ຮອງນາຍົກ ຮຽກຮ້ອງຜູ້ຮັບເໝົາກໍ່ສ້າງ ປະກອບສ່ວນເສຍພັນທະອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບັນດາບໍລິສັດ ຜູ້ຮັບເໝົາກໍ່ສ້າງໂຄງການສາຍສົ່ງສະຖານີ ແລະ ເຂື່ອນໄຟຟ້າ ຂຶ້ນ ເມື່ອບໍ່ດົນມານີ້, ທີ່ກະຊວງການເງິນ.


ໃນກອງປະຊຸມໄດ້ພ້ອມກັນປຶກສາຫາລື ກ່ຽວກັບການເສຍພັນທະອາກອນກຳໄລ 1% ຂອງມູນຄ່າການກໍ່ສ້າງຕົວຈິງ ໃນໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າ ຊຶ່ງອີງຕາມການເຫັນດີໃຫ້ເກັບຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດເລກທີ 0163/ຄປຈ, ລົງວັັນທີ 14 ທັນວາ 2014 ກ່ຽວກັບການອະນຸຍາດເກັບອາກອນກຳໄລ ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າ. ຊຶ່ງໃນໄລຍະຜ່ານມາບັນດາໂຄງການທີ່ເຊັນສັນຍາຮັບເໝົາກໍ່ສ້າງ (EPC) ກັບ ຟຟລ ແມ່ນໄດ້ລະບຸເສຍແຕ່ອາກອນລາຍໄດ້ຈາກເງິນເດືອນ ແລະ ໃຫ້ມີການຍົກເວັ້ນ ອາກອນກຳໄລ, ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ແລະ ໃນສັນຍາເງິນກູ້ລະຫວ່າງລັດຖະບານຂອງ ສປປ ລາວ ແລະ (EXIM BANK) ຂອງຈີນ ແມ່ນໄດ້ລະບຸວ່າ ຖ້າຕ້ອງໄດ້ຈ່າຍອາກອນຕ່າງໆ ແມ່ນໃຫ້ເປັນພາລະຂອງຜູ້ກູ້ຢືມ. ສະນັ້ນ, ນິຕິກຳດັ່ງກ່າວ ແມ່ນບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ທີ່ກຳນົດວ່າ: ການຍົກເວັ້ນພັນທະອາກອນ ແມ່ນຕ້ອງໄດ້ຜ່ານການຮັບຮອງເຫັນດີຈາກສະພາແຫ່ງຊາດ ແລະ ບໍ່ສອດຄ່ອງກັບຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 2695/ກງ ລົງວັນທີ 1 ຕຸລາ 2010 ມາດຕາ13 ທີ່ກຳນົດວ່າ: ຖ້າສັນຍາກູ້ຢືມເງິນໄດ້ລະບຸໃຫ້ມີການຍົກເວັ້ນອາກອນຕ່າງໆ ແມ່ນຕ້ອງໃຫ້ເສຍອາກອນກຳໄລ ແລະ ອາກອນເງິນເດືອນ, ສ່ວນອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ແມ່ນຍົກເວັ້ນ.

ທີ່ມາ: ຂ່າວສານປະເທດລາວ.

Comments