ຂ່າວ ພາຍໃນປະເທດ

ເປີດຫຼັກສູດ!!! ປະລິນຍາເອກເສດຖະສາດ ຢູ່ ມຊ ຢ່າງເປັນທາງການ….

ສິ້ນສຸດການລໍຄອຍ ! ? ?‍? ?‍? ? ??  ທີ່ນັກສຶກສາຢາກຮຽນຕໍ່ໃນລະດັບປະລິດຍາເອກເສດຖະເສດ ໂດຍບໍ່ຕ້ອງໄປຮຽນຢູ່ໄກເຖິງຕ່າງປະເທດແລ້ວ. ເປີດແລ້ວ ຫຼັກສູດປະລິນຍາເອກເສດຖະສາດ ຢ່າງເປັນທາງການ ຢູ່ຄະນະເສດຖະສາດ ແລະ ບໍລິການທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃນມື້ວານນີ້ວັນທີ 10 ຕຸລາ 2018. ເລີ່ມເປີດຮັບສະໝັກນັກສຶກສາ ວັນທີ 15/11 –  7/12/2018 ສອບເສັງຄັດເລືອກວັນທີ 15 ທັນວາ 2018 ປະກາດຜົນການສອບເສັງ  25 ທັນວາ 2018 ເລີ່ມຮຽນ 1 ມີນາ 2019 ຂໍເຊີນເດີຜູ່ໃດສົນໃຈສະໜັກໄດ້. Official opening PhD program in Economics in FEB ຄ່າລົງທະບຽນຮຽນ 3 ປີ ແມ່ນ 63 ລ້ານກີບ ເທົ່ານັ້ນ. ທີ່ມາ: Lao Youth Radio FM 90.0 Mhz   ...

Read More »

ທະນາຄານໂລກ ຊີ້ແຈງ ການເຕີບໂຕຂອງເສດຖະກິດລາວຫຼຸດລົງເຫຼືອ 6,6% ຍ້ອນ….

ທະນາຄານໂລກ ໄດ້ລາຍງານການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 4 ຕຸລາຜ່ານມາ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນໄດ້ຊີ້ໃຫ້ເຫັນສະພາບລວມການຂະຫຍາຍຕົວທາງດ້ານເສດຖະກິດໃນຫຼາຍເດືອນຜ່ານມາ ລວມມີ: ສະພາບຄວາມເຄັ່ງຕຶງທາງການຄ້າ, ອັດຕາດອກເບ້ຍເພີ່ມຂຶ້ນໃນສະຫະລັດອາເມຣິກາ ( ສຫລ ), ເງິນໂດລາສະຫະລັດແຂງຄ່າ ແລະ ຄວາມຜັນຜວນຂອງຕະຫຼາດການເງິນຢູ່ໃນຫຼາຍປະເທດທີ່ເປັນຕະຫຼາດໃໝ່ ເຊິ່ງໄດ້ເພີ່ມທະວີຄວາມບໍ່ແນ່ນອນຕໍ່ທ່າອ່ຽງການເຕີບໂຕຂອງພາກພື້ນ ແລະ ໃນຂະນະດຽວກັນອັດຕາເງິນເຟີ້ກໍຈະເລີ່ມສູງຂຶ້ນຢູ່ໃນພາກພື້ນ. ເສດຖະກິດຂອງປະເທດຈີນ ແມ່ນຄາດວ່າຈະຂະຫຍາຍຕົວຊ້າກວ່າປີ 2017 ມາຢູ່ໃນອັດຕາ 6,5% ໃນປີ 2018, ຖ້າບໍ່ລວມປະເທດຈີນແລ້ວ ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ກໍາລັງພັດທະນາຢູ່ນີ້ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວໃນອັດຕາຄົງທີ່ 5,3% ແຕ່ປີ 2018 ຫາປີ 2020 ໂດຍມີຄວາມຕ້ອງການພາຍໃນເປັນປັດໄຈຂັບເຄື່ອນ. ຂະນະທີ່ທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທະນາຄານພັດທະນາອາຊີ ( ເອດີບີ ) ຄາດການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງໃນປີ 2018 ເນື່ອງຈາກການຜະລິດຂອງຂະແໜງກະສິກຳ ແລະ ບໍ່ແຮ່ຈະຕ່ຳກວ່າຄາດໝາຍ. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວຂອງຂະແໜງກໍ່ສ້າງ ແລະ ການບໍລິການຈະຊ່ວຍທົດແທນບາງສ່ວນຂອງຜົນກະທົບທາງລົບເຫຼົ່ານີ້ ໂດຍອີງຕາມບົດລາຍງານເສດຖະກິດ ສະບັບປັບປຸງຂອງ ...

Read More »

ການນໍາແຂວງອັດຕະປືເລັ່ງຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ພ້ອມທັງ…..ກົດເຂົ້າໄປອ່ານເລີຍ…  

​​​​ໃນຕອນເຊົ້າຂອງວັນທີ 9 ຕຸລາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ຕໍ່ອໍານາດການປົກຄອງ ແຂວງອັດຕະປື. ທ່ານ ຮອງນາຍົກໄດ້ມີຄຳເຫັນເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງອັດຕະປື ​ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ກໍ່ສ້າງທີ່ພັກອາໃສຊົ່ວຄາວຂອງປະຊາຊົນ ໃຫ້ສໍາເລັດໂດຍໄວ້ ໂດຍໃຫ້ມີການຄຸ້ມຄອງ ແລະ ເສີມກໍາລັງເຂົ້າໃນການປຸກສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອໃຫ້ສໍາເລັດໂດຍໄວ; ບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ; ເກັບກໍາ, ຈັດສັນ ແລະ ເກັບມ້ຽນເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ດີ. ຄະນະຈັດຕັ້ງຮັບຜິດຊອບສູນໃຫ້ ສືບຕໍ່ຕິດຕາມສະພາບການດໍາລົງຊີວິດ ຂອງປະຊາຊົນພາຍໃນສູນຢ່າງເປັນປົກກະຕິ ໂດຍສະເພາະ ສະພາບທາງດ້ານແນວຄິດຈິດໃຈ ຂອງປະຊາຊົນ; ເອົາໃຈໃສ່ວຽກງານຄຸ້ມຄອງສູນພັກເຊົາຊົ່ວຄາວ ເປັນຕົ້ນ ການຮັກສາຄວາມສະອາດ, ການແກ້ໄຂລະບົບລະບາຍນໍ້າເປື້ອນພາຍໃນສູນ ເພື່ອຮັບປະກັນສຸຂະພາບ, ຊີວິດ ແລະ ຫຼີກບໍ່ໃຫ້ເກີດມີພະຍາດລະບາດ. ເອົາໃຈໃສ່ວຽກງານການສຶກສາ ໂດຍມອບໃຫ້ຂະແໜງການສຶກສາແຂວງ, ເມືອງ ກໍານົດແຜນການ ເພື່ອແກ້ໄຂໃຫ້ລະອຽດ ອັນໃດຈະມອບໃຫ້ສູນກາງຊ່ວຍເຫຼືອ ແລະ ອັນໃດຈະແມ່ນທ້ອງຖິ່ນແກ້ໄຂ; ສືບຕໍ່ຕິດຕາມ ແລະ ປະຕິບັດນະໂຍບາຍໃຫ້ປະຊາຊົນ ຢ່າງເປັນປົກກະຕິ ໃນນີ້ ຕ້ອງໄດ້ມີການສຶກສາອົບຮົມ, ອະທິບາຍໃຫ້ປະຊາຊົນ ມີຄວາມເຂົ້າໃຈຕໍ່ນະໂຍບາຍທີ່ພັກ ແລະ ລັດມອບໃຫ້. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ຈັດສັນເຂດຜະລິດ ...

Read More »

ຢາກສຶກສາຕໍ່ ທີ່ມະຫາໄລອັນດັບ 1 ຂອງປະເທດໄທ ອ່ານດ່ວນ….

ຂ່າວດີ…!!!! ສຳຫຼັບທ່ານທີ່ສົນໃຈຢາກສຶກສາຕໍ່ລະດັບ ປະລິນຍາໂທ ແລະ ປະລິນຍາເອກ ທີ່ ຈຸລາລົງກອນມະຫາວິທະຍາໄລ (ກຸງເທບ) ທີ່ເປັນມະຫາວິທະຍາໄລອັນດັບ 1 ຂອງປະເທດໄທ ພາຍໃຕ້ທຶນ “Scholarship Program for ASEAN Countries” ສາມາດອ່ານລາຍລະອຽດໄດ້ທີ່ເວັບໄຊ: http://www.academic.chula.ac.th/ ປິດຮັບສະໝກວັນທີ 15 ພະຈິກ 2018 ນີ້…. Posted by Lao Youth Radio FM 90.0 Mhz on Sunday, October 7, 2018

Read More »

ນະຄອນຫຼວງວຽງຈັນ ຕິດໜີ້ຄ່າໄຟຟ້າເຍືອງທາງ 40 ຕື້ກີບ

ປັດຈຸບັນ, ນະຄອນຫຼວງວຽງຈັນ ມີໜີ້ຄ່າໄຟຟ້າເຍືອງທາງທີ່ຕິດຄ້າງຈ່າຍໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ, ໃນຂະນະທີ່ ຟຟລ ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮ່ວມກັນປຶກສາຫາລືເພື່ອຫາວິທີແກ້ໄຂໃຫ້ໄດ້ໂດຍໄວ. ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນ ເລີ່ມນໍາໃຊ້ນັບແຕ່ປີ 2002 ເປັນຕົ້ນມາ. ໃນເບື້ອງຕົ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ. ມາຮອດປີ 2012, ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບໃຫ້ ຟຟລ ຄຸ້ມຄອງບໍາລຸງຮັກສາ ເນື່ອງຈາກມີເຄື່ອງມືອຸປະກອນຄົບຊຸດ ແລະ ຮູ້ຈັກລະບົບເຕັກນິກລະບົບ ໄຟຟ້າດີກ່ວາພາກສ່ວນອື່ນ. ຕະຫຼອດໄລຍະ 7 ປີຫຼັງມານີ້, ລະບົບໄຟຟ້າເຍືອງທາງຢູ່ເສັ້ນທາງໃຫຍ່ທີ່ ຟຟລ ຄຸ້ມ ຄອງມີ 45 ເສັ້ນທາງ ແລະ ທາງຊອຍ 41 ເສັ້ນທາງ ແຕ່ຍັງມີອີກ 13 ເສັ້ນທາງທີ່ຂະຫຍາຍໃໝ່ທີ່ ຟຟລ ບໍ່ໄດ້ຮັບເຂົ້າໃນການຄຸ້ມຄອງ ຍ້ອນວ່າມັນພົວພັນເຖີງບັນຫາງົບປະມານໃຊ້ຈ່າຍໃນການບຳລຸງຮັກສາ. ແຕ່ເນື່ອງຈາກໄຟຟ້າເຍືອງທາງບໍ່ໄດ້ຂຶ້ນກັບ ຟຟລ ໂດຍກົງ ...

Read More »

ນາຍົກເດີນທາງເຂົ້າຮ່ວມ ກອງປະຊຸມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງ 10

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ ປຸ່ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພ້ອມທັງຈະມີການພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ. ຊຶ່ງໄດ້ຈັດຂຶ້ນລະ ຫວ່າງວັນທີ 8-9 ຕຸລາ 2018 ນີ້ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. ສໍາລັບໂຄງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ລວມມີໂຄງການສົ່ງເສີມການເຊື່ອມຈອດພາກພື້ນ ແລະ ການພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງການປັບປຸງເສັ້ນທາງໝາຍເລກ 9, ໂຄງການສ້າງຂົວເຊກອງ ຢູ່ ເສັ້ນທາງຫຼວງແຫ່ງຊາດໝາຍເລກ 16B, ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ອື່ນໆ. ທີ່ມາ: ຂ່າວສານປະເທດລາວ

Read More »

ນາຍົກເນັ້ນໃຫ້ທະນາຄານໃນລາວ ຫັນເປັນອຸດສາຫະກຳ 4.0

ໃນວັນທີ 6 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ໃນຍຸກເຊື່ອມໂຍງ ຫັນເປັນສະໄໝ ນັ້ນກໍຄືຍຸກການປະຕິວັດຫັນເປັນອຸດສະຫະກຳ 4.0 ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ. ທ່ານນາຍົກໄດ້ກ່າວວ່າ: ໃນປັດຈຸບັນເຕັກໂນໂລຊີໄດ້ມີການປ່ຽນແປງໃນທຸກມື້ໃນທົ່ວໂລກສະນັ້ນພວກເຮົາຕ້ອງຮັບມືກັບສິ່ງທ້າທາຍ ເປັນຕົ້ນແມ່ນ ຕ້ອງສ້າງສະຕິຕື່ນຕົວທາງດ້ານການເມືອງ ໃຫ້ແກ່ພະນັກງານທະນາຄານ ໃຫ້ມີຄວາມຮັບຜິດຊອບດ້ານການເງິນຕໍ່ພັກ-ລັດ, ຕ້ອງເຮັດວຽກລວມສູນປະຊາທິປະໄຕ ແລະ ຕ້ານພະຍາດອາຍາສິດ; ພະນັກງານທະນາຄານຕ້ອງເຮັດວຽກແບບມືອາຊີບ ເພື່ອໃຫ້ທັນກັບການປ່ຽນແປງໃນໄລຍະໃໝ່; ທະນາຄານຕ້ອງເຂັ້ມງວດໃນການປະຕິບັດໜ້າທີ່ທາງດ້ານເງິນຕາ ເພື່ອຊຸກຍູ້ໃນການພັດທະນາເສດຖະກິດຂອງປະເທດ, ຕ້ານໄພເງິນເຟີ້ ແລະ ຮັກສາສະຖຽນລະພາບດ້ານເງິນຕາ; ຜັນຂະຫຍາຍຄຳສັ່ງ 02/ນຍ ວ່າດ້ວຍໃນການປັບປຸງກົນໄກ ການດຳເນີນທຸລະກິດຢູ່ໃນ ສປປ ລາວ ເພື່ອປັບປຸງຕົວຊີ້ວັດ ໃນການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດການຄຸ້ມຄອງການລົງທຶນໃຫ້ຢູ່ໃນລະດັບທີ່ດີຂຶ້ນກວ່າເກົ່າ ເຮັດໃຫ້ນັກທຸລະກິດທີ່ມາລົງທຶນຢູ່ລາວມີຄວາມເຊື່ອໝັ້ນ. ...

Read More »

ຊົມເຊີຍ!!! 7 ຕຸລາ ວັນຄູແຫ່ງຊາດ ຄົບຮອບ 24 ປີ

ວັນທີ 7 ຕຸລາ ວັນຄູແຫ່ງຊາດລາວ ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້,ສະນັ້ນຈຶ່ງຂໍຍົກບັນຫາມາຕັ້ງຂື້ນວ່າ: ຄົນແນວໃດຈື່ງເອີ້ນວ່າຄູ? ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະການຮຽນ. ສຳລັບປະເທດລາວເຮົາ ເມື່ອເວົ້າເຖີງ ການສອນ-ການຮຽນຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ. ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະຝັຣງໃນສະຕະວັດທີ່XII (12) ປະຊາຊົນໄດ້ຫັນຈາກການກະສິກຳ ກາຍມາຍຶດຖືອາຊີບການຄ້າ, ເກິດມີຕົວເມືອງການຄ້າ ແລະຕົວເມືອງອຸດສາຫະກຳແລ້ວ. ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່XIV(14) ເຈົ້າຟ້າງຸ່ມກະສັດອົງທຳອິດຂອງລາວພຽງແຕ່ໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖີງພໍ່ແມ່ ແລະເດັກນ້ອຍລາວສູງທີ່ສຸດແລະແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຮິດຄອງປະເພນີຕາມຄວາມເຊືອຖືມາເປັນການສຶກສາລູກ ເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊືອຖື. ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼືເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ,ຮຽນຮູ້ຫຼັກວິຊາ ແລະລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄັວດລະບາຍສີ, ຢາພື້ນເມືອງ, ...

Read More »

ເປີດຮັບສະໜັກ!!! ທຶນແລກປ່ຽນ ຮຽນຢູ່ມະຫາວິທະຍາໄລ ອັນດັບ 1 ຂອງຫວຽດນາມ

ມະຫາວິທະຍາໄລ ອັນດັບ 1 ຂອງປະເທດຫວຽດນາມ, ມະຫາວິທະຍາໄລ ບັກກວາ ຫຼື Hanoi University of Science and Technology ຂໍເຊີນຊວນບັນດາທ່ານ ທີ່ມາຈາກເຄືອຂ່າຍ ມະຫາວິທະຍາໄລ ໃນອາຊຽນ ສະໝັກເຂົ້າ ມາຮຽນແລກປ່ຽນ ຢູ່ມະຫາໄລ ບັກກວາ ເປັນເວລາ 1 ພາກຮຽນ !!! ?? ?? ?? ປິດຮັບສະໝັກ: 20/10/2018 ລາຍລະອຽດແລະວິທີການສະຫມັກອອນລາຍ ຂ້າງລຸ່ມນີ້ !!! Ha Noi University of Science and Technology (HUST), Viet Nam, welcomes international students from all of ASEAN University Partners within the framework of SHARE Scholarship Programme to ...

Read More »

ຮຽນພາສາອັງກິດດ້ວຍຕົນເອງໄດ້ງ່າຍໆ ດ້ວຍແອັບນີ້….ກົດເຂົ້າເບິ່ງເລີຍ!!!!

ຂ່າວດີ ! ຂ່າວໃໝ່ ໃຫ້ຄົນລາວໄດ້ໃຊ້ ແລະ ຮຽນພາສາອັງກິດ ໄປນຳກັນ ໂດຍການດາວໂຫລດແອັບ ໂດຍບໍ່ໄດ້ເສຍເງິນ ປັດຈຸບັນ ທ່ານສາມາດ ດາວໂຫລດ ແອັບພິເຄຊັນ ຮຽນພາສາອັງກິດ ສໍາຫຼັບ ຂະແໜ່ງການທ່ອງທ່ຽວ ແລະ ການໂຮງແຮມ ເພື່ອເສີມສ້າງການໃຊ້ພາສາອັງກິດ ຂອງຄົນລາວ ໃຫ້ດີຂຶ້ນ ! ເປັນແອັບຂອງຄົນລາວສ້າງຂຶ້ນມາເພື່ອຄົນລາວໂດຍສະເພາະ ຄົນລາວເຮົາກໍບໍ່ທຳມະດາ ສາມາດສ້າງແອັບມາເພື່ອສັງຄົມລາວເຮົາແທ້ໆ ທົດລອງດາວໂຫລດ ແລ້ວໃຊ້ກັນລອງເບິ່ງເດີ້ !!!

Read More »