ຂສລ ແລະ ບີເອັສເຄ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊ່ວຍເຫຼືອລ້າດ້ານວິຊາການໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ

ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ (ຂສລ) ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກການຊ່ວຍເຫຼືອລ້າ ດ້ານວິຊາການໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ (Credit Scoring) ໃນວັນທີ04 ມີນາ 2021 ຢູູ່ທີ່ຫ້ອງປະຊຸມກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການໃຫ້ກຽດເຂົົ້າຮ່ວມເປັນສັກຂີພິຍານຂອງທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທຫລ ແລະ ມີບັນດາຄະນະປະທານ, ຄະນະກົມ, ຄະນະອໍານວຍການກ່ຽວຂ້ອງຂອງທັງສອງພາກສ່ວນເຂົົ້າ
ຮ່ວມ.

ການລົງນາມໃນບົດບັນທຶກການຊ່ວຍເຫຼືອລ້າ ດ້ານວິຊາການໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ (Credit Scoring) ໃນຄັົ້ງນີົ້ຕາງໜ້າໂດຍ ທ່ານ ນາງ ວິນຄ າ ລຸນທອນ ຜູ້ອໍານວຍການໃຫຍ່ ບໍລິສັດ ຂສລ ແລະ ທ່ານ ດີລິບ ເຈສຸທາສັນ ຜູ້ອໍານວຍການ ບໍລິສັດ ບີເອສເຄ, ຮອງປະທານກຸ່ມບໍລິສັດ AIF ແລະ ການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອຂອງບຸກຄົນ (Credit Scoring) ກໍແມ່ນວຽກງານໜຶື່ງທີ່ສໍາຄັນ ເຊິ່ງນອນຢູູ່ໃນແຜນພັດທະນາວຽກງານຂໍ້ມູນຂ່າວສານສິນເຊື່ອ ແລະ ກໍເພຼືື່ອປະຕິບັດຕາມຄໍາສັັ່ງຂອງນາຍົກລັດຖະມົນຕີ ກໍຄືການ
ປະເມີນຂອງທະນາຄານໂລກ ເຊິື່ງ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດຜູ້ດຽວ ໄດ້ໃຫ້ການຊ່ວຍເຫຼືອລ້າດ້ານວິຊາການໃຫ້ແກ່ ທຫລ ຕາງໜ້າໂດຍ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໃນການສ້າງຜະລິດຕະພັນການໃຫ້ຄະແນນສິນເຊືອບຸກຄົນ (Credit Scoring) ໃນມູນຄ່າ 100.000 ໂດລາສະຫະລັດ ໂດຍບໍ່ມີເງຼື່ອນໄຂ ຫຼືຂໍ້ຜູກມັດ. ພ້ອມທັງມອບ Source Code ຂອງລະບົບທີ່ພັດທະນາໃຫ້ແກ່ ບໍລິສັດ ຂສລ ນໍາໃຊ້, ປັບປຸງ ແລະ ພັດທະນາຕໍ່ຍອດໃນຕໍ່ໜ້າບົນພື້ນຖານບໍ່ໃຫ້ສົັ່ງຕໍ່ ຫຼືແຈກຢາຍໃຫ້ພາກສ່ວນອື່ນ ແລະ ຮັບຮອງວ່າຈະສ້າງຜະລິດຕະ
ພັນດັັ່ງກ່າວໃຫ້ສໍາເລັດໂດຍພື້ນຖານ ເພື່ອໃຫ້ທັນຕາມກໍານົດເວລາການປະເມີນຂອງທະນາຄານໂລກໃນເດືອນ 03/2021.

ໃນໂອກາດດັັ່ງກ່າວ, ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວວ່າ: ວຽກງານຂໍ້ມູນຂ່າວສານສິນເຊື່ອ ໃນ ສປປ ລາວ ເຖິງຈະບໍ່ແມ່ນວຽກງານທີີ່ໃໝ່ ແຕ່ກໍເປັນວຽກງານໜຶ່ງທີ່ທ້າທາຍ ໃນການພັດທະນາ ແລະ ຍົກລະດັບເພື່ອໃຫ້ມີຄວາມທັນສະໄໝ ໃຫ້ທຽບເທົ່າກັບສາກົນນັົ້ນ ເຊິື່ງຕິດພັນກັບ ການລົງທຶນໃສ່ເຕັກໂນໂລຊີທີື່ທັນສະໄໝ ແລະ ຕິດພັນກັບຫຼາຍພາກສ່ວນເປັນຕົົ້ນແມ່ນຂໍ້ມູນຕ່າງໆ. ໃນການສ້າງຜະລິດຕະພັນໃຫ້ຄະແນນສິນເຊື່ອບຸກຄົນ ເພື່ອເປັນຂໍ້ມູນໃຫ້ບັນດາສະຖາບັນການເງິນນໍາໃຊ້ເຂົົ້າໃນການພິຈາລະນາສິນເຊື່ອຂອງຕົນຢ່າງມີປະສິດທິພາບຍິ່ງຂຶ້ນນັ້ນກໍເປັນໂອກາດທີ່ດີທີ່ບໍລິສັດ ບີເອສເຄລົງທຶນ ແລະ ບໍລິການຈໍາກັດຜູ້ດຽວ ໄດ້ເຫັນຄວາມສໍາຄັນ ແລະ ສົນໃຈໃຫ້ການຊ່ວຍເຫຼືອລ້າແກ່ ບໍລິສັດ ຂສລ ເຊິື່ງເປັນບາດກ້າວໜຶື່ງໃນການພັດທະນາວຽກງານຂໍ້ມູນຂ່າວສານສິນເຊື່ອ ໃຫ້ເປັນສູນກາງໃນການແລກປ່ຽນຂໍ້ມູນທີື່ຕິດພັນກັບວຽກງານຂໍ້ມູນຂ່າວສານສິນເຊື່ອ ເພື່ອນໍາມາສ້າງຜະລິດຕະພັນ ໃຫ້ໄດ້ຕາມມາດຕະຖານສາກົນ ທີ່ມີຄວາມຄົບຖ້ວນ, ມີຄຸນນະພາບ, ມີຄວາມທັນສະໄໝ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານສິນເຊື່ອ ກ້າວໄປສູ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນອານະຄົດ.

Comments