ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ມີນາ 2021 ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານ ຕິດພັນກັບການຍົກສູງຄວາມເປັນເຈົ້າການ ຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫລວງ ໃນການຫັນມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດຂອງຕົນຕາມທິດ: ທັງເຊື່ອມຊຶມທັງນໍາພາເຮັດຕົວຈິງແຕ່ຫົວທີ.

อาจเป็นรูปภาพของ 1 คน และกำลังนั่ง

ຮັບຮອງແຜນດໍາເນີນງານຕະຫລອດໄລຍະ 5 ປີ ຂອງຄະນະບໍລິຫານງານສູນກາງພັກ ສະໃໝທີ XI ກໍຄື ການກໍານົດວຽກຈຸດສຸມທີ່ສູນກາງ ຈະໄດ້ຊີ້ນໍາໃນແຕ່ລະໄລຍະ ເພື່ອກໍານົດແບບແຜນ ເຄື່ອນໄຫວ ແລະ ວິທີນໍາພາ ຂອງຄະນະບໍລິຫານງານສູນກາງພັກ ໃຫ້ຈະເເຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື້ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນໍາພາຂອງພັກ, ສົມທົບຢ່າງກົມກຽວລະ ຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນ ໃນແຕ່ລະໄລຍະຕາມສະພາບການຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຂອງບັນດາສະຫາຍກໍາມະການສູນກາງພັກ, ທັງເປັນບອນອີງໃນການຕີລາຄາຄວາມສາມາດນໍາພາຂອງກໍາມະການສູນກາງພັກແຕ່ລະສະຫາຍ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.ຮັບຮອງເອົາມະຕິວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນການຍົກສູງບົດບາດການນໍາພາຂອງພັກ ແລະ ການປະຕິບັດຫລັກການ ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຍ່າງເຂັ້ມງວດ.

อาจเป็นรูปภาพของ 3 คน และข้อความ

ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເຊິ່ງໄດ້ຜ່ານການປະກອບຄວາມເຫັນຫລາຍເທື່ອ ແລະ ໄດ້ຜ່ານຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກມາແລ້ວ ແລະ ກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ XI ນີ້ ໄດ້ສືບຕໍ່ກວດຄືນບາງຕົວເລກ ແລະ ບາງຄາດໝາຍ ໃຫ້ສອດຄ່ອງ ແລະ ສົມບູນຍິ່ງຂຶ້ນ ເພື່ອນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຮັບ ຮອງເອົາຕາມກົດໝາຍ.ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນຜູ້ເອກະພາບຮັບຮອງເອົາການປັງປຸງກົງຈັກ ການ ຈັດຕັ້ງຂອງລັດຖະບານ ແລະ ການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອແນໃສ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ນໍາໄປສູ່ການຈັດຕັ້ງປະຕິບັດຕົວຈິງ ດ້ວຍຄວາມຮັບຜິດຊອບຂອງແຕ່ລະສະຫາຍ ກໍານົດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ ເປັນຮູບປະທໍາ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ໃນທຸກຂົງເຂດວຽກງານໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

อาจเป็นรูปภาพของ 2 คน และสถานที่ในร่ม

ຮຽກຮ້ອງໃຫ້ບັນດາສະຫາຍສູນກາງ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນຊາດ, ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ໄປເຜີຍແຜ່ເຊື່ອມຊຶມ ແລະ ຊີ້ນໍາການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຕາມສະພາບການຕົວຈິງ ຂອງຂະແໜງການ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.

Comments