ຂ່າວ ພາຍໃນປະເທດ

ລາວ ໄດ້ຮັບວັກຊິນ ກັນໂຄວິດ-19 ຈຳນວນ 480.000 ໂດສ ຈາກການຊ່ວຍເຫຼືອຂອງ COCAX Facility

ໃນວັນທີ 20 ມີນາ 2021 ສປປ ລາວ ໄດ້ຮັບວັກຊິນກັນໂຄວິດ-19 ຈາກໂຄງການ “ການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COCAX Facility)” ໂດຍການຮ່ວມມືລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກຳ ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການ ກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ຕາງໜ້າຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ພ້ອມດ້ວຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ  ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ລາວ  ທ່ານ ດຣ. ມາກ ຈາຄອບ, ຜູ້ຕາງໜ້າອົງການ ​ອະ​ນາ​ໄມ​ໂລກ ປະຈຳ ສປປ ລາວ; ທ່ານນ່າງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການ ຢູນິເຊັບ ...

Read More »

ເປີດໂຕຢ່າງຍິ່ງໃຫຍ່!!! ບໍລິສັດ ເບສ ເທເລຄອມ ຈໍາກັດ

ບໍລິສັດ ເບສ ເທເລຄອມ ຈໍາກັດ ໄດ້ເປີດໂຕຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 19 ມີນາ 20201 ຜ່ານມາ, ທີ່ໂຮງແຮມລາວພລາຊາ. ໂດຍການເປັນປະທານຂອງທ່ານ ທ່ານ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກະຊວງປ້ອງກັນປະເທດ, ປະທານ ສະພາບໍລິຫານ ບໍລິສັດ ເບສ ເທເລຄອມ ຈໍາກັດ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ, ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ AIF Group, ມີທ່ານ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕິີ ກະຊວງການເງິນ, ພ້ອມດ້ວຍ ລັດຖະມົນຕີ, ຮອງລັດຖະມົນ, ກົມໃຫຍ່, ຄະນະພະແນກຈາກກະຊວງ ທີ່ກ່ຽວຂ້ອງ, ຕາງໜ້າຜູ້ບໍລິຫານ ບໍລິສັດໂທລະຄົມ, ກຸ່ມບໍລິສັດ AIF ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ...

Read More »

ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນເພື່ອສະໜອງທຶນຈໍານວນ 2,1ຕື້

ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 19 ມີນາ 2021 ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ຢູ່ທີ່ໂຮງແຮມ Lao Plaza, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ສໍາລັບການຮ່ວມມືໂຄງການສະໜອງທຶນໃນຄັ້ງນີ້ ເພື່ອຢາກຊຸກຍູ້ການສົ່ງເສີມການຜະລິດພາຍໃນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການຜະລິດແບບຍືນຍົງ, ເພື່ອສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າກະສິກໍາ. ນອກຈາກນີ້, ກໍຍັງຈະສາມາດອໍານວຍຄວາມສະດວກໃນການສະໜອງຜະລິດຕະພັນພາຍໃນໃຫ້ພຽງພໍກັບຄວາມຕ້ອງການທັງພາຍໃນ ແລະ ຕ່າງປະເທດ. ໃນໂອກາດດັ່ງກ່າວ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ...

Read More »

ເບຍລາວນຳສະເໜີຄວາມເປັນລາວສູ່ວົງການເບຍສາກົນ ລົດຊາດທີ່ໂດດເດັ່ນຂອງເບຍລາວໄດ້ເພີ່ມທາງເລືອກໃຫ້ແກ່ຜູ້ທີ່ີຮັກໃນການດື່ມເບຍທົ່ວໂລກ

ຈາກການຄົ້ນພົບເບຍຄັ້ງທຳອິດເມື່ອຫຼາຍພັນປີກ່ອນ ຈົນມາເຖິງການນຳໃຊ້ວິທີການຜະລິດເບຍແບບທັນສະໃໝ, ນັກປຸງແຕ່ງເບຍໄດ້ທົດລອງນຳໃຊ້ສ່ວນປະສົມ ແລະ ເພີ່ມລົດຊາດໃໝ່ໆດ້ວຍຫຼາກຫຼາຍກຳມະວິທີທີ່ແຕກຕ່າງກັນ, ໂດຍປົກກະຕິແລ້ວແມ່ນອີງໃສເງື່ອນໄຂວັດຖຸດິບທີ່ມີຫຼາຍໃນທ້ອງຖິ່ນນັ້ນໆ. ໃນຄະນະດຽວກັນລົດຊາດທີ່ເປັນທີ່ຖືກໃຈຂອງຄໍເບຍທັງຫຼາຍກໍມີຕັ້ງແຕ່ເບຍຍອດນິຍົມທີ່ຜະລິດຢູ່ພາຍໃນໄປຈົນເຖິງເບຍທີ່ນຳເຂົ້າຈາກຕ່າງປະເທດເຊິ່ງໄດ້ໃຫ້ລົດຊາດທີ່ແຕກຕ່າງກັນ ແລະ ບາງຄັ້ງກໍ່ເຮັດໃຫ້ຮູ້ສຶກເຖິງສະຖານທີ່ທີ່ເຮົາໄດ້ເດີນທາງໄປຢ້ຽມຢາມ. ໃນທົ່ວໂລກ, ພື້ນຖານຂອງສ່ວນປະສົມໃນການຜະລິດເບຍປະກອບດ້ວຍນ້ຳ, ຢີດສ, ເຂົ້າບາເລ ແລະ ດອກຮ໋ອບ ແຕ່ຍັງມີຫຼາຍກໍລະນີທີ່ມີການຕື່ມສ່ວນປະສົມອື່ນໃສ່ນຳອີກ – ເຊິ່ງເປັນສ່ວນປະສົມທີ່ສຳຄັນຂອງເບຍບາງຍີ່ຫຍໍ້ດັງຂອງໂລກ. ສ່ວນປະສົມດັ່ງກ່າວປະກອບມີ ເຂົ້າ, ເຂົ້າບາເລ້, ສາລີ, ເຂົ້າສາລີ, ຫລື ເຂົ້າໂອດ ທີ່ເພີ່ມຄຸນລັກສະນະ ແລະ ລົດຊາດທີ່ແຕກຕ່າງໃຫ້ກັບເບຍ. ທ່ານ ເຮັນຣິກ ແອນເດີເຊັນ, ຜູ້ອຳນວຍການບໍລິສັດເບຍລາວ ໄດ້ກ່າວວ່າ: “ເປັນທີ່ຮູ້ກັນດີວ່າ ເຂົ້າຊ່ວຍເຮັດໃຫ້ລົດຊາດຂອງເບຍມີຄວາມສົດຊື່ນ ແລະ ດັບກະຫາຍ. ໃນປະເທດລາວ, ເຂົ້າທີ່ເປັນທີ່ນິຍົມຂອງຄົນລາວ ໄດ້ເຮັດໃຫ້ລົດຊາດຂອງເບຍລາວມີລົດຊາດນຸ່ມ, ດື່ມງ່າຍ ແລະເຂົ້າກັນໄດ້ດີກັບອາຫານລາວ ເຊິ່ງເຮັດໃຫ້ເບຍລາວມີລົດຊາດທີ່ເປັນເອກະລັກໃນໂລກ. ເບຍລາວໄດ້ຖືກຜະລິດໂດຍມີສ່ວນປະສົມຂອງເຂົ້າຫຼາຍກວ່າໜຶ່ງສ່ວນສີ່ເທົ່າ ເຮັດໃຫ້ມີລົດຊາດທີ່ນຸ່ມນວນ ດື່ມງ່າຍ ເໝາະກັບລົດຊະນິຍົມຂອງຄົນອາຊີ ເນື່ອງຈາກວ່າຜູ້ບໍລິໂພກມັກເບຍທີ່ມີລົດຊາດເບົາກວ່າ  ແລະ ສົດຊື່ນ ເຊິ່ງເຂົ້າກັນໄດ້ດີກວ່າກັບປະເທດໃນເຂດຮ້ອນ ແລະ ອາຫານລາວ, ບໍ່ວ່າທ່ານຈະດື່ມເບຍລາວ ຄູ່ກັບອາຫານປະເພດປີ້ງ ອາຫານລົດຈັດ ຫຼື ດື່ມເບຍລາວດາຣກ ຄູ່ກັບອາຫານປະເພດຊີ້ນ ແລະ ...

Read More »

ກຽມສະເໜີ!!! ລໍາວົງລາວຂຶ້ນເປັນມໍລະດົກໂລກ

ໃນລະຫວ່າງວັນທີ 18-19 ມີນາ 2021 ຢູ່ທີ່ໂຮງຮຽນ ສິລະປະແຫ່ງຊາດ ໄດ້ມີການຈັດກອງປະຊຸມ ປຶກສາຫາລື ເພື່ອຄວາມເອກະພາບ ຮັບຮອງເອົາ ທ່າຟ້ອນລໍາວົງລາວ ຂຶ້ນເປັນມໍລະດົກໂລກ ຂອງອົງການອຸຍເນັສໂກ ຈັດໂດຍ ກົມສິລະປະສຶກສາ. ລໍາວົງລາວ ແມ່ນສິລະປະການຟ້ອນ ທີ່ມີຊື່ສຽງ ແລະ ອ່ອນຊ້ອຍ ສວຍງາມ ຄຽງຄູ່ມາຕັ້ງແຕ່ດົນນານ ກັບສັງຄົມລາວ, ແມ່ນມໍລະດົກທາງສິລະປະ ທີ່ລໍ້າຄ່າ ແລະ ເປັນຫົວຄິດປະດິດສ້າງຂອງຄົນລາວ ທີ່ຄວນໄດ້ຮັບການ ອະນຸລັກ ສືບທອດ ຕະຫຼອດໄປ

Read More »

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຂະໜາດ 600 ຕຽງ

ໃນວັນທີ 17 ມີນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງໂຮງໝໍມະໂຫສົດ (ຫລັງໃໝ່) ຂະໜາດ 600 ຕຽງ, ເຊິ່ງຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນພຶດສະພາ 2022 ແລະ ເປີດນຳໃຊ້ຢ່າງເປັນທາງການ. ອີງຕາມການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ, ພາຍຫລັງກໍ່ສ້າງສຳເລັດແລ້ວ ໂຮງໝໍມະ ໂຫສົດແຫ່ງນີ້ ຈະກາຍເປັນໂຮງໝໍທີ່ໃຫຍ່ ແລະ ມີອຸປະກອນການແພດທີ່ທັນສະໄໝທີ່ສຸດໃນ ສປປ ລາວ, ເຊິ່ງມີມູນຄ່າການລົງທຶນກໍ່ສ້າງຫລາຍກວ່າ 590 ລ້ານຢ້ວນ, ໂດຍໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະ ບານ ສປ ຈີນ. ການກໍ່ສ້າງໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະ ໂດຍໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນທ້າຍປີ 2018, ເຊິ່ງມາຮອດປັດຈຸບັນ ການກໍ່ສ້າງໄລຍະທີ 1 ສຳເລັດແລ້ວປະມານ 80% ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນພຶດສະພາ 2021 ນີ້, ສ່ວນໄລຍະທີ 2 ຄາດວ່າຈະເລີ່ມລົງມືກໍ່ສ້າງໃນເດືອນກໍລະກົດ 2021 ...

Read More »

ຈີນລົງທຶນໃນຂົງເຂດພະລັງງານ 11 ໂຄງການລວມ 16 ເຂື່ອນໄຟຟ້າ

ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການ ລວມມີເຂື່ອນ 16 ແຫ່ງ ເຊິ່ງໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດລາວ-ຈີນ ກໍຄືສອງຝ່າຍ. ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໃຫ້ສໍາພາດບໍ່ດົນມານີ້ ກ່ຽວກັບການລົງທຶນຂອງ ສປ ຈີນ ຢູ່ໃນຂົງເຂດການພັດທະນາດ້ານພະລັງງານ ແລະບໍ່ແຮ່ ຢູ່ ສປປ ລາວ. ທ່ານໃຫ້ຮູ້ວ່າ: 11 ໂຄງການນັ້ນ, ລວມມີເຂື່ອນ 16 ແຫ່ງ ມີກຳລັງແຮງຕິດຕັ້ງ 2.256 ເມກາວັດ (MW) ໃນນັ້ນ ສ້າງສຳເລັດແລ້ວ 14 ແຫ່ງມີກຳລັງແຮງຕິດຕັ້ງ 1.886 MW ກວມເອົາ 44% ຂອງການສະໜອງໄຟຟ້າພາຍໃນປະເທດເຊັ່ນ ໂຄງການເຂື່ອນໄຟຟ້ານ້ຳງື່ມ1ພາກຂະຫຍາຍເບີ7ແລະເບີ8,ມີກຳລັງຕິດຕັ້ງ80ເມກາວັດ,ໄດ້ກໍ່ສ້າງສຳເລັດແລະເປີດຜະລິດໄຟຢ່າງເປັນທາງການເມື່ອວັນທີ 28 ພຶດສະພາ 2018. ໂຄງການເຂື່ອນໄຟຟ້ານ້ຳລີກ 1 ແລະ2 ເປັນໂຄງການລົງທຶນຂອງບໍລິສັດ CWE, ມີກຳລັງຕິດຕັ້ງທັງໝົດ 100 ເມກາວັດ,ສ້າງສຳເລັດໃນວັນທີ29ກໍລະກົດ2010, ໂຄງການຕັ້ງຢູ່ເມືອງເຟືອງແຂວງວຽງຈັນ ໂຄງການເຂື່ອນໄຟຟ້ານໍ້າອູ 2 , ...

Read More »

ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ກຽມພ້ອມຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX

ໂຄງການກໍ່ສ້າງຫໍສະພາແຫ່ງຊາດ (ຕຶກໃໝ່) ມາຮອດປັດຈຸບັນ ໜ້າວຽກໂດຍລວມແມ່ນ ສຳເລັດ ແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ທີ່ຈະຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IX ແມ່ນສຳເລັດແລ້ວ 100%, ສາມາດຮັບໃຊ້ກອງປະຊຸມໄດ້ຢ່າງສົມບູນ,ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກໍລະກົດ 2018 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິ ຖຸນາ 2021. ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໄດ້ໃຫ້ ສຳພາດໃນວັນທີ 16 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມແມ່ນມີຄວາມພ້ອມໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນທາງການ ...

Read More »

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ຈະໄຂຂຶ້ນ ແຕ່ວັນທີ 22 – 26 ມິນາ 2021 ທີ່ຫໍສະພາແຫ່ງຊາດຫລັງໃໝ່ນະຄອນຫລວງວຽງຈັນ

ຕອນບ່າຍວັນທີ 16 ມິນາ 2021 ທີ່ຫໍສະພາແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ ທ່ານນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຊຸດທີ VIII ມີຄວາມຍິນດີ ແລະ ຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້: – ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນຈັນ, ວັນທີ 22 ມີນາ ແລະຈະດໍາເນີນໄປເຖິງວັນສຸກ, ວັນທີ 26 ...

Read More »

ສປປ ລາວ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລ້ວ 40 ພັນກວ່າຄົນ

ປັດຈຸບັນ ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແລ້ວ 40 ພັນກວ່າຄົນ, ເຊິ່ງການສັກວັກຊີນ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນ ແມ່ນພະນັກງານແພດໝໍ, ພະນັກ ງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ຢູ່ສູນກາງ ແລະ ທ້ອງຖິ່ນ. ທ່ານ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການສັກວັກຊີນ ປ້ອງກັນພະຍາດ COVID-19 ໃນວັນທີ 15 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ. ປະກອບມີ ພະນັກງານແພດໝໍ ກວມເອົາ 13.005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ, ຜູ້ທີ່ມີຄວາມຈໍາເປັນເດີນທາງອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກວ່າ ...

Read More »