ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ເປັນແບບຢ່າງນຳໜ້າ ເຕົ້າໂຮມຄວາມສາມັກຄີ

ກອງ​ປະ­ຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ 3 ຈັດ​ຂຶ້ນ​ວັນ​ທີ 13 ທັນ­ວາ 2018 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ພະ​ເຖ­ລາ­ນຸ­ເຖລະ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ບັນ­ດາ​ການ​ນຳ​ພັກ-ລັດ ອະ­ດີດ​ການ​ນຳ​ພັກ-ລັດ​ຂັ້ນ​ສູງ ແນວ​ລາວ​ສ້າງ​ຊາດ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ທົ່ວ​ປະ­ເທດ ຜູ້­ຕາງ­ໜ້າ​ເຊື້ອ​ຊາດ​ລາວ​ຈາກ 11 ປະ­ເທດ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຕີ​ລາ­ຄາ​ບັນ­ຫາ​ທີ່​ພົ້ນ​ເດັ່ນ ແລະ ຂໍ້­ຄົງ­ຄ້າງ​ຈຳ­ນວນ​ໜຶ່ງ ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຜົນ​ກອງ​ປະ­ຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ​ຊົນ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ 2 ປີ 2015 ເຫັນ​ວ່າ​ມີ​ຫຼາຍ​ບັນ­ຫາ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ປັບ­ປຸງ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ບັນ­ລຸ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້ ໂດຍ​ມີ​ບາງ​ບັນ­ຫາ ແລະ ທິດ​ທາງ​ໜ້າ­ທີ່​ຈຸດ​ສຸມ ແລະ ມາດ​ຕະ­ການ​ປະ­ຕິ­ບັດ ເປັນ­ຕົ້ນ ການ­ຈັດ­ຕັ້ງ​ເຊື່ອມ​ຊຶມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ໃນ​ການ​ກໍ່­ສ້າງ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຊັ້ນ​ຄົນ ເພດ-ໄວ ນັກ­ຮຽນ​ຮູ້ ປັນ­ຍາ​ຊົນ ນັກ­ທຸ­ລະ­ກິດ ກຳ­ມະ­ກອນ ຊາວ​ກະ­ສິ­ກອນ ແລະ ສາ­ສະ­ໜາ​ຕ່າງໆ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ເປັນ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ຊາດ​ລາວ​ເຮົາ ເປັນ​ກຳ­ລັງ​ແຮງ​ຊະ­ນະ​ເລີດ​ຂອງ​ປະ­ຊາ­ຊົນ ໃຫ້​ທົ່ວ​ສັງ­ຄົມ​ເຂົ້າ­ໃຈ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ ບັນ­ດາ​ຜູ້​ຊົງ​ຄຸນ​ວຸດ​ທິ ນັກ­ຮຽນ​ຮູ້ ປັນ­ຍາ​ຊົນ ນັກ­ທຸ­ລະ­ກິດ​ຕ້ອງ​ໝັ່ນ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ບັນ­ດາ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ສືບ­ຕໍ່​ມູນ­ເຊື້ອ​ຮັກ​ຊາດ ຊື່­ສັດ​ຕໍ່​ຊາດ ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ-ລັດ ມີ​ສະ­ຕິ​ລະ­ວັງ​ຕົວ​ຕໍ່​ການ​ຫັນ­ປ່ຽນ​ໂດຍ​ສັນ­ຕິ​ຂອງ​ກຳ­ລັງ​ອິດ​ທິ​ປໍ​ລະ​ປັກ ໃນ​ການ​ມ້າງ­ເພ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ຂອງ​ພວກ​ເຮົາ ແລະ ອື່ນໆ ພ້ອມ​ນັ້ນ ກອງ​ປະ­ຊຸມ ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ຍັງ​ໃຫ້​ກຽດ​ມອບ​ໃບ​ຍ້ອງ­ຍໍ​ສັນ­ລະ­ເສີນ​ຜູ້​ຊົງ​ຄຸນ​ວຸດ​ທິ ທີ່​ມີ​ຜົນ­ງານ​ໃນ​ການ​ເປັນ​ຄັນ​ທຸງ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຈຳ­ນວນ 571 ທ່ານ ຍິງ 102 ທ່ານ ແລະ ພະ­ສົງ 10 ອົງ.

ໂອ­ກາດ​ນີ້ ທ່ານ​ປະ­ທານ​ປະ­ເທດ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ ເຊິ່ງ​ທ່ານ​ໄດ້​ຕີ​ລາ­ຄາ​ກອງ​ປະ­ຊຸມ​ຄັ້ງ​ນີ້ ເປັນ​ສັນ­ຍະ­ລັກ​ແຫ່ງ​ຄວາມ​ຕັດ­ສິນ​ໃຈ ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ບັນ­ດາ­ເຜົ່າ ຊັ້ນ​ຄົນ ກໍ​ຄື ຄວາມ​ສາ­ມັກ­ຄີ​ປອງ​ດອງ ລະ­ຫວ່າງ​ຄົນ​ລາວ​ທີ່​ຮັກ​ຊາດ​ຢູ່​ພາຍ​ໃນ​ປະ­ເທດ ແລະ ຢູ່​ຕ່າງ­ປະ­ເທດ ພ້ອມ​ນັ້ນ ເຊື່ອ​ໝັ້ນ​ວ່າ​ບັນ­ດາ​ນັກ​ຄົ້ນ­ຄວ້າ​ຜູ້​ຊ່ຽວ­ຊານ​ການ​ພັດ­ທະ­ນາ​ສືບ­ຕໍ່​ອຸ­ທິດ​ຕົນ ເພື່ອ​ຄົ້ນ­ຄວ້າ​ທິດ​ສະ​ດີ​ແຫ່ງ​ການ​ພັດ­ທະ­ນາ ແລະ ປະ­ດິດ​ສ້າງ ເພື່ອ​ສະ­ເໜີ​ແນະ­ນຳ​ໃຫ້​ສູນ​ກາງ​ພັກ ລັດ­ຖະ­ບານ ໃນ​ການ​ປັບ­ປຸງ​ແຜນ​ນະ­ໂຍ­ບາຍ ລະ­ບອບ​ກົນ​ໄກ​ຕ່າງໆ​ໃຫ້​ຖືກ­ຕ້ອງ ຜູ້​ປະ­ກອບ​ການ​ທຸກ​ຂົງ­ເຂດ​ຈະ​ປັບ­ປຸງ​ວິ​ສາ​ຫະ​ກິດ​ຂອງ​ຕົນ​ເອງ ຕິດ​ພັນ​ກັບ​ການ​ສ້າງ​ຍຸດ​ທະ​ສາດ ພັດ­ທະ­ນາ​ນັກ​ເຄື່ອນ​ໄຫວ​ດ້ານ​ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ ຈະ​ສຸມ​ການ​ຄົ້ນ­ຄວ້າ​ວິ­ໄຈ ເພື່ອ​ເລັ່ງ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ນະ​ວັດ­ຕະ​ກຳ​ເຂົ້າ​ໃນ​ແຜນ­ການ​ຜະ­ລິດ ການ​ບໍ­ລິ­ການ ກໍ່​ຄື ໃນ​ລະ­ບົບ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ ແລະ ນັກ​ເຄື່ອນ​ໄຫວ​ທາງ​ສັງ­ຄົມ-ວັດ­ທະ­ນະ­ທຳ​ທຸກ​ລະ­ດັບ ນັບ​ແຕ່​ນັກ​ສັງ­ຄົມ​ສົງ­ເຄາະ ນັກ​ບໍ­ລິ­ຫານ​ດ້ານ​ກົດ­ໝາຍ​ໃຫ້​ສັງ­ຄົມ ນັກ​ປະ­ພັນ-ກາ​ວີ ສິ­ລະ​ປິນ ຈົນ​ເຖິງ​ຄູ­ບາ​ອາ­ຈານ ຈົ່ງ​ເຊີດ​ຊູ​ບົດ­ບາດ​ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ສັງ­ຄົມ​ໃຫ້​ມີ​ຄວາມ­ສຸກ ແລະ ອື່ນໆ ໃນ​ປັດ­ຈຸ­ບັນ​ອິດ​ທິ​ກຳ­ລັງ​ທີ່​ບໍ່​ຫວັງ​ດີ​ຕໍ່​ກັບ​ປະ­ເທດ​ຊາດ ບໍ່​ລົດ​ລະ​ໃນ​ການ­ເຄື່ອນ­ໄຫວ​ມ້າງ­ເພ ສວຍ​ໃຊ້​ບັນ­ຫາ​ເຜົ່າ ບັນ­ຫາ​ສາ­ສະ­ໜາ ປະ­ຊາ­ທິ­ປະ­ໄຕ​ສິດ­ທິ​ມະ­ນຸດ ເພື່ອ​ເຮັດ​ໃຫ້​ພວກ​ເຮົາ​ເກີດ​ການ​ປັ່ນ​ປ່ວນ ອ່ອນ­ແອ ແຕກ​ແຍກ ສະ­ນັ້ນ ການ​ປົກ​ປ້ອງ​ຄວາມ​ເປັນ​ເອ­ກະ­ລາດ ເອ­ກະ​ພາບ ອຳ­ນາດ​ອະ­ທິ­ປະ​ໄຕ ແລະ ກຽດ​ສັກ​ສີ​ຂອງ​ມາ­ຕຸ­ພູມ​ເປັນ​ໜ້າ­ທີ່​ຂອງ​ຄົນ​ລາວ​ບັນ­ດາ­ເຜົ່າ​ທຸກ​ຄົນ ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ກະ­ທຳ ພວກ​ເຮົາ​ຕ້ອງ​ກ້າ­ແກ່ນ​ຕໍ່­ສູ້ ເພື່ອ​ຄວາມ​ເປັນ​ເອ­ກະ​ພາບ ຄວາມ​ຍືນ​ຍົງ​ຄົງ​ຕົວ ແລະ ການ​ພັດ­ທະ­ນາ​ຂອງ​ຊາດ​ລາວ ໃຫ້​ຈະ­ເລີນ​ວັດ­ທະ­ນາ​ຕໍ່ໆ​ໄປ ແລະ ຮຽກ­ຮ້ອງ​ມາ​ຍັງ​ຜູ້​ຊົງ​ຄຸນ​ວຸດ​ທິ​ທັງ­ຫຼາຍ ຈົ່ງ​ເຊີດ​ຊູ​ຄວາມ​ເປັນ​ແບບ­ຢ່າງ ຮັກ­ສາ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ສັດ­ທາ​ຈາກ​ມະ­ຫາ­ຊົນ​ບັນ­ດາ­ເຜົ່າ ຊັ້ນ​ຄົນ ເພດ ໄວ ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ ເປັນ​ເຈົ້າ​ການ​ປະ­ຕິ­ບັດ​ສິດ​ພັນ­ທະ​ຂອງ​ພົນ­ລະ­ເມືອງ ກໍ່​ຄື ຜູ້​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ຕົນ ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ​ຕາມ​ກົດ­ໝາຍ ປະ­ກອບ­ສ່ວນ​ສ້າງ​ຄວາມ​ປອດ​ໃສ ເຂັ້ມ­ແຂງ​ໃນ​ການ­ເຄື່ອນ­ໄຫວ​ຂອງ​ກົງ­ຈັກ​ລັດ ຕັ້ງ­ໜ້າ​ຮ່ວມ​ກັບ​ການ­ຈັດ­ຕັ້ງ​ພັກ ອຳ­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ ເພື່ອ​ປຸກ­ລະ­ດົມ​ຂະ​ບວນ​ການ​ໃນ​ການ​ພັດ­ທະ­ນາ​ຕົນ​ເອງ ຄອບ­ຄົວ ແລະ ພັດ­ທະ­ນາ​ທ້ອງ­ຖິ່ນ​ຮາກ​ຖານ ກໍ່​ຄື ຂະ­ແໜງ­ການ​ຕ່າງໆ​ຂອງ​ສັງ­ຄົມ.

ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ

Comments