ຂ່າວ ພາຍໃນປະເທດ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ

ໃນວັນທີ 2 ມີນາ 2021 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ (ຮູບແບບທາງໄກ), ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ. • ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ; ແລະ ອື່ນໆ. ກອງປະຊຸມ ຄັ້ງນີ້ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງຂອງອາຊຽນ ແລະ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ...

Read More »

ສປປ ລາວ ເນັ້ນການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໃຫ້ມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ

ກະຊວງແຜນການ ແລະ ການລົງທຶນ ສະເໜີ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ບັນຫາສຳຄັນຕ່າງໆ ເພື່ອຮັບປະກັນເຮັດໃຫ້ແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາຢູ່ໃນ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ. ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດວຽກງານຊ່ວຍເຫລືອທາງການເພື່ອການພັດທະນາ ທົ່ວປະເທດ ຄັ້ງທີ IV ໃນອາທິດຜ່ານມາ, ໂດຍເນັ້ນວ່າ: ບັນຫາທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ມີ ຄື: ໃຫ້ເພີ່ມທະວີຄວາມເປັນເຈົ້າການຂອງຂະແໜງການ ໃນການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ແລະ ທັນເວລາ, ເອົາໃຈໃສ່ໃນວຽກງານການປະສານງານໃຫ້ມີຄວາມວ່ອງໄວ ແລະ ຮອບດ້ານ, ອໍານວຍຄວາມສະດວກໃນຂັ້ນຕອນບໍລິຫານ ແລະ ຮັບປະກັນການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການ ໄປຕາມແຜນການທີ່ວາງໄວ້ແລະ ມີປະສິດທິຜົນ. ຂະນະດຽວກັນ, ກໍໃຫ້ເອົາໃຈໃສ່ໃຫ້ບັນດາຊ່ຽວຊານທີ່ມາປະຈໍາຢູ່ແຕ່ລະແຜນງານ/ໂຄງການ ຖ່າຍທອດຄວາມຮູ້ ຄວາມອາດສາມາດໃຫ້ແກ່ພະນັກງານລັດຖະກອນ ໃນການຈັດຕັ້ງປະຕິບັດແຜນງານ/ໂຄງ ການ ໂດຍສະເພາະແມ່ນການຖ່າຍທອດຄວາມຮູ້ ໃຫ້ແກ່ພະນັກງານທ້ອງຖິ່ນໃນການປະຕິບັດໜ້າທີ່ວຽກງານ ເພື່ອຮັບປະກັນຄວາມຍືນຍົງຂອງແຜນງານ/ໂຄງການຕ່າງໆ, ພ້ອມທັງເອົາໃຈໃສ່ໃນປະຕິບັດດໍາລັດຂອງລັດຖະບານ ສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019 ວ່າດ້ວຍການຄຸ້ມຄອງ ...

Read More »

ສ.ເກົາຫລີ ເລີ່ມສັກວັກຊິນປ້ອງກັນໂຄວິດ-19ໃຫ້ປະຊາຊົນ

ຕາມ​ຂ່າວ​ຈາກ​ ນະຄອນຫລວງ ​ເຊ​ອຸ​ນ,​ ກະຊວງ​ ສາທາລະນະ​ສຸກ​ ຂອງ ສ.​ເກົາຫລີ ​ເລີ່​ມສັກ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19 ​ໃຫ້​ແກ່​ ປະຊາຊົນ ​ໂດຍ​ສະ​ເພາະ ​ຜູ້​​ເບິ່ງ​ແຍງ​ ຜູ້​ສູງ​ອາຍຸ ບໍ່​ເກີນ 65ປີ ລວມ 5.266 ຄົນ​ ຈາກສູນ​ເບິ່ງ​ແຍງ ​ຜູ້​ສູງ​ອາຍຸ 213​ ແຫ່ງ ທົ່ວ​ປະ​ເທດ ​ເປັນ​ກຸ່ມ​ຄົນ​ ທຳ​ອິດ ທີ່​ໄດ້​ຮັບ ​ວັກ​ຊິນ ຢ່າງ​ເປັນ​ທາງ​ການ ໃນວັນ​ທີ26​ກຸມພາ​ນີ້ ​ເປັນ​ວັກ​ຊິນ ທີ່​ຜະລິດ​ໂດຍ ບໍລິສັດ ​ແອ​ສຕຣາ​ເຊ​ເນ​ກາ-​ເອສ​ເຄ ​ໄບ​ໂອ ຂອງ​ສ.​ເກົາຫລີ ​ໄດ້​ຮັບ​ຮັບ​ຖ່າຍ​ທອດ ​ເຕັກ​ໂນ​ໂລ​ຊີ ຈາກ​ບໍລິສັດ ​ແອ​ສຕຣາ ​ເຊ​ເນ​ກາ ຮ່ວມ​ກັບ ມະຫາ ວິທະຍາ​ໄລ ອ໋ອກສຟອດ ຂອງ​ອັງກິດ. ຂະນະ​ທີ່ ວັນ​ທີ 27ກຸມພາ​ນີ້ ສ.​ເກົາ​ລີ ​ເລີ່​ມສັກ​ ວັກ​ຊິນ​ອີກ 117.000 ຫລອດ ​ຂອງ​ໄຟ​ເຊີ/​ໄບ​​ໂອ ​ເອັນ​ເທ​ັກ ນຳ​ເຂົ້າມາ​ຈາກ ​ຕ່າງປະ​ເທດ ​ໂດຍ​ບຸກຄະລາ​ກອນ ...

Read More »

ລັດຖະບານໄທມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ສປປ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ

ຕອນບ່າຍວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250ກ່ອງ ຫລື 10.000ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣະສະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ,ກ່າວຮັບໂດຍທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ກ່າວວ່າ: ຜ່ານມາ ສປປ ລາວ ກໍໄດ້ຮັບການຊ່ວຍເຫລືອ ແລະຮ່ວມມືເປັນຢ່າງດີໃນຫລາຍດ້ານ ບໍ່ວ່າຈະເປັນດ້ານການຄ້າ, ຄົມມະນາຄົມ ແລະດ້ານສາທາລະນະສຸກ ເຊິ່ງສະແດງອອກໃຫ້ເຫັນໃນສະພາບປະຈຸບັນ ໃນການຮ່ວມມືປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນຢູ່ບໍລິເວນແຂວງຊາຍແດນ ເຊິ່ງລັດຖະບານແຫ່ງຣາຊະອານາຈັກໄທ ໄດ້ພະຍາຍາມຊ່ວຍເຫລືອໃນການຄັດກອງ ແລະສະກັດກັ້ນ ການເຂົ້າອອກຂ້າມແດນລະຫວ່າງສອງປະເທດ ລວມທັງຊ່ວຍເຫລືອການກັກກັນຢູດ່ານ ກ່ອນສົ່ງຜູ້ອອກແຮງງານກັບຄືນປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ19. ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ຊຸດນໍ້າຢາກວດພະຍາດໂຄວິດ19 ນີ້ ເຂົ້າໃນການວຽກງານເຝົ້າລະວັງ, ຊອກຮູ້ການລະບາດຂອງພະຍາດພະຍາດໂຄວິດ19 ...

Read More »

ມາຮ່ວມສົ່ງເສີມການອ່ານໄປພ້ອມກັນກັບງານເທສະການປຶ້ມອ່ານ ປະຈໍາປີ 2021 (ເລີ່ມແຕ່ວັນທີ 4-5-6 ມີນາ 2021 ນີ້)

ໃນສັງຄົມລາວເຮົາມັກຈະໄດ້ຍິນເລື້ອຍໆຕໍ່ຄຳເວົ້າທີ່ວ່າ “ຄົນລາວບໍ່ມັກອ່ານໜັງສື” ເຊິ່ງເປັນອຸປະສັກຢ່າງໜຶ່ງທີ່ຂວາງທາງປາຍປາກກາ ແລະ ເປັນສິ່ງຫຍໍ້ທໍ້ຈິດໃຈໃຫ້ແກ່ບັນດານັກຂຽນລາວບໍ່ໜ້ອຍ, ແຕ່ເຖິງຢ່າງໃດກໍຕາມ ນັກຂຽນຫຼາຍທ່ານ ຍັງຄົງຝົນປາຍປາກກາ ແລະ ທຸ້ມເທສະຕິປັນຍາສ້າງສັນປຶ້ມທີ່ດີມີຄຸນຄ່າ ເພື່ອທີ່ຈະເຮັດໃຫ້ຄົນລາວຫັນມາອ່ານໜັງສືໃຫ້ນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນ ທາງຄະນະອັກສອນສາດກໍຄືມະຫາວິທະຍາໄລແຫ່ງຊາດຈຶ່ງໄດ້ຈັດໃຫ້ມີງານເທສະການອາຫານສະໝອງຂຶ້ນ. ເຊິ່ງໃນວັນທີ 26 ກຸມພາ 2021 ນີ້ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການຈັດຖະແຫຼງຂ່າວງານເທສະການປຶ້ມອ່ານ ປະຈໍາປີ 2021 ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປທ ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີ ຄະນະອັກສອນສາດ, ມີທ່ານ ປອ. ນາງ ລັດຊະນີ ສຸລິຍະວົງ ຫົວໜ້າພະແນກວິຊາການ ຄະນະອັກສອນສາດ ທັງເປັນຜູ້ປະສານງານ ເທສະການປຶ້ມອ່ານ, ທ່ານ ສົມໄໝ ພົມມະຈັນ ຄະນະຈັດງານ ເທສະການປຶ້ມອ່ານ ພ້ອມດ້ວຍບັນດານັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນອ່ານໂລກ (4 ມີນາ) ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ພ້ອມ, ໂດຍສະເພາະແມ່ນເພື່ອທີ່ຈະເປັນສ່ວນໜຶ່ງໃນການປູກຝັງນິໄສມັກການອ່ານ ການຂຽນ ໃຫ້ແກ່ໄວໜຸ່ມລາວ ເພື່ອພວກເຂົາໄດ້ເຕີບໃຫຍ່ພ້ອມໆກັບຄວາມຮູ້ທີ່ກວ້າງຂວາງ, ...

Read More »

ລັດຫາລືແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ແຂວງຈຳປາສັກ

ໃນວັນທີ 24 ກຸມພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ມີກອງປະຊຸມປຶກສາຫາລື ແຜນທີ່ຈະສືບຕໍ່ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ຫລ້າສຸດປະຕິບັດສຳເລັດ 82,96%, ໂດຍການເປັນປະທານ ຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ທ່ານເຈົ້າເມືອງໂພນທອງ, ຫົວໜ້າດ່ານສາກົນວັງເຕົ່າ ແລະ ບໍລິສັດ ພົງຊັບທະວີ ຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມ. ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2013, ມູນຄ່າກໍ່ສ້າງໂຄງການ 98.3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ພົງຊັບທະວີ ເປັນຜູ້ຮັບເໝົາກໍ່ສ້າງ ໃນສັນຍາ 36 ເດືອນ ປະກອບມີ 7 ...

Read More »

ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່

ໃນວັນທີ 23 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີ ຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ. ໂອກາດດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີນາ ມາຊິວລີໂອນິແຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ...

Read More »

ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມແລ້ວ (ຕັ້ງແຕ່ວັນທີ 23-27 ກຸມພານີ້)

ງານເທດສະການອາຫານລາວ ໝູນວຽນມາອີກປີແລ້ວ!!! ແລະ ຫຼ້າສຸດກໍເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ກຸມພາ 2021 ນີ້ ຢູ່ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ກິນ, ຢູ່, ຮຽນຮູ້ວິຖີລາວ”. ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ພ້ອມດ້ວຍບັນດາຫົວໜ່ວຍນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຜູ້ຈັດງານ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ. ພ້ອມນີ້, ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ. ພາຍໃນງານມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ; ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ...

Read More »

ລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດອົດສະຕຣາລີ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເນື່ອງໃນໂອກາດ ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະ ຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ...

Read More »

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ ປະມານ 15,9 ຕື້ກວ່າກີບ

ທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນ ທຶນຊ່ວຍເຫລືອ 180 ລ້ານເຢັນ (ປະມານ 15,9 ຕື້ກວ່າກີບ) ເພື່ອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ໃນເດືອນຕຸລາ ປີ 2020 ຜ່ານມາ ທີ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆ ຢູ່ພາກໃຕ້ ຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກປະຈຳລາວ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ຫ້ອງການອົງການອາຫານໂລກປະຈຳ ລາວ, ມີທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໂອກາດນີ້, ທ່ານ ທາເກວະກະ ເຄໂຊ ໄດ້ກ່າວວ່າ: ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຂຶ້ນ ຍ້ອນໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ໂດຍຜ່ານໂຄງການນີ້, ລັດຖະບານ ...

Read More »