ຂ່າວ ພາຍໃນປະເທດ

ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ)

ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເລີ່ມປະຕິບັດແຕ່ 9 ມີນາເປັນຕົ້ນໄປຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.​ນວ)​ ອອກແຈ້ງການເຖິງບັນດາຜູ້ຂັບຂີ່ລົດ ແລະ ແມ່ຄ້າຊາວຂາຍ ເລື່ອງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເພື່ອແກ້ໄຂຄວາມແອອັດສັບສົນບໍ່ເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງໜອງບອນ (ຕໍ່ໜ້າຕະຫຼາດໜອງຈັນ) ແຕ່ 4 ແຍກໄຟແດງສະຖານນີລົດເມ ຫາ 4 ແຍກໄຟແດງວັດທາດຝຸ່ນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ. ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.ນວ) ຂໍແຈ້ງມາຍັງບັນດາທ່ານຜູ້ຂັບຂີ່ລົດ ແລະ ຊາວຄ້າຂາຍທີ່ຈອດລົດລຽບຕາມແຄມເສັ້ນທາງໜອງບອນ ບໍລິເວນາຕະຫຼາດໜອງຈັນ ຊາບ ແລະ ປະຕິບັດດັ່ງນີ້: 1. ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ.ນວ, ເຈົ້າໜ້າທີ່ຕໍາຫລວດຈາກກອງບັນຊາການ ປກສ.ນວ; ໜ່ວຍງານສະເພາະກິດຈັດສັນ ເມືອງສີສັດຕະນາກ, ພະນັກງານບ້ານຫນອງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະຫນົນໜອງບອນ ແຕ່ວັນທີ 9 ມີນາ ເປັນຕົ້ນໄປ. ...

Read More »

ລັດຖະບານກູ້ເງິນ 10 ລ້ານໂດລາ ຈາກ ທະນາຄານໂລກ ເພື່ອໃຊ້ໃນວຽກງານຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19

ອີງຕາມການລາຍງານຂອງ ສູນຂ່າວສານການແພດສຸຂະສຶກສາ ວັນທີ 3 ມີນາ 2021 ທີ່ຜ່ານວ່າ: ລັດຖະບານລາວຈະເພີ່ມງົບປະມານ 10 ລ້ານ ໂດລາສະຫະລັດໃສ່ໂຄງການ ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ. ທັງນີ້, ງົບປະມານດັ່ງກ່າວແມ່ນງົບປະມານກູ້ຢືມດອກເບ້ຍຕໍ່າຈາກທະນາຄານໂລກ ເພື່ອຊຸກຍູ້ໃຫ້ປະຊາຊົນກຸ່ມສ່ຽງໄດ້ຮັບວັກຊີນໂຄວິດ-19. ໂຄງການນີ້ຈະສົ່ງຜົນກະທົບທາງບວກດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການປັບປຸງລະບົບການເຝົ້າລະວັງ, ຕິດຕາມ ແລະ ສະກັດກັ້ນພະຍາດ ໂຄວິດ-19 ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ທັງນີ້, ທາງໂຄງການໄດ້ເປີດຊ່ອງທາງຮັບຄໍາຄິດເຫັນເພື່ອປັບປຸງໂຄງການເຊິ່ງທ່ານ ສົ່ງຄຳຄິດເຫັນຂອງທ່ານໄດ້ກ່ອນວັນທີ 19 ມີນາ 2021 ຜ່ານອີເມວ [email protected] ແລະ ຜ່ານຂໍ້ຄວາມເບີໂທ ວອດແອັບ :+856 20 55227775 ; +8562055989225 ແຫຼ່ງທີ່ມາ: https://fb.watch/45fnBVu1aL/

Read More »

ສະຫະພັນແມ່ຍິງ ຫສນຍ ສະຫຼຸບການເຄື່ອນໄຫວວຽກງານແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ໃນຕອນເຊົ້າ ຂອງວັນທີ 05 ມີນາ 2021 ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 – 8 ມີນາ 2021) ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນ, ໂດຍໃຫ້ກຽດເຂົ້າ ຮ່ວມ ແລະ ເປັນປະທານຂອງ ສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກສະຫະພັນແມ່ຍິງ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກ ງານແມ່ຍິງ ແລະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຜ່ານແຜນການເຄື່ອນໄຫວວຽກງານ ແລະ ເປີດຂະບວນການແຂ່ງຂັນວຽກງານ 3 ດີ ...

Read More »

ສະພາແຫ່ງຊາດມອບຫຼຽນກາ ທີ່ລະນຶກ 45 ປີ ໃຫ້ແກ່ ອະດີດສະມາຊິກສະພາປະຊາຊົນສູງສຸດ ຊຸດທໍາອິດ ຂອງ ສປປ ລາວ

  ຕອນບ່າຍຂອງວັນທີ 5 ມີນາ 2021 ທີ່ຜ່ານມາ ຄະນະຈັດຕັ້ງຈາກສະພາແຫ່ງຊາດ ໄດ້ມອບຫຼຽນກາທີ່ລະນຶກ ສະມາຊິກສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 45 ປີ ໃຫ້ແກ່ ທ່ານ ພາ ວົງໄຊ (ພະຍາ ພັທນະທັມມະພິທັກ) ທີ່ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ. ດ້ວຍຜົນງານທີ່ພົ້ນເດັ່ນປະກອບຊ່ວຍສະໄໜຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ ແມ່ນໄລຍະທີ່ຜູ້ນໍາທັງ 16 ທ່ານ ຖືກຄັງຄຸກໂພນເຄັງ ທ່ານໄດ້ເປັນຫົວໜ້າສານວຽງຈັນ ແລະ ເປັນຫົວໜ້າສືບສວນສອບສວນເພື່ອເອົາຄວາມຜິດຂອງຜູ້ນໍາດັ່ງກ່າວ, ດ້ວຍຄວາມຮັກຊາດ ແລະ ຄວາມເຫັນດີເຮັດຕາມຄວາມຖືກຕ້ອງເປັນທໍາ ທ່ານກໍໄດ້ແກ່ເວລາຍືດເຍື້ອເພື່ອເອົາເຫດເອົາຜົນ ແລະ ສຸດທ້າຍທ່ານຜູ້ນໍາເຮົາກໍໄດ້ໂຕນອອກຈາກຄຸກໄດ້ຢ່າງປອດໄພ ແລະ ນອກຈາກນັ້ນ,​ ກໍໄດ້ຊ່ວຍໃນຫຼາຍດ້ານໃຫ້ແກ່ການປະຕິວັດຂອງພວກເຮົາພາຍຫຼັງກໍໄດ້ຖືກແຕ່ງຕັ້ງເປັນມົນຕີກະຊວງການເມືອງ ແລະ ກໍເປັນສະມາຊິກສະພາແຫ່ງຊາດຊຸດທໍາອິດ ທີ່ປະກອບສ່ວນໃນການສ້າງລັດຖະທໍາມະນູນກົດໜາຍຂອງລາວເຮົາ ເພາະທ່ານເປັນຜູ້ຮູ້ໃນເລື່ອງຂອງກົດໜາຍດີ.​ ມອບຫຼຽນທີ່ລະນຶກອັນຊົງກຽດໃນຄັ້ງນີ້ ນໍາພາໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາທິການສະພາແຫ່ງຊາດ, ພ້ອມດ້ວຍຄະນະ ຢູ່ທີ່ ຕຶກ ເຄຊີ (K&C) ນະຄອນຫຼວງວຽງຈັນ, ຕາງໜ້າຮັບ ໂດຍທ່ານ ...

Read More »

ເລີ່ມແລ້ວ!!!ເທສະການປຶ້ມອ່ານ ສົ່ງເສີມຄວາມຮູ້ ສູ່ປັນຍາ ທີ່ສະໂມສອນໃຫຍ່ ມຊ

ເພື່ອເປັນການສະເຫຼີມສະຫຼອງວັນອ່ານໂລກ (4 ມີນາ) ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ), ໂດຍສະເພາະແມ່ນເພື່ອທີ່ຈະເປັນສ່ວນໜຶ່ງໃນການປູກຝັງນິໄສມັກການອ່ານ ການຂຽນ ໃຫ້ແກ່ໄວໜຸ່ມລາວ ເພື່ອພວກເຂົາໄດ້ເຕີບໃຫຍ່ພ້ອມໆກັບຄວາມຮູ້ທີ່ກວ້າງຂວາງ, ມີຄວາມສາມາດທຽບເທົ່າກັບພາກພື້ນ ແລະ ສາກົນ. ໃນວັນທີ 4 ມີນາ 2021 ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບບໍລິສັດໂມນິວເມັນຈຳກັດ ແລະ ຮ້ານປຶ້ມດີບຸກ ໄດ້ຈັດງານເທສະການປຶ້ມອ່ານ ປະຈໍາປີ 2021 ຂຶ້ນ ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ. ເຂົ້າຮ່ວມເປີດງານໂດຍ ທ່ານ ປອ. ນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີ ຄະນະອັກສອນສາດ, ທ່ານ ສົມໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ, ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການບໍລິສັດ ໂມນີເມັນ, ພ້ອມດ້ວຍຄູອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ທ່ານ ສົມສະໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ ແລະ ທັງເປັນຜູ້ຮັບຜິດຊອບຈັດງານເທສະການປຶ້ມອ່ານປີ 2021 ໄດ້ກ່າວວ່າ: ການຈັດງານເທສະການປຶ້ມ (Book ...

Read More »

​ອອກມາແລ້ວ!​!! ຜົນຂອງການເລືອກຕັ້ງສສຊ ຊຸດທີ IX

​ອອກມາຜົນເລືອກຕັ້ງ!​ ສສຊ ຊຸດທີ IX ມີທັງໝົດ 164 ທ່ານ, ຍິງ 35 ທ່ານອີງຕາມການລາຍງານຜົນການສັງລວມຄະແນນ ຂອງການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 25 ກຸມພາ 2021 ຂອງຄະນະກໍາມະການເລືອກຕັ້ງແຂວງ, ນະຄອນຫຼວງ ໃນທົ່ວປະເທດ.ຄະນະກຳມະການເລືອກຕັ້ງລະດັບຊາດ ປະກາດແຈ້ງການກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຊຶ່ງມີຈຳນວນທັງໝົດ 164 ທ່ານ, ຍິງ 35 ທ່ານ ລາຍຊື່ລະອຽດໃນແຕ່ລະເຂດເລືອກຕັ້ງ ມີດັ່ງນີ້:

Read More »

ແຂວງຈຳປາສັກ ເລີ່ມວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມສ່ຽງ

ໃນວັນທີ 4 ມີນາ 2021 ໂຮງໝໍຈຳປາສັກ ໄດ້ເປີດກອງປະຊຸມຊີ້ແຈ້ງການໃຫ້ວັກແຊັງກັນພະຍາດ ໂຄວິດ-19 ແລະ ການສັກວັກແຊັງເຂັມທໍາອິດທີ່ແຂວງຈໍາປາສັກ ໄດ້ຈັດຂຶ້ນໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສາຍທອງ ໄຊຍະວົງ ຮອງເຈົ້າແຂວງ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ເຈົ້ານະຄອນປາກເຊ, ຫົວຫນ້າດ່ານສາກົນ, ຫົວໜ້າໂຮງຫມໍອ້ອມຂ້າງ, ພະນັກງານແພດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ດຣ. ກິດສະດາ ນໍລະແສງ ຕ່າງໜ້າຂະແໜງອະນາໄມສົ່ງເສີມສຸຂະພາບ ໄດ້ຂຶ້ນຊີ້ແຈງການໃຫ້ວັກແຊັງກັນພະຍາດໂຄວິດ-19 ໃຫ້ແກ່ຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນແຂວງກ່ຽວກັບທີ່ໄປທີ່ມາຂອງວັກແຊັງ ແລະ ຂໍດີຂໍ້ເສຍຂອງການສັກວັກແຊັງ. . ບຸກຄະລາກອນທີ່ຈະໄດ້ສັກວັກແຊັງກ່ອນຄື: ພະນັກງານແພດໝໍ, ພະນັກງານດ່ານກວດກາຄົນເຂົ້າເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງໃນການສຳຜັດກັບພະຍາດໂຄວິດ-19 ແລະ ພະນັກງານ, ນັກທຸລະກິດທີ່ຈະອອກໄປຕ່າງປະເທດ ເນື່ອງຈາກວ່າວັກແຊັງມີຈຳນວນຈຳກັດ ຈຶ່ງຈຳເປັນຕ້ອງສັກໃຫ້ບຸກຄະລາກອນ ແລະ ບຸກຄົນທີ່ມີຄວາມສ່ຽງສູງກ່ອນ. . ໃນຕອນທ້າຍ ທ່ານ ຮສ.ດຣ ພູທອນ ເມືອງປາກ ໄດ້ກ່າວໃຫ້ທິດຊີ້ນຳໃນການສັກຢາຕ້ານພະຍາດໂຄວິດ-19 ...

Read More »

ຂສລ ແລະ ບີເອັສເຄ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊ່ວຍເຫຼືອລ້າດ້ານວິຊາການໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ

ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ (ຂສລ) ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກການຊ່ວຍເຫຼືອລ້າ ດ້ານວິຊາການໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ (Credit Scoring) ໃນວັນທີ04 ມີນາ 2021 ຢູູ່ທີ່ຫ້ອງປະຊຸມກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການໃຫ້ກຽດເຂົົ້າຮ່ວມເປັນສັກຂີພິຍານຂອງທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທຫລ ແລະ ມີບັນດາຄະນະປະທານ, ຄະນະກົມ, ຄະນະອໍານວຍການກ່ຽວຂ້ອງຂອງທັງສອງພາກສ່ວນເຂົົ້າຮ່ວມ. ການລົງນາມໃນບົດບັນທຶກການຊ່ວຍເຫຼືອລ້າ ດ້ານວິຊາການໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ (Credit Scoring) ໃນຄັົ້ງນີົ້ຕາງໜ້າໂດຍ ທ່ານ ນາງ ວິນຄ າ ລຸນທອນ ຜູ້ອໍານວຍການໃຫຍ່ ບໍລິສັດ ຂສລ ແລະ ທ່ານ ດີລິບ ເຈສຸທາສັນ ຜູ້ອໍານວຍການ ບໍລິສັດ ບີເອສເຄ, ຮອງປະທານກຸ່ມບໍລິສັດ AIF ແລະ ການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອຂອງບຸກຄົນ (Credit Scoring) ກໍແມ່ນວຽກງານໜຶື່ງທີ່ສໍາຄັນ ...

Read More »

ຈີນສ້າງ 16 ເຂື່ອນ ແລະເກືອບ 80 ກິດຈະການດ້ານທໍລະນີສາດ-ແຮ່ທາດຢູ່ລາວ

ທ່ານ ດາວວົງ ພອນແກ້ວ, ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ເປີດເຜີຍຕໍ່ສື່ບໍ່ດົນມານີ້ວ່າ: ການລົງທຶນຂອງ ສປ ຈີນ ຢູ່ໃນຂົງເຂດການພັດທະນາດ້ານພະລັງງານຢູ່ ສປປ ລາວ ນັ້ນ,ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການລວມມີເຂື່ອນ 16 ແຫ່ງ ມີກຳລັງແຮງຕິດຕັ້ງ 2.256 ເມກາວັດ ໃນນັ້ນແຫ່ງມີກຳລັງແຮງຕິດຕັ້ງ 44% ຂອງການສະໜອງໄຟຟ້າພາຍໃນປະເທດ. ໃນໄລຍະທີ່ຜ່ານມາ, ນັກລົງທຶນຈາກ ສປ ຈີນ ໄດ້ເຂົ້າມາມີບົດບາດສຳຄັນໃນການຮ່ວມມືພັດທະນາວຽກງານພະລັງງານໄຟຟ້າທັງໃນຖານະເປັນຜູ້ສະໜອງທຶນ, ຜູ້ຮັບເໝົາ, ຜູ້ສະໜອງອຸປະກອນການຜະລິດໄຟຟ້າ, ຜູ້ດຳເນີນການສຶກສາອອກແບບ ແລະຄູ່ຮ່ວມທຸລະກິດ. ສ່ວນການລົງທຶນຂອງຜູ້ລົງທຶນຈາກ ສປ ຈີນ ຢູ່ໃນຂົງເຂດການພັດທະນາວຽກງານທໍລະນີສາດ-ແຮ່ທາດນັ້ນກໍຍັງແມ່ນການລົງທຶນທີ່ຢູ່ໃນອັນດັບຕົ້ນໆຂອງບັນດາປະ ເທດທີ່ມາລົງທຶນຢູ່ລາວຄືກັນກັບການລົງທຶນຢູ່ໃນຂົງເຂດການພັດທະນາວຽກງານພະລັງສານໄຟຟ້າ.ມາຮອດປະຈຸບັນນີ້, ມີນັກລົງທຶນຈາກ ສປ ຈີນ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ສປປ ລາວ ລົງ ທຶນເຂົ້າໃນການພັດທະນາດ້ານທໍລະນີສາດ-ບໍ່ແຮ່ຈຳນວນ 52 ບໍລິ ສັດ, ມີ 79 ກິດຈະການໃນນີ້: ຊອກຄົ້ນມີ 11 ກິດຈະການ, ສຳຫຼວດມີ 40 ກິດຈະການ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນມີ 28 ...

Read More »

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ມີນາ 2021 ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານ ຕິດພັນກັບການຍົກສູງຄວາມເປັນເຈົ້າການ ຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫລວງ ໃນການຫັນມະຕິກອງປະຊຸມ ...

Read More »