ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ)

ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເລີ່ມປະຕິບັດແຕ່ 9 ມີນາເປັນຕົ້ນໄປຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.​ນວ)​ ອອກແຈ້ງການເຖິງບັນດາຜູ້ຂັບຂີ່ລົດ ແລະ ແມ່ຄ້າຊາວຂາຍ ເລື່ອງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເພື່ອແກ້ໄຂຄວາມແອອັດສັບສົນບໍ່ເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງໜອງບອນ (ຕໍ່ໜ້າຕະຫຼາດໜອງຈັນ) ແຕ່ 4 ແຍກໄຟແດງສະຖານນີລົດເມ ຫາ 4 ແຍກໄຟແດງວັດທາດຝຸ່ນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ. ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.ນວ) ຂໍແຈ້ງມາຍັງບັນດາທ່ານຜູ້ຂັບຂີ່ລົດ ແລະ ຊາວຄ້າຂາຍທີ່ຈອດລົດລຽບຕາມແຄມເສັ້ນທາງໜອງບອນ ບໍລິເວນາຕະຫຼາດໜອງຈັນ ຊາບ ແລະ ປະຕິບັດດັ່ງນີ້:

1. ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ.ນວ, ເຈົ້າໜ້າທີ່ຕໍາຫລວດຈາກກອງບັນຊາການ ປກສ.ນວ; ໜ່ວຍງານສະເພາະກິດຈັດສັນ ເມືອງສີສັດຕະນາກ, ພະນັກງານບ້ານຫນອງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະຫນົນໜອງບອນ ແຕ່ວັນທີ 9 ມີນາ ເປັນຕົ້ນໄປ.

2. ຫ້າມບໍ່ໃຫ້ລົດທຸກຊະນິດ ຈອດຢູ່ເສັ້ນທາງໜອງບອນ ແຕ່ໄຟແດງສະຖານນີລົດເມ ຫາໄຟແດງວັດທາດຝຸ່ນເບື້ອງຕະຫລາດຫນອງຈັນ ໃນວັນລັດຖະການ (ວັນຈັນ ຫາ ວັນສຸກ) ແຕ່ເວລາ 7:00 ໂມງເຊົ້າ ຫາ 17:00 ໂມງແລງ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 9 ເດືອນ ມີນາ (3) ປີ 2021 ນີ້ ເປັນຕົ້ນໄປ,

3. ຖ້າທ່ານໃດລະເມີດຈະຖືກເຈົ້າໜ້າທີ່ ປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງທີ່ໄດ້ກໍານົດໄວ. ດັ່ງນັ້ນ, ຈົ່ງແຈ້ງມາຍັງບັນດາທ່ານ ນັກຂັບຂີ່ ແລະ ແມ່ຄ້າຊາວຂາຍຊາບທົ່ວເຖິງກັນ ແລະ ປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດ.

ไม่มีคำอธิบายรูปภาพ

Comments