ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້ ການຢ້ຽມຢາມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.
Read More »ຂ່າວ ພາຍໃນປະເທດ
ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ
ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລຽວທາໂລ ໂອບະ (Mr. Ryotaro Ohba), ຫົວໜ້າສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມຍຸຕິທຳ, ກະຊວງຍຸຕິທຳ ຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການຮ່ວມມືມິດຕະພາບ ລາວ-ຍີປຸ່ນ ໃນຂະແໜງຍຸຕິທຳ ແລະ ການຮັບຮອງປະມວນກົດໝາຍແພ່ງ ໃນລະຫວ່າງວັນທີ 19-21 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານຍັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການພັດທະນາລັດແຫ່ງກົດໝາຍ, ກ່ຽວກັບຜົນໄດ້ຮັບຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ທີ່ສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA). ທ່ານລັດຖະມົນຕີ ກະຊວງຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ...
Read More »ສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ
ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການທ່ອງທ່ຽວໂລກຈັດກອງປະຊຸມສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ ສຳລັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຢູ່ທີ່ໂຮງແຮມຈຳປາສັກແກຣນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ທ່ານ ມາແຊວ ເລີຍີເຊີ ຜູ້ຈັດການຮ່ວມມືທາງດ້ານວິຊາການຂອງອົງການທ່ອງທ່ຽວໂລກ ທ່ານ ນາງ ມາລາ ຈັນທະລາມ ຮອງຫົວຫົວ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ, ມີຜູ້ແທນຈາກປະເທດກຳປູເຈຍ, ຈີນ,ລາວ ,ໄທ,ມຽນມາ,ຫວຽດນາມ, ແລະ ຊຽນຊານ ບັນດາອົງການຈັດຕັ້ງສາກົນ ພະແນກການກົມກອງທີ່ກ່ຽວຂອງ ພາກລັດ , ພາກທຸລະກິດເຂົ້າຮ່ວມ, ໃນໂອກາດດັ່ງກ່າວ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຈຸດປະສົງ ໃນການຈັດກອງປະຊຸມວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ ຍົກໃຫ້ເຫັນບົດບາດຄວາມສຳຄັນໃນການພັດທະນາການທ່ອງທ່ຽວແບບຍືນຍົງ ການມີສ່ວນຮ່ວມຂອງພາກລັດ ພາກທຸລະກິດ ແລະ ຊຸມຊົນໃນການເປັນເຈົ້າການດ້ານພັດທະນາ ແລະ ...
Read More »ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2019
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ (19-20 ກຸມພາ 2019) ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື: 1). ຮ່າງແຜນຜັງລວມຂອງນະຄອນຫຼວງວຽງຈັນ ຮອດ ປີ 2023; 2). ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ; 3). ຮ່າງກົດໝາຍ ວ່າດ້ວຍທີ່ດິນ; 4). ຮ່າງກົດໝາຍ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; 5). ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ; 6). ບົດລາຍງານຄວາມຄືບໜ້າ ...
Read More »ບາງທັດສະນະຂອງທ່ານທູດ ສສ ຫວຽດນາມ ຕໍ່ສາຍພົວພັນພິເສດລາວ-ຫວຽດນາມ
ໃນວັນທີ 18 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດ ຕໍ່ບັນດາສື່ມວນຊົນລາວ, ເນື່ອງໃນໂອກາດ ທີ່ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້, ໂດຍ ສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໄດ້ມີຄວາມເຫັນ ແລະ ບາງທັດສະນະວ່າ: ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູ ຈ້ອງ ...
Read More »ກະຊວງການເງິນອອກແຈ້ງການເລື່ອງ: ເສຍຄ່າທາງ ປີ 2019
ກະຊວງການເງິນອອກແຈ້ງການ ເລື່ອງ ເສຍຄ່າທາງ ປີ 2019 ແລະ ນະໂຍບາຍ ສໍາລັບຜູ່ຊື້ລົດໃໝ່ທ້າຍປີ. ຖ້າຊື້ພາຍໃນເດືອນ ຕຸລາ-ທັນວາ ແມ່ນຈະຍົກເວັ້ນ ຫຼື ໃຫ້ເສຍໃນປີຖັດໄປ. ເພື່ອເຮັດໃຫ້ການເກັບຄ່າທຳນຽມປະຈຳປີ 2019 ຖືກຈັດຕັ້ງປະຕິບັດຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະດັ່ງນີ້: ໄລຍະເວລາປົກກະຕິຂອງການເສຍຄ່າທຳນຽມທາງແມ່ນແຕ່ເດືອນ ມັງກອນ ຫາເດືອນມີນາ ຂອງທຸກໆປີ, ຖ້າບໍ່ເສຍຕາມເວລາທີ່ທາງການກຳນົດໄວ້ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ VI ຂໍ້ 2 ຄຳແນະນຳ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017. ໃນກໍລະນີຫາກຍັງບໍ່ໄດ້ເສຍຄ່າທຳນຽມຂອງປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້: ຖືກປັບໃໝ 60% ຂອງມູນຄ່າທຳນຽມທາງຕໍ່ປີ ກໍລະນີຍັງບໍ່ໄດ້ເສຍຄ່າທາງນັບແຕ່ປີ 2017 ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ 2018 ກໍລະນີຍັງບໍ່ໄດ້ເສຍຂອງປີ 018. 3. ນັບແຕ່ປີ 2019 ເປັນຕົ້ນໄປ ສຳລັບ ບຸກຄົນ,ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ອອກຈາກຮ້ານ) ໃນເດືອນຕຸລາ – ເດືອນທັນວາ ...
Read More »ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ເດີນທາງຢ້ຽມຢາມ ປະເທດບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 16-17 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນວັນທີ 16 ກຸມພາ 2019, ທີ່ ພະລາຊະວັງ ອິດສະຕານາ ນູຣູນ ອີມານ ແຫ່ງ ບຣູໄນ ດາຣູຊາລາມ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ...
Read More »ຫຼວງພະບາງ ໄດ້ຮັບລາງວັນ ເມືອງທ່ອງທ່ຽວຍອດນິຍົມຂອງໂລກ ອີກຄັ້ງ
ປີ 2019 ວາລະສານ ວັນເດີລັດ (Wanderlust Magazine) ຂອງອັງກິດ ໄດ້ຈັດໃຫ້ ນະຄອນຫຼວງພະບາງ ເປັນເມືອງທ່ອງທ່ຽວຍອດນິຍົມໃນໂລກ ອີກຄັ້ງ ຫຼັງຈາກທີ່ເຄີຍເປັນລຳດັບ 1 ມາແລ້ວ 8 ຄັ້ງ ແລະ ເຄີຍຕິດ 1 ໃນ 10 ລຳດັບ ເຖິງ 12 ຄັ້ງ. ວິທີການຈັດລຳດັບຂອງ ວາລະສານ ວັນເດີລັດ ແມ່ນເປີດໂອກາດໃຫ້ສະມາຊິກ ຂອງ ວາລະສານ ຈາກທົ່ວໂລກ ເລືອກເອົາເມືອງທີ່ພວກຕົນເອງມັກທີ່ສຸດ. 10 ເມືອງ ທີ່ນັກທ່ອງທ່ຽວ ໃຫ້ຄະແນນ ວ່າ ເປັນເມືອງຍອດນິຍົມໃນການທ່ອງທ່ຽວ ໃນປີ 2019 ລວມມີ: ນະຄອນຫຼວງພະບາງ 95.25%, ຮອງລົງມາແມ່ນ Granada (ສະເປນ) 94.78%, Seville (ສະເປນ) 94.62%, Cape Town (ອັບຝຣິກາໃຕ້) 94.44%, Krakow (ໂປແລນ) 94.08%, Edinburgh (ສະກອດແລນ) ...
Read More »ແອເອເຊຍ ເຊື່ອມໂຍງປະເທດລາວສູ່ 130 ປາຍທາງທົ່ວໂລກ
ໃນວັນທີ 13 ກຸມພາ 2019 ທີ່ຜ່ານມາ, ສາຍການບິນ ແອເອເຊຍໄດ້ຈັດງານພົບປະສື່ມວນຊົນລາວ ແລະ ຖະແຫຼງຂ່າວ ກ່ຽວກັບສາຍການບິນແອເອເຊຍ ເປັນສາຍການບິນລາຄາປະຢັດ ທີ່ດີທີ່ສຸດໃນໂລກ ດ້ວຍການໄດ້ຮັບລາງວັນ 10 ປີຊ້ອນ. ໃຫ້ກຽດເປັນປະທານໄດ້ແກ່: ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ຂອງສາຍການບິນ ແອເອເຊຍ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມງານ. ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ໄດ້ກ່າວວ່າ: ແອເອເຊຍພ້ອມທີ່ຈະໃຫ້ບໍລິການດ້ວຍມາດຕະຖານສາກົນ ແລະ ເປີດເສັ້ນທາງບິນໃໝ່ ເພື່ອເຊື່ອມໂຍງເຂດພາກພື້ນອາຊີຕາເວັນອອກສຽງໃຕ້ ໃຫ້ຄວບຄຸມ ເພື່ອອໍານວຍຄວາມສະດວກດ້ານການເດີນທາງໃຫ້ຊາວລາວ. ປັດຈຸບັນ, ປະເທດໄທ ເປັນແຫຼ່ງທ່ອງທ່ຽວທີ່ຄົນລາວນິຍົມເດີນທາງໄປຊື້ເຄື່ອງ ແລະ ທ່ອງທ່ຽວ. ສ່ວນປະເທດ ມາເລເຊຍ ເປັນເມືອງທາງດ້ານການຄ້າ ແລະການລົງທຶນທີ່ສໍາຄັນໃນອາຊຽນ. ແອເອເຊຍ ໄດ້ເປີດໃຫ້ບໍລິການບິນກົງສູ່ປະເທດລາວຢ່າງຕໍ່ເນື່ອງ ພ້ອມນໍາສະເໜີເສັ້ນທາງບິນເຊື່ອງໂຍງລາວສູ່ 130 ປາຍທາງ ໃນທົ່ວໂລກ ຄວບຄຸມເສັ້ນທາງບິນສູ່ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ແລະ ທົ່ວອາຊີ. ປັດຈຸບັນ, ແອເອເຊຍ ໃຫ້ບໍລິການຢູ່ໃນປະເທດລາວ 2 ແຂວງ ຄື: ນະຄອນຫຼວງວຽງຈັນ ...
Read More »ລາວບັບໂຟຼໂລ ເດຣີ ຕົວແບບທຸລະກິດທີ່ດີ ຈາກອາເມຣິກາ
ໃນວັນທີ 14 ກຸມພາ 2019, ຜູ້ຕາງໜ້າຈາກອົງການ ການກຸສົນ Spirit of America ແລະ ສະຖານທູດສະຫະລັດອາເມຣິກາ ໄດ້ມອບອຸປະກອນ ເປັນຈຳນວນເງິນ ຫຼາຍກວ່າ 10.000 ໂດລາສະຫະລັດ ເພື່ອສົ່ງເສີມ Laos Buffalo Dairy ຢູ່ທີ່ນະຄອນຫຼວງພະບາງ. The Laos Buffalo Dairy ແມ່ນເປັນທຸລະກິດຮ່ວມ ຂອງສະຫະລັດອາເມຣິກາ ຢູ່ທີ່ຫຼວງພະບາງໂດຍການເຊົ່າສັດລ້ຽງເຊັ່ນ: ຄວາຍ ຈາກຊາວກະສິກອນເພື່ອແລກປ່ຽນກັບນໍ້ານົມຄວາຍ. ຫຼັງຈາກນັ້ນ, ນໍ້ານົມຄວາຍຈະໄດ້ຖືກນຳໄປແປຮູບເປັນຫຼາກຫຼາຍຜະລິຕະພັນ ເຊັ່ນ: ເນີຍແຂງ, ນົມສົ້ມ ແລະ ກະແລມ ເພື່ອໄປຈຳໜ່າຍ ໃນຕະຫຼາດທ້ອງຖິ່ນ. Laos Buffalo Dairy ໄດ້ສ້າງລະບົບຕ່ອງໂສ້ການຜະລິດເພື່ອສະໜອງຜະລິດຕະພັນໃຫ້ແກ່ຮ້ານອາຫານ ທີ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລະ ໃນຫວ່າງບໍ່ດົນມານີ້ ໄດ້ມີບັນດາປະເທດໃນອາຊີລວມທັງປະເທດຍີ່ປຸ່ນ ທີ່ໄດ້ສັ່ງຊື້ຜະລິດຕະພັນດັ່ງກ່າວ. ນັບຕັ້ງແຕ່ເປີດທຳການຜະລິດໃນປີ 2016, The Laos Buffalo Dairy ໄດ້ເພີ່ມການຜະລິດໃນແຕ່ລະມື້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຳນວນເພີ່ມຂື້ນ ...
Read More »