ພັກ-ລັດ ຍ້ອງຍໍສັນລະເສີນແລະຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອໄພພິບັດ ອັດຕະປື

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ກ່າວໃນພິທີຖະແຫຼງຂ່າວ ໃນວັນທີ 15 ຕຸລາ 2018 ນີ້ວ່າ: ພາຍຫຼັງເຫດການເກີດຂຶ້ນ ແຕ່ວັນທີ 24 ກໍລະກົດ 2018 ຈົນເຖິງປັດຈຸບັນ, ກອງທັບປະຊາຊົນລາວ ກໍໄດ້ນໍາເອົາກໍາລັງຂອງຕົນ ຈໍານວນ 583 ສະຫາຍ ຈາກກະຊວງປ້ອງກັນປະເທດ, ກອງພັນ 11 ຂອງກອງພົນທີ 5, ກອງພັນ 19 ທະຫານແຂວງອັດຕະປື, ທະຫານເມືອງ ສະໜາມໄຊ ແລະ ໜ່ວຍງານກູ້ໄພ 1623 ຂອງລາວ ຕະລຸມບອນເຂົ້າພື້ນທີ່ເກີດໄພພິບັດ ເພື່ອຊ່ວຍເຫຼືອກອບກູ້ເອົາປະຊາຊົນອອກຈາກເຂດໄພພິບັດ ໄປສູ່ເຂດປອດໄພ ແລະ ສືບຕໍ່ຊອກຄົ້ນເກັບກູ້ຜູ້ສູນຫາຍ.

ຈາກເຫດການດັ່ງກ່າວ ມີ 19 ບ້ານໄດ້ຮັບຜົນກະທົບກວມເອົາ 3.540 ຄອບຄົວ, ມີພົນລະເມືອງທັງໝົດ 14.440 ຄົນ ໃນນັ້ນ ໄດ້ຮັບຜົນກະທົບໜັກມີ 957 ຄົວເຮືອນ, ມີ 1.127 ຄອບຄົວ, ມີພົນລະເມືອງ 4.560 ຄົນ; ຂໍ້ມູນການສູນຫາຍເບື້ອງຕົ້ນ 131 ຄົນ.ແຕ່ຜ່ານການເຕົ້າໂຮມບ້ານ ແລະ ເກັບກໍາສະຖິຕິຄືນໃຫມ່, ຈຶ່ງໄດ້ຮູ້ວ່າ ໃນໄລຍະດັ່ງກ່າວ ມີປະຊາຊົນ ຈໍານວນໜຶ່ງ ໄດ້ໄປອາໄສຢູ່ນໍາພີ່ນ້ອງ ແລະ ພາຍຫຼັງເຫດການສະຫງົບລົງ ຈຶ່ງໄດ້ກັບຄືນມາຈໍານວນ 66 ຄົນ.

ດັ່ງນັ້ນ ຕົວເລກຜູ້ສູນຫາຍທາງການ (ຕົວຈິງ) ແມ່ນມີແຕ່ 65 ຄົນ, ໃນນັ້ນ ໄດ້ພົບເຫັນ ຜູ້ເສຍຊີວິດແລ້ວ 34 ສົບ, ຍັງບໍ່ທັນພົບເຫັນ (ສູນຫາຍ) 31 ກໍລະນີ; ມີຜູ້ອົບພະຍົບຖືກບາດເຈັບໜັກ ຈາກໄພພິບັດນໍ້າຖ້ວມໄດ້ເສຍຊີວິດຢູ່ໂຮງໝໍ 6 ຄົນ, (ຍິງ 2 ຄົນ) ລວມຜູ້ເສຍຊີວິດທັງໝົດ 40 ສົບ, (ຍິງ 19 ສົບ).

ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນປະມານ 434 ຕື້ກວ່າກີບ; ຢ່າງໃດກໍຕາມ ຄວາມເສຍຫາຍທາງດ້ານພື້ນຖານໂຄງລ່າງ ດ້ານສາທາລະນຸປະໂພກ, ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ແມ່ນຍັງບໍ່ສາມາດປະເມີນໄດ້.

ມາຮອດປັດຈຸບັນນີ້ ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຂໍປະກາດປິດການຊອກຄົ້ນຜູ້ສູນຫາຍ ຈາກຈາກເຫດໄພພິບັດ ໄລຍະທີ 1 ເພື່ອວາງແຜນສືບຕໍ່ຊອກຄົ້ນໃນໄລຍະຕໍ່ໄປ, ແຕ່ຍັງຮັກສາກໍາລັງທະຫານ, ພະຫະນະ ແລະ ເຄື່ອງມືຊອກຄົ້ນ ເພື່ອດໍາເນີນພາລະກິດການຊອກຄົ້ນຕໍ່ໄປ ຕາມການແຈ້ງຂ່າວ ແລະ ການສະເໜີຂອງປະຊາຊົນ.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາປະເທດເພື່ອນມິດ ທັງຢູ່ໃກ້ ແລະ ໄກ ແລະ ອົົງການຈັດຕັ້ງສາກົນຕ່າງໆ ຕໍ່ກັບຄວາມຫ່ວງໃຍ, ກໍາລັງໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອດ້ານທຶນຮອນ, ເຄື່ອງມືອຸປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງທັນສະພາບການ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຊ່ວຍແກ້ໄຂສຸກເສີນ ແກ່ຜູ້ປະສົບກັບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ສະແດງຄວາມຂອບໃຈເປັນພິເສດ ຕໍ່ໜ່ວຍກູ້ໄພ ແລະ ອາສາສະໝັກ ຈາກປະເທດເພື່ອນມິດ ໂດຍສະເພາະ ຈາກ ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ສ. ເກົາຫຼີ, ສ. ສິງກະໂປ ແລະ ປະເທດອື່ນໆ ທັງຢູ່ໃກ້ ແລະ ຢູ່ໄກ ທີ່ໄດ້ສົ່ງກໍາລັງ ແລະ ເຄື່ອງມື ມາສົມທົບ ກັບໜ່ວຍກູ້ໄພ ພາຍໃນປະເທດ ດໍາເນີນການກູ້ໄພ ແລະ ຊ່ວຍເຫຼືອຜູ້ປະສົບໄພ ດ້ວຍຄວາມເສຍສະຫຼະ, ແລະ ດ້ວຍຈິດໃຈມະນຸດສະທໍາ ອັັນສູງສົ່ງ.

ປະຊາຊົນລາວບັນດາເຜົ່າ ຮູ້ສຶກຊາບຊຶ້ງໃຈເປັນຢ່າງຍິ່ງ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊ່ວຍເຫຼືອອັນລໍ້າຄາ ແລະ ຕໍ່ໄມຕີຈິດມິດຕະພາບອັນສູງສົ່ງ ດັ່ງກ່າວນັ້ນ ຢ່າງບໍ່ມີວັນຫຼົງລືມໄດ້.

ຂອບໃຈ ຕໍ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອສະຫນັບສະໜູນ ດ້ວຍນໍ້າໃສໃຈຈິງຂອງຕົນທີ່ໄດ້ບິແບ່ງ ແລະ ເສຍສະຫຼະ ທັງກໍາລັງຊັບ ແລະ ກໍາລັງແຮງ ສຸມໃສ່ຊ່ວຍເຫຼືອ ເພື່ອສະແດງເຖິງຄວາມເປັນຫ່ວງເປັນໃຍ ຕໍ່ປະຊາຊົນລາວ ແຂວງອັດຕະປື.

ພັກ ແລະ ລັດຖະບານ ຂໍສະແດງຄວາມຍ້ອງຍໍສັນລະເສີນ ກໍາລັງທະຫານ, ກໍາລັງຕໍາຫຼວດ, ໜ່ວຍອາສາສະໝັກ, ແພດ-ໝໍ, ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ; ຊົມເຊີຍພະນັກງານ-ລັດຖະກອນ ທຸກໆອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ຜູ້ປະກອບການ, ນັກທຸລະກິດ, ຄູບາອາຈານ, ນັກສິລະປິນ ແລະ ປະຊາຊົນທຸກຫົນແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນ ແລະ ສະແດງອອກເຖິງກໍາລັງແຮງ ແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ໃນການຊ່ວຍເຫຼືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນຄັ້ງນີ້.

ຂໍ້ມູນຈາກ: ຂປລ.

Comments