ຂ່າວ ພາຍໃນປະເທດ

ມວນຊົນເມືອງຊຳເໜືອ ຕ້ອນຮັບຂະບວນຄາລາວານ ສະຫະພັນກຳມະບານລາວ

ໃນວັນທີ 17 ຕຸລາ 2018, ມວນຊົນຊາວເມືອງຊຳເໜືອ ນຳໂດຍ ທ່ານ ລຽນໄຊ ບຸນມະ ນີວັນ ເລຂາພັກເມືອງ, ເຈົ້າເມືອງຊໍາເໜືອ ພ້ອມດ້ວຍຄະນະ ໄດ້ຈັດພິທີຕ້ອນຮັບຂະບວນຄາລາວານ ຂອງສະຫະພັນກຳມະບານລາວ ຫວນຄືນສູ່ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຢ່າງສົມກຽດ ຢູ່ທີ່ເດີນສວນແກ້ວຫຼັກເມືອງ. ຂະບວນຄາລາວານດັ່ງກ່າວ, ນຳໂດຍ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ສະມາ ຊິກສະພາແຫ່ງຊາດ ປະທານສູນກາງສະຫະພັນກຳມະບານລາວ, ມີ ປະທານ, ຮອງປະທານສະຫະພັນກຳມະບານ ຈາກກະຊວງທະບວງກົມ, ອົງການຈັດຕັ້ງຂອງລັດ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ມີຂະບວນລົດ ທັງໝົດ 76 ຄັນ. ການຈັດຂະບວນຄາລາວານ ຫວນຄືນສູ່ເມືອງວຽງໄຊໃນຄັ້ງນີ້, ເປັນການຫວນຄືນສູ່ມູນເຊື້ອປະຫວັດສາດ ຂອງການນຳພາອັນສະຫຼາດສ່ອງໃສ ໃນໄລຍະຕໍ່ສູ້ກູ້ຊາດອັນລະອິດລະອ້ຽວ, ເຊິ່ງໄດ້ເຮັດໃຫ້ເມືອງວຽງໄຊ ກາຍເປັນຖີ່ນກຳເນີດ ຂອງ ສປປ ລາວ ທັງເປັນການປະກອບສ່ວນສ້າງຂະບວນການ ໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນ ໃນທ້າຍເດືອນພະຈິກ 2018 ນີ້ ໃຫ້ມີຄວາມໝາຍສຳຄັນ, ພ້ອມທັງຕິດພັນກັບກິດຈະກຳ ປີທ່ອງທ່ຽວລາວ ...

Read More »

ຢາກໄປເຝິກເຮັດວຽກ ກັບບໍລິສັດທີ່ມີຊື່ສຽງຢູ່ອາເມລິກາ ອ່ານດ່ວນ…..

ຕ້ອງການຫາປະສົບການ ເຮັດວຽກ ເພື່ອຮຽນຮູ້ ທຸລະກິດສາກົນ ໃນຂະນະະດຽວກັນ ກໍ່ພັດທະນາທັກສະ ພາສາອັງກິດໄປນໍາບໍ່ ? ໂອກາດດີໆ ມາຮອດທ່ານແລ້ວ ! ໂຄງການ U.S-ASEAN Internship Program ເປີດໃຫ້ທ່ານໄດ້ສະໝັກແລ້ວ ເພື່ອໄປເຝິກເຮັດວຽກ ກັບບໍລິສັດ ທີ່ມີຊື່ສຽງ ຢູ່ປະເທດ ອາເມລິກາ ?? ?? ?? ລາຍລະອຽດເພີ່ມຕື່ມທີ່: internships.usasean.org ໂຊກດີເດີ້ !!! Looking for exceptional opportunities to learn international business? Gain valuable work experiences? And develop your English language skills? Now it’s your chance to join the U.S-ASEAN Internship Program to gain working experiences ...

Read More »

ເສັ້ນທາງ 13 ໃຕ້ ແຍກດົງໂພສີ ຫາ ພູມະເຈດີ ໄດ້ຮັບການສ້ອມແປງຄືນໃໝ່

ເມື່ອບໍ່ດົນມານີ້, ທ່ານ ແສງສະຫວັນ ອານຸສິນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄຊພູທອງ ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມຄະນະ ລົງຕິດຕາມກວດກາໂຄງການສ້ອມແປງເສັ້ນທາງຫຼວງຂອງແຂວງ ເລກທີ 26309 ໂດຍເລີ່ມຈາກເສັ້ນທາງຫຼວງ ເລກທີ 13 ໃຕ້ ແຍກບ້ານດົງໂພສີ ຫາ ບ້ານພູມະເຈດີ ເຊິ່ງມີຄວາມຍາວທັງໝົດ 14 ກິໂລແມັດ ແລະ ກ້ວາງ 7 ແມັດ ລວມມູນຄ່າທັງໝົດ 593 ລ້ານກີບ. ສຳລັບທຶນໃນການກໍ່ສ້າງສ້ອມແປງເສັ້ນທາງໃນຄັ້ງນີ້ ແມ່ນໄດ້ມາຈາກງົບປະມານກອງທຶນພັດທະນາຂອງສູນກາງ ໂດຍແມ່ນບໍລິສັດ ແກ້ວຈະເລີນຊັບ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 5 ຕຸລາ 2018, ມາຮອດປັດຈຸບັນ ແມ່ນສ້ອມແປງຈຸດທີ່ເປ໋ເພຫຼາຍ ແລະ ຄາດວ່າຈະສຳເລັດຕາມລະດັບຄາດໝາຍ ໃນທ້າຍເດືອນຕຸລາ 2018 ນີ້. ພາຍຫຼັງໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ສຳເລັດ ກໍຈະເປັນການສ້າງເງື່ອນໄຂສິ່ງອຳນວຍຄວາມສະດວກໃນການສັນຈອນ ໄປມາ ໃຫ້ກັບພໍ່ແມ່ປະຊາຊົນ ລະຫວ່າງ ບ້ານຕໍ່ບ້ານໃຫ້ສະດວກສະບາຍຂຶ້ນ ພ້ອມນັ້ນຍັງຫຼຸດຜ່ອນອັດຕາຄວາມສ່ຽງ ຕໍ່ການເກີດອຸບັດເຫດໃນການໃຊ້ລົດໃຊ້ຖະໜົນ ໃຫ້ນ້ອຍລົງ, ທັງເປັນການສ້າງກົງຈັກພື້ນຖານໂຄງລ່າງເສດຖະກິດໃຫ້ພັດທະນາ ...

Read More »

ເປີດຮັບສະໝັກໂຄງການ YSEALI Professional Fellows Program 2019

ທ່ານຢາກທ່ອງທ່ຽວ ແລະ ເຂົ້າຮ່ວມໂຄງການແລກປ່ຽນທີ່ສະຫະລັດອາເມລິກາເປັນເວລາ 1 ເດືອນບໍ່? ສະໝັກເລີຍກັບໂຄງການ 2019 #YSEALI Professional Fellows Program! ເພື່ອນໆສາມາດເລືອກຫົວຂໍ້ໄດ້ດັ່ງນີ້: ການມີສ່ວນຮ່ວມໃນສັງຄົມ, ການພັດທະນາທາງ ແລະ ສົ່ງເສີມທາງດ້ານເສດຖະກິດ, ຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ການປົກຄອງ ແລະ ສັງຄົມ. ຜູ້ສະໝັກຈະຕ້ອງມີອາຍຸລະຫວ່າງ 25-35 ປີ ແລະ ເປັນປະຊາຊົນຂອງບັນດາປະເທດອາຊຽນ. ທ່ານສາມາດອ່ານລາຍລະອຽດ ແລະ ສະໝັກໄດ້ທີ່ https://bit.ly/2QvPDCD Want to travel or participate in a fully-funded program in the U.S. for one month? Then apply for the 2019 #YSEALI Professional Fellows Program! To apply you must be between 25-35 ...

Read More »

ທູດຍີ່ປຸ່ນຕ້ອນຮັບອາສາສະໜັກ ມາປະຈໍາ ສປປລາວ

ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ກ່າວວ່າ: ນັບແຕ່ປີ 1965 ປະເທດລາວ ເປັນປະເທດທຳອິດ ທີ່ຍີ່ປຸ່ນ ໄດ້ສົ່ງອາສາສະໝັກຊາວໜຸ່ມມາປະຕິບັດງານ, ເຊິ່ງມາເຖິງປັດຈຸບັນມີອາສາສະໝັກຊາວໜຸ່ມ ແລະ ອະວຸໂສ ທີ່ຖືກສົ່ງມາເຮັດວຽກຢູ່ ສປປ ລາວ ທັງໝົດ 992 ຄົນ, ໃນຫຼາຍຂະແໜງການ ໂດຍສະເພາະແມ່ນ ສາທາລະນະສຸກ, ການສຶກສາ, ກະສິກຳ, ການກິລາ ແລະ ການພັດທະນາຊຸມຊົນ. ໃນວັນທີ 17 ຕຸລາ 2018 ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ທາງສະຖານທູດໄດ້ຕ້ອນຮັບອາສາສະໝັກຊາວໜຸ່ມໃໝ່ ຈາກປະເທດຍີ່ປຸ່ນ ຈຳນວນ 4 ຄົນ,ຍິງ 1 ຄົນ (JICA) ທີ່ຈະມາປະຈຳ ແລະ ເຮັດວຽກຢູ່ລາວເປັນເວລາ 2 ປີ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບ ພະຍາກອນມະນຸດ. ຂໍ້ມູນຈາກ:ຂປລ.

Read More »

ເປີດຮັບສະໝັກ!!! ທຶນໄປສຶກສາຕໍ່ທີ່ປະເທດໄອແລນ ອ່ານດ່ວນ….

ຂ່າວດີ ມາແລ້ວ ?? ?? ?? ສໍາລັບບັນດາທ່ານ ທີ່ຢາກສະໝັກເອົາທຶນໄປສຶກສາຕໍ່ ທີ່ປະເທດ ໄອແລນ, ປັດຈຸບັນເປີດໃຫ້ ຄົນລາວ ?? ໄດ້ສະໝັກແລ້ວ!!! ບໍ່ວ່າຈະເປັນສາຂາ Development studies, Rural development, Health care, Education and Law ແລະ ອື່ນໆ ທີ່ທ່ານສາມາດເລືອກຮຽນໄດ້ ! ບໍ່ມີຫຼາຍປະເທດ ທີ່ສາມາດສະໝັກໄດ້ ໂອກາດ ທີ່ຄົນລາວ ຈະໄດ້ຈຶ່ງມີສູງ !!! ?‍? ?‍? ປິດຮັບສະໝັກ: 30/11/2018 ລາຍລະອຽດເພີ່ມຕື່ມທີ່: https://www.irishaidfellowships.ie/…/fellowship-training-pr… SHARE ເກັບໄວ້ ຫຼື Tag ຊື່ໝູ່ຂອງທ່ານ ສະໝັກນໍາກັນເລີຍ !!! ທີ່ມາ: Lao Youth Radio FM 90.0 Mhz Posted by Lao Youth Radio FM 90.0 Mhz ...

Read More »

ແຈ້ງການສັນຈອນ ໄລຍະບຸນອອກພັນສາ ທ່າວັດຈັນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 395/ປກສ.ນວ ລົງວັນທີ 15 ຕຸລາ 2018 ເລື່ອງ: ເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນໄລຍະ ງານບຸນອອກພັນສາ ປະວໍລະນາ ຊ່ວງເຮືອປະເພນີ ທ່າວັດຈັນ ປະຈໍາປີ ພ.ສ​2561. ໃນຂໍ້ 3 ຂອງແຈ້ງການໄດ້ກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆດັ່ງນີ້: ກ. ບັນດາລົດໂດຍສານ. ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນ ແມ່ນອະນຸຍາດໃຫ້ເຂົ້າຈອດຕາມສະຖານທີ່ທາງອະນຸກໍາມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນ. ມາຈາກທິດໃຕ້ ອະນຸຍາດໃຫ້ຈອດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ທາງຮ່ອມໂຮງຮຽນມໍປາຍ ເພຍວັດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນ. ມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດຕໍ່ໜ້າສະໜາມກິລາເຈົ້າອານຸວົງ,ຫໍວັດທະນະທໍາ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນ. ຂ. ບັນດາລົດສ່ວນຕົວ,ລົດຕຸກໆ ...

Read More »

ກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X

ກອງປະຊຸມ ຄະນະປະຈຳ ສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X ໄດ້ຈັດຂຶ້ນໃນວັນທີ 16-17 ຕຸລາ 2018 ທີ່ສູນກາງແນວລາວສ້າງຊາດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນ 1 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນໄລຍະ 1 ປີ ຜ່ານມາ 2017-2018, ຜົນງານທີ່ພົ້ນເດັ່ນໃນການຊີ້ນຳ-ນໍາພາ ຂອງຄະນະປະຈຳ ແລະ ທິດທາງແຜນການໃນ ປີ 2018-2019 ພ້ອມນີ້, ຍັງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ກ່ຽວກັບເນື້ອໃນສຳຄັນຈຳນວນໜຶ່ງເຊັ່ນ: ຮ່າງບົດປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ລາຍງານຜົນສຳເລັດ ການປັບປຸງກົດໝາຍ ວ່າດ້ວຍແນວລາວສ້າງຊາດ ສະບັບປັບປຸງ, ຄຳແນະນຳວ່າດ້ວຍ ...

Read More »

ມາເບິ່ງ!!! 14 ຂໍ້ຫ້າມໃນງານ ບຸນຊ່ວງເຮືອ ແລະ ໄຫຼເຮືອໄຟທ່າວັດຈັນ 2018

ງານບຸນປະເພນີອອກພັນສາ ປະວໍລະນາ ຂອງຊາວພຸດເຮົາປີ 2018ນີ້ ກົງກັບວັນພຸດວັນທີ 24 ຕຸລາ 2018 ຂຶ້ນ 5 ຄໍ່າເດືອນ 11 ເຊິ່ງໃນແຕ່ລະປີ ຊາວນະຄອນຫຼວງວຽງຈັນກໍຄືຊາວລາວໃນຂອບເຂດທົ່ວປະເທດ, ທ່ານ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະເພ ນີ 2018 ທີ່ທ່າວັດຈັນ ໄດ້ກ່າວວ່າ: ສະເພາະປີ 2018 ເປັນປີທ່ອງທ່ຽວລາວ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຂອງຊາວຄ້າຂາຍລວມທັງຜູ້ທີ່ເຂົ້າມາທ່ຽວໃນງານ ຄະນະກໍາມະການຈັດງານກໍໄດ້ອອກລະບຽບຂໍ້ຫ້າມ 14 ຂໍ້ຄື: 1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປລາວ; 2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງຟ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ; 3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດ ທຸກຊະນິດ, ສິ່ງເກີດສຽງດັງເກີນຂອບເຂດ , ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ ...

Read More »

ເນລະມິດເມືອງປາກຊ່ອງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ແຖວໜ້າອາຊຽນ

ເມືອງປາກຊ່ອງແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງແຂວງ ຈຳປາສັກ ຕັ້ງຢູ່ເຂດພູພຽງບໍລະເວນ ມີເນື້ອທີ່ທັງໝົດ 348 .735 ເຮັກຕາ ຊຶ່ງນອນຢູ່ໃນເສັ້ນຂະໜານເໜືອທີ: 15o 10 ‘  48″N ຫາ 15o 28 ‘  39″N ແລະ ເສັ້ນແວງຕາເວັນອອກທີ: 106o 13 ‘  42″ E ຫາ 106o 23 ່ 22″E, ເມືອງປາກຊ່ອງແມ່ນເປັນເມືອງທີ່ມີຄວາມພິເສດທາງດ້ານພູມອາກາດ ໜາວເຢັນຕະຫລອດປີ ອຸ່ນຫະພູມຕ່ຳສຸດ 9,120C ຕ່ຳກ່ວາອູ່ນຫະພູມ ເຂດທົ່ງພຽງ 60C ຫາ 70C ແລະ ອຸ່ນນະພູມສູງສຸດ 25,20C , ອຸນຫະພູມສະເລັ່ຍໃນປີແມ່ນ 19,90C ລະດູຝົນເລີ້ມແຕ່ກາງເດືອນ ມີນາ (3) ຫາ ກາງເດືອນທັນວາ (12) ແລະ ລະດູແລ້ງເລີ້ມແຕ່ກາງເດືອນມັງກອນ (01) ຫາ ກາງເດືອນມີນາ (3), ປະລິມານ ນໍ້າຝົນສະເລັ່ຍ 3.700 ...

Read More »