ປະດັບຫຼຽນໄຊ ຜົນງານ 10 ປີ ໃຫ້ແກ່ໂຮງງານເບຍລາວ ແຂວງຈຳປາສັກ

ລັດຖະບານ ສປປ ລາວ ຕົກລົງມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ໂຮງງານ ເບຍລາວ ແຂວງຈຳປາສັກ
ພິທີປະດັບຫຼຽນໄຊ ຈັດຂຶ້ນໃນຄໍ່າຄືນຂອງວັນທີ 15 ທັນວາ ປີ 2018 ຜ່ານມາທີ່ໂຮງແຮມ ເອລະວັນຣີເວີໄຊ ນະຄອນປາກເຊ ແຂວງຈຳປາສັກ.

ໃນໂອກາດງານລ້ຽງສະເຫຼີມສະຫຼອງ ບໍລິສັດເບຍລາວ ຈຳກັດ ຄົບຮອບ 45 ປີ ແລະ ຄົບຮອບ 10 ປີ ການສ້າງຕັ້ງໂຮງງານເບຍລາວ ແຂວງຈຳປາສັກ,

ນອກຈາກການປະດັບຫຼຽນໄຊແຮງງານຊັ້ນ 1 ແລ້ວຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນຈຳນວນ 10 ສະຫາຍ,ຫຼຽນກາແຮງງານ 11 ສະຫາຍ,ໃບຍ້ອງຍໍລັດຖະບານ,ຂັ້ນກະຊວງ,ຂັ້ນແຂວງ ອີກທັງໜົດ 107 ສະຫາຍ.

ໃຫ້ກຽດຕາງໜ້າລັດຖະບານ ປະດັບຫຼຽນໄຊ ໃຫ້ແກ່ໂຮງງານເບຍລາວ ແຂວງຈຳປາສັກ ຄັ້ງນີ້,ແມ່ນ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ຈຳປາສັກ.

ຂໍ້ມູນຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz

Comments