ຫຼາຍບັນຫາໜີ້ສິນ ທີ່ນະຄອນຫຼວງ ສະເໜີໃຫ້ສູນກາງຊ່ວຍແກ້ໄຂ

ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ຄະ­ນະ​ປະ­ຈຳ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ຄະ­ນະ​ພັກ​ກະ­ຊວງ​ການ​ເງິນ ໄດ້​ຈັດ​ຂຶ້ນ ເມື່ອສັບປະດາຜ່ານມາ ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ.

ທ່ານ ສົມ​ດີ ດວງ​ດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້​ໃຫ້​ຄຳ​ຊີ້​ນຳ​ຕໍ່​ຂໍ້​ສະ­ເໜີ​ຂອງ ນວ ວ່າ: ສຳ­ລັບ​ໜີ້​ສິນ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ໃນ 46 ໂຄງ­ການ​ນັ້ນ ໃຫ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ຢ່າງ​ຈະ­ແຈ້ງ ຂຶ້ນ​ກັບ​ພາກ­ສ່ວນ​ໃດ ​ມອບ​ໃຫ້​ພາກ­ສ່ວນ​ນັ້ນ​ຮັບ­ຜິດ­ຊອບ

ສຳ­ລັບ​ໜີ້​ກະ­ແສ​ໄຟ­ຟ້າ ​ທີ່​ຄ້າງ​ຈ່າຍ​ໃນ​ຜ່ານ​ມາ​ນັ້ນ ແມ່ນ​ມອບ​ໃຫ້ ນວ ເປັນ​ຜູ້​ຮັບ­ຜິດ­ຊອບ​ເອງ ແລະ ສ່ວນ​ບັນ­ຫາ​ອື່ນໆ​ແມ່ນ​ຈະ​ນຳ​ພິ​ຈາ­ລະ​ແກ້​ໄຂ​ຮ່ວມ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ.

ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື​ຫຼາຍ​ບັນ­ຫາ​ສຳ­ຄັນ​ຢູ່ ນວ ເປັນ­ຕົ້ນ ບັນ­ຫາ​ໜີ້​ສິນ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ທີ່ ນວ ສະ­ເໜີ​ໃຫ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໜີ້​ສິນ ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເຊິ່ງ​ໂຄງ­ການ​ໃຫຍ່​ມີ​ລັກ­ສະ­ນະ​ລວມ ​ຂອງ​ປະ­ເທດ​ໃນ ນວ ມີ 46 ໂຄງ­ການ ມູນ​ຄ່າ​ຕາມ​ສະ­ພາ​ຮັບ­ຮອງ 4.000 ຕື້​ກວ່າ​ກີບ ມູນ​ຄ່າ​ຕາມ​ສັນ­ຍາ 4.510 ຕື້​ກວ່າ​ກີບ ປະ­ຕິ­ບັດ​ໄດ້ 70,60% ຍັງ​ຄ້າງ​ຊຳ­ລະ 3.515 ຕື້​ກວ່າ​ກີບ ແລະ ຍັງ​ຄ້າງ​ຊຳ­ລະ​ຕາມ​ວຽກ​ສຳ­ເລັດ 2.189 ຕື້​ກວ່າ​ກີບ

ສ່ວນ​ໂຄງ­ການ ​ທີ່​ມີ​ລັກ­ສະ­ນະ​ຮັບ​ໃຊ້​ການ​ພັດ­ທະ­ນາ​ ຂອງ ນວ ມີ 426 ໂຄງ­ການ ມູນ​ຄ່າ​ຊຳ­ລະ​ຕາມ​ສັນ­ຍາ 3.808 ຕື້​ກີບ ທີ່ ນວ ຮັບ­ຜິດ­ຊອບ ພ້ອມ​ນັ້ນ ນວ ຍັງ​ສະ­ເໜີ​ລັດ­ຖະ­ບານ​ສືບ­ຕໍ່​ຊຳ­ລະ​ໜີ້​ສິນ ໂຄງ­ການ​ລົງ­ທຶນ​ຂອງ​ລັດ­ຖະ­ບານ​ທີ່​ສຳ­ເລັດ 100% ແລະ ໃຫ້​ກະ­ຊວງ​ການ​ເງິນ ແລະ ລັດ­ຖະ­ບານ​ເພີ່ມ​ຕົວ​ເລກ​ການ​ຊຳ­ລະ​ໜີ້​ສິນ​ຂອງ ນວ ແລະ ຂໍ​ໃຫ້ ນວ ສືບ­ຕໍ່​ຂາຍ ຫຼື ຫັນ​ຊັບ​ສິນ​ຈຳ­ນວນ​ໜຶ່ງ​ຂອງ ນວ ຊຳ­ລະ​ໜີ້ ເພື່ອ​ແກ້​ໄຂ​ສະ­ພາບ​ຄ່ອງ​ທາງ​ດ້ານ​ການ​ຊຳ­ລະ​ໜີ້​ຂອງ​ງົບ­ປະ­ມານ​ລັດ.

ຂໍ້ມູນຈາກ: ເວບໄຊ໌ ວຽງຈັນໃໝ່.

Comments