ຂ່າວ ພາຍໃນປະເທດ

ເນລະມິດເມືອງປາກຊ່ອງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ແຖວໜ້າອາຊຽນ

ເມືອງປາກຊ່ອງແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງແຂວງ ຈຳປາສັກ ຕັ້ງຢູ່ເຂດພູພຽງບໍລະເວນ ມີເນື້ອທີ່ທັງໝົດ 348 .735 ເຮັກຕາ ຊຶ່ງນອນຢູ່ໃນເສັ້ນຂະໜານເໜືອທີ: 15o 10 ‘  48″N ຫາ 15o 28 ‘  39″N ແລະ ເສັ້ນແວງຕາເວັນອອກທີ: 106o 13 ‘  42″ E ຫາ 106o 23 ່ 22″E, ເມືອງປາກຊ່ອງແມ່ນເປັນເມືອງທີ່ມີຄວາມພິເສດທາງດ້ານພູມອາກາດ ໜາວເຢັນຕະຫລອດປີ ອຸ່ນຫະພູມຕ່ຳສຸດ 9,120C ຕ່ຳກ່ວາອູ່ນຫະພູມ ເຂດທົ່ງພຽງ 60C ຫາ 70C ແລະ ອຸ່ນນະພູມສູງສຸດ 25,20C , ອຸນຫະພູມສະເລັ່ຍໃນປີແມ່ນ 19,90C ລະດູຝົນເລີ້ມແຕ່ກາງເດືອນ ມີນາ (3) ຫາ ກາງເດືອນທັນວາ (12) ແລະ ລະດູແລ້ງເລີ້ມແຕ່ກາງເດືອນມັງກອນ (01) ຫາ ກາງເດືອນມີນາ (3), ປະລິມານ ນໍ້າຝົນສະເລັ່ຍ 3.700 ...

Read More »

ທະນາຄານພັດທະນາອາຊີ (ADB) ໃຫ້ທຶນຊ່ວຍເຫຼືອ ສປປ ລາວ

ພິທີລົງນາມໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອປັບປຸງ 3 ໂຄງການພື້ນຖານໂຄງລ່າງ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2018  ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ເອດີບີ ປະຈໍາ ສປປ ລາວ. ທະນາຄານພັດທະນາອາຊີ (ADB) ຕົກລົງໃຫ້ທຶນຊ່ວຍເຫຼືອ ສປປ ລາວ ມູນຄ່າ 125,5 ລ້ານໂດລາສະຫະລັດ ສໍາລັບໂຄງການພັດທະນານໍ້າປະປາ ແລະ ສຸຂະພິບານ ( ທຶນຊ່ວຍ ເຫຼືອລ້າເພີ່ມ), ໂຄງການພັດທະນາຕົວເມືອງຕາມແລວທາງ ອະນຸພາກພື້ນແມ່ນໍ້າຂອງໄລຍະ IV ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໃນອະນຸພາກພື້ນ ລຸ່ມແມ່ນໍ້າຂອງໄລຍະ II. ຂໍ້ມູນຈາກ:ຂປລ.

Read More »

ທ້າຍເດືອນພະຈິກ ເມືອງວຽງໄຊມີອາຍຸຄົບ 50 ປີ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ປະທານຄະນະກໍາມາທິການ ລະດັບຊາດເພື່ອກະກຽມສະເຫຼີມສະຫຼອງເມືອງວຽງໄຊ ຄົບຮອບ 50 ປີ ຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2018 ວ່າ: ການຈັດງານຄັ້ງນີ້ມີ 3 ຈຸດປະສົງສຳຄັນຄື: ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ. ສໍາລັບກິດຈະກໍາ ປະກອບມີ 12 ກິດຈະກຳໃຫຍ່ຄື: – ຈັດພິທີໂຮມຊຸມນຸມໃຫຍ່ຢູ່ເມືອງວຽງໄຊ ໃນວັນທີ 30 ພະຈິກ . – ງານວາງສະແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຖໍ້າຊ້າງລອດເມືອງວຽງໄຊ. – ປາຖະກະຖາເລົ່າມູນເຊື້ອກ່ຽວກັບເມືອງວຽງໄຊຕິດພັນກັບມູນເຊື້ອຂອງການປະຕິວັດລາວ. – ປະກວດບົດປະດິດຄິດແຕ່ງຕ່າງໆກ່ຽວກັບເມືອງວຽງໄຊ. – ໂຄສະນາເມືອງວຽງໄຊຜ່ານສື່ຕ່າງໆ. – ຂະບວນຄາລະວານປະກອບມີ 4 ຂະບວນໃຫຍ່. – ປຸກລະດົມບັນດາການຈັດຕັ້ງພັກ-ລັດ ...

Read More »

ສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ລຶບລ້າງຄວາມທຸກຍາກ ປະຈຳປີ 2018

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມງານ ແລະ ລັ່ນຄ້ອງເປັນສິລິມົງຄຸນເພື່ອເປີດງານ ງານສະເຫຼີມ ສະຫຼອງວັນອາຫານໂລກ 16 ຕຸລາ ຄົບຮອບ 35 ປີ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ ຄົບຮອບ 15 ປີ ຢູ່ສູນຄົ້ນຄ້ວາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2018, ທີ່ກະຊວງກະສິກຳ ແລະ ປ່າໄມ້  ໂດຍມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມແຂກຖືກເຊີນເຂົ້າຮ່ວມ. ການສະເຫຼີມສະຫຼອງວັນອາຫານໂລກໃນປີນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ການກະທໍາຂອງພວກເຮົາຄືອະນາຄົດຂອງພວກເຮົາ, ໂລກທີ່ປາສະຈາກຄວາມອຶດຫິວ ພາຍໃນປີ 2030 ແມ່ນມີຄວາມເປັນໄປໄດ້” ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ “ມາຮ່ວມມືກັນ ຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດທີ່ສຸດ ເພື່ອພ້ອມກັນສ້າງໂລກ ທີ່ມີການເຄົາລົບກຽດສັກສີ ແລະ ...

Read More »

ວິທະຍາສາດ ແລະ ເຕັກໂນໂລຊີ ມີຄວາມສຳຄັນຕໍ່ການ ພັດທະນາໃນຍຸກ 4.

ວັນທີ 12 ຕຸລາ ເປັນວັນປະກາດເອກະລາດ ແລະ ທັງແມ່ນວັນວິທະຍາສາດແຫ່ງຊາດລາວ, ຕະຫຼອດໄລຍະ 7 ປີຜ່ານມາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ 9 ສະບັບ ແລະ ນິຕິກຳລຸ່ມກົດໝາຍອີກຈໍານວນໜຶ່ງ, ພ້ອມທັງໄດ້ສ້າງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຖິງປີ 2030 ຊຶ່ງເປັນແຜນຍຸດທະສາດ ທີ່ສາມາດເຊື່ອມສານກັບການພັດທະນາ ຂອງບັນດາກະຊວງ ຂະແໜງການ ກໍຄື ພາກພື້ນ ແລະ ສາກົນ ຕາມທິດທາງພັດທະນາແບບຍືນຍົງ ແຫ່ງຍຸກອຸດສາຫະກຳ 4.0. ພັກ ແລະ ລັດ ໄດ້ເອົາໃຈໃສ່ ຕໍ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດຢ່າງຈົດຈໍ່, ຊຶ່ງສະແດງອອກໃນແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະນັ້ນລ້ວນແຕ່ໄດ້ເລັ່ງໃສ່ພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສຳລັບການຄົ້ນຄວ້າພັດທະນາ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາຢູ່ປະເທດ. ເນື່ອງໃນໂອກາດສະຫຼອງຄົບຮອບ 7 ປີ ຂອງວັນວິທະຍາສາດແຫ່ງຊາດລາວ ໄດ້ມີພິທີເປີດງານວາງສະແດງ ...

Read More »

ອາເມຣິກາ ໃຫ້ທຶນ 1.2 ກວ່າ ລ້ານໂດລາ ສະກັດກັ້ນສິນຄ້າຜິດກົດໝາຍຕາມດ່ານສາກົນ

ໃນວັນທີ 12 ຕຸລາ 2018 ທີ່ສວນມັນເບີຣີ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດນຳໃຊ້ອາຄານ ສູນຜູ້ຕ່ຳແຜ່ນແພແນວອະນຸຮັກເພດຍິງ ໃນ ສປປ ລາວ ຈັດຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຮມ ເທບທານີ ຕາງໜ້າການນຳແຂວງຊຽງຂວາງ, ໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມກົມພາສີ ກະຊວງການເງິນ, ກົມພາສີ ແລະ ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມບັນທຶກຂໍ້ຕົກລົງຮ່ວມມືທາງດ້ານວິຊາການໃນວຽກງານການບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງດ່ານພາສີຊາຍແດນ ໂດຍການລົງນາມລະຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ກັບ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າພະແນກ, ພະນັກງານວິຊາການຂອງຂະແໜງພາສີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໃນງານທ່ານ ນາງ ຣີນາ ບິດເຕີ ...

Read More »

ພັກ-ລັດ ຍ້ອງຍໍສັນລະເສີນແລະຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອໄພພິບັດ ອັດຕະປື

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ກ່າວໃນພິທີຖະແຫຼງຂ່າວ ໃນວັນທີ 15 ຕຸລາ 2018 ນີ້ວ່າ: ພາຍຫຼັງເຫດການເກີດຂຶ້ນ ແຕ່ວັນທີ 24 ກໍລະກົດ 2018 ຈົນເຖິງປັດຈຸບັນ, ກອງທັບປະຊາຊົນລາວ ກໍໄດ້ນໍາເອົາກໍາລັງຂອງຕົນ ຈໍານວນ 583 ສະຫາຍ ຈາກກະຊວງປ້ອງກັນປະເທດ, ກອງພັນ 11 ຂອງກອງພົນທີ 5, ກອງພັນ 19 ທະຫານແຂວງອັດຕະປື, ທະຫານເມືອງ ສະໜາມໄຊ ແລະ ໜ່ວຍງານກູ້ໄພ 1623 ຂອງລາວ ຕະລຸມບອນເຂົ້າພື້ນທີ່ເກີດໄພພິບັດ ເພື່ອຊ່ວຍເຫຼືອກອບກູ້ເອົາປະຊາຊົນອອກຈາກເຂດໄພພິບັດ ໄປສູ່ເຂດປອດໄພ ແລະ ສືບຕໍ່ຊອກຄົ້ນເກັບກູ້ຜູ້ສູນຫາຍ. ຈາກເຫດການດັ່ງກ່າວ ມີ 19 ບ້ານໄດ້ຮັບຜົນກະທົບກວມເອົາ 3.540 ຄອບຄົວ, ມີພົນລະເມືອງທັງໝົດ 14.440 ຄົນ ໃນນັ້ນ ໄດ້ຮັບຜົນກະທົບໜັກມີ 957 ຄົວເຮືອນ, ມີ 1.127 ຄອບຄົວ, ມີພົນລະເມືອງ 4.560 ຄົນ; ...

Read More »

ລັດຖະບານ ຕົກລົງມອບຫຼຽນໄຊແຮງງານໃຫ້ 22 ທ່ານ

ເພື່ອຕອບບຸນແທນຄຸນ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ໃນການເຄື່ອນໄຫວທີ່ຫ້າວຫັນ ຂອງບັນດາອະດີດປະທານ ແລະ ຮອງປະທານສະມາຄົມສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງລາວ ກັບຕ່າງປະເທດ ກໍຄື ການປະກອບສ່ວນດ້ານສະຕິປັນຍາ, ເຫື່ອແຮງ ໃນໄລຍະຜ່ານມາ. ໃນວັນທີ 15 ຕຸລາ 2018 ລັດຖະບານໄດ້ຕົກລົງມອບຫຼຽນໄຊແຮງງານ ຊັ້ນ I ຊັ້ນ II ໃຫ້ 22 ທ່ານ ເຊິ່ງພິທີປະດັບຫຼຽນ ໄຊແຮງງານດັ່ງກ່າວຕາງໜ້າໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ. ໃນພິທີໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ບັນດາອະດີດປະທານສະມາຄົມມິດຕະພາບລາວຂອງ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 15 ທ່ານ ແລະ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 7 ທ່ານ. ...

Read More »

ຮອງນາຍົກ ຮຽກຮ້ອງຜູ້ຮັບເໝົາກໍ່ສ້າງ ປະກອບສ່ວນເສຍພັນທະອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບັນດາບໍລິສັດ ຜູ້ຮັບເໝົາກໍ່ສ້າງໂຄງການສາຍສົ່ງສະຖານີ ແລະ ເຂື່ອນໄຟຟ້າ ຂຶ້ນ ເມື່ອບໍ່ດົນມານີ້, ທີ່ກະຊວງການເງິນ. ໃນກອງປະຊຸມໄດ້ພ້ອມກັນປຶກສາຫາລື ກ່ຽວກັບການເສຍພັນທະອາກອນກຳໄລ 1% ຂອງມູນຄ່າການກໍ່ສ້າງຕົວຈິງ ໃນໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າ ຊຶ່ງອີງຕາມການເຫັນດີໃຫ້ເກັບຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດເລກທີ 0163/ຄປຈ, ລົງວັັນທີ 14 ທັນວາ 2014 ກ່ຽວກັບການອະນຸຍາດເກັບອາກອນກຳໄລ ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າ. ຊຶ່ງໃນໄລຍະຜ່ານມາບັນດາໂຄງການທີ່ເຊັນສັນຍາຮັບເໝົາກໍ່ສ້າງ (EPC) ກັບ ຟຟລ ແມ່ນໄດ້ລະບຸເສຍແຕ່ອາກອນລາຍໄດ້ຈາກເງິນເດືອນ ແລະ ໃຫ້ມີການຍົກເວັ້ນ ອາກອນກຳໄລ, ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ແລະ ໃນສັນຍາເງິນກູ້ລະຫວ່າງລັດຖະບານຂອງ ສປປ ລາວ ແລະ (EXIM BANK) ຂອງຈີນ ແມ່ນໄດ້ລະບຸວ່າ ຖ້າຕ້ອງໄດ້ຈ່າຍອາກອນຕ່າງໆ ແມ່ນໃຫ້ເປັນພາລະຂອງຜູ້ກູ້ຢືມ. ສະນັ້ນ, ນິຕິກຳດັ່ງກ່າວ ແມ່ນບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ທີ່ກຳນົດວ່າ: ການຍົກເວັ້ນພັນທະອາກອນ ແມ່ນຕ້ອງໄດ້ຜ່ານການຮັບຮອງເຫັນດີຈາກສະພາແຫ່ງຊາດ ແລະ ບໍ່ສອດຄ່ອງກັບຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ ...

Read More »

ສປປ ລາວ ມີສາຍພົວພັນທາງການທູດກັບ 141 ປະເທດ

ກ່ອນນີ້ 73 ປີ ຢູ່ທີ່ເດີ່ນກິລາວຽງຈັນ ຫຼື ນະຄອນຫຼວງວຽງຈັນ, ລັດຖະບານລາວອິດສະຫລະ ໄດ້ປະກາດປະເທດລາວເປັນເອກະລາດຕໍ່ໂລກຢ່າງເປັນທາງການ, ມັນແມ່ນໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວທົ່ວທັງຊາດຜ່ານຫຼາຍສະໄໝ, ປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກໃຫ້ໂລກຮັບຮູ້ວ່າ: ໃນແຜ່ນດິນແຫ່ງນີ້ມີປະເທດລາວແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ທີ່ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ລັດຖະບານລາວອິດສະຫລະໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດນະໂຍບາຍການເມືອງ 12 ຂໍ້, ໃນນັ້ນໄດ້ປະກາດນະໂຍບາຍການຕ່າງປະເທດອອກຢ່າງເປັນທາງການ. ດັ່ງນັ້ນ, ວັນທີ 12 ຕຸລາ 1945 ຈິ່ງໄດ້ກາຍເປັນວັນການທູດລາວ. ຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ, ວຽກງານຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ສາມາດຍາດໄດ້ໄຊຊະນະໃໝ່ຢ່າງຕໍ່ເນື່ອງ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາທິປະໄຕຢູ່ປະເທດເຮົາ ຈິ່ງໄດ້ສໍາເລັດຜົນຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ໃນ 73 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ສປປ ລາວ ມີຖານະບົດບາດຫຼາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທີ່ມີເພື່ອນມິດສາກົນຢ່າງກວ້າງຂວາງ ...

Read More »