ກອງປະຊຸມ Lao Digital Forum ຄັ້ງທີສາມ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອສຸ່ມໃສ່ໂອກາດການຄ້າທາງເອເລັກໂຕຣນິກ (e-commerce) ຢູ່ ສປປ ລາວ ແລະ ວິທີການກະຕຸ້ນການຈະເລີນເຕີບຂອງການຄ້າດັ່ງກ່າວ.
ໃນບົດກ່າວເປີດຂອງ ທ່ານນາງ ເຂັມມະນີ ໄດ້ໃຫ້ຮູ້ວ່າ ການຄ້າທາງເອເລັກໂຕຣນິກ ເປັນສ່ວນໜຶ່ງຂອງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໄດ້ຊີ້ໃຫ້ເຫັນເຖິງເປົ້າໝາຍຂອງລັດຖະບານລາວໃນການສ້າງກອບແຜນວຽກທາງດ້ານກົດໝາຍສໍາລັບການຄ້າທາງເອເລັກໂຕຣນິກໃນປີໜ້າ.
ທ່ານນາງ ເຂັມມະນີ ກ່າວຕື່ມວ່າ “ພວກເຮົາເນັ້ນໃສ່ສອງບັນຫາ” “ບັນຫາທີໜຶ່ງຄືພວກເຮົາຕ້ອງການໃຫ້ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການພາຍໃນຂອງພວກເຮົາມີສ່ວນຮ່ວມໃນຕະຫຼາດທີ່ໃຫຍ່ຂຶ້ນ ແລະ ບັນຫາທີສອງຄື ເຮັດໃຫ້ຜູ້ຊົມໃຊ້ພາຍໃນຂອງພວກເຮົາສາມາດເຂົ້າເຖິງຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍ.”
ທ່ານ ທູດອາເມຣິກາ ຣີນາ ບິດເຕີ ໄດ້ຊີ້ໃຫ້ເຫັນເຖິງທ່າແຮງທີ່ເຂັ້ມແຂງການຄ້າທາງເອເລັກໂຕຣນິກໃນ ສປປ ລາວ, ທ່ານຍົກໃຫ້ເຫັນວ່າ “ການຄ້າທາງເອເລັກໂຕຣນິກ ສ້າງວຽກເຮັດງານທຳ ແລະ ເພີ່ມປະສິດທິພາບທາງດ້ານເສດຖະກິດ.
ສິ່ງທີ່ສຳຄັນທີ່ສຸດຄືການຄ້າທາງເອເລັກໂຕຣນິກ ສາມາດຊ່ວຍຫຼຸດຊ່ອງວ່າງ ໃນການພັດທະນາຊົນນະບົດ-ຕົວເມືອງ ຊຶ່ງການຄ້າທາງເອເລັກໂຕຣນິກ ໄດ້ສົ່ງເສີມການເຕີບທາງດ້ານເສດຖະກິດທົ່ວປະເທດ.”
ທ່ານ ເຈັນ ປີເຕີ ລູເກັນເຮີມ ເອກອັກຄະລັດຖະທູດ ເຢຍລະມັນ ກ່າວວ່າ “ການຄ້າທາງເອເລັກໂຕຣນິກ ແມ່ນກຳລັງເຕີບໂຕໃນສາກົນ ແລະ ຂົງເຂດອາຊຽນ,” ຊຶ່ງເປັນທີ່ຮັບຮູ້ກັນວ່າ “ມີທ່າແຮງໃນການຫຼຸດຕົ້ນທຶນການຄ້າສຳລັບຜູ້ສົ່ງອອກ ຢູ່ ສປປ ລາວ ແລະ ເຮັດໃຫ້ລາຄາສິນຄ້າຫຼຸດລົງສຳລັບຜູ້ຊົມໃຊ້.”
ກອງປະຊຸມໄດ້ມີການຈັດເວທີສົນທະນາ ກ່ຽວກັບບົດບາດການຄ້າທາງເອເລັກໂຕຣນິກ ໃນການຂັບເຄື່ອນການພັດທະນາທາງດ້ານເສດຖະກິດ ແລະ ນະໂຍບາຍທີ່ຕ້ອງການເພື່ອເຮັດໃຫ້ເສດຖະກິດທາງດ້ານ “ດີຈີຕອນ”ຈະເລີນເຕີບໂຕ. ຜູ້ຮ່ວມອະທິບາຍໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການຄ້າທາງເອເລັກໂຕຣນິກ ຕໍ່ຄວາມຍືນຍົງຂອງການຈະເລີນເຕີບໂຕທາງດ້ານເສດຖະກິດຂອງລາວ ແລະ ໄດ້ສົນທະນາກ່ຽວກັບຄວາມຈໍາເປັນໃນການປະສານງານກັບລັດຖະບານທີ່ໄດ້ຮັບການປັບປຸງໂດຍສະເພາະວຽກງານກ່ຽວກັບການປົກປ້ອງຜູ້ຊົມໃຊ້, ການເສຍອາກອນ ແລະ ການຄ້າຂ້າມຊາຍແດນ.
ກອງປະຊຸມສອງຄັ້ງທີ່ຜ່ານມາແມ່ນໄດ້ເນັ້ນໜັກກ່ຽວກັບເສດຖະກິດ “ດີຈີຕອນ” ແລະ ເຕັກໂນໂລຊີການເງິນ (fintech). ການຄ້າທາງເອເລັກໂຕຣນິກ ແມ່ນເປັນສ່ວນໜຶ່ງຂອງເສດຖະກິດ “ດີຈີຕອນ” ຊຶ່ງເຫັນວ່າມີທ່າແຮງຫຼາຍໃນການສົ່ງເສີມການຈະເລີນເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ ແລະ ເພີ່ມການເຊື່ອມໂຍງທາງດ້ານເສດຖະກິດກັບເສດຖະກິດອາຊຽນ ແລະ ໂລກ.
ສະຖານທູດສະຫາລັດອາເມຣິກາ ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ GIZ ໄດ້ເປັນເຈົ້າພາບຈັດກອງປະຊຸມ Lao Digital Forum ຄັ້ງທີສາມຂຶ້ນ ໃນວັນທີ 14 ທັນວາ 2018. ໃຫ້ກຽດເປັນປະທານໃນກອງປະຊຸມໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ແລະ ທ່ານ ເຈັນ ປີເຕີ ລູເກັນເຮີມ (Jens Peter Lütkenherm) ເອກອັກຄະລັດຖະທູດ ເຢຍລະມັນ.
ງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ທ່ານ ຊຶ່ງໃນນັ້ນລວມທັງຕາງໜ້າຈາກບັນດາກະຊວງ, ບໍລິສັດເອກະຊົນ, ຫົວໜ້າທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.
ກອງປະຊຸມ Lao Digital Forum ຄັ້ງທີສາມໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນແຫ່ງສະຫະລັດອາເມຣິກາ (USAID) ຜ່ານໂຄງການຮ່ວມມືລາວ-ສະຫະລັດອາເມຣິກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA II), ພ້ອມດ້ວຍການສະໜັບສະໜູນຈາກໂຄງການການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ, ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ ຂອງອົງການ Deutsche Gesellschaft für Internationale Zusammenarbeit (GIZ) GmbH (RELATED).
ສະຫະລັດອາເມຣິກາ ໃຫ້ການຊ່ວຍເຫຼືອລາວ ແລະ ບັນປະເທດອາຊຽນອື່ນໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກໂດຍການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບການທ້າງດ້ານເສດຖະກິດທີ່ດີ, ທັນສະໄໝ, ໂປ່ງໃສ ແລະ ກວມລວມ.
ຂໍ້ມູນຈາກ: ສະຖານທູດອາເມຣິກາ.