ລັດຖະບານ ຕົກລົງມອບຫຼຽນໄຊແຮງງານໃຫ້ 22 ທ່ານ

ເພື່ອຕອບບຸນແທນຄຸນ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ໃນການເຄື່ອນໄຫວທີ່ຫ້າວຫັນ ຂອງບັນດາອະດີດປະທານ ແລະ ຮອງປະທານສະມາຄົມສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງລາວ ກັບຕ່າງປະເທດ ກໍຄື ການປະກອບສ່ວນດ້ານສະຕິປັນຍາ, ເຫື່ອແຮງ ໃນໄລຍະຜ່ານມາ.

ໃນວັນທີ 15 ຕຸລາ 2018 ລັດຖະບານໄດ້ຕົກລົງມອບຫຼຽນໄຊແຮງງານ ຊັ້ນ I ຊັ້ນ II ໃຫ້ 22 ທ່ານ ເຊິ່ງພິທີປະດັບຫຼຽນ ໄຊແຮງງານດັ່ງກ່າວຕາງໜ້າໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ.
ໃນພິທີໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ບັນດາອະດີດປະທານສະມາຄົມມິດຕະພາບລາວຂອງ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 15 ທ່ານ ແລະ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 7 ທ່ານ.

ຂໍ້ມູນ-ຮູບພາບຈາກ: ຂປລ.

 

Comments