ສະພາແຫ່ງຊາດມອບຫຼຽນກາ ທີ່ລະນຶກ 45 ປີ ໃຫ້ແກ່ ອະດີດສະມາຊິກສະພາປະຊາຊົນສູງສຸດ ຊຸດທໍາອິດ ຂອງ ສປປ ລາວ

  ຕອນບ່າຍຂອງວັນທີ 5 ມີນາ 2021 ທີ່ຜ່ານມາ ຄະນະຈັດຕັ້ງຈາກສະພາແຫ່ງຊາດ ໄດ້ມອບຫຼຽນກາທີ່ລະນຶກ ສະມາຊິກສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 45 ປີ ໃຫ້ແກ່ ທ່ານ ພາ ວົງໄຊ (ພະຍາ ພັທນະທັມມະພິທັກ) ທີ່ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ.

ດ້ວຍຜົນງານທີ່ພົ້ນເດັ່ນປະກອບຊ່ວຍສະໄໜຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ ແມ່ນໄລຍະທີ່ຜູ້ນໍາທັງ 16 ທ່ານ ຖືກຄັງຄຸກໂພນເຄັງ ທ່ານໄດ້ເປັນຫົວໜ້າສານວຽງຈັນ ແລະ ເປັນຫົວໜ້າສືບສວນສອບສວນເພື່ອເອົາຄວາມຜິດຂອງຜູ້ນໍາດັ່ງກ່າວ, ດ້ວຍຄວາມຮັກຊາດ ແລະ ຄວາມເຫັນດີເຮັດຕາມຄວາມຖືກຕ້ອງເປັນທໍາ ທ່ານກໍໄດ້ແກ່ເວລາຍືດເຍື້ອເພື່ອເອົາເຫດເອົາຜົນ ແລະ ສຸດທ້າຍທ່ານຜູ້ນໍາເຮົາກໍໄດ້ໂຕນອອກຈາກຄຸກໄດ້ຢ່າງປອດໄພ ແລະ ນອກຈາກນັ້ນ,​ ກໍໄດ້ຊ່ວຍໃນຫຼາຍດ້ານໃຫ້ແກ່ການປະຕິວັດຂອງພວກເຮົາພາຍຫຼັງກໍໄດ້ຖືກແຕ່ງຕັ້ງເປັນມົນຕີກະຊວງການເມືອງ ແລະ ກໍເປັນສະມາຊິກສະພາແຫ່ງຊາດຊຸດທໍາອິດ ທີ່ປະກອບສ່ວນໃນການສ້າງລັດຖະທໍາມະນູນກົດໜາຍຂອງລາວເຮົາ ເພາະທ່ານເປັນຜູ້ຮູ້ໃນເລື່ອງຂອງກົດໜາຍດີ.​

ມອບຫຼຽນທີ່ລະນຶກອັນຊົງກຽດໃນຄັ້ງນີ້ ນໍາພາໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາທິການສະພາແຫ່ງຊາດ, ພ້ອມດ້ວຍຄະນະ ຢູ່ທີ່ ຕຶກ ເຄຊີ (K&C) ນະຄອນຫຼວງວຽງຈັນ, ຕາງໜ້າຮັບ ໂດຍທ່ານ ກິດສະໜາ ວົງໄຊ (ເຊິ່ງເປັນລູກຊາຍຂອງທ່ານ ພາ ວົງໄຊ) ພ້ອມດ້ວຍລູກຫຼານຂອງທ່ານເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ກິດສະໜາ ວົງໄຊ ໄດ້ກ່າວວ່າ: ການຮັບຫຼຽນໃນຄັ້ງນີ້ ແມ່ນເປັນກຽດໃຫ້ແກ່ວົງຕະກຸນລູກຫຼານຂອງພໍ່ ພາ ວົງໄຊ ແລະ ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການນໍາພັກລັດ ທີ່ຍາມໃດກໍຍັງເຫັນຄວາມສໍາຄັນ ແລະ ໃຫ້ກຽດແກ່ຜູ້ທີ່ໄດ້ປະກອບສ່ວນໃນຂະບວນການກູ້ຊາດ ແລະ ການສ້າງສາປະເທດຊາດ, ເຖິງແມ່ນວ່າ ທ່ານ ພາ ວົງໄຊ ເພິ່ນໄດ້ຢູ່ໃນວຽງຈັນເຮັດວຽກໃນລະບອບເກົ່າ ແຕ່ກໍໄດ້ມີການເຄື່ອນໄຫວ ແລະ ຊ່ວຍເຫຼືອການຕໍ່ສູ້ກູ້ຊາດ ຂອງແນວລາວຮັກຊາດຂອງພວກເຮົາ ແລະ ເປັນກຽດທີ່ສຸດໃຫ້ແກ່ຄອບຄົວຂອງຂ້າພະເຈົ້າ.

Comments