ແຂວງຈຳປາສັກ ເລີ່ມວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມສ່ຽງ

ໃນວັນທີ 4 ມີນາ 2021 ໂຮງໝໍຈຳປາສັກ ໄດ້ເປີດກອງປະຊຸມຊີ້ແຈ້ງການໃຫ້ວັກແຊັງກັນພະຍາດ ໂຄວິດ-19 ແລະ ການສັກວັກແຊັງເຂັມທໍາອິດທີ່ແຂວງຈໍາປາສັກ ໄດ້ຈັດຂຶ້ນໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສາຍທອງ ໄຊຍະວົງ ຮອງເຈົ້າແຂວງ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ເຈົ້ານະຄອນປາກເຊ, ຫົວຫນ້າດ່ານສາກົນ, ຫົວໜ້າໂຮງຫມໍອ້ອມຂ້າງ, ພະນັກງານແພດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ດຣ. ກິດສະດາ ນໍລະແສງ ຕ່າງໜ້າຂະແໜງອະນາໄມສົ່ງເສີມສຸຂະພາບ ໄດ້ຂຶ້ນຊີ້ແຈງການໃຫ້ວັກແຊັງກັນພະຍາດໂຄວິດ-19 ໃຫ້ແກ່ຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນແຂວງກ່ຽວກັບທີ່ໄປທີ່ມາຂອງວັກແຊັງ ແລະ ຂໍດີຂໍ້ເສຍຂອງການສັກວັກແຊັງ.

.

ບຸກຄະລາກອນທີ່ຈະໄດ້ສັກວັກແຊັງກ່ອນຄື: ພະນັກງານແພດໝໍ, ພະນັກງານດ່ານກວດກາຄົນເຂົ້າເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງໃນການສຳຜັດກັບພະຍາດໂຄວິດ-19 ແລະ ພະນັກງານ, ນັກທຸລະກິດທີ່ຈະອອກໄປຕ່າງປະເທດ ເນື່ອງຈາກວ່າວັກແຊັງມີຈຳນວນຈຳກັດ ຈຶ່ງຈຳເປັນຕ້ອງສັກໃຫ້ບຸກຄະລາກອນ ແລະ ບຸກຄົນທີ່ມີຄວາມສ່ຽງສູງກ່ອນ.

.


ໃນຕອນທ້າຍ ທ່ານ ຮສ.ດຣ ພູທອນ ເມືອງປາກ ໄດ້ກ່າວໃຫ້ທິດຊີ້ນຳໃນການສັກຢາຕ້ານພະຍາດໂຄວິດ-19 ແລະ ເປັນພິຍານໃນການສັກຢາເຂັມທໍາອິດ ເຊິ່ງພະນັກງານຜູ້ທໍາອິດທີ່ສັກແມ່ນ ທ່ານ ດຣ. ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈແກ່ພະນັກງານທີ່ຈະສັກວັກແຊັງຕໍ່ໄປ.

ແຫຼ່ງທີ່ມາ: ໂຮງໝໍແຂວງຈຳປາສັກ

Comments