ສປປ ລາວ ມີສາຍພົວພັນທາງການທູດກັບ 141 ປະເທດ

ກ່ອນນີ້ 73 ປີ ຢູ່ທີ່ເດີ່ນກິລາວຽງຈັນ ຫຼື ນະຄອນຫຼວງວຽງຈັນ, ລັດຖະບານລາວອິດສະຫລະ ໄດ້ປະກາດປະເທດລາວເປັນເອກະລາດຕໍ່ໂລກຢ່າງເປັນທາງການ, ມັນແມ່ນໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວທົ່ວທັງຊາດຜ່ານຫຼາຍສະໄໝ, ປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກໃຫ້ໂລກຮັບຮູ້ວ່າ: ໃນແຜ່ນດິນແຫ່ງນີ້ມີປະເທດລາວແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ທີ່ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ.

ລັດຖະບານລາວອິດສະຫລະໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດນະໂຍບາຍການເມືອງ 12 ຂໍ້, ໃນນັ້ນໄດ້ປະກາດນະໂຍບາຍການຕ່າງປະເທດອອກຢ່າງເປັນທາງການ. ດັ່ງນັ້ນ, ວັນທີ 12 ຕຸລາ 1945 ຈິ່ງໄດ້ກາຍເປັນວັນການທູດລາວ.

ຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ, ວຽກງານຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ສາມາດຍາດໄດ້ໄຊຊະນະໃໝ່ຢ່າງຕໍ່ເນື່ອງ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາທິປະໄຕຢູ່ປະເທດເຮົາ ຈິ່ງໄດ້ສໍາເລັດຜົນຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

ໃນ 73 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ສປປ ລາວ ມີຖານະບົດບາດຫຼາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທີ່ມີເພື່ອນມິດສາກົນຢ່າງກວ້າງຂວາງ ມາຮອດປັດຈຸບັນ ພັກປະຊາຊົນປະຕິວັດລາວໄດ້ມີການພົວພັນກັບພັກການເມືອງ ຕ່າງປະເທດ ຫຼາຍກວ່າ 130 ພັກ. ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງ ການທູດກັບ 141 ປະເທດ, ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ, ເຊິ່ງສົມທຽບໃສ່ປີ 1975 ປະເທດເຮົາມີສາຍພົວພັນການທູດພຽງແຕ່ 44 ປະເທດເທົ່ານັ້ນ.

ຍ້ອນແນວທາງອັນຖືກຕ້ອງເປັນທຳ ແລະ ການເຄື່ອນ ໄຫວ ການທູດທີ່ມີໝາກຜົນດີເປັນກ້າວໆມາຂອງ ພັກ-ລັດ ແລະ ປະຊາຊົນເຮົາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃນລະ ດັບພາກພື້ນ ແລະ ສາກົນຫຼາຍຄັ້ງ.

ອັນພົ້ນເດັ່ນໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ແມ່ນຜົນສຳເລັດອັນໃຫຍ່ຫຼວງ ໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມບັນດາ ລັດຖະມົນຕີ ອື່ນໆທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນໄລຍະປີ 2016 ຜ່ານມາ.

ເຊິ່ງໄດ້ຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງສາກົນຕໍ່ຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍຄືຕໍ່ການນໍາພາຂອງພັກ-ລັດເຮົາ, ທັງເປັນການຢັ້ງຢືນເຖິງໝາກຜົນຂອງການເຄື່ອນໄຫວການຕ່າງປະເທດທີ່ຕັ້ງໜ້າ, ບໍ່ຮູ້ອິດຮູ້ເມື່ອຍຂອງການນໍາພັກ-ລັດ ກໍຄືທຸກຂະແໜງການ.

ການເຄື່ອນໄຫວມີໝາກຜົນອັນພົ້ນເດັ່ນ, ຕັ້ງໜ້າ ແລະ ມີລັກສະນະບຸກທະລຸຄືແນວນີ້ໄດ້ ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມຖືກຕ້ອງເປັນທໍາ ຂອງແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ການເຕີບໃຫຍ່ເຂັ້ມແຂງຂອງຂະແໜງການຕ່າງປະເທດແຫ່ງ ສປປ ລາວ.

ຂໍ້ມູນຈາກ: Support Prime Minister Thongloun Sisoulith

Comments