ເນລະມິດເມືອງປາກຊ່ອງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ແຖວໜ້າອາຊຽນ

ເມືອງປາກຊ່ອງແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງແຂວງ ຈຳປາສັກ ຕັ້ງຢູ່ເຂດພູພຽງບໍລະເວນ ມີເນື້ອທີ່ທັງໝົດ 348 .735 ເຮັກຕາ ຊຶ່ງນອນຢູ່ໃນເສັ້ນຂະໜານເໜືອທີ: 15o 10 ‘  48″N ຫາ 15o 28 ‘  39″N ແລະ ເສັ້ນແວງຕາເວັນອອກທີ: 106o 13 ‘  42″ E ຫາ 106o 23 ່ 22″E,

ເມືອງປາກຊ່ອງແມ່ນເປັນເມືອງທີ່ມີຄວາມພິເສດທາງດ້ານພູມອາກາດ ໜາວເຢັນຕະຫລອດປີ ອຸ່ນຫະພູມຕ່ຳສຸດ 9,120C ຕ່ຳກ່ວາອູ່ນຫະພູມ ເຂດທົ່ງພຽງ 60C ຫາ 70C ແລະ ອຸ່ນນະພູມສູງສຸດ 25,20C , ອຸນຫະພູມສະເລັ່ຍໃນປີແມ່ນ 19,90C ລະດູຝົນເລີ້ມແຕ່ກາງເດືອນ ມີນາ (3) ຫາ ກາງເດືອນທັນວາ (12) ແລະ ລະດູແລ້ງເລີ້ມແຕ່ກາງເດືອນມັງກອນ (01) ຫາ ກາງເດືອນມີນາ (3), ປະລິມານ ນໍ້າຝົນສະເລັ່ຍ 3.700 ມມ/ປີ.

–   ເມືອງ ປາກຊ່ອງແບ່ງອອກເປັນ 10 ກຸ່ມ, ປະກອບມີ  88 ບ້ານ,  ປະກອບດ້ວຍ 17 ຊົນເຜົ່າ ຄື: ລາວລຸ່ມມີ 20 %, ເຜົ່າຢຣຸ 45%, ຍະເຫີນ 20% ແລະ ເຜົ່າອື່ນ ກວມ 15 %.  ພົນລະເມືອງ 90 % ດຳລົງຊີວິດຢູ່ເຂດຊົນນະບົດ, ໂດຍຖືເອົາການຜະລິດກະສິກຳເປັນອາຊີບຕົ້ນຕໍ ກວມ 95% ແລະ ອາຊີບ ອື່ນໆ 5%.

ເມືອງປາກຊ່ອງມີແຫຼ່ງທ່ອງທ່ຽວທັງໝົດ 67 ແຫ່ງ ໃນນັ້ນແຫຼ່ງທ່ອງທ່ຽວທຳມະຊາດ  37 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 8 ແຫ່ງ.

ປັດຈຸບັນນີ້ມີ 74 ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງປາກຊ່ອງ ໃນນັ້ນ 45.000 ເຮັກຕາແມ່ນເນື້ອທີ່ປູກກາເຟ, 1.700 ເຮັກຕາແມ່ນປູກພືດຜັກ ແລະ ຍັງອີກດິນຈໍານວນໜຶ່ງແມ່ນໄດ້ສະຫງວນໄວ້ເປັນແຫຼ່ງທ່ອງທ່ຽວ ລວມທັງວຽກ ບຸລິມະສິດຂອງເມືອງ.

ປີ 2017 ຜ່ານມາມີນັກທ່ອງທ່ຽວປະມານ 189.000 ຄົນ ເຂົ້າມາຢ້ຽມຢາມ ແລະ ສໍາຜັດອາກາດ  ໜາວ ໃນ 37 ແຫຼ່ງທ່ອງທ່ຽວທີ່ໂດ່ງດັງ. ແນວໃດກໍດີ ປະຊາຊົນພາຍໃນເມືອງປາກຊ່ອງມີຊີວິດດີຂຶ້ນເປັນກ້າວໆນັ້ນຍ້ອນການເຮັດສວນກາເຟ ແລະ ປູກພືດປ້ອນຕະຫຼາດພາຍໃນ-ຕ່າງປະເທດໂດຍສະເພາະກາເຟລາວໄດ້ສົ່ງອອກໄປປະເທດສະມາຊິກອາຊຽນ, ຍີ່ປຸຸນ, ສ.ເກົາຫລີ, ອາເມລິກາ, ເອີເຣົບ ແລະ ອື່ນໆ.

ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນອາທິດທີສອງຂອງເດືອນຕຸລາ 2018 ຜ່ານມານີ້ວ່າ:ຈະເນລະມິດເມືອງປາກຊ່ອງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາໂດ່ງດັງ ຢູ່ແຖວໜ້າຂອງອາຊຽນ ພ້ອມມີແຜນພັດທະນາເບື້ອງຕົ້ນ ຈະສ້າງເປັນສວນພຶກສາຊາດ ນາໆຊະນິດ ແລະ ສ້າງພຣະພຸດທະຮູບ ໃຫຍ່ທີ່ສຸດ ດ້ວຍຄວາມສູງ 108 ແມັດ.

 

ຂອບໃຈແຫຼ່ງຂໍ້ມູນ.

ພາບຈາກອິນເຕີເນັດ.

Comments