ກະຊວງການເງິນ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 7 ສະໄໝທີ II ຂຶ້ນໃນວັນທີ 13 ກຸມພາ 2019, ໂດຍການເປັນປະທານ ຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍ ກຳມະການປະຈຳພັກ, ກຳມະການຄະນະບໍລິຫານພັກ, ເລຂາຄະນະພັກຮາກຖານ ພາຍໃນກະຊວງການເງິນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ສົມດີ ດວງດີ ໄດ້ສະຫຼຸບຕີລາຄາ ການຊີ້ນຳ-ນຳພາຮອບດ້ານ ຂອງຄະນະພັກກະຊວງການເງິນ ປີ 2018 ແລະ ທິດທາງວຽກງານຈຸດສຸມປີ 2019, ເຊິ່ງຄະນະບໍລິ ຫານງານກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດໃນແຕ່ລະດ້ານ. ພ້ອມດຽວກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ແກ້ໄຂສະພາບແນວຄິດ ຂອງພະນັກງານຈຳນວນໜຶ່ງ ທີ່ມີຄວາມຮັບຜິດຊອບທາງດ້ານການເມືອງບໍ່ທັນສູງ, ແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍການນຳໃຊ້ຫຼາຍຮູບແບບ, ຫຼາຍວິທີ ...
Read More »ຂ່າວ ພາຍໃນປະເທດ
ກະຊວງ ຮສສ ຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນ ປະຈຳປີ 2018
ວັນທີ 13 ກຸມພາ 2019 ຜ່ານມານີ້, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່, ຄອບຄົວ ແລະ ບຸກຄົນດີເດັ່ນ ຂຶ້ນຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ມີບັນດາກົມ, ຄອບຄົວ ແລະ ພະນັກງານລັດຖະກອນ ອອ້ມຂ້າງກະຊວງ ຮສສ ເຂົ້າຮ່ວມ. ການຍ້ອງຍໍຄັ້ງນີ້ປະກອບມີ ກົມກອງດີເດັ່ນປະເພດ I ,ມີ 8 ກົມກອງ, ປະເພດ II ມີ 2 ກົມກອງ ແລະ ປະເພດ III ມີ 8 ກົມກອງ; ຍ້ອງຍໍຄອບຄົວດີເດັ່ນປະເພດ I ມີ 28 ຄອບຄົວ, ປະເພດ II 38 ຄອບຄົວ ແລະ ປະເພດ ...
Read More »ສະພາການຄ້າ ຕັ້ງໂຕະ ໃຫ້ຄຳປຶກສາ ແກ່ຜູ້ປະກອບການ SME ຟຣີ ເຊີນເຂົ້າຮ່ວມໄດ້!!!!
ກັບມາອີກແລ້ວກັບການຕັ້ງໂຕະໃຫ້ຄຳປຶກສາຕົວຕໍ່ຕົວຟຣີ???ໃຫ້ແກ່ຜູ້ປະກອບການທຸລະກິດ SME ເຊິ່ງທາງເຮົາຈະຈັດທຸກໆວັນພຸດ ຂອງ ທຸກໆເດືອນ ເຊິ່ງຈະ ?ເລິ່ມຕົ້ນຕັ້ງແຕ່ວັນທີ 13 ກຸມພາ 2019 ເປັນຕົ້ນໄປ ?ສະຖານທີ່: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ?ພິເສດໄປກວ່າຈະມີການໃຫ້ບໍລິການເຮັດທຸລະກຳຕ່າງໆຂອງທະນາຄານພັດທະນາລາວເຊັ່ນ: ການເປີດບັນຊີ, ການອອກບັດ ATM, ການຕິດຕັ້ງແອພພີເຄຊັນ LDB Trust ແລະ ອື່ນໆ ❗ໝາຍເຫດ: ຮັບໃຫ້ຄຳປຶກສາຈຳນວນຈຳກັດ (8 ຄົນຕໍ່ຄັ້ງ) ຕ້ອງສົ່ງແບບຟອມກ່ອນມື້ທີ່ຈະຈັດງານ 1 ວັນ ລັດຖະການ ສຳລັບການບໍລິການທົ່ວໄປ ຂອງ ທະນາຄານພັດທະນາລາວແມ່ນບໍ່ມີຈຳກັດ ຕິດຕໍ່ສອບຖາມປະກອບຟອມໄດ້ທີ່ ☎021 416266, 021 416267 ຫຼື Inbox ເຂົ້າມາໄດ້ ທີ່ມາ: Laos SME Service Center ກັບມາອີກແລ້ວກັບການຕັ້ງໂຕະໃຫ້ຄຳປຶກສາຕົວຕໍ່ຕົວຟຣີ???ໃຫ້ແກ່ຜູ້ປະກອບການທຸລະກິດ SME ເຊິ່ງທາງເຮົາຈະຈັດທຸກໆວັນພຸດ ຂອງ ທຸກໆເດືອນ… Posted by Laos SME Service Center on Friday, February ...
Read More »ຢາກໄປສຶກສາຕໍ່ປະລິນຍາຕີ ຢູ່ມະຫາວິທະຍາໄລທີ່ມີຊື່ສຽງອັນດັບ 1 ຂອງໄທ ສະໝັກດ່ວນ….
ເປີດແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ສອນເປັນພາສາອັງກິດ ?? ຫຼັກສູດບໍລິຫານທຸລະກິດບັນດິດ(Bachelor of Business Administration” ຢູ່ທີ່ມະຫາໄລ ທີ່ມີຊື່ສຽງ ອັນດັບ 1 ຢູ່ປະເທດໄທ ຈຸລາລົງກອນ ມະຫາວິທະຍາໄລ. ນັກຮຽນຕ່າງປະເທດ ໄດ້ຮັບທຶນຮຽນຟຣີ ໃນປີທໍາອິດ ແລະ ຈະໄດ້ຮັບເງິນສະໜັບສະໜູນຄ່າເທີມ ໃນປີຕໍ່ໆໄປອີກ 4 ໝື່ນກ່ວາບາດ ຫຼື ປະມານເຄິ່ງໜຶ່ງ ຂອງຄ່າຮຽນ ທັງໝົດ ! ຜູ້ສະຫມັກ ພຽງແຕ່ໃຊ້ຄະແນນ TOEFL ຫຼື IELTS ກັບຄະແນນ SAT ຂັ້ນຕໍ່າ 1,170 ຄະແນນ ຂຶ້ນໄປ ເທົ່ານັ້ນ. ສົນໃຈສະໝັກ: Search ຊອກຫາ ຄໍາວ່າ “BBA Chula” ກົດເບິ່ງບ່ອນ Admission for International Students. ປິດຮັບສະໝັກ: 29 ມີນາ 2019 ທີ່ມາ: Lao Youth Radio FM ...
Read More »ເບຍລາວໄວ້ທ ໄດ້ໄປຕໍ່ ສ່ວນເບຍລົດຊາດອື່ນໆຈະຜະລິດຮອດ…..
ກະປ໋ອງເບຍລາວ Limited Edition ປີໃໝ່ລາວ 2562 ໃນປີ 2019 ນີ້ບໍລິສັດເບຍລາວຍັງຄົງສືບຕໍ່ມີສ່ວນຮ່ວມໃນການສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ຄຶກຄື້ນມ່ວນຊື່ນ ໂດຍຜ່ານການຈັດກິດຈະກຳທີ່ໜ້າຕື່ນເຕັ້ນຢ່າງຫຼວງຫຼາຍ ແລະ ຍັງເປີດໂຕກະປ໋ອງປີໃໝ່ລາວລຸ້ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະ ສະເຫຼີມສະຫຼອງປີໃໝ່ລາວໄປພ້ອມໆກັນ. ຮູບແບບຂອງກະປ໋ອງເບຍລາວປີນີ້ ຍັງຄົງເນັ້ນການນຳເອົາກິດຈະກຳເດັ່ນໆ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວມາເປັນແຮງບັນດານໃຈໃນການອອກແບບ. Beerlao Limited Edition Can 2019 ມີໃຫ້ທ່ານໄດ້ເລືອກສະສົມເຖິງ 3 ລວດລາຍຄື: ຮູບໄວໜຸ່ມຜູ້ຊາຍທີ່ກໍາລັງດີດກີ້ຕ້າຢູ່ນັ້ນ: ເພື່ອສື່ເຖິງຄວາມມ່ວນຊື່ນແລະບົ່ງບອກໃຫ້ເຫັນເຖິງຄົນລາວທີ່ມີດົນຕີເປັນສື່ກາງໃນການສະເຫຼີມສະຫຼອງ ບຸນປະເພນີຕ່າງໆ ແລະ ເພື່ອໃຫ້ແທດເໝາະກັບຍຸກສະໄໝເຮົາຈຶ່ງໄດ້ເລືອກໃຊ້ເຄື່ອງດົນຕີສາກົນໃຫ້ເປັນຕົວແທນ. 2 ຮູບແມ່ຍິງຍໍມືນົບເພື່ອບົ່ງບອກເຖິງຂະໜົບທໍານຽມ ຄວາມຮູ້ບຸນຄຸນ ແລະ ການນອບໜ້ອມຖ່ອມຕົນ, ມີເອກະລັກຈົບງາມຂອງຄົນລາວ. 3 ຮູບຄົນກໍາລັງຫົດນໍ້າ: ທີ່ສະແດງໃຫ້ເຫັນເຖິງບຸນປະເພນີອັນດີງາມ ທີ່ມີເອກກະລັກສະເພາະໂຕຂອງປວງຊົນລາວທີ່ພົ້ນເດັ່ນ ທີ່ດຳລົງມາຕັ້ງແຕ່ຄົນສະໄໝກ່ອນຈົນມາຮອດປະຈຸບັນ. ກິດຈະກຳທັງໝົດທີ່ທາງບໍລິສັດເບຍລາວໄດ້ເຮັດນີ້ ແມ່ນສອດຄ່ອງກັບປະເພນີ, ວັດທະນະທຳ ແລະ ລະບຽບກົດໝາຍຂອງລັດ ພ້ອມທັງຍາມໃດບໍລິສັດກໍຄຳນືງເຖີງຄວາມຮັບຜິດຊອບຂອງບໍລິສັດທີ່ມີຕໍ່ສັງຄົມ ຢາກເຫັນຄົນລາວ ແລະປະເທດຊາດນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ ສ້າງໃຫ້ຄົນລາວ ພູມໃຈໃນສີ່ງທີ່ເຮົາມີ, ພູມໃຈໃນປະເທດລາວ ແລະພູມໃຈໃນສິນຄ້າຂອງລາວເຮົາ. ໃນປີ 2018 ເປັນປີທີ ບໍລິສັດ ເບຍລາວ ຄົບຮອບ 45 ປີ. ...
Read More »ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມ ຖວທ ທົ່ວປະເທດ
ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 12 ກຸມພາ 2019 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານເດັ່ນໃຂຂົງເຂດ ຖວທ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອເປັນເຂັມທິດເຍືອງທາງ ການຈັດຕັ້ງປະປະຕິວຽກງານ ຖວທ ໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດເປັນກ້າວໆ ທ່ານໄດ້ເນັ້ນໃຫ້ ຖວທ ເອົາໃສ່ໃນ 7 ບັນຫາຄື: –ດ້ານການເມືອງແນວຄິດເປັນບັນຫາສຳຄັນ ຄະນະນໍາທຸກຂັ້ນຕ້ອງມີແນວຄິດເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ,ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ມີຄວາມເປັນເອກະພາບພາຍໃນຢ່າງແທ້ຈິງໃນການດຳເນີນວຽກງານຕ່າງໆ, -ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ,ກໍາໄດ້ມະຕິ,ຄໍາສັ່ງສໍາຄັນຕ່າງໆ ໂດຍສະເພາະແມ່ນມະຕິ 057. –ເອົາໃຈໃສ່ທາງດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຊຶ່ງກະຊວງ ຖວທ ເປັນກະຊວງທີ່ໃຫຍ່ ປະກອບດ້ວຍຫຼາຍໜ້າວຽກ ສະນັ້ນການຈັດວາງລະບົບການຈັດຕັ້ງພາຍໃນ ແລະ ການຈັດວາງບຸກຄະລາກອນໃຫ້ແທດເໝາະກັບວຽກງານ ແມ່ນບັນຫາສຳຄັນເພື່ອຫຼີກບັນຫາພະນັກງານເຫຼືອບໍ່ພໍ, ກໍ່ສ້າງພະນັກງານຢ່າງມີຈຸດສຸມ ໄປຕາມໂຄງປະກອບ,ເອົາໃຈໃສ່ຍົກລະດັບວຽກງານການເມືອງ ການປົກຄອງ,ລະດັບວິຊາສະເພາະ. -ດ້ານບໍລິຫານ,ຄຸ້ມຄອງ ຕ້ອງໄດ້ຫັນໄປສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ. -ດ້ານວຽກງານຖະແຫຼງຂ່າວໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມມະຕິຂອງສະພາທີ່ໄດ້ຮັບຮອງຄື: ສູ້ຊົນຫັນຈາກລະບົບ “ອະນາລອກ” ມາເປັນລະບົບ “ດີຈີຕອນ” ທີ່ທັນສະໄໝໃນທົ່ວປະເທດ, ປັບປຸງທາງດ້ານເນື້ອໃນຂ່າວ ...
Read More »ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບທູດຄົນໃໝ່ເຂົ້້າຍື່ນສານຕາຕັ້ງ
ວັນທີ 12 ກຸມພາ 2019 ຜ່ານມາ ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດປະເທດເພື່ອນມິດຄົນໃໝ່ປະຈຳລາວ ຕາມລໍາດັບດັ່ງລຸ່ມນີ້: ເວລາ 8:30 ໂມງ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ອານໂທເນຍ ຮີວ ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຈາເມກາ ປະຈຳລາວ ໂດຍມີສຳນັກງານຕັ້ງຢູ່ປັກກິ່ງ ສປ ຈີນ ກ່ອນມາປະຕິບັດໜ້າທີ່ ທ່ານ ອານໂທເນຍ ຮີວ ໄດ້ປະຕິບັດໜ້າທີ່ການທູດຢູ່ລາວ ເປັນທູດປະຈຳ ສປ ຈີນ ການພົວພັນຮ່ວມມືສອງຝ່າຍລາວ-ຈາເມກາ ໄດ້ສ້າງຕັ້ງສາຍພົວພັນນຳກັນໃນວັນທີ 27 ສິງຫາ 1999 ໂດຍແມ່ນສຳນັກງານຜູ້ຕາງໜ້າຖາວອນ ຂອງສອງປະເທດປະຈຳສະຫະປະຊາຊາດ ເປັນຜູ້ປຶກສາຫາລື ແລະ ລົງນາມຮ່ວມກັນ. ເວລາ 9:00 ໂມງ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານນາງ ເກຼັດເຕີ ໂລເກັນ ທີ່ມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກນອກແວ ປະຈຳລາວ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ ທ່ານນາງ ເກຼັດເຕີ ໂລເກັນ ເຄີຍດຳລົງຕຳແໜ່ງເປັນທູດປະຈຳສີລັງກາ ...
Read More »ກວດພົບນ້ຳມັນບໍ່ໄດ້ຄຸນນະພາບ ຫຼາຍປໍ້າໃນນະຄອນຫຼວງວຽງຈັນ
ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກວດກາພົບເຫັນນ້ຳມັນຢູ່ຫຼາຍປ້ຳທົ່ວປະເທດບໍ່ໄດ້ຄຸນນະພາບໃນປີ 2018 ຜ່ານມາ, ໃນນີ້ ພົບເຫັນຫຼາຍກ່ວາໝູ່ແມ່ນບັນດາປ້ຳທີ່ຢູ່ເຂດນອກຕົວເມືອງນະຄອນຫຼວງວຽງຈັນ ແລະ ຢູ່ຕາມລຽບເສັ້ນທາງ 13 ໃຕ້, ແຕ່ໂດຍລວມການກວດພົບນ້ຳມັນບໍ່ໄດ້ຄຸນນະ ພາບມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ປີ 2017. ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ໃຫ້ສໍາພາດວ່າ: ກົມມາດຕະຖານ ແລະ ວັດແທກ ເລີ່ມຕົ້ນກວດກາຄຸນນະພາບຂອງນ້ຳມັນຢູ່ຕາມປ້ຳຕ່າງໆ ໃນທົ່ວປະເທດ ນັບແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ໂດຍຜ່ານ 2 ຮູບແບບ ຄື: ກວດກາປົກກະຕິປີລະ 2 ຄັ້ງ ແລະ ກວດກາຕາມການຮ້ອງຮຽນຂອງຜູ້ບໍລິ ໂພກ ກໍຄື ຜູ້ຊົມໃຊ້ນ້ຳມັນຜ່ານສາຍດ່ວນ 1513. ຜ່ານການກວດກາເຫັນວ່າ: ສະເພາະໃນປີ 2017 ພົບເຫັນນ້ຳມັນ ແອັດຊັງ ແລະ ກາຊວນ ຢູ່ຫຼາຍປ້ຳໃນທົ່ວປະເທດບໍ່ໄດ້ຄຸນນະພາບ ຍ້ອນມີທາດເຫຼົ້າເຈືອນປົນ, ກົດໄຂມັນ ແລະ ...
Read More »ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຂຶ້ນໃນວັນທີ 12 ກຸມພາ 2019, ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງມີພະນັກງານການນຳ ແລະ ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມີເອກະສານມະຕິເລກທີ 057/ ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ເອກະສານເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ.
Read More »ກະຊວງພາຍໃນ ວາງເປົ້າສ້າງ 75 ເມືອງເຂັ້ມແຂງຮອບດ້ານ
ໃນວັນທີ 12-13 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ພາຍໃຕ້ການເປັນປະທານຂອງທ່ານ ຄໍາໝັ້ນ ສູນວິເລີດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ. ໃນກອງປະຊຸມ, ທ່ານ ທອງຈັນ ມະນີໄຊ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງກະຊວງພາຍໃນ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະຂົງເຂດ ຄື: – ຂົງເຂດການບໍລິຫານລັດ ແລະ ວຽກງານປົກຄອງ: ເຫັນວ່າສະພາບກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມກະທັດຮັດ ແລະ ມີປະສິດທິພາບຫລາຍຂຶ້ນ; ມີຫຼາຍນິຕິກໍາ ແລະ ລະບຽບບໍລິຫານທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງພາຍໃນ ໄດ້ຮັບການສ້າງຂຶ້ນ ແລະ ປັບປຸງຄືນໃຫ້ມີຄວາມເໝາະສົມ, ກາຍເປັນເຄື່ອງມືທີ່ສໍາຄັນເພື່ອອໍານວຍໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍ; ລະບົບການປົກຄອງຂັ້ນຮາກຖານກໍໄດ້ຮັບການປັບປຸງໄປຕາມທິດຊີ້ນຳ ແລະ ນິຕິກຳຂອງລັດຖະບານເທື່ອລະກ້າວ, ເຮັດໃຫ້ການບໍລິຫານຂັ້ນບ້ານມີຄວາມເຂັ້ມແຂງເທືື່ອລະກ້າວ; ...
Read More »