ສະຫະພັນແມ່ຍິງ ຫສນຍ ສະຫຼຸບການເຄື່ອນໄຫວວຽກງານແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ໃນຕອນເຊົ້າ ຂອງວັນທີ 05 ມີນາ 2021 ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 – 8 ມີນາ 2021) ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນ, ໂດຍໃຫ້ກຽດເຂົ້າ ຮ່ວມ ແລະ ເປັນປະທານຂອງ ສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກສະຫະພັນແມ່ຍິງ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังนั่ง และดอกไม้

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກ ງານແມ່ຍິງ ແລະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຜ່ານແຜນການເຄື່ອນໄຫວວຽກງານ ແລະ ເປີດຂະບວນການແຂ່ງຂັນວຽກງານ 3 ດີ ປະຈຳປີ 2021 ຂອງສະຫະພັນແມ່ຍິງ ຫສນຍ ພ້ອມທັງ ຮັບຟັງການຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ.

อาจเป็นรูปภาพของ 8 คน และผู้คนกำลังยืน

ຜ່ານການຕີລາຄາການເຄື່ອນໄຫວວຽກງານແມ່ຍິງ ປີ 2020 ເຫັນວ່າ ເອື້ອຍນ້ອງແມ່ຍິງທົ່ວ ຫສນຍ ສາມາດຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວໄດ້ເປັນຢ່າງດີ ໂດຍສະເພາະ ມູນເຊື້ອດຸໝັ່ນ, ອົດທົນ, ມີິນໍ້າໃຈເອື້ອເຟື້ອເພື່ອແຜ່, ມີຄວາມເສຍສະຫຼະ, ມີຄວາມຮັບຜິດຊອບ, ມີຄວາມສາມັກຄີ, ມີຄວາມຈິງໃຈ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ທັງສາມາດຮັກສາໄດ້ ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງແມ່ຍິງລາວບັນ ດາ ເຜົ່າ; ພ້ອມດຽວກັນນັ້ນ, ກໍ່ໄດ້ປະ ກອບສ່ວນເຂົ້າໃນການປະຕິບັດໜ້າທີ່, ພາລະບົດບາດ ຂອງຕົນດ້ວຍຄວາມຮັບຜິດ ຊອບສູງ ແລະ ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະ ການເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ;

ไม่มีคำอธิบายรูปภาพ

ນອກຈາກນັ້ນ, ກໍ່ຍັງໄດ້ເອົາໃຈໃສ່ຍົກສູງບົດບາດຍິງ-ຊາຍ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງເອື້ອຍນ້ອງແມ່ຍິງ ໃຫ້ນັບສູງຂຶ້ນເປັນກ້າວໆ.ສຳລັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະມາຊິກແມ່ຍິງ ຫສນຍ ປີ 2020 ຈາກສະມາຊິກສະຫະພັນແມ່ຍິງທັງໝົດ 129 ສະຫາຍ, ສາມາດຕີລາຄາປະເມີນຜົນ ແລະ ຄັດເລືອກໄດ້ ແມ່ຍິງ 3 ດີ ປະເພດ I ມີ 127 ສະຫາຍ, ປະເພດ II ມີ 2 ສະຫາຍ. ສ່ວນການຫວນຄືນມູນເຊື້ອວັນແມ່ຍິງສາກົນ, ທ່ານ ນາງ ບຸນໜັກ ຫຼວງລາດ, ປະທານສະຫະ ພັນແມ່ຍິງ ຫສນຍ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນແມ່ຍິງສາກົນ, ພ້ອມທັງ ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການປະກອບສ່ວນສຳຄັນຂອງແມ່ຍິງລາວ ໂດຍສະເພາະ ການຍົກສູງຖານະບົດບາດ ແລະ ການມີສ່ວນຮ່ວມຂອງແມ່ຍິງ ເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ທັງໃນອະດີດ ກໍ່ຄື ປະຈຸບັນ ເຊິ່ງລ້ວນແລ້ວແຕ່ໄດ້ປະກອບສ່ວນອັນສຳຄັນ ແລະ ໃຫຍ່ຫຼວງ, ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ, ຊື່ສຽງ ແລະ ຖານະບົດບາດຂອງ ສປປ ລາວ ນັບມື້ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

อาจเป็นรูปภาพของ 9 คน และผู้คนกำลังยืน

ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ຊີ້ນຳ ຂອງສະຫາຍ ຄຳເຈນ ວົງໂພສີ, ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສະຫະພັນແມ່ຍິງ ຫສນຍ ສາມາດຍາດມາໄດ້ໃນໄລຍະ 1 ປີຜ່ານມາ ພ້ອມທັງ ເນັ້້ນໜັກໃຫ້ສະຫະພັນແມ່ຍິງ ຫສນຍ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ລັດ ກໍ່ຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ດ້ວຍຄວາມຮັບຜິດຊອບສູງ; ເພີ່ມທະວີການປະຕິບັດໜ້າທີ່ ເປັນເສນາທິການໃຫ້ແກ່ການນຳແຕ່ລະຂັ້ນ ໂດຍສະເພາະ ການປະຕິບັດຄຳຂວັນ 3 ດີ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ເອົາໃຈໃສ່ປະຕິບັດວຽກງານຄຽງບ່າຄຽງໄຫຼ ກັບອ້າຍນ້ອງເພດຊາຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງ ຫສນຍ ໃຫ້ໄດ້ຮັບຜົນດີ ຕາມແຜນທີ່ກຳນົດໄວ້; ເພີ່ມທະວີການພັດທະນາຕົນເອງໃນທຸກດ້ານ ແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມກ້າຫານ ເພື່ອສ້າງໃຫ້ພະນັກງານເພດຍິງ ໄດ້ມີບົດບາດໃນການນຳພາຄຸ້ມຄອງ ແລະ ສາມາດເຂົ້າຮ່ວມ ການຕັດສິນບັນຫາຢູ່ໃນຂັ້ນຕ່າງໆ; ສືບຕໍ່ຫັນປ່ຽນແນວຄິດຈິດຕະນາການແບບຈົ່ງຈ່ຽມ; ເອົາໃຈໃສ່ລົງໃກ້ຊິດຕິດແທດກັບ ສະມາຊິກສະຫະພັນແມ່ຍິງ ຢູ່ແຕ່ລະໜ່ວຍ ເພື່ອນຳພາ, ຕິດຕາມ, ຊຸກຍູ້ຂະບວນການເຄື່ອນໄຫວວຽກງານໃຫ້ມີຂະບວນຟົດຟື້ນ ບົນພື້ນຖານການກຳນົດແຜນກໍ່ສ້າງພະນັກງານເພດຍິງ ໃນຕໍ່ໜ້າ ແລະ ເປັນເຈົ້າການສະເໜີຕໍ່ຄະນະພັກ ເພື່ອສະເໜີຍ້ອງຍໍ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານ ຕາມຄວາມເໝາະສົມ; ພ້ອມກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ປະກອບສ່ວນ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VIII ໃຫ້ມີຜົນສຳເລັດ ຢ່າງຈົບງາມ.

อาจเป็นรูปภาพของ 6 คน, ผู้คนกำลังยืน และสถานที่ในร่ม

ພາບ-ຂ່າວ: ສະຫະພັນແມ່ຍິງ ຫສນຍ

Comments