ຂ່າວ ພາຍໃນປະເທດ

ທ່ານ ຄໍາໄຕ ສີພັນດອນ ຢ້ຽມຊົມງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ

ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໄປນະມັດສະການ ແລະ ຢ້ຽມຊົມງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃນໂອກາດທີ່ທ່ານລົງໄປພົບປະໂອ້ລົມກັບພະນັກງານການນໍາຫຼັກແຫຼ່ງແຂວງ ສະຫວັນນະເຂດ ໃນວັນທີ 17 ທັນວາ 2018 ຜ່ານມາ.ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄປຜູ້ພາທາງ. ຂອບໃຈພາບຈາກເຟສບຸກ.

Read More »

ທ່ານ ຄໍາໄຕ ສີພັນດອນ ໃຫ້ທິດຊີ້ນຳພະນັກງານຫຼັກແຫຼ່ງ ແຂວງຄຳມ່ວນ

ໃນວັນທີ 18 ທັນວາ 2018 ຜ່ານມານີ້, ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ອຳນາດການ ປົກຄອງ ແຂວງຄຳມ່ວນ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສຳຄັນໃນຂົງເຂດວຽກງານ ປກຊ-ປກສ ໃຫ້ແຂງແຮງກວ່າເກົ່າ, ສຸມໃສ່ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ ແລະ ອຸບັດເຫດ ເພື່ອສ້າງຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈໃນການດຳລົງຊີວິດຂອງປະຊາຊົນ ໄປພ້ອມໆ ກັບການວາງແຜນການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງໃຫ້ຫຼາຍຂຶ້ນ ເພື່ອທົດແທນຜົນເສຍຫາຍ ໂດຍສະເພາະ ບັນດາປັດໄຈການຜະລິດ, ຊົນລະປະທານ, ແນວພັນຕ່າງໆ ແລະ ພ້ອມກັນກະກຽມກອງປະຊຸມ 3 ຂັ້ນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ. ໂອກາດດຽວກັນ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດໂດຍລວມຂອງແຂວງ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ...

Read More »

ໂຄງການທາງລົດໄຟ ຈີນ-ລາວ ສອດຄ່ອງຕາມນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ”

ໂຄງການທາງລົດໄຟ ຈີນ-ລາວ ໃນນາມທີ່ເປັນໂຄງການ ທີ່ສໍາຄັນສອດຄ່ອງຕາມນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ຮັບການອະນຸມັດ ຈາກສະພາແຫ່ງຊາດ ໃນປີ 2010 ມາຮອດປີ 2016 ໄດ້ລົງມືກໍ່ສ້າງຢ່າງເປັນທາງການ ໂຄງການທາງດັ່ງກ່າວ ໄດ້ມີການດໍາ ເນີນມາເປັນເວລາ 9 ປີ ໄດ້ສ້າງວຽກເຮັດງານທໍາ 10 ພັນກວ່າຕໍາແໜ່ງງານ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ ແລະ ກາຍເປັນຄວາມຫວັງ ຂອງປະຊາຊົນໃນທ້ອງຖິ່ນ ເພື່ອພັດທະນາຊີວິດການ ເປັນຢູ່ຂອງເຂົາເຈົ້າໃຫ້ດີຍິ່ງຂຶ້ນ ເຊິ່ງເປັນການຮ່ວມມື ທີ່ຖືກຂະໜານນາມ ວ່າ ເປັນໂຄງການເຊື່ອມສໍາພັນຈິດໃຈປະຊາຊົນສອງຊາດ. ໃນເມື່ອປະເທດຊາດ ໄດ້ຮັັບການພັດທະນານັ້ນ ຫຼາຍຝ່າຍຕ່າງກໍໃຫ້ການຊົມເຊີຍ ແລະ ໃຫ້ການຮ່ວມມືຢ່າງເປັນຮູບປະທໍາຕາມນະໂຍບາຍ “ໜຶ່ງແນວ ໜຶ່ງເສັ້ນທາງ” ເປັນການຊຸກຍູ້ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແຕ່ໃນມໍ່ໆນີ້ ມີສື່ມ່ວນຊົນຂອງ ຕາເວັນ ຕົກຈໍານວນໜຶ່ງ ໄດ້ນໍາໃຊ້ບັນຫາເວນຄືນທີ່ດິນ ຂອງຊາວກະສິກອນຢ່າງ ບໍ່ເໝາະກັບກົດໝາຍບັນຫາ ການຈ່າຍເງິນຊົດເຊີຍຄືນທີ່ຫຼ້າຊ້າ, ການຈັດສັນທີ່ຢູ່ບໍ່ເໝາະສົມ ແລະ ອື່ນໆ ມາເປັນຫົວຂໍ້ລາຍງານວ່າ ໂຄງການທາງລົດໄຟຈີນ-ລາວ ໄດ້ສ້າງຜົນກະທົບຕໍ່ ດ້ານການເມືອງ ແລະ ເສດຖະກິດຂອງລາວ ເຊິ່ງສະທ້ອນໃຫ້ເຫັນເຖິງເຈດຈໍານົງ ກໍຄື ເປັນການສະແດງຄວາມ ...

Read More »

ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນ

ແຈ໊ກ ໝ່າ ຜູ້ສ້າງຕັ້ງບໍລິສັດອາລີບາບາ ແລະ ໂທນີ ໝ່າ ຜູ້ບໍລິຫານເທນເຊັນ ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນລາງວັນໃນຖານະຜູ້ມີຜົນງານອັນໂດດເດັ່ນ ແລະ ມີ ຄວາມພະຍາຍາມບໍ່ຢຸດຢັ້ງ ມີແນວຄິດສ້າງສັນທີ່ຍິ່ງໃຫຍ່ ສົ່ງເສີມການເຕີບໂຕຂອງເສດຖະກິດ ໃນໄລຍະ 40 ປີທີ່ຜ່ານມາ. ໃຫ້ກຽດມອບໂດຍການນໍາສູງສຸດຂອງປະເທດຈີນ ໃນງານໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງການຄົບຮອບ 40 ປີແຫ່ງການປະຕິຮູບປະເທດ ແລະ ເປີດປະຕູສູ່ໂລກພາຍນອກ 18 ທັນວາ 1978-2018 ນະຄອນຫຼວງປັກກິງ ສປຈີນ. LIVE: President Xi Jinping delivers a speech at a conference celebrating the 40th anniversary of China's reform and opening up. Posted by China Xinhua News on Monday, December 17, ...

Read More »

ຊົມເຊີຍ!!! ເລີ່ມເສຍພາສີທີ່ດິນຜ່ານທະນາຄານ ແລະ ສະມາດໂຟນ ໄດ້ແລ້ວ

ຕໍ່ຈາກນີ້ ພວກເຮົາທັງຫຼາຍຈະບໍ່ຫຍຸ້ງຍາກເສຍເວລາກັບການໄປເສຍພາສີທີ່ດິນອີກແລ້ວ, ປະຊາຊົນທຸກຄົນຈະສາມາດຊໍາລະພາສີທີ່ດິນໄດ້ງ່າຍຂຶ້ນ ໂດຍຜ່ານລະບົບເສຍພາສີທີ່ດິນທີ່ທັນສະໄໝຜ່ານ 7 ທະນາຄານ ດ້ວຍ 2 ວິທີການຊໍາລະງ່າຍໆ ປອດໄພ, ວ່ອງໄວ, ຮັບປະກັນແກ່ການຈັດເກັບລາຍຮັບແຫ່ງລັດໃຫ້ມີລັກສະນະລວມສູນ, ຮັດກຸມໂປ່ງໃສ ແລະ ສາມາດກວດສອບໄດ້ງ່າຍ. (ແຕ່ເຮົາກໍຍັງສາມາດຈ່າຍຜ່ານຫ້ອງການປົກຄອງບ້ານໄດ້ຕາມປົກກະຕິ) ທ່ານ ພູທະນູເພັດ ໄຊສົມບັດ, ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນພິທີຊັນສັນຍາ ແລະ ເປີດນໍາໃຊ້ລະບົບຮັບຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ຂຶ້ນໃນວັນທີ 17 ທັນວາ 2018 ວ່າ: ເພື່ອເປັນການປັບປຸງກົນໄກ ແລະ ວິທີການຊໍາລະໃຫ້ສະດວກວ່ອງໄວ, ຮັບປະກັນການກວດສອບໄດ້ ແລະ ພື້ນທີ່ການເຊື່ອມໂຍງເຂົ້າໃນລະບົບຂໍ້ມູນຂ່າວສານຄຸ້ມຄອງອາກອນ TaxRIS, ກົມສ່ວຍສາອາກອນ ຮ່ວມກັບບໍລິສັດພັດທະນາໄອທີພາຍໃນປະເທດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຄົ້ນຄວ້າກົນໄກການຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ໂດຍສາມາດຊໍາລະພາສີທີ່ດິນຜ່ານ 7 ທະນາຄານຄື:  ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານສົ່ງເສີມກະສິກໍາ, ທະນາຄານທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານບີໄອຊີ ແລະ ທະນາຄານລາວ-ຈີນ. ສໍາລັບວິທີການຊໍາລະພາສີທີ່ດິນເຂົ້າສູ່ລະບົບທະນາຄານປະກອບມີ 2 ວິທີຄື: ຊໍາລະຜ່ານປ່ອງບໍລິການຂອງທະນາຄານທັງ 7 ແຫ່ງ ...

Read More »

“ລົດໄຟລາວ-ຈີນ ເສັ້ນເລືອດໃຫຍ່ສະຕະວັດທີ 21”

10 ປະເທດສະມາຊິກອາຊຽນ ມີຄວາມຄາດຫວັງຈະລວມກັນສ້າງເປັນຈຸດສູນກາງທາງຜ່ານ ແລະ ການບໍລິການເພື່ອເປັນຜູ້ນໍາດ້ານເສດຖະກິດ ຂະນະທີ່ ສປປ ລາວເປັນໜຶ່ງໃນ 10 ປະເທດສະມາຊິກອາຊຽນໄດ້ຮັບການພິຈາລະນາ ແລະ ມີທ່າແຮງບົ່ມຊ້ອນ ທີ່ຈະເປັນເຊັ່ນນັ້ນ ຖ້າແນມເບິ່ງທີ່ຕັ້ງ, ຊັບພະຍາກອນທໍາມະຊາດ ແລະ ຄວາມສະຫງົບດ້ານການເມືອງ.   ຂະນະທີ່ສອງລັດຖະບານລາວ-ຈີນ ໄດ້ຮ່ວມໝາຍໝັ້ນປັ້ນມືດ້ວຍພະລັງແຮງອັນມະຫາສານຜ່ານໂຄງການພັດທະນາເສັ້ນທາງລົດໄຟລາວ-ຈີນ ລວມທັງປ່ຽນສະຖານະພາບຂອງ ສປປ ລາວໃນເງື່ອນປະເທດບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມຈອດກັນກັບພາກພື້ນ ແລະ ສາກົນ. ເປັນທີ່ຮັບຮູ້ນໍາກັນວ່າ: ເສັ້ນທາງລົດໄຟລາວ-ຈີນ ນອນໃນທິດພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນທີ່ກ່ຽວຂ້ອງກັບ (ເສັ້ນທາງສາຍໄໝຄື: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ) ເຊິ່ງພາບລວມພົບວ່າພາກເໜືອຂອງລາວໂດຍສະເພາະແຂວງບໍ່ແກ້ວ, ແຂວຫຼວງນໍ້າທາ ແລະ ອື່ນໆພວມຈະກາຍເປັນປະຕູອອກສູ່ບັນດາປະເທດສະມາຊິກອາຊຽນຜ່ານເສັ້ນທາງລົດໄຟລາວ-ຈີນໂດຍເລີ່ມຕົ້ນຈາກ ສປ ຈີນອອກສູ່ແຂວງຫຼວງນໍ້າທາ ຜ່ານບັນດາແຂວງຕ່າງໆມຸ່ງໜ້າເຂົ້າໄປປະເທດໄທ, ປະເທດມາເລເຊຍ ແລະ ສິງກະໂປ. ກ່ຽວກັບສິ່ງທີ່ກ່າວມານັ້ນມັນເກີດເປັນຮູບປະທໍາຢ່າງເຕັມຮູບແບບແລ້ວ ເຊິ່ງໂຄງການເສັ້ນທາງລົດໄຟຄາດວ່າຈະສໍາເລັດພາຍໃນປີ 2020 ນັ້ນໝາຍວ່າຄ່າບໍລິການຂົນສິນຄ້າຈະຫຼຸດລົງ 3 ເທົ່າ ເຮັດໃຫ້ປະຢັດຕົ້ນທຶນ ແລະ ມີລາຍໄດ້ເພີ່ມຂຶ້ນ; ການຜະລິດສິນຄ້າທາງການກະເສດຈະເພີ່ມຂຶ້ນ ເພື່ອສະໜອງໃຫ້ຕະຫຼາດພາຍໃນ-ຕ່າງປະເທດ; ອຸດສາຫະກໍາທ່ອງທ່ຽວຈະສົດໄສ ຍ້ອນການໄປມາຫາສູ່ກັນສະດວກສະບາຍ ວ່ອງໄວ ແລະ ປະຢັດເງິນ-ປະຢັດເວລາ; ການລົງທຶນຈະປັບຕົວສູງຂຶ້ນຍ້ອນການຂົນສົ່ງສິນຄ້າສະດວກສະບາຍ ແລະ ຕອບສະໜອງໄດ້ຕາມໂມງາມເວລາ ແລະ ...

Read More »

ເຄິ່ງສະໄໝສະພາແຫ່ງຊາດ ຮັບຮອງກົດໝາຍໄດ້ 63 ສະບັບໃນນັ້ນສ້າງໃໝ່ 27 ສະບັບ

ການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ, ເອົາໃຈໃສ່ພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດຂອງຕົນ ກໍຄື ການຕົກລົງບັນຫາສຳຄັນພື້ນ ຖານຂອງປະເທດຊາດ, ການປະຕິບັດວຽກງານຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ລວມທັງການເຄື່ອນໄຫວວຽກງານຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ. ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ໂດຍຊີ້ໃຫ້ເຫັນວ່າ: ຜົນງານແຕ່ປີ 2016-2018 ໂດຍສະພາແຫ່ງຊາດຊຸດທີ VIII ສາມາດຮັບຮອງເອົາກົດໝາຍທັງ ໝົດ 63 ສະບັບ, ເທົ່າ 60% ຂອງແຜນການ 5 ປີ. ໃນນີ້, ມີກົດໝາຍສ້າງໃໝ່ 27 ສະບັບ, ກົດໝາຍປັບປຸງ 36 ສະບັບ. ສຳລັບປີ 2018 ສ້າງ ແລະ ...

Read More »

ສະພາແຫ່ງຊາດ ວາງຄາດໝາຍສ້າງ ແລະ ປັບປຸງກົດໝາຍ 41 ສະບັບ ໃນປີ 2019-2020

ຄະນະປະຈໍາສະພາແຫ່ງຊາດ ໄດ້ວາງຄາດໝາຍໃນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2019-2020 ທັງໝົດ 41 ສະບັບ. ໃນນີ້, ຂົງເຂດການປົກຄອງ ແລະ ຍຸຕິທໍາ 9 ສະບັບ, ຂົງ ເຂດເສດຖະກິດ 16 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 13 ສະບັບ, ຂົງເຂດການຕ່າງປະເທດ 2 ສະບັບ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ. ຄາດໝາຍດັ່ງກ່າວ, ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ ໂດຍຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ຂຶ້ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ສຳລັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳ ປີ 2019 ມີທັງໝົດ ...

Read More »

ແຂວງອຸດົມໄຊ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ 2 ເມືອງ

ພິທີປະກາດເມືອງຮຸນ ເປັນເມືອງທີ 6 ຂອງແຂວງອຸດົມໄຊ ທີ່ສາມາດປະກາດເປັນເມືອງຈົ້ບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາລັບປະຊາຊົນ ໄດ້ຈັດຂື້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 6 ທັນວາ 2018 ຜ່າມາ ທີ່ເດີ່ນກິລາເມືອງຮຸນ, ເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ຄະນະປະຈຳພັກແຂວງ, ທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກເຊີນຈາກບັນດາພະແນກການ, ເມືອງອ້ອມຂ້າງ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ປະຊາຊົນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ. ເມືອງຮຸນ ເປັນເມືອງທີ 6 ຂອງແຂວງ ທີ່ສາມາດປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງ ຖັດຈາກເມືອງຫຼາ, ເມືອງແບງ , ເມືອງນາໝໍ້, ເມືອງປາກແບງ ແລະ ເມືອງໄຊ ປັດຈຸບັນແຂວງອຸດົມໄຊ ຍັງເຫຼືອແຕ່ເມືອງດຽວເທົ່ານັ້ນຄືເມືອງງາ ທີ່ຍັງບ່ທັນໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ ເຊິ່ງຢູ່ໃນໄລຍະກະກຽມປະເມີນຄືນ.     ທ່ານ ບຸນຕຽມ ສຸພັດທອນ ເຈົ້າເມືອງ-ເມືອງຮຸນ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ທາງເມືອງສາມາດປະກາດທົ່ວເມືອງເປັນເມືອງຈົບຊັ້ນປະຖົມບໍາລຸງແລ້ວ, ...

Read More »

ຈັດກອງປະຊຸມ ທົບທວນການປະຕິບັດ ມາດຕະການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື

ໃນວັນທີ 19 ທັນວາ 2018 ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ກະ ຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ມາດຕະການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື, ເພື່ອທົບທວນຄືນເຫດການ ແລະ ການປະ ຕິບັດການຊ່ວຍເຫຼືອ ໃນໄລຍະເກີດໄພນ້ຳຖ້ວມ, ພ້ອມແລກປ່ຽນບົດຮຽນ, ປະສົບການທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ ວຽກງານຂະແໜງສາທາລະນະສຸກ ຮ່ວມກັບບັນດາຄູ່ຮ່ວມງານ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕອບໂຕ້ ຕໍ່ເຫດການສຸກເສີນທາງທຳມະຊາດ, ໂດຍສະເພາະດ້ານສາທາລະນະສຸກ ໃນຕໍ່ໜ້າໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ. ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ໃນການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື, ພວກເຮົາໄດ້ປິ່ນປົວ ແລະ ຟື້ນຟູ ການບາດເຈັບທັງຮ່າງກາຍ ແລະ ຈິດໃຈ. ພ້ອມທັງປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດຕ່າງໆ. ທ່ານ ດຣ. ມາກ ຈາກຄອບ ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ກ່າວວ່າ: ກອງປະ ຊຸມຄັ້ງນີ້, ຈະມີການລະບຸຜົນສໍາເລັດ, ສິ່ງທ້າທາຍໃນການຕອບໂຕ້ຂະແໜງສາທາລະນະສຸກ ໃນໄລ ຍະໄພນໍ້າຖ້ວມ ...

Read More »