ອາເມຣິກາ ໃຫ້ທຶນ 1.2 ກວ່າ ລ້ານໂດລາ ສະກັດກັ້ນສິນຄ້າຜິດກົດໝາຍຕາມດ່ານສາກົນ

ໃນວັນທີ 12 ຕຸລາ 2018 ທີ່ສວນມັນເບີຣີ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດນຳໃຊ້ອາຄານ ສູນຜູ້ຕ່ຳແຜ່ນແພແນວອະນຸຮັກເພດຍິງ ໃນ ສປປ ລາວ ຈັດຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຮມ ເທບທານີ ຕາງໜ້າການນຳແຂວງຊຽງຂວາງ, ໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມກົມພາສີ ກະຊວງການເງິນ, ກົມພາສີ ແລະ ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມບັນທຶກຂໍ້ຕົກລົງຮ່ວມມືທາງດ້ານວິຊາການໃນວຽກງານການບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງດ່ານພາສີຊາຍແດນ ໂດຍການລົງນາມລະຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ກັບ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າພະແນກ, ພະນັກງານວິຊາການຂອງຂະແໜງພາສີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ໃນງານທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ກ່າວວ່າ: “ ປີ 2016 ສະຫະລັດອາເມຣິກາ ໄດ້ລົງນາມຮ່ວມມືແບບກວມລວມ ( Comprehensive Partnership ) ເຊິ່ງສ້າງຂຶ້ນບົນພື້ນຖານ ຄວາມເຄົາລົບເຊິ່ງກັນ ແລະ ກັນ “ ຂໍ້ຕົກລົງສະບັບໃໝ່ນີ້ສ້າງຂຶ້ນພາຍໃຕ້ພັນທະສັນຍາຂອງສັນຍາຮ່ວມມືແບບກວມລວມ ໂດຍການຮ່ວມມືດ້ານຄວາມປອດໄພແບບລົງເລິກ ເພື່ອຊ່ວຍຕ້ານ ແລະ ສະກັດກັ້ນອາດຊະຍາກໍາຂ້າມຊາດ ”.
ສຳລັບການລົງນາມຄັ້ງນີ້ ໄດ້ມອບເງິນຫຼາຍກວ່າ 1,2 ລ້ານໂດລາສະຫະລັດ ຈາກລັດຖະບານສະຫະລັດອາເມຣິກາ ເພື່ອສະໜັບສະໜູນ ແລະ ພັດທະນາຄວາມອາດສາມາດຂອງ ສປປ ລາວ, ເພື່ອຕ້ານ ແລະ ສະກັດກັ້ນສິ່ງຂອງຜິດກົດໝາຍປະເພດຕ່າງໆທີ່ນໍາເຂົ້າ ຫຼື ສົ່ງອອກຈາກລາວຜ່ານຊາຍແດນສາກົນ ເຊັ່ນ: ຢາເສບຕິດ, ຜະລິດຕະພັນສັດປ່າ ແລະ ຜະລິດຕະພັນປອມແປງ, ໂຄງການນີ້ຍັງຈະຊ່ວຍ ສປປ ລາວ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຂະແໜງພາສີສໍາເລັດໄດ້ຈຶ່ງຈໍາເປັນຕ້ອງໄດ້ມີການຊ່ວຍເຫຼືອທາງດ້ານວິຊາການ, ການແລກປ່ຽນບົດຮຽນ ໂດຍສະເພາະງົບປະມານໃນການເຄື່ອນໄຫວວຽກງານຕ່າງໆການຊ່ວຍເຫຼືອຂອງທາງລັດຖະບານສະຫະລັດອາເມຣິກາໃນຄັ້ງນີ້ ຈຶ່ງນອນໃນເປົ້າໝາຍການຕອບສະໜອງກົງກັບຄວາມ ຮຽກຮ້ອງຕ້ອງການຂອງຂະແໜງພາສີ.

ການລົງນາມໃນຄັ້ງນີ້ເປັນການລົງນາມຂໍ້ຕົກລົງການຮ່ວມມືທາງດ້ານວິຊາການ ໃນວຽກງານການບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງຊາຍແດນລະຫວ່າງກົມພາສີ ກະຊວງການເງິນ ແລະ ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ການຮ່ວມມືລະຫວ່າງທັງສອງຝ່າຍໄດ້ເລີ່ມມາແຕ່ປີ 2011 ເປັນຕົ້ນມາກົມພາສີກໍ່ໄດ້ຮັບການຊ່ວຍເຫຼືອຄັ້ງທໍາອິດໃນປີ 2013 ໃນມູນຄ່າການຊ່ວຍເຫຼືອທັງໝົດ 1 ແສນໂດລາສະຫະລັດ ມາຮອດປັດຈຸບັນສະຖານທູດສະຫະລັດອາເມຣິກາກໍ່ໄດ້ໃຫ້ການສືບຕໍ່ຊ່ວຍເຫຼືອກົມພາສີ ສປປ ລາວ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ແມ່ນເປັນໄລຍະທີ 2 ໃນມູນຄ່າທັງໝົດ 225.000 ໂດລາສະຫະລັດ ໂດຍອີງໃສ່ເງື່ອນໄຂຂໍ້ຕົກລົງການຮ່ວມມືສະບັບດັ່ງກ່າວ ເຊິ່ງຜູ້ໃຫ້ທຶນສາມາດເພີ່ມຈໍານວນເງິນການຊ່ວຍເຫຼືອຂຶ້ນໄດ້.

ສະນັ້ນ, ສະຖານທູດສະຫະລັດອາເມຣິກາ ຈຶ່ງໄດ້ມີການຄົ້ນຄວ້າພິຈາລະນາ ແລະ ໄດ້ເພີ່ມການຊ່ວຍເຫຼືອເພີ່ມຕື່ມອີກ 1 ແສນໂດລາສະຫະລັດ ລວມເປັນເງິນທັງໝົດ 1.225.000 ໂດລາສະຫະລັດຈຸດປະສົງຂອງການຊ່ວຍເຫຼືອດັ່ງກ່າວແມ່ນເພື່ອນໍາໃຊ້ເຂົ້າໃນວຽກງານກໍ່ສ້າງບຸກຄະລາກອນ, ສ້າງຄວາມເຂັ້ມແຂງໃຫ້ຂະແໜງພາສີເພື່ອຍົກສູງຄວາມສາມາດຂອງເຈົ້າໜ້າທີ່ພາສີ, ຈັດຊື້ອຸປະກອນ, ເຄື່ອງມືຮັບໃຊ້, ທັດສະນະສຶກສາ ແລະ ອື່ນໆ ໃຫ້ແກ່ເຈົ້າໜ້າທີ່ພາສີລາວ.

Comments