ຂ່າວ ພາຍໃນປະເທດ

ເງື່ອນໄຂ ຂອງທຸລະກິດທີ່ຈະໄດ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນ.

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ອອກບົດແນະນຳ ວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາຫະກິດ ເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດຄວາມສະດວກຂອງການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດ ການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການດຳເນີນງານໃນການອະນຸມັດຮັບຮອງແຜນນໍາເຂົ້າ ເພື່ອມາຮັບໃຊ້ວຽກງານກິດຈະການລົງທຶນ ແລະ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ລົງທຶນຢູ່ ສປປ ລາວ. ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ໝາຍເຖິງ ການໃຫ້ນະໂຍບາຍ ດ້ວຍການກຳນົດລາຍການສິນຄ້າທີ່ຈະນໍາເຂົ້າຖາວອນ ແລະ ຊົ່ວຄາວ ທີ່ກຳນົດໃນແຜນນໍາເຂົ້າ (Master List) ເພື່ອມາຮັບໃຊ້ວຽກງານການຜະລິດ ແລະ ພັດທະນາກິດຈະການລົງທຶນຂອງບັນດາວິສາຫະກິດ ທີ່ນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກິດຈະການລົງທຶນທີ່ມີສັນຍາກັບລັດຖະບານ. ວິສາຫະກິດ ທີ່ລົງທຶນຢູ່ ສປປ ລາວ ທີ່ມີຈຸດປະສົງສະເໜີຂໍນະໂຍບາຍ ຕ້ອງມີເງື່ອນໄຂ ດັ່ງນີ້: ...

Read More »

ເຊີນເຂົ້າຮ່ວມສຳມະນາໃນຫົວຂໍ້ ” ການເຂົ້າຫາແຫຼ່ງທຶນ” ຂອງພາກທຸລະກິດ.

ດ່ວນ………………❗❗❗❗❗ ເຊີນທ່ານເຂົ້າຮ່ວມສຳມະນາ???ໃນຫົວຂໍ້ ” ການເຂົ້າຫາແຫຼ່ງທຶນ” ຂອງພາກທຸລະກິດ ໂດຍສະເພາະແມ່ນຂະແໜງການຕັດຫຍິບ, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບບໍລິສັດ ຂອງທ່ານ ໃຫ້ມີຄວາມຄ່ອງຕົວທາງດ້ານການເງິນ, ສາມາດພັດທະນາຜະລິດຕະພັນຂອງທ່ານ ເຂົ້າສູ່ຕະຫຼາດທີ່ໄດ້ມາດຕະຖານ ເພື່ອການແຂ່ງຂັນໄດ້ທັງໃນ ແລະ ຕ່າງປະເທດ ?ວັນທີ 14 ມັງກອນ 2019 ?ເວລາ 13:00-16:30 ໂມງ ?ສະຖານທີ່ : ສະພາການຄ້າ ແລະ ອຸດສາຫະກຳ ແຫ່ຊາດລາວ ⚠⚠ໝາຍເຫດ: ເຂົ້າຮ່ວມຟຣີ ແລະ ມີທີ່ນັ່ງຈຳກັດ ກະລຸນາແຈ້ງຊື່ ມາຈອງທີ່ນັ່ງກ່ອນວັນທີ 11/1/2019 ຕິດຕໍ່ພົວພັນ 021 416266-7

Read More »

ກອງປະຊຸມການຮ່ວມມືວຽກງານຍຸຕິທໍາ 5 ແຂວງພາກເໜືອກັບແຂວງຢຸນໜານ

ກອງປະຊຸມການຮ່ວມມືວຽກງານຍຸຕິທໍາ ລະຫວ່າງ ອົງການໄອຍະການປະຊາຊົນແຂວງບໍ່ແກ້ວ,ຜົ້ງສາລີ,ອຸດົມໄຊ,ຫຼວງນໍ້າທາ ແລະ ແຂວງຫຼວງພະບາງ ສປປ ລາວ ຮ່ວມມືກັບອົງການໄອຍະການປະຊາຊົນແຂວງຢຸນໜານ ສປ ຈີນ ຄັ້ງທີ 9 ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ 2019 ທີ່ແຂວງບໍ່ແກ້ວ (ລາຍລະອຽດຕິດຕາມຄຣິບດ້ານລຸ່ມ) ການຮ່ວມມືວຽກງານຍຸຕິທຳລະຫວ່າງ ອົງການໄອຍະການປະຊາຊົນ 5 ແຂວງພາກເໜືອ ສປປ ລາວ ກັບ ອົງການໄອຍະການປະຊາຊົນແຂວງຢຸນນານ ສປ ຈີນ9/1/2019ຂ່າວ: ສາຍສະໝອນ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, January 9, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

 ກະຊວງການເງິນແຈ້ງ ມາດຕະການຕໍ່ຜູ້ລະເມີດກ່ຽວກັບພາສີທີ່ດິນ

ກະຊວງການເງິນ ອອກຄຳແນະນຳເພີ່ມຕື່ມກ່ຽວກັບການແຈ້ງ ແລະ ຊຳລະພາສີທີ່ດິນຜ່ານລະບົບທະນາຄານ ລົງວັນທີ 4 ທັນວາ 2018 ໃນນີ້ ຂໍ້ທີ XI ແມ່ນໄດ້ເວົ້າເຖິງ ກ່ຽວກັບມາດຕະການຕໍ່ຜູ້ລະເມີດດັ່ງນີ້: ເຖິງບຸກຄົນ, ນິຕິບຸກຄົນ ຫາກມີການລະເມີດກ່ຽວກັບພາສີທີ່ດີ ຈະຖືກປະຕິບັດມາດຕະການດັ່ງນີ້: ຜູ້ທີ່ມາແຈ້ງເສຍພາສີທີ່ດິນຊັກຊ້າເກີນເວລາທີ່ໄດ້ກຳນົດໄວ້ຂໍ້ VII ຂອງຄຳແນະນຳສະບັບນີ້ຄື: ການເສຍພາສີທີ່ດິນແມ່ຕ້ອງໄດ້ຊໍາລະທຸກໆປີ ເປັນແຕ່ລະປີ ແລະ ເລີ່ມເສຍຕັ້ງແຕ່ວັນ 1 ມັງກອນ – 31 ທັນວາ ຂອງແຕ່ລະປີຕາມທີ່ລັດໄດ້ກຳນົດໄວ້ໃນມາດຕາ 7 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະປັບປຸງ) ບໍ່ດັ່ງນັ້ນ, ຈະຖືກປັບໃໝ 10% ຂອງຈໍານວນເງິນທີ່ຕ້ອງເສຍພາສີທີ່ດິນປະຈຳປີ ຜູ້ທີ່ແຈ້ງເສຍພາສີບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນຕາມເນື້ອທີ່ດິນທີ່ຕົນໄດ້ຮັບສິດໃຊ້ ແລະ ສິດນຳໃຊ້ແລ້ວ ຈະຖືກປັບໃໝ 30% ຂອງຈຳນວນເງິນທີ່ຕ້ອງເສຍພາສີທີ່ດິນໃນປີ. ຜູ້ທີ່ບໍ່ຍອມແຈ້ງເນື້ອທີ່ດິນທີ່ຕົນໄດ້ຮັບສິດ ແລະ ສິດນຳໃຊ້ແລ້ວ ຈະຖືກປັບໃໝຕາມກໍລະນີດັ່ງນີ້: ປີທີໜຶ່ງ ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນ ພ້ອມຄ່າປັບໃໝ 100% ຂອງຈຳນວນເງິນທີ່ຕ້ອງເສນ ປີທີສອງ ໃຫ້ເສຍພາສີທີ່ດິນໃຫ້ຄົບຖ້ວນພ້ອມຄ່າປັບໃໝ 150% ຂອງຈຳນວນເງິນທີ່ຕ້ອງເສຍ ປີທີສາມ ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນພ້ອມຄ່າປັບໃໝ ...

Read More »

ປະຊາຊົນ ບ້ານງາຍເໜືອ ປະສົບໄພນ້ຳຖ້ວມ

ທ່ານ ບຸນເຫຼັກ ຫຼ້າສຸກັນ, ຮອງເຈົ້າເມືອງໆ ບຸນເໜືອ, ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຍ້ອນຝົນຕົກໜັກນັບແຕ່ວັນທີ 6 ຫາ 8 ມັງກອນ 2019 ໄດ້ເຮັດໃຫ້ລະດັບນໍ້າງາຍ ຢູ່ເມືອງບຸນເໜືອ, ແຂວງ ຜົ້ງສາລີ ຍຶ່ງຂຶ້ນສູງແລ້ວໄຫຼຊຸເຂົ້າເນື້ອທີ່ທຳການຜະລິດຂອງປະຊາຊົນ ບ້ານງາຍເໜືອ ທີ່ຢູ່ລຽບຕາມນ້ຳງາຍ ເສຍຫາຍໄປ 4 ຄອບຄົວ. ຕາມຂໍ້ມູນທີ່ເກັບກໍາໄດ້ໃນເບື້ອງຕົ້ນ, ຜົນເສຍຫາຍທີ່ເກີດຂຶ້ນ ມີ ຟືນ 8 ແມັດກ້ອນ, ເນື້ອທີ່ປູກຜັກທຽມ ແລະ ສັດປີກຈຳນວນໜຶ່ງ. ປັດຈຸບັນ ຝົນໄດ້ເຊົາຕົກ ແລະ ໄດ້ເຮັດໃຫ້ສະພາບກັບຄືນສູ່ພາວະປົກກະຕິແລ້ວ, ແຕ່ອົງການປົກຄອງເມືອງ ຍັງໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງລົງເກັບກຳຂໍ້ມູນລະອຽດ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຕາມຄວາມສາມາດຕົວຈິງ. ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Read More »

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຍັງມີຫຼາຍສິ່ງທ້າທາຍ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວໃນກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານການເງິນ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຂອງຂະແໜງການເງິນ ວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປີ 2018 ທີ່ຜ່ານມາເຫັນວ່າ: ມີຫຼາຍດ້ານຍັງພົບຄວາມຫຍຸ້ງຍາກ ແລະ ທ້າທາຍສູງ, ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂ ສະພາບຄວາມຝືດເຄືອງ ທາງດ້ານການເງິນ-ງົບປະມານ ທີ່ເກີດຂຶ້ນມາໃນໄລຍະຫຼາຍສົກປີງົບປະມານທີ່ຜ່ານມາ, ຊຶ່ງຕ້ອງໃຊ້ເວລາພໍສົມຄວນ ຈຶ່ງຈະສາມາດຟື້ນໂຕ ແລະ ກັບເຂົ້າສູ່ສະພາບປົກກະຕິໄດ້, ນອກຈາກນີ້, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໂດຍລວມ ກໍຍັງບໍ່ທັນເອື້ອອໍານວຍເທົ່າທີ່ຄວນ, ບັນຫາການເຕີບໂຕ ທາງດ້ານເສດຖະກິດ ຂອງປະເທດ ພາກພື້ນ ແລະ ຄູ່ຄ້າຂອງປະເທດເຮົາບໍ່ທັນຟື້ນໂຕດີ, ສະພາບດ້ານການເງິນຂອງໂລກ ຍັງມີການຜັນແປຫຼາຍດ້ານ ເປັນຕົ້ນອັດຕາດອກເບ້ຍຂອງຕະຫຼາດການເງິນສາກົນເພີ່ມຂຶ້ນສູງ, ລາຄານໍ້າມັນມີ ຈັງຫວະເໜັງຕິງໄວຊຶ່ງສົ່ງຜົນເຮັດໃຫ້ຕົ້ນທຶນການຄ້າ, ການລົງທຶນ ແລະ ການຜະລິດສູງຂຶ້ນ. ສະເພາະພາຍໃນປະເທດ ເຖິງວ່າໃນດ້ານມະຫາພາກ ເສດຖະກິດແຫ່ງຊາດ ຍັງມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ໃນຈັງຫວະທີ່ຊ້າລົງ ເນື່ອງຈາກປັດໄຈພາຍນອກ ...

Read More »

ທຸກຂະແໜງ ຕ້ອງເອົາໃຈໃສ່ຄຸ້ມຄອງກວດກາ ການນຳໃຊ້ແຮງງານຕ່າງປະເທດ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາຍົກ ລັດຖະມົນຕີ ໄດ້​ໃຫ້​ກຽດ​ໂອ້​ລົມ ໃນກອງ​ປະ​ຊຸມ​ທົ່ວ​ປະ​ເທດ ປຶກ​ສາ​ຫາ​ລື​ກ່ຽວ​ກັບແຜນ​ສືບ​ຕໍ່​ແກ້​ໄຂຄົນ​ຕ່າງ​ປະ​ເທດ ​ທີ່​ເຄື່ອນ​ໄຫວ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຂອງ ສ​ປ​ປ ລາວ ໃນ​ວັນ​ທີ 8 ມັງ​ກອນ 2019 ທີ່ຜ່ານມາ, ໂດຍ​ເນັ້ນ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ ​ນຳ​ເອົາ​ກົດ​ໝາຍ ​ລະ​ບຽບ​ການ​ທີ່​ມີ​ຢູ່ ເຂົ້າເຖິງ​ກຸ່ມ​ຄົນ​ເປົ້າ​ໝາຍທີ່​ກ່ຽວ​ຂ້ອງ​ ກັບ​ການຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ທັນ​ກັບ​ເວ​ລາ, ຕ້ອງ​ເຮັດ​ໃຫ້​ສັງ​ຄົມ ທັງ​ພາຍ​ໃນ ແລະ ສາ​ກົນ ຮັບ​ຮູ້ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຕໍ່​ແນວ​ທາງ​ຕ່າງ​ປະ​ເທດ​ຂອງ​ພັກ, ເ​ຂົ້າໃຈ​ເຖິງ​ຄວາມ​ຈຳ​ເປັນ ​ໃນ​ການ​ແກ້​ໄຂບັນ​ຫາ ທີ່​ເປັນ​ປະ​ກົດ​ການ​ຫຍໍ້​ທໍ້ ເພື່​ອສ້າງ​ເງື່ອນ​ໄຂ ໃຫ້ສ​ປ​ປ ລາວ ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນ. ​ ຄຽງ​ຄູ່ກັນ​ນັ້ນ, ທຸກ​ຂະ​ແໜງ​ການ, ອົງ​ການ​ທ້ອງ​ຖິ່ນ​ທຸກ​ຂັ້ນ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບຕໍ່​ພັກ, ລັດ ແລະ ຕໍ່​ປະ​ເທດ​ຊາດ ໃນ​ການ​ບັງ​ຄັບ​ໃຊ້ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ​ລະ​ບຽບ​ການ ທີ່​ມີ​ຢູ່​ຂະແໜງ​ການ ແລະ ທ້ອງ​ຖິ່ນ​ຕົນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ຄົນ​ຕ່າງ​ປະ​ເທດ​ຢ່າງ​ເຂັ້ມ​ງວດ ແລະ ເອົາ​ໃຈ​ໃສ່​ຄຸ້ມ​ຄອງກວດ​ກາ ການ​ນຳ​ໃຊ້​ແຮງ​ງານ​ຕ່າງ​ປະ​ເທດ ​ຢູ່​ບັນ​ດາໂຄງ​ການ ...

Read More »

ມາເບິ່ງ!! 8 ມາດຕະການຊຸກຍູ້ເສດຖະກິດ ຂອງ ສປປ ລາວ.

ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ອອກຄຳສັ່ງ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018 ເພື່ອເຮັດໃຫ້ 08 ມາດຕະການ ໃນການຊຸກຍູ້ເສດຖະກິດ ໄດ້ຮັບການຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ທັງເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 06 ເດືອນທ້າຍປີ 2018 ແລະ ສືບຕໍ່ຈັດຕັ້ງປະຕິບັດໃນປີ 2019 ໃຫ້ມີປະສິດທິຜົນ, ສາມາດຂັບເຄື່ອນເສດຖະກິດໃຫ້ມີຄວາມຄ່ອງຕົວ. ອີງຕາມຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018. ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ສຸມໃສ່ປະຕິບັດບັນດາມາດຕະການຊຸກຍູ້ເສດຖະກິດ ທີ່ຕິດພັນກັບພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດຂອງຕົນ. ນອກຈາກນັ້ນ, ນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ 8 ມາດຕະການ ມີດັ່ງນີ້: ມາດຕະການທີ 01: ການສະກັດກັ້ນໄພງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ...

Read More »

ວັນທີ 8 ຫາ 14 ມັງກອນ ແຂວງພາກເໜືອອາກາດຈະເຢັນ ແລະ ມີຝົນຕົກ

ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ແຈ້ງການເລກທີ 002/ຂຊອ.ຊຍ ລົງວັນທີ 8 ມັງກອນ 2019 ຄາດຄະເນສະພາບອາກາດ ແຕ່ວັນທີ 8-13 ມັງກອນ 2019 ຈະມີຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນ ຍັງສືບຕໍ່ແຜ່ລາມລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ , ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ ໄລຍະວັນທີ 8-13 ມັງກອນ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ  ອາກາດຍັງຈະໜາວເຢັນ (ລາຍລະອຽດດ້ານລຸ່ມ) ພ້ອມກັນນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ກໍໄດ້ແຈ້ງການເລກທີ 124/ພຊສ.ອຊ ລົງວັນທີ 8 ມັງກອນ 2019 ຄາດຄະເນທ່າອ່ຽງສະພາບການປ່ຽນແປງຂອງດິນຟ້າອາກາດ ແຕ່ວັນທີ 8 ຫາ 14 ມັງກອນ 2019 ອີງຕາມການຕິດຕາມ,ວັດແທກສະພາບອາກາດຕົວຈິງຢູ່ພາຍໃນແຂວງ ...

Read More »

ທ່ານ ດຣ ພັນຄໍາ ວິພາວັນ ຢ້ຽມຢາມພົບປະການນໍາແຂວງໄຊສົມບູນ

ໃນວັນທີ 8 ມັງກອນ 2019 ທີ່ຜ່ານມາ ທ່ານ ດຣ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງພົບປະຢ້ຽມຢາມການນໍາແຂວງ ໄຊສົມບູນ ລາຍລະອຽດຕິດຕາມຊົມຄຣິບດ້ານລຸ່ມ: ຂ່າວ ປກສ ແຂວງໄຊສົມບູນ ທ່ານ ດຣ ພັນຄຳ ວິພາວັນ ຮອງປະທ່ານປະເທດ ແຫ່ງ ສປປ ລາວ ລົງພົບປະ ຢ້ຽມຢາມ ການນຳ ແຂວງໄຊສົມບູນ Posted by ຂ່າວ ປກສ ແຂວງໄຊສົມບູນ on Tuesday, January 8, 2019 ຂອບໃຈຂໍ້ມູນຈາກ: ຂ່າວ ປກສ ແຂວງ ໄຊສົມບູນ.

Read More »