ທະນາຄານພັດທະນາອາຊີ (ADB) ໃຫ້ທຶນຊ່ວຍເຫຼືອ ສປປ ລາວ

ພິທີລົງນາມໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອປັບປຸງ 3 ໂຄງການພື້ນຖານໂຄງລ່າງ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2018  ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ເອດີບີ ປະຈໍາ ສປປ ລາວ.

ທະນາຄານພັດທະນາອາຊີ (ADB) ຕົກລົງໃຫ້ທຶນຊ່ວຍເຫຼືອ ສປປ ລາວ ມູນຄ່າ 125,5 ລ້ານໂດລາສະຫະລັດ ສໍາລັບໂຄງການພັດທະນານໍ້າປະປາ ແລະ ສຸຂະພິບານ ( ທຶນຊ່ວຍ ເຫຼືອລ້າເພີ່ມ), ໂຄງການພັດທະນາຕົວເມືອງຕາມແລວທາງ ອະນຸພາກພື້ນແມ່ນໍ້າຂອງໄລຍະ IV ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໃນອະນຸພາກພື້ນ ລຸ່ມແມ່ນໍ້າຂອງໄລຍະ II.

ຂໍ້ມູນຈາກ:ຂປລ.

Comments