17% ຂອງແຜນການ (ມະຕິສະພາ 658.000 ຄົນ), ໄດ້ສ້າງມາດຕະຖານສີມືແຮງງານແຫ່ງຊາດ ແລະ ໄດ້ຈັດການແຂ່ງຂັນສີມືແຮງງານລະດັບຊາດ ໃນ 9 ສາຂາອາຊີບ ຈໍານວນ 2 ຄັ້ງ ໃນ 7 ສາຂາວິຊາຊີບ. ພື້ນຖານໂຄງລ່າງເພື່ອເຊື່ອມຈອດກັບພາກພື້ນ ແລະ ສາກົນ ໄດ້ຮັບການພັດທະນາ ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການທາງດ່ວນວຽງຈັນ-ວັງວຽງ ໃກ້ຈະສໍາເລັດ. ບັນດາໂຄງການໄຟຟ້າ, ບໍ່ແຮ່ ແລະ ໂຄງການໃນເຂດເສດຖະກິດພິເສດ ໄດ້ສືບຕໍ່ດໍາເນີນການຜະລິດ ເພື່ອສົ່ງອອກໄດ້ຢ່າງຕໍ່ເນື່ອງ ໂດຍຄາດຄະເນການສົ່ງອອກກະແສໄຟຟ້າໄດ້ 129.605 ລ້ານກິໂລວັດໂມງ ເທົ່າກັບ 7.203 ລ້ານໂດລາ ທຽບໃສ່ແຜນການ 5 ປີ ຄັ້ງທີ VII ເພີ່ມຂຶ້ນ 164%; ມູນຄ່າການສົ່ງອອກແຮ່ທາດ ຄາດວ່າຈະປະຕິບັດໄດ້ 6,66 ຕື້ໂດລາ ແລະ ມູນຄ່າການສົ່ງອອກໃນເຂດເສດຖະກິດພິເສດ ຄາດວ່າ ປະຕິບັດໄດ້ 1,52 ຕື້ໂດລາ (ໃນນີ້, ພົ້ນເດັ່ນແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ ຄາດວ່າຈະສົ່ງອອກ ໄດ້ 1,28 ຕື້ໂດລາ).
ແຫຼ່ງຂໍ້ມູນ: ປະຊາຊົນ