ສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ລຶບລ້າງຄວາມທຸກຍາກ ປະຈຳປີ 2018

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມງານ ແລະ ລັ່ນຄ້ອງເປັນສິລິມົງຄຸນເພື່ອເປີດງານ ງານສະເຫຼີມ ສະຫຼອງວັນອາຫານໂລກ 16 ຕຸລາ ຄົບຮອບ 35 ປີ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ ຄົບຮອບ 15 ປີ ຢູ່ສູນຄົ້ນຄ້ວາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2018, ທີ່ກະຊວງກະສິກຳ ແລະ ປ່າໄມ້  ໂດຍມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມແຂກຖືກເຊີນເຂົ້າຮ່ວມ.

ການສະເຫຼີມສະຫຼອງວັນອາຫານໂລກໃນປີນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ການກະທໍາຂອງພວກເຮົາຄືອະນາຄົດຂອງພວກເຮົາ, ໂລກທີ່ປາສະຈາກຄວາມອຶດຫິວ ພາຍໃນປີ 2030 ແມ່ນມີຄວາມເປັນໄປໄດ້” ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ “ມາຮ່ວມມືກັນ ຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດທີ່ສຸດ ເພື່ອພ້ອມກັນສ້າງໂລກ ທີ່ມີການເຄົາລົບກຽດສັກສີ ແລະ ສິດທິມະນຸດຢ່າງທົ່ວເຖິງ”.

ພາຍໃນງານໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳ ເປັນຕົ້ນ ແມ່ນງານວາງ ສະແດງສິນຄ້າກະສິກຳ, ຈັດການສຳມະນາໃນຫົວຂໍ້ຕ່າງໆ ແລະ ກິດຈະກຳປິ່ນອ້ອມອື່ນໆ.

 

ຂໍ້ມູນຈາກ: ຂປລ.

Comments