ຂ່າວ ພາຍໃນປະເທດ

ຢາກໄດ້ທຶນ!!! ໄປສຶກສາຕໍ່ທີ່ ຮົງກົງ ອ່ານດ່ວນ…..

ທຶນການສຶກສາ ຈາກ Hongkong ມາແລ້ວ ?? ?? ?? ສົນໃຈສະໝັກ ເຊີນອ່ານ ທາງນີ້ Hong Kong PhD Fellowship Scheme ມີຫຼາຍສາຂາໃຫ້ເລືອກຮຽນ ປິດຮັບສະໝັກ: 1/12/2018 ລາຍລະອຽດ ແລະ ວິທີການສະຫມັກທີ່: https://cerg1.ugc.edu.hk/hkpfs/apply.html Eligible candidates should first make an Initial Application online through the Hong Kong PhD Fellowship Scheme Electronic System (HKPFSES) to obtain an HKPFS Reference Number by 1 December 2018 at Hong Kong Time 12:00:00 before submitting applications for ...

Read More »

ສົນໃຈ!!! ຮຽນຕໍ່ປະລິຍາໂທ ສາຂາວິທະຍາສາດສັດ ແລະ ວິທະຍາສາດພືດ ອ່ານດ່ວນ…

ມະຫາວິທະຍາໄລແຫ່ງຊາດ ຄະນະກະເສດສາດ  ແຈ້ງການ ເຖິງ ນັກສຶກສາ ແລະ ພະນັກງານທຸກທ່ານ ເລື່ອງ: ການເປີດຮັບນັກສຶກສາປະລິນຍາໂທ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ມີ 2 ສາຂາດັ່ງນີ້ ຂາສາວິທະຍາສາດສັດ ປິດຄຳຮ້ອງ 13/1/2019   ສອບເສັງ 17/1/2019  ເລີ່ມຮຽນ 1/3/2019 ຄ່າຮຽນ 23.122.000 ກີບ ເງື່ອນໄຂຜູ້ສະໝັກ: ຈົບປະລິນຍາຕີສາຂາລ້ຽງສັດ,​ ປະມົງ, ສັດຕະວະແພດ (ເປັນນັກສຶກສາຈົບໃໝ່ຕ້ອງມີຄະແນນ 3,00 ຂຶ້ນໄປ 2. ສາຂາວິທະຍາສາດພືດ  ປິດຄຳຮ້ອງ 13/1/2019   ສອບເສັງ 17/1/2019  ເລີ່ມຮຽນ 1/3/2019 ຄ່າຮຽນ 21.250.000 ກີບ ເງື່ອນໄຂຈົບປະລິນຍາຕີສາຂາປູກຝັງ ຫຼື ປ້ອງກັນພືດ (ເປັນນັກສຶກສາຈົບໃໝ່ຕ້ອງມີຄະແນນ 3,00 ຂຶ້ນໄປ. ຕິດຕໍ່ພົວພັນໄດ້ທີ່ ພະແນກສຶກສາຫຼັງປະລິນຍາຕີ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໂທ: 020 2207 0940, 020 5565 ...

Read More »

ງານສຳມະນາຟຣີ!!! ຫົວຂໍ້: ຂັ້ນຕອນການຂໍຂຶ້ນທະບຽນທຸລະກິດ

ທາງສູນຜູ້ປະກອບການແມ່ຍິງ ຂໍເຊີນບັນດາເຈົ້າຂອງທຸລະກິດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນທຸລະກິດ ເຂົ້າຮ່ວມສຳມະນາ ຟຣີ ຫົວຂໍ້ ຂັ້ນຕອນການຂໍຂຶ້ນທະບຽນທຸລະກິດ ເຂົ້າຮ່ວມຟຮີ !!! Free Training ! ໃນວັນທີ 23 ຕຸລາ 2018 ມາຮັບຮູ້ຄວາມໝາຍ ຄວາມສຳຄັນ ຂອງການຈົດທະບຽນທຸລະກິດ ວ່າຈຳເປັນແນວໃດຕໍ່ການດຳເນີນ ແລະ ການເຂົ້າຫາແຫຼ່ງທຶນ ເພື່ອພັດທະນາທຸລະກິດຂອງທ່ານ ວິທະຍາກອນຮັບເຊີນຈາກ: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ສົນໃຈສະໝັກທາງລິ້ງນີ້ເດີ! https://goo.gl/forms/iAO0jHYw5caY5ySu1 ຂໍມູນເພີ່ມເຕີມໂທ: 021 451669 #BusinessRegistration

Read More »

ຜົນການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018”

ການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018” Lao Golf Club Championship  ໄດ້ເລີ່ມເປີດສາກຂຶ້ນໃນວັນເສົາ ທີ 20 ຕຸລາ 2018 ແລະ ສິ້ນສຸດລົງໃນມື້ວານນີ້ວັນທີ 21 ຕຸລາ 2018, ຢູ່ທີ່ສະໜາມກ໊ອຟ ລາວຄັນທີຄຣັບ, ສວນຊາວໜຸ່ມຫຼັກ 14, ນະຄອນຫຼວງວຽງຈັນ. ເປັນການແຂ່ງຂັນສອງຮອບ, 36 ຂຸມ, ມີນັກກິລາເຂົ້າຮ່ວມທັງໝົດ 138 ຄົນ, ມີ 21 ທີມ ທີ່ມາຈາກບັນດາແຂວງ ແລະ ສະໂມສອນກ໊ອຟຕ່າງໆອ້ອມຂ້າງສູນກາງ. ໂດຍມີການແຂ່ງຂັນ 3 ປະເພດຄື: ປະເພດບຸກຄົນ, ປະເພດທີມ ແລະ ລຸ້ນເຍົາວະຊົນ. ປະເພດບຸກຄົນ ຜູ້ຊະນະເລີດໄດ້ແກ່ ທ່ານ ສີປະເສີດ ແພງພັນດີ ຄະແນນ 70+72 ອອກ 142 (-2) ອັນດັບ 2 ໄດ້ແກ່ທ່ານ ສາຍຊົນ ວິສີສົມບັດ ຄະແນນ 72+73 ອອກ 145 ...

Read More »

ຄົນລາວສ້າງຊື່ສຽງໃຫ້ກັບປະເທດຊາດອີກແລ້ວ

ຄົນລາວສ້າງຊື່ສຽງໃຫ້ກັບປະເທດຊາດອີກແລ້ວ….ງານນີ້ເຮັດໃຫ້ເຈົ້າຂອງວິຊາຕ້ອງຍອມຮັບໃນຄວາມສາມາດພິເສດສະເພາະດ້ານຂອງຄົນລາວ ເມື່ອທ່ານ ອາຈານ ເຕີ້  ຫຼື ມີອີກຊື່ໜຶ່ງແມ່ນ TawbKoj TsisTxawj Dhuav.   ຕາງໜ້າ ສປປ ລາວ ແລະ ເຜົ່າມົ້ງ ສາມາດໄດ້ແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຍາດໄດ້ຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ 2018 ຜ່ານມາ ທີ່ ສປ ຈີນ. ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົາຫຼິນ ໃນສປ ຈີນ. ອາຈານ ເຕີ້ (ສາຍາ ບູດສ໌ລີລາວ ຫຼື Bruce ...

Read More »

ລັດຖະມົນຕີ ຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມອາເຊັມ ຄັ້ງທີ 12 ກົດເຂົ້າໄປອ່ານເລີຍ….

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຫຼື ອາເຊັມ ຄັ້ງທີ 12, ທີ່ ບຣຸກແຊນ, ຣາຊະອານາຈັກ ແບນຊິກ, ໃນວັນທີ 18-19 ຕຸລາ 2018, ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)”ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກພາກພື້ນ ອາຊີ ແລະ ເອີຣົບ ເຂົ້າຮ່ວມທັງໝົດ 53 ຄະນະ (51 ປະເທດສະມາຊິກ ແລະ 2 ອົງການຈັດຕັ້ງສາກົນ). ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12 ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືກັນ ລະຫວ່າງພາກພື້ນອາຊີ ແລະ ເອີຣົບ ໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນ ລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ...

Read More »

ແຈ້ງການມອດໄຟ 1 ຊົ່ວໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ດັ່ງນັ້ນໃນເວລາ 12:00 ໂມງ ຫາ 13:00 ໂມງ ຂອງວັນທີ 22 ຕຸລາ 2018 ຈະໄດ້ທໍາການມອດໄຟຟ້າ ໃນທົ່ວປະເທດ ເພື່ອເປັນການຮ່ວມສະຫຼອງວັນດັ່ງກ່າວໃນ ສປປ ລາວ ຢ່າງກວ້າງຂວາງ. ຕາມຂໍ້ມູນຂອງ ສະຫະປະຊາຊາດ ເປີດເຜີຍວ່າ: ຢູ່ໃນໂລກຍັງມີປະຊາຊົນຫຼາຍຕື້ຄົນ ຍັງບໍ່ໄດ້ເຂົ້າເຖິງ ຫຼື ບໍ່ໄດ້ຊົມໃຊ້ພະລັງງານສະໄໝໃໝ່ໂດຍສະເພາະ ແມ່ນການຊົມໃຊ້ ພະລັງງານໄຟຟ້າ ອັນເປັນການ ກົດໜ່ວງຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ ແລະ ເຮັດໃຫ້ປະຊາຊົນ ດຳລົງຊີວິດຢູ່ໃນ ຄວາມຫຍຸ້ງຍາກທີ່ສຸດ. ຍ້ອນແນວນັ້ນ ໃນປີ 2011 ທ່ານ ບັນກິມູນ  ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ເລີ່ມໂຄງການທີ່ເອີ້ນວ່າ: “ ພະລັງງານຍືນຍົງ ເພື່ອໝົດທຸກຄົນ ” “ SE4LL ” ແລະ ກຳນົດເອົາ ປີ 2012 ເປັນປີສາກົນ ສຳລັບພະລັງງານຍືນຍົງ ເພື່ອໝົດທຸກຄົນແນ່ໃສ່ບັນລຸ 3 ເປົ້າໝາຍພາຍໃນປີ 2030 ຄື: ຮັບປະກັນປະຊາກອນທັງໝົດ ໄດ້ເຂົ້າເຖິງການບໍລິການ ດ້ານພະລັງງານສະໄໝໃໝ່, ເພີ່ມອັດຕາສ່ວນການປັບປຸງ ປະສິດທິພາບ ພະລັງໂລກຂຶ້ນເປັນສອງເທົ່າ ແລະ ເພີ່ມອັດຕາສ່ວນ ຂອງພະລັງງານ ທົດແທນໃນລວມຍອດພະລັງງານໂລກ ຂຶ້ນເປັນສອງເທົ່າຄືກັນ. ທັງນີ້ກໍເປັນ ໂອກາດທີ່ດີ ແລະ ເປັນບ່ອນອີງ ໃນການຂົນຂວາຍ, ປຸກລະດົມພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ ມາຮ່ວມມືກັບ ລັດຖະບານເຂົ້າໃນການ ສະໜອງພະລັງງານ ໂດຍສະເພາະແມ່ນພະລັງງານສະໄໝໃໝ່ ໃຫ້ກັບປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ນຳໃຊ້ ພະລັງງານໃຫ້ທົ່ວເຖິງ ຍ້ອນວ່າ: ພະລັງງານ ເປັນປັດ​ໄຈສຳຄັນໜຶ່ງ ທີ່ຊ່ວຍໃຫ້ ປະຊາຊົນຫຼຸດພົ້ນ ອອກຈາກຄວາມທຸກຍາກ ຍິ່ງໄປກວ່ານັ້ນກໍຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ກັບ ປະຊາຊົນ ສ້າງລາຍຮັບດ້ວຍການຜະລິດສິນຄ້າແລະ ບໍລິການຕ່າງໆ, ຍົກສູງສະມັດຕະພາບ ດ້ານການຜະລິດ ແລະ ການບໍລິການດັ່ງກ່າວ ນັບມື້ນັບສູງຂຶ້ນ ​ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນຕື່ມອີກ.     ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2018

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2018 ໄດ້ໄຂຂຶ້ນໃນວັນທີ 18 ແລະ ປິດລົງໃນວັນທີ 19 ຕຸລາ 2018 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 6 ເອກະສານສໍາຄັນ ດັ່ງນີ້: ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈໍາປີ 2018 ແລະ ທິດທາງແຜນການ ສໍາລັບປີ 2019; ທິດທາງ ແລະ ແຜນການຊຸກຍູ້ສົ່ງເສີມການຜະລິດລະດູແລ້ງ;ຜົນການສໍາຫຼວດ, ສຶກສາຄົ້ນຄວ້າ ແລະ ວິເຄາະວິໄຈ ກ່ຽວກັບການສ້າງຕັ້ງ ແລະ ດໍາເນີນງານຂອງເຂດເສດ ຖະກິດພິເສດ;ສະພາບການຄຸ້ມຄອງ ແລະ ນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນໄລ໌;ຮ່າງດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ຮ່າງດໍາລັດ ວ່າດ້ວຍຄວາມປອດໄພ ແລະ ...

Read More »

ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ “LBC Oktoberfest” ມ່ວນ!! ມັນ!! ກວ່າເກົ່າ.

ມື້ນີ້ຜູ້ຂຽນຈະມາເລົ່າຄວາມຮູ້ສຶກ ພ້ອມກັບເອົາຮູບພາບບັນຍາກາດຂອງງານເທສະການ “LBC Oktoberfest 2018” ມາຝາກ ແຕ່ຈະຂໍເວົ້າງ່າຍໆທີ່ໄທເຮົາເຈົ້າຂ້ອຍຮູ້ ກໍຄືງານເບຍຈອກໃຫຍ່ 555 ຈັບຈອກດຽວເມົາໝົດຄືນ. ບໍລິສັດເບຍລາວ ໄດ້ເປີດງານເທສະການສະຫຼອງເບຍລະດັບສາກົນ “LBC Oktoberfest 2018”ເປັນຄັ້ງທີ 2 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຕື່ນຕາຕື່ນໃຈ ກັບບັນຍາກາດແບບຊາວຕາເວັນຕົກ ພື້ນເມືອງຂອງເຢຍລະມັນ. ໂດຍການເປີດງານຂອງຄະນະປະທານບໍລິສັດເບຍລາວ ພ້ອມກັບບັນດາຄົນມັກມ່ວນ, ຄໍເບຍທັງຫຼາຍທັງຄົນລາວແລະ ຕ່າງປະເທດ. ເລີ່ມເປີດງານເປັນມື້ທຳອິດ ໃນຄໍ່າຄືນຂອງມື້ວານນີ້ ວັນທີ 18 ຕຸລາ 2018, ຢູ່ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ ແລະ ມີໄປເຖິງວັນອາທິດ ວັນທີ 21 ຕຸລາ 2018 ນີ້ເທົ່ານັ້ນ. ເລີ່ມຕັ້ງແຕ່ເວລາ 18:30 ໂມງ. ຂະໜາດເປັນມື້ທຳອິດຂອງການຈັດງານ ແຕ່ຮູ້ສຶກວ່າ ງານນີ້ໄດ້ຮັບຜົນຕອບຮັບດີ ເພາະເຫັນມີຄົນສົນໃຈມາຮ່ວມງານຢ່າງຫຼວງຫຼາຍຈົນເຕັມງານທັງຄົນລາວ ແລະ ຄົນຕ່າງປະເທດ, ພາກັນທັງແຕ່ງຕົວແບບຊາວພື້ນເມືອງປະເທດເຢຍລະມັນດັ່ງເດີມ ຄືເປັນບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈ ຄືຢູ່ທ່າມກາງເທສະການຢູ່ເອີຣົບພຸ້ນແຫຼະ ທັງຮູບແບບການຈັດງານແມ່ນເປັນຕາຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ ແລະ ໂພສລົງເຟສບຸກຊວນໝູ່ມາຮ່ວມມ່ວນນຳກັນ. ໃນງານທຸກຄົນຈະໄດ້ພົບກັບສິລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອີຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ...

Read More »

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຝຣັ່ງປະຈຳລາວ ຄົນໃໝ່

ໃນວັນທີ 17 ຕຸລາ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຝຣັ່ງ ປະຈຳ ສປປ ລາວ ຄົນໃໝ່ ໃນໂອກາດທີ່ມາດຳລົງຕຳແໜ່ງຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະສືບຕໍ່ຊຸກຍູ້ການຮ່ວມມືລະ ຫວ່າງສອງປະເທດ ລາວ-ຝຣັ່ງ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ. ທັງສອງຝ່າຍ ໄດ້ໂອ້ລົມປຶກສາຫາລື ກ່ຽວກັບການຮ່ວມມືຂອງສອງປະເທດ ທາງດ້ານວັດທະ ນະທຳ ...

Read More »