ກອງປະຊຸມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຫັນດີເປັນເອກະພາບກັນໃນຫຼາຍບັນຫາ

ໃນວັນທີ 17 ທັນວາ 2018 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ,

ມີບັນດາລັດຖະມົນຕີ ຕ່າງປະເທດ ພ້ອມດ້ວຍຄະນະ ຈາກບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສສ.ຫວຽດນາມ. ສປ.ຈີນ, ກຳປູເຈຍ, ມຽນມາ ແລະ ໄທ ເຂົ້າຮ່ວມ.

ພາຍຫຼັງສຳເລັດກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ມີການຖະແຫຼງຂ່າວຮ່ວມ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປ.ຈີນ
ໃນການຖະແຫຼງຂ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບການພັດທະນາ ແລະ ຈັດຕັ້ງປະຕິບັດຜົນໄດ້ຮັບຂອງກອງປະຊຸມ ຄັ້ງກ່ອນ ແລະ ແລກປ່ຽນທັດສະນະ ກ່ຽວກັບການຮ່ວມມືໃນອະນາຄົດ ພາຍໃຕ້ກອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ,

ພ້ອມນີ້, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດລາຍງານຄວາມຄືບໜ້າ ປີ 2018 ວ່າດ້ວຍການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2018-2022 ແລະ ບັນດາໂຄງການປິ່ນອ້ອມ; ຕໍ່ກັບການຈັດຕັັ້ງປະຕິບັດແຜນງານ 5 ປີ 2018-2022 ໃນໄລຍະ 1 ປີຜ່ານມາ ບັນດາລັດຖະມົນຕີ ໄດ້ສະແດງຄວາມເພິ່ງພໍໃຈ ກັບຄວາມຄືບໜ້າໃນຫຼາຍໂຄງການ ແລະ ແຜນງານຕ່າງໆໃນປີ 2018 ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ເຫັນຜົນໄວ, ໂຄງການການເດີນທາງແຫ່ງແສງສະຫວ່າງ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ໂຄງການກອງທຶນພິເສດ ເຊິ່ງໄດ້ປະກອບດສ່ວນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ.

ພ້ອມນີ້, ກອງປະຊຸມຍັງໄດ້ສະແດງຄວາມພໍໃຈກັບຜົນສຳເລັດການນຳສະເໜີ ແລະ ການອະນຸມັດໂຄງການກອງທຶນພິເສດ ປີ 2018. ບັນດາປະເທດສະມາຊິກສະແດງຄວາມຂອບໃຈ ແລະ ຊົມເຊີຍລັດຖະບານ ສປ.ຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນເຂດປະເທດແມ່ນ້ຳຂອງ.

ຂໍ້ມູນຈາກ: ​ຂປລ.

Comments