ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສານດີກາ ແຫ່ງ ຣາຊະອານາຈັກໄທ

ໃນວັນທີ 17 ທັນວາ 2018 ທີ່ທໍານຽບປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສານດີກາ ແຫ່ງ ຣາຊະອານາຈັກໄທ, ຊຶ່ງນຳໂດຍ ທ່ານ ຊີບ ຈຸລະມົນ ປະທານສານດີກາ ແຫ່ງ ຣາຊະອານາ ຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14 -17 ທັນວາ 2018.

ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ  ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments