ຂ່າວ ພາຍໃນປະເທດ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ ສ.ເກົາຫລີ ປະຈຳລາວ ຄົນໃໝ່

ໃນວັນທີ 15 ມີນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິມ ມູຮົງ (IM Moo hong), ໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ ຄົນໃໝ່.ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ອິມ ມູຮົງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສ.ເກົາ ຫລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດໄລຍະ 25 ປີ ຜ່ານມາ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ...

Read More »

ຄະນະກໍາມະການເລືອກຕັ້ງລະດັບຊາດ ສະຫລຸບຖອດຖອນບົດຮຽນ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II

ຄະນະກໍາມະການເລືອກຕັ້ງລະດັບຊາດ ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນຕອນເຊົ້າວັນທີ 15 ມິນາ 2021 ທີ່ຫໍປະຊຸມແຫ່ງຊາດ ຫລັກຫົກ ນະຄອນຫລວງງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງ ຊາດ, ປະທານຄະນະກໍາມະການເລືອກຕັງລະດັບຊາດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາ, ຖອດຖອນບົດຮຽນກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງ ສສ ຊຸດທີ IX ສສຂ ຊຸດທີ II ທີ່ຈັດຂຶ້ນໃນວັນທີ 21 ກຸມພາຜ່ານມາ, ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງໃນຄັ້ງນີ້ ເພື່ອເປັນບົດຮຽນໃຫ້ແກ່ການເລືອກຕັ້ງຄັ້ງຕໍ່ໄປໃນອີກ 5 ປີຕໍ່ໜ້າ. ໃນໂອກາດນີ້ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະ ການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ປະຈຳການຄະນະປະຈຳການ ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຂຶ້ນຜ່ານບົດສະຫຼຸບການກະກຽມ ແລະ ດຳເນີນການເລືອກຕັ້ງ ສສ ຊຸດທີ IX ແລະ ສສຂ ...

Read More »

ກອງປະຊຸມທາງໄກລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ

ກອງປະຊຸມທາງໄກລັດຖະມົນຕີຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ພາຍໃຕ້ຫົວຂໍ້: “ອາຊຽນ: ປະຊາຄົມດີຈີຕອນ ເຂົ້າເຖິງທຸກຄົນ” ໄດ້ຈັດຂຶ້ນໃນວັນ ທີ 12 ມີນາ 2021, ທີ່ສໍານັກງານໜັງສືພິມພາສາຕ່າງປະເທດ, ນະຄອນ ຫຼວງວຽງຈັນ. ກອງປະຊຸມ ໄດ້ຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການ ກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມ ທາງດ້ານດີຈີຕອນຂອງພົນລະ ເມືອງອາຊຽນ”. ເຂົ້າຮ່ວມກອງປະຊຸມ, ຄະນະຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸຊາ ນາກາໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ຣາຊອະນາຈັກໄທ, ປະທານກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ, ມີບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວອາຊຽນ, ມີທ່ານ ດາໂຕະ ລິມ ຈອກ ...

Read More »

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ແລ້ວ

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ເຂັມທໍາອິດ ໃນລະຫວ່າງວັນທີ 9-14 ມີນາ ແລະ ຈະສັກເຂັມທີ 2 ພາຍໃນເດືອນເມສາ 2021 ໂດຍກໍານົດສັກຢູ່ໂຮງໝໍສູນ ກາງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ. ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະ ຄອນຫລວງວຽງຈັນ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 58.600 ໂດສ ຈາກການແບ່ງປັນຂອງຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈາກທັງໝົດ 3 ແສນໂດສ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ ໂດຍໄດ້ແຈກຢາຍໃຫ້ 9 ເມືອງໃນນະຄອນຫລວງວຽງຈັນ ສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ຄື: ພະນັກງານແພດໝໍທີ່ສຳຜັດ ຫລື ໃກ້ຄຽງກັບຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ເຮັດວຽກຢູ່ຕາມດ່ານສາກົນ ແລະ ຜູ້ທີ່ເຮັດວຽກຢູ່ສູນຈຳ ກັດບໍລິເວນຂອງແຮງງານທີ່ເດີນທາງມາຈາກຕ່າງປະເທດ. ນອກຈາກນີ້ ຍັງຈະສັກໃຫ້ຄະນະສະເພາະກິດຂັ້ນບ້ານ ໂດຍສະເພາະບັນດາບ້ານທີ່ຢູ່ລຽບຕາມຊາຍແດນກັບປະ ເທດໃກ້ຄຽງຕື່ມອີກ. ຫົວຫນ້າພະແນກສາທາລະນະສຸກນະຄອນຫລວງວຽງ ຈັນ ຍັງໄດ້ຮຽກຮ້ອງໃຫ້ກຸ່ມເປົ້າໝາຍໃນການສັກວັກຊິນໃນຄັ້ງນີ້ຢູ່ທັງ 9 ເມືອງພາຍໃນນະຄອນຫລວງວຽງຈັນ ...

Read More »

ຫໍສະພາແຫ່ງຊາດຫຼັງໃໝ່ສຳເລັດເກືອບ 100% ແລະ ພ້ອມຈັດພິທີທາງສາສະໜາຂຶ້ນນຳໃຊ້

ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ທີ່ຜ່ານມາ ເຊິ່ງກົງກັບມື້ແຮມ 13 ຄ່ຳເດືອນ4 ພສ 2563 ສະພາແຫ່ງຊາດ ໄດ້ຈັດພິທີທາງສາສະໜາ ຂຶ້ນຫໍສະພາແຫ່ງຊາດຫຼັງໃໝ່ ພາຍຫຼັງກໍ່ສ້າງມາແຕ່ປີ 2017 ມາຮອດປັຈຸບັນແມ່ນສຳເລັດເກືອບ 100% ຍັງເຫຼືອພຽງວຽກເກັບລາຍລະອຽດບາງເທົ່ານັ້ນ. ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ຂອງລາວຫຼັງໃໝ່ແມ່ນໄດ້ອອກແບບເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ; ມີຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງບໍລິຫານ, ບໍລິການຮັບໃຊ້ ແລະ ລະບົບຄວາມປອດໄພທີ່ໄດ້ມາດຕະຖານ, ໃນນັ້ນ ທັງໝົດອາຄານ ສາມາດບັນຈຸໄດ້ 800-1.000 ຄົນ, ສະເພາະຫ້ອງປະຊຸມສະພາແຫ່ງຊາດ ສາມາດບັນຈຸໄດ້ 433 ຄົນ. ເປັນອາຄານທີ່ມີຄວາມສວຍງາມ, ແຂງແຮງ ສາມາດນຳໃຊ້ໄດ້ຍາວນານ; ມີລວດລາຍ-ດວງດອກ ທີ່ເປັນເອກະລັກ ທາງດ້ານສິລະປະວັດທະນະທຳຂອງລາວ ປະສົມປະສານກັບຄວາມທັນສະໄໝ ຂອງຍຸກສະໄໝ; ເປັນເອກະລັກສະເພາະ ຂອງສະພາແຫ່ງຊາດ, ມີຄວາມແຕກຕ່າງກັບຕຶກອາຄານສຳນັກງານອື່ນໆ. ເຊິ່ງຫໍສະພາແຫ່ງຊາດຫຼັງໃໝ່ນີ້ ແມ່ນໄດ້ວາງສີລາລຶກກໍ່ສ້າງ ໃນເມື່ອວັນທີ 1 ພະຈິກ ...

Read More »

ແຂວງຊຽງຂວາງ ເລີ່ມສັກວັກຊີນ ຕ້ານໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງແລ້ວ

ແຫລ່ງຂ່າວຈາກແຂວງຊຽງຂວາງໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງຊຽງຂວາງ ສັກຢາຕ້ານພະຍາດໂຄວິດ-19 ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນຳ ແຂວງ, ບັນດາເປົ້າໝາຍທີ່ມີຄວາມສ່ຽງເຂົ້າຮ່ວມສັກຢາວັກຊີນ,ທ່ານນາງ ສຸລິວັນ ແກ້ວມະນີວົງ ຫົວໜ້າສັກຢາກັນພະຍາດແຂວງ ໄດ້ໃຫ້ຂໍ້ມູນວ່າ: ຢາວັກຊີນທີ່ສັກກັນພະຍາດໂຄວິດ-19 ມີຊື່ວ່າ ຊີໂນຟາມ ເຊິ່ງເປັນຢາທີ່ໄດ້ຮັບຈາກການຊ່ວຍເຫລືອຈາກ ສປ ຈີນ, ເຊິ່ງເປົ້າໝາຍສັກຢາວັກຊີນຄັ້ງນີ້ປະກອບມີ ພະນັກງານແພດໝໍໂຮງໝໍແຂວງ, ພະແນກສາທາລະ ນະສຸກ, ໂຮງໝໍບໍລິເວນ 101, ການນຳແຂວງ, ຫ້ອງວ່າການແຂວງ, ພະແນກການຕ່າງປະເທດ, ກອງບັນຊາການ ປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫົງບ, ພະນັກງານປະຈຳສູນກັກກັນ, ພະນັກງານໂຮງແຮມ, ບ້ານພັກທີ່ເຮັດເປັນສູນກັກກັນ, ພະນັກງານດ່ານ, ການບິນລາວ, ລາວສະກາຍເວ, ບັນດາທະນາຄານ, ກອງພັນໃຫຍ່ 702, ສະພາປະຊາຊົນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກກະສິກຳ, ໄອຍະການ ແລະ ສານປະຊາຊົນ, ພະນັກງານ-ລັດຖະກອນ 7 ເມືອງຂອງແຂວງ, ພະນັກງານ ແລະ ...

Read More »

ໂຮງຮຽນ ນານາຊາດ ວຽງຈັນ (VIS) ຮ່ວມກັບ ທະນາຄານລາວ – ຝຣັ່ງ (BFL) ສ້າງໂອກາດເພື່ອການພັດທະນາສູນກາງການຮຽນຮູ້ ຢູ່ໃນສປປ ລາວດ້ວຍໂຄງການປັບປຸງພື້ນທີ່ຂອງໂຮງຮຽນ (Campus Gateway)

ທະນາຄານລາວ – ຝຣັ່ງ (BFL) ໃຫ້ທຶນກູ້ຢືມແກ່ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດ ວຽງຈັນ (VIS) ເຊິ່ງລວມມີ:  ສູນສິລະປະ ການສະແດງ, ສູນອອກກໍາລັງກາຍ ແລະ ເປັນບ່ອນພົບປະສັງສັນແຫ່ງໃໝ່ ໃຫ້ກັບໂຮງຮຽນ ແລະ ຊຸມຊົນໃນທ້ອງຖິ່ນ. ທີ່ນະຄອນຫຼວງວຽງຈັນ, ໃນເດືອນ ກຸມພາ 2021 ທີ່ຜ່ານມາ – BFL ແລະ VIS ໄດ້ສະເຫຼີມສະຫຼອງການຮ່ວມມື ແລະ ການເລີ່ມຕົ້ນໂຄງການ ປັບປຸງພື້ນທີ່ ຂອງໂຮງຮຽນ ດ້ວຍການຈັດພິທີຖະແຫລ່ງຂ່າວ ເປີດຕົວໂຄງການປັບປຸງພື້ນທີ່ ຂອງໂຮງຮຽນ ໃນ ວັນທີ 03 ມີນາ 2021 ຢູ່ທີ່ VIS ໂດຍການເປັນກຽດເຂົ້າຮ່ວມງານ ຂອງບັນດາຄູ່ຮ່ວມສັນຍາ, ຕ່າງໜ້າຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ, ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ ລາວ, ບັນດາສື່ມວນຊົນ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຮູ້ຂໍ້ມູນລະອຽດ ຂອງໂຄງການດັ່ງກ່າວ.  ຄາດຄະເນວ່າ ໂຄງການດັ່ງກ່າວ ຈະສໍາເລັດກ່ອນໃນວັນທີ 14 ມິຖຸນາ 2022 ...

Read More »

ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ

ໃນຕອນເຊົ້າຂອງວັນທີ 10 ມີນາ 2021, ທີ່ ສຳນັກງານນາຍົກລັດຖະມົນຕີ, ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ຫງວຽນ ຊວັນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ. ໃນໂອກາດນີ້, ພະນະທ່ານ ນາຍົກລົດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້, ຊຶ່ງເປັນກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາໃນຊ່ວງໄລຍະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກຂອງບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ...

Read More »

ແຂວງຫຼວງນໍ້າທາ ເປີດຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ – 19​ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ

ວັນທີ 9 ມີນາ 2021 ຢູ່ທີ່ໂຮງໝໍແຂວງຫຼວງນໍ້າທາໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ – 19 ເຂັມທໍາອິດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 , ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ຂັ້ນແຂວງ , ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະສະເພາະກິດຂັ້ນແຂວງ,ພະນັກງານແພດໝໍ, ບຸກຄະລາກອນທີ່ມີຄວາມສ່ຽງ, ພະນັກງານທີ່ເຮັດວຽກຢູ່ດ່ານເຂົ້າ-ອອກປະເທດ,ພະນັກງານອໍານວຍຄວາມສະດວກຢູ່ຈຸດຈໍາກັດບໍລິເວນເຂົ້າຮ່ວມ. ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ການສັກວັກຊິນປ້ອງກັນພະຍາດໂຄວິດ – 19 ໄດ້ແບ່ງອອກເປັນ 3 ກຸ່ມເປົ້າໝາຍ ເຊີ່ງກຸ່ມທີ 1 ແມ່ນ ກຸ່ມບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນ ປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດ ຄັ້ງນີ້ປະກອບມີ: ຄະນະນໍາຂອງແຂວງ, ເມືອງ, ພະນັກງານພະນັກງານແພດ-ໝໍ,ບັນດາຜູ້ໃຫ້ບໍລິການນັກທ່ອງທ່ຽວເຈົ້າຂອງເຮືອນ ພັກ,ໂຮງ ແຮມ,ຮ້ານອາຫານ,ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານດ່ານສາກົນຕ່າງໆ ກຸ່ມທີ 2 ແມ່ນພາກສ່ວນທີ່ຢູ່ໃນຂອບເຂດທີ່ມີຄວາມສຽ່ງໜ້ອຍ ແລະ ຈະເລີ່ມຈັດຕັ້ງປະຕິບັດສັກວັກຊິນໃນວັນທີ ...

Read More »

ແຈ້ງເຕືອນ!!! ຈະມີຝົນຕົກຟ້າຮ້ອງ ແລະ ລົມພັດແຮງ ໃນໄລຍະວັນທີ 11-14 ມີນາ 2021

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານວ່າ: ໃນໄລຍະຕົ້ນ ຫາ ກາງອາທິດ ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍໃນເຂດພາກເໜືອ ແລະ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ, ສ່ວນພາກໃຕ້ອາກາດຮ້ອນໃນໄລຍະກາງຫາທ້າຍອາທິດ ມວນອາກາດຮ້ອນຈະປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນອົບເອົ້າໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງຄຳເຕືອນ, ເພື່ອເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມແລະລົມພັດແຮງ: ໃນໄລຍະວັນທີ 11-14 ມີນາ 2021 ມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ

Read More »