ອົງການພັດທະນາສາກົນ ອາເມຣິກາ ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ

ອົງການພັດທະນາສາກົນ ອາເມຣິກາ ຫຼື USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 11 ທັນວາ 2018 ທີ່ຜ່ານມາ. ງານມອບຮັບ ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມສາລານາບູທີກ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ປະຈຳລາວ ແລະ ທ່ານນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບບັນດາພະນັກງານລັດ, ຜູ້ປະກອບການ ແລະ ຕາງໜ້າຈາກບັນດາບໍລິສັດເອກະຊົນຫຼາຍກ່ວາ 20 ທ່ານ.

ທ່ານ ດຣ. ຮູເອຕ້າ ກ່າວວ່າ: ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີ່ປະໂຫຍດໃຫ້ແກ່ບັນດາຜູ້ປະກອບການທົ່ວສປປ ລາວ ແລະ ການເຝິກອົບຮົມ ຫຼື ການສໍາມະນາໃນອະນາຄົດ. ການພັດທະນາທັກສະການຍ້ອມສີທຳມະຊາດນີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບ ໃຫ້ແກ່ຄອບຄົວ, ສ້າງຄວາມເຂັ້ມໃຫ້ແກ່ຊຸມຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ.

ໃນເດືອນມິຖຸນາ ທີ່ຜ່ານມາ  ໂຄງການຮ່ວມມືລາວ-ສະຫະລັດອາເມຣິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ ຫຼື USAID LUNA II ໄດ້ຈັດງານເຝິກອົບຮົມກ່ຽວກັບການຍ້ອມສີຜ້າໄໝແບບທຳມະຊາດໃຫ້ແກ່ບັນດານັກປະກອບການເພດຍິງ ເຊີ່ງເຂົ້າຮ່ວມໂດຍບັນດານັກປະກອບການຫຼາຍກ່ວາ 50 ທ່ານ ເຊິ່ງຈັດເປັນເວລາ 10 ວັນ ທີ່ແຂວງຊຽງຂວາງ ແລະ 10 ວັນ ທີ່ແຂວງຫົວພັນ. ການຍ້ອມສີທຳມະຊາດ ແມ່ນຊ່ວຍຫຼຸດຕົ້ນທຶນໃນການຜະລິດ, ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ, ຊ່ວຍເພີ່ມຄວາມອາດສາມາດໃນການແຂ່ງຂັນໃນຕະຫຼາດ ແລະ ເຮັດໃຫ້ສິນຄ້າຂອງພວກເຂົາມີມູນຄ່າສູງຂຶ້ນ.

ປຶ້ມຄູ່ມື ໄດ້ຮວບຮວມເອົາບົດຮຽນຈາກການເຝິກອົບຮົມໃນເດືອນມິຖຸນາທີ່ຜ່ານມາ ແລະ ຍັງໄດ້ປະກອບມີວິດີໂອສາທິດການກະກຽມ ແລະ ນຳໃຊ້ສີທຳມະຊາດ.

ປຶ້ຄູ່ມື ແລະ ວິີດີໂອ ຈະມີປະໂຫຍດແກ່ຜູ້ເຂົ້າຮ່ວມເຝິກອົບຮົມ ທີ່ຢາກທວນຄືນບົດຮຽນ ແລະ ບັນດານັກປະກອບການໃນວຽກງານຂົງເຂດນີ້ທີ່ກຳລັງຊອກຫາວິທີເພື່ອພັດທະນາສີມື, ທັກສະ ແລະ ຂະຫຍາຍທຸລະກິດຂອງ ພວກເຂົາ.

ນອກຈາກນີ້, ຜຸ້ທີ່ສົນໃຈຍັງສາມາດດາວໂຫຼດ ວິດີໂອ ແລະ ປຶ້ມເອເລັກໂທຣນິກ ໄດ້ທີ່ “ເວັບໄຊ໌” ຂອງກະຊວງອີກດ້ວຍ.

ນາງ ເພັງ, ນັກປະກອບການຈາກບ້ານຜາໄຊ, ເມືອງຊຳເໜືອ, ແຂວງຫົວພັນ ກ່າວວ່າ: ໃນອະດີດ, ຂ້າພະເຈົ້າໃຊ້ແຕ່ສີເຄມີ, ຫຼັງຈາກໄດ້ຮັບການເຝິກອົບຮົມ, ຂ້າພະເຈົ້າໄດ້ຮຽນຮູ້ວິທີການຍ້ອມສີແບບທຳມະຊາດ ແລະ ທັກສະໃໝ່. ປັດຈຸບັນ ຂ້າພະເຈົ້າມີຫຼາຍທາງເລືອກ ແລະ ສາມາດຜະລິດໄດ້ຫຼາຍລວດລາຍຂຶ້ນ.

ການສ້າງປຶ້ມ ແລະ ວິດີໂອ ແມ່ນໄດ້ຮັບທຶນຈາກລັດຖະບານອາເມຣິກາໂດຍຜ່ານ ໂຄງການ ລູນ້າ 2 ຂອງອົງການ USAID. ໂຄງການ ລູນ້າ 2 ແມ່ນ ເພື່ອຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜຸນລັດຖະບານສປປລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບການ ໃຫ້ມີຄວາມໂປ່ງໃສ ແລະ ມີປະສິທິພາບ.

ຂໍ້ມູນຈາກ: ສະຖານທູດອາເມຣິກາ.

 

Comments