ທ່ານ ຄຳຫຼ້າ ວິສີສົມບັດ ຮອງຫົວໜ້າດ່ານພາສີສາກົນບໍ່ເຕັນ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2018 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 284 ຕື້ກວ່າກີບ ແຕ່ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ (ມັງກອນ-ກັນຍາ 2018) ການຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆ ຂອງດ່ານພາສີສາກົນບໍ່ເຕັນ, ດ່ານປະເພນີ, ດ່ານພາສີທ້ອງຖິ່ນ ທີ່ຂຶ້ນກັບ ສາມາດຈັດເກັບລາຍຮັບໄດ້ທັງໝົດ 146 ຕື້ກວ່າກີບ, ເທົ່າກັບ 68,59% ຂອງແຜນການ 9 ເດືອນ ແລະ ເທົ່າກັບ 51,44% ຂອງແຜນການປີ, ໃນນີ້: ດ່ານພາສີສາກົນບໍ່ເຕັນ ປະຕິບັດໄດ້ 132 ຕື້ກີບ ເທົ່າກັບ 66,91%; ດ່ານພາສີທ້ອງຖິ່ນ ປາງໄຮປະຕິບັດໄດ້ 13 ຕື້ກີບ, ເທົ່າກັບ 88,93%; ດ່ານພາສີປະເພນີ ຊຽງກົກ ປະຕິບັດໄດ້ 23 ກວ່າລ້ານກີບ ເທົ່າກັບ 29,36%; ດ່ານພາສີປະເພນີ ບ້ານມອມ ປະຕິບັດໄດ້ 556 ລ້ານກີບ ...
Read More »ຂ່າວ ພາຍໃນປະເທດ
ສາມາດສ້າງລາຍຮັບໃຫ້ແຂວງໄດ້ ຫຼາຍກວ່າ 14 ລ້ານໂດລາ
ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນໃຫ້ສຳພາດໃນວັນທີ 4 ມັງກອນ 2019 ວ່າ: ການທ່ອງທ່ຽວຢູ່ແຂວງສາລະວັນ ໃນປີທ່ອງທ່ຽວລາວ 2018 ມີບັນຍາກາດຄືກຄື້ນສົມຄວນ. ເນື່ອງຈາກແຂວງ ສາລະວັນ ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳ ຫຼາຍແຫ່ງ ທີ່ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນແຂວງໄດ້ເປັນຈຳນວນຫຼວງຫຼາຍເຊັ່ນ: ຕາດເລາະ,ຕາດຮັງ,ຫ້ວຍຫຸນ(ບ້ານຫັດຖະກຳຕຳແຜ່ນຊົນເຜົ່າກະຕູ)ອຸທິຍານພູຜາສຸກ,ຫໍໄຕ,ສວນແຄນ ແລະ ອື່ນໆ ບວກກັບອົງການປົກຄອງແຂວງໄດ້ອໍານວຍຄວາມສະດວກການເຂົ້າອອກດ່ານ ລວມທັງສ້າງສິ່ງຮອງຮັບແລະ ບໍລິການນັກທ່ອງທ່ຽວເຊັ່ນ:ໂຮງແຮມ,ເຮືອນພັກ ແລະ ຮ້ານອາຫານໃຫ້ພຽງພໍຈຶ່ງເຮັດໃຫ້ຕົວເລກດຶງດູດນັກທ່ອງທ່ຽວໃນປີ 2018 ບັນລຸ 110.000 ເທື່ອຄົນ ລື່ນຄາດໝາຍທີ່ວາງໄວ້ 10.000 ເທື່ອຄົນ ສາມາດສ້າງລາຍຮັບໃຫ້ແຂວງໄດ້ 14.752.750 ໂດລາສະຫະລັດ. ທ່ານໃຫ້ຮູ້ຕື່ມວ່າ: ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວແຂວງສາລະວັນສ່ວນໃຫຍ່ແມ່ນນັກທ່ອງທ່ຽວຫວຽດນາມ,ໄທ ແລະ ປະເທດເອີຣົບ ຈຳນວນໜຶ່ງ. ສຳລັບແຜນການດຶງດູດນັກທ່ອງທ່ຽວຂອງແຂວງວາງໄວ້ໃນປີ 2019 ແມ່ນໃຫ້ໄດ້ 111.790 ເທື່ອຄົນ ເພື່ອສ້າງລາຍຮັບເຂົ້າແຂວງຈາກການທ່ອງທ່ຽວໃຫ້ໄດ້ 15.249.000 ໂດລາສະຫະລັດ. ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ ພາບປະກອບຈາກອິນເຕີເນັດ.
Read More »ສປປ ລາວ ໄດ້ຮັບການຊ່ວຍເຫຼືອເຂົ້າສານ ໜຶ່ງພັນໂຕນ
ໃນວັນທີ 4 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ,ໄດ້ມີພິທີມອບ-ຮັບສະບຽງອາຫານ ເຂົ້າສານ ໜຶ່ງພັນໂຕນ ຈາກຄັງແຮສຸກເສີນອາຊຽນ+3 ໂດຍການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫລີ ເພື່ອແຈກຢາຍໃຫ້ປະຊາຊົນ ຜູ້ທີ່ປະສົບໄພພິບັດ ຢູ່ ສປປ ລາວ ຈັດຕັ້ງປະຕິບັດໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ. ຕາງໜ້າມອບໂດຍ, ທ່ານ ຊິນ ຊອງຊຸນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ລາວ ແລະ ຕາງໜ້າຮັບໂດຍ, ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ. ຂອບໃຈແຫຼ່ງຂໍ້ມູນ.
Read More »ປະທານປະເທດ ມອບສານແຕ່ງຕັ້ງ ໃຫ້ທູດລາວ ປະຈຳຕ່າງປະເທດ
ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້: ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະ ຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ.ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ...
Read More »ຮ້ານເກມ ເປັນຈຸດທີ່ມີຄວາມສ່ຽງສູງຕໍ່ບັນຫາ ສິ່ງເສບຕິດ
ໃນປີ 2018 ທົ່ວເມືອງໄຊທານີ ມີສະຖານທີ່ ຈຸດທີ່ມີຄວາມສ່ຽງໃນການເຄື່ອນໄຫວຄ້າຂາຍຢາເສບຕິດເຖິງ 30 ຈຸດ; ໃນນັ້ນຫຼາຍກວ່າໝູ່ແມ່ນຮ້ານເກມອິນເຕີເນັດ ເຊິ່ງມີເຖິງ 19 ຈຸດ. ທ່ານ ພັນໂທ ສີທົນ ຂຽວນາມວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາປີ 2018 ຂອງເມືອງໄຊທານີ ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ແກ້ໄຂສະຖານທີ່ທີ່ມີຄວາມສ່ຽງ ແລະ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ 30 ຈຸດ; ໃນນັ້ນມີຮ້ານເກມອິນເຕີເນັດ 19, ຮ້ານສະນຸກເກີ້ 9, ໂຮງແຮມ 2; ພ້ອມທັງໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ປະກອບການຈໍານວນ 35 ຄົນ. ນອກຈາກນີ້ຍັງສາມາດແກ້ໄຂຈຸດມົ້ວສຸມຄ້າຂາຍ ແລະ ເສບຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 4 ຄົນ; ໃນນັ້ນ 7 ຄົນ, ຍິງ 2 ຄົນ ແມ່ນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ອີກ 32 ຄົນ, ...
Read More »ສະພາປະຊາຊົນ ແຂວງສະຫວັນນະເຂດ ກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 6
ທ່ານ ຫວັນຄຳ ອິນທິຈັກ ຄະນະປະຈຳສະພາ ເລຂາທິການສະພາປະຊາຊົນ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວໃນທ້າຍເດືອນທັນວາ 2018 ຜ່ານມາວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງຊຸດທີ I ຈະໄດ້ໄຂຂຶ້ນຢ່າງເປັນທາງ ການໃນລະຫວ່າງວັນທີ 8-11 ມັງກອນ 2019 ທີ່ຫໍວັດທະນະທຳໄກສອນ ພົມວິຫານ ຊຶ່ງກອງປະຊຸມຈະໄດ້ຮັບຟັງ, ພິຈະລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເປັນຕົ້ນແມ່ນ: ພິຈະລະນາ ແລະ ຮັບຮອງເອົາ ການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງສະຫວັນນະເຂດກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2018 ແລະ ທິດທາງແຜນການ 2019, ຮັບຟັງບົດລາຍງານຂອງຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງ ແຂວງປີ 2018 ແລະ ແຜນການ ປີ 2019, ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການນຳໃຊ້ສານເຄມີເກີນຄ່າມາດຕະຖານ, ພິຈະລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດປະຈຳພາກກາງປີ 2018 ແລະ ແຜນການປີ 2019, ບົດລາຍງານແກ້ໄຂຜົນການກວດກາ ຕາມຜົນການກວດສອບສົກປີ 2015-2016 ຄືນຫຼັງ, ...
Read More »ສະໜາມກິລາ ແຂວງອຸດົມໄຊ ຕົ້ນປີ 2019
ສະພາບຂອງສະໜາມກິລາ ແຂວງອຸດົມໄຊ ໃນປີ 2019 ພາຍຫຼັງທີ່ໄດ້ຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ X ທີ່ ແຂວງອຸດົມໄຊ ເປັນເຈົ້າພາບຈັດຂຶ້ນແຕ່ວັນທີ 13 -21 ທັນວາ 2014 ຜ່ານມາ. ໃນງານຄັ້ງນັ້ນ ມີນັກກີລາຈາກບັນດາແຂວງ ແລະ 7 ກະຊວງເຂົ້າຮ່ວມ ເຊິ່ງຜົນການແຂ່ງຂັນອັນດັບ 1 ໄດ້ແກ່ກະຊວງປ້ອງກັນປະເທດໄດ້ 61 ຫຼຽນຄຳ 29 ຫຼຽນເງິນ 37 ຫຼຽນທອງ, ອັນດັບທີ 2 ໄດ້ແກ່ນະຄອນຫຼວງວຽງຈັນໄດ້ 55 ຫຼຽນຄໍາ 31 ຫຼຽນເງິນ 49 ຫຼຽນທອງ, ອັນດັບທີ 3 ໄດ້ແກ່ກະຊວງປ້ອງກັນຄວາມສະຫງົບໄດ້ 42 ຫຼຽນຄໍາ 43 ຫຼຽນເງິນ 51 ຫຼຽນທອງ ສ່ວນອັນດັບ 4 ແມ່ນແຂວງອຸດົມໄຊໄດ້ 33 ຫຼຽນຄຳ 24 ຫຼຽນເງິນ 53 ຫຼຽນທອງ. ຂອບໃຈພາບຈາກ: Daily News Oudomxay
Read More »ບ້ານຫ້ວຍໝື່ນ ປະກາດເປັນບ້ານໃຫຍ່ ຄ້າຍຕົວເມືອງນ້ອຍໃນຊົນນະບົດ
ພິທີປະກາດຮັບຮອງເອົາບ້ານ ຫ້ວຍໝື່ນ ເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ,ຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມານີ້, ໂດຍການເປັນປະທານຂອງທ່ານ ພູວັງ ເກດແກ້ວ ພົມພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ, ມີພະແນກການ ຂອງແຂວງ, ຫ້ອງການຕ່າງໆ ຂອງເມືອງ, ຕາງໜ້າການນຳ ຈາກເມືອງອ້ອມຂ້າງ, ອົງການຈັດຕັ້ງຂອງບ້ານທີ່ກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວບ້ານຫ້ວຍໝື່ນເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ. ທ່ານ ສຸລິພົງ ລາດສະໂພ ເລຂາຄະນະພັກຮາກຖານ ຫົວໜ້າກຸ່ມບ້ານຫ້ວຍໝື່ນ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງບ້ານໂດຍສັງເຂບວ່າ: ບ້ານ ຫ້ວຍໝື່ນ ແມ່ນບ້ານໜຶ່ງທີ່ຂຶ້ນ ກັບກຸ່ມບ້ານທີ 3 ຂອງເມືອງທ່າປາງທອງ ເຊິ່ງຕັ້ງຫ່າງຈາກສຳນັກງານເມືອງອອກໄປປະມານ 8 ກິໂລແມັດ, ມີເນື້ອທີ່ທັງໝົດ 1.338,67 ເຮັກຕາ, ມີ 290 ຄອບຄົວ, ມີ 405 ຫຼັງຄາເຮືອນ, ມີ 17 ໜ່ວຍ, ມີພົນລະເມືອງທັງໝົດ 3.053 ຄົນ, ຍິງ 1.509 ຄົນ, ປະຊາຊົນພາຍໃນບ້ານດັ່ງກ່າວມີຄວາມຕື່ນ ຕົວຕໍ່ແນວທາງຂອງພັກ ແລະ ໄດ້ຕັ້ງໜ້າປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ແລະ ...
Read More »ອາຄານພະແນກແຜນການ, ການລົງທຶນ ແລະ ສູນສະຖິຕິ ແຂວງອຸດົມໄຊ.
ໂຄງການກໍ່ສ້າງອາຄານພະແນກແຜນການ,ການລົງທຶນ ແລະ ສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ ເປັນໂຄງການບູລິມະສິດໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ- ສັງຄົມຂອງລັດຖະບານ ກໍຄືແຂວງອຸດົມໄຊ ໂດຍມີຈຸດປະສົງເພື່ອເປັນການພັດທະນາ,ຍົກລະດັບ ອາຄານຫ້ອງການສຳນັກງານ ແລະ ບຸກຄະລາກອນ ເພື່ອໃຫ້ທຽບເທົ່າກັບບັນດາປະເທດໃນກຸ່ມອາຊຽນ ແລະ ພາກພື້ນ. ໃນວັນທີ 29 ທັນວາ 2018 ຜ່ານມານີ້ ກໍໄດ້ຈັດພິທີມອບ-ຮັບ ພ້ອມທັງເປີດນຳໃຊ້ຢ່າງເປັນທາງການພາຍຫຼັງດໍາເນີນການກໍ່ສ້າງມາເປັນເວລາ 4 ປີ ໂດຍແມ່ນບໍລິສັດ ໄຊມ້ອນ ວິສະວະກໍາກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 22 ຕື້ 7 ລ້ານກວ່າກີບ. ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງ. ຂໍ້ມູນຈາກ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ.
Read More »ພະແນກສຶກສາທິການ ແລະ ກິລາ ອວຍພອນທ່ານເຈົ້າແຂວງອຸດົມໄຊ ເນື່ອງໃນໂອກາດປີໃໝ່
ຕາງໜ້າພະນັກງານບໍລິຫານ, ຄູອາຈານ ແລະ ນັກຮຽນນັກສຶກສາ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ນໍາໂດຍທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເຂົ້າຍ້ຽມຢາມ ແລະ ອວຍພອນການນຳຂອງແຂວງ ເນື່ອງໃນໂອກາດປີໃໝ່ ຄສ 2019 ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂອງແຂວງ ທີ່ຍາມໃດທາງຂັ້ນເທິງກໍໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານການສຶກສາຕະຫຼອດມາເຮັດໃຫ້ ບັນດາໂຮງຮຽນແຫ່ງຕ່າງໆ ໄດ້ດໍາເນີນການຮຽນ-ການສອນໄປຕາມລະບົບ, ສອດຄ່ອງ ແລະ ສາມາດສ້າງຊັບພະຍາກອນມະນຸດອອກມາຮັບໃຊ້ສັງຄົມ ໄປຕາມ 5 ຫຼັກມູນຂອງການສຶກສາ ໄດ້ຢ່າງມີຄຸນນະພາບ. ໃນໂອກາດນີ້ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ກໍໄດ້ມີຄຳເຫັນຕໍ່ຂະແໜງການສຶກສາ-ກິລາ ວ່າໃນສົກຮຽນຜ່ານມານີ້ ວຽກງານບໍລິຫານການສຶກສາ-ກິລາ, ການດໍາເນີນການຮຽນ-ການສອນໃນບັນດາໂຮງຮຽນແຫ່ງຕ່າງໆ ເຫັນວ່າໄດ້ດໍາເນີນໄປດ້ວຍດີ, ມີປະສິດທິພາບ ເຮັດໃຫ້ຕົວເລກຄາດໝາຍທີ່ວາງໄວ້ສາມາດບັນລຸຕາມແຜນການ. ທ່ານໄດ້ຮຽກຮ້ອງມາຍັງພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍ ບັນດາໂຮງຮຽນແຫ່ງຕ່າງໆ ໃຫ້ສືບຕໍ່ຕັ້ງໜ້າປະຕິບັດໜ້າທີຂອງຕົນໃຫ້ມີຜົນສໍາເລັດ, ສູ້ຊົນຍາດໄດ້ຜົນງານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ການສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ, ຫ້າວຫັນໃນໜ້າທີ່ການງານ ສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສໍາເລັດທຸກປະການ, ເພື່ອພ້ອມກັນປະຕິບັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດ ກໍຄືການພັດທະນາແຂວງອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆໄປ. ...
Read More »