ວິທະຍາສາດ ແລະ ເຕັກໂນໂລຊີ ມີຄວາມສຳຄັນຕໍ່ການ ພັດທະນາໃນຍຸກ 4.

ວັນທີ 12 ຕຸລາ ເປັນວັນປະກາດເອກະລາດ ແລະ ທັງແມ່ນວັນວິທະຍາສາດແຫ່ງຊາດລາວ, ຕະຫຼອດໄລຍະ 7 ປີຜ່ານມາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ 9 ສະບັບ ແລະ ນິຕິກຳລຸ່ມກົດໝາຍອີກຈໍານວນໜຶ່ງ, ພ້ອມທັງໄດ້ສ້າງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຖິງປີ 2030 ຊຶ່ງເປັນແຜນຍຸດທະສາດ ທີ່ສາມາດເຊື່ອມສານກັບການພັດທະນາ ຂອງບັນດາກະຊວງ ຂະແໜງການ ກໍຄື ພາກພື້ນ ແລະ ສາກົນ ຕາມທິດທາງພັດທະນາແບບຍືນຍົງ ແຫ່ງຍຸກອຸດສາຫະກຳ 4.0.

ພັກ ແລະ ລັດ ໄດ້ເອົາໃຈໃສ່ ຕໍ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດຢ່າງຈົດຈໍ່, ຊຶ່ງສະແດງອອກໃນແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະນັ້ນລ້ວນແຕ່ໄດ້ເລັ່ງໃສ່ພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສຳລັບການຄົ້ນຄວ້າພັດທະນາ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາຢູ່ປະເທດ.

ເນື່ອງໃນໂອກາດສະຫຼອງຄົບຮອບ 7 ປີ ຂອງວັນວິທະຍາສາດແຫ່ງຊາດລາວ ໄດ້ມີພິທີເປີດງານວາງສະແດງ ຕະຫຼາດນັດເຕັກໂນໂລຊີລາວ 2018 ຫຼື LAO TECHMART 2018 ຂຶ້ນໃນວັນທີ 12 ຕຸລາ 2018, ທີ່ສູນການຄ້າລາວ-ໄອເຕັກ.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ງານວາງສະແດງຄັ້ງນີ້, ໄດ້ເປີດກວ້າງເຊື້ອເຊີນບັນດາສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກສ່ວນທຸລະກິດ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມວາງສະແດງ, ພ້ອມທັງນຳເອົາເຕັກໂນໂລຊີໃໝ່ ເຂົ້າມາວາງສະແດງ ແລະ ສາທິດຈາກຕ່າງປະເທດ ເພື່ອການຮ່ວມມື ສົ່ງເສີມການຖ່າຍທອດນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ເປັນຕົ້ນແມ່ນ ເຕັກໂນໂລຊີ ຊີວະພາບ ແລະ ກະສິກຳ, ຂໍ້ມູນຂ່າວສານ ແລະ ການສື່ສານ, ພະລັງງານທົດແທນ ແລະ ວັດສະດຸໃໝ່, ວິສະວະກຳ ແລະ ອອກແບບ, ການຂົນສົ່ງ, ການແພດ, ການປຸງແຕ່ງອາຫານ, ໄຟຟ້າ-ເອເລັກໂຕຣນິກ, ການສ້າງເປັນເມືອງທັນສະໄໝ ແລະ ການພັດທະນາຊັບພະຍາກອນມະນຸດ.

 

Comments