ເຈົ້າຫນ້າທີ່ລົງກວດກາ ສາມລ່ຽມຄໍາ ເມືອງຕົ້ນເຜີ້ງ, ວ່າດ້ວຍສັດປ່າ ກອງກວດກາປ່າໄມ້

ຕາມແຫຼ່ງຂ່າວຂອງເຈົ້າໜ້າທີ່ບອກໃຫ້ຮູ້ວ່າ ໃນວັນທີ 13 ທັນວາ 2018 ທີ່ເຂດເສດຖະກິດພິເສດ ສາມລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໜ່ວຍງານບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ກອງກວດກາປ່າໄມ້ ແລະ ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ພ້ອມດ້ວຍທະຫານ-ຕໍາຫຼວດ, ພາສີ, ສານ, ໄອຍາການ ແລະ ປກສ ເຂດເສດຖະກິດພິເສດ ສາມລ່ຽມຄໍາ ເຂົ້າກວດຄົ້ນບັນດາຮ້ານຄ້າໃນເຂດເສດຖະກິດພິເສດ (Chinatown)

ຕໍ່ວຽກງານບັງຄັບໃຊ້ກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ກວດຄົ້ນ ການຄ້າ-ຂາຍສັດປ່າ ໂດຍສະເພາະຜະລິດຕະພັນທີ່ມາວາງຂາຍ ທີ່ອາດເຮັດຈາກຊິ້ນສ່ວນສັດປ່າ ທີ່ຜິດກົດໝາຍ.

ຜົນສະຫຼຸບໂດຍລວມ ຈາກກອງກວດກາປ່າໄມ້ ແຂວງບໍ່ແກ້ວ ກ່ຽວກັບການເຂົ້າກວດຄົ້ນຮ້ານຄ້າເປົ້າໝາຍ ໃນເຂດເສດຖະກິດພິເສດ ສາມລ່ຽມຄໍາ ແລະ ຮ້ານຄ້າ ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລວມທັງໝົດມີ 5 ຮ້ານ ພ້ອມຍຶດຂອງກາງທັ້ງໝົດ 32 ຢ່າງ ສ່ວນໃຫຍ່ເປັນຊິ້ນສ່ວນສັດປ່າ ທີ່ຜິດກົດໝາຍ.

ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແຂວງບໍ່ແກ້ວ ພ້ອມເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 50 ທ່ານ ເຂົ້າກວດຄົ້ນ 5 ຮ້ານເປົ້າໝາຍ; 3 ຮ້ານໃນຕະຫຼາດຈີນ (Chinatown) ເຂດເສດຖະກິດພິເສດ, ອີກ 2 ຮ້ານແມ່ນຢູ່ເຂດເມືອງຕົ້ນເຜິ້ງ ແລະ ຕະຫຼາດດອນຊາວ ຕິດກັບເຂດເສດຖະກິດພິເສດ ສາມລ່ຽມຄໍາ.

ນໍາໂດຍກອງກວດກາປ່າໄມ້ ແຂວງບໍ່ແກ້ວ, ການເຂົ້າກວດໃນຄັ້ງນີ້ສາມາດກວດພົບ ແລະ ຍຶດ ຂອງກາງລວມມີ ໜັງຊ້າງ, ເຂົາກວາງ ແລະ ຟານ, ແຂ້ວສັດປ່າ ເຫຼົ້າບອງກະດູກສັດ (ຄາດວ່າເປັນກະດູກເສືອ) ແລະ ດອງໂຕລິ່ນ, ຊິ້ນສ່ວນຈາກໂຕກະທິງ, ຈາກໂຕເໝັ້ນ ແລະ ເສືອ. ລິ່ນທີ່ຍັງມີຊີວິດ 1 ໂຕ ແລະ ອື່ນໆ ລວມນໍ້າໜັກຊິ້ນສ່ວນສັດປ່າທີ່ຍຶດໄດ້ ເກືອບ 10 ກິໂລ ແລະ ເຫຼົ້າບອງຢາ ປະສົມຊິ້ນສ່ວນສັດປ່າ ຫຼາຍກ່ວາ 20 ໂຖ ແລະ ອື່ນໆ.

ຂອງກາງທັງໝົດແມ່ນຖືກເກັບຮັກສາໄວ້ທີ່ກອງກວດກາປ່າໄມ້ ແຂວງບໍ່ແກ້ວ ເພື່ອຖ້າທິດຊີ້ນໍາຈາກກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໃນຂັ້ນຕອນຕໍ່ໄປ. ສ່ວນຜູ້ກະທໍາຜິດແມ່ນໄດ້ເຮັດບົດບັນທຶກ ແລະ ຈະຖືກດໍາເນີນຄະດີ ຕາມລະບຽບກົດໝາຍ.

ການຈັດຕັ້ງປະຕິບັດດັ່ງກ່າວ ແມ່ນເພື່ອສຸມໃສ່ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 05/ນຍ ລົງວັນທີ 8 ພຶດສະພາ 2018 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ທົ່ວປະເທດ.

ຂ່າວ: WWF-Laos (ຮູບທຸກຮູບ ແມ່ນມີ copyright: © WWF-Laos)

Comments