ຂ່າວ ພາຍໃນປະເທດ

ວ່າດ້ວຍເລື່ອງລົດໄຟລາວຈີນ (ມາຮູ້ຈັກກັບໂຄງການນີ້ຫຼາຍຂຶ້ນ ອ່ານເລີຍ!!!)

ສະບາຍດີທ່ານຜູ້ອ່ານ ແລະ ຕິດຕາມເວັບໄຊ ທາເກັດເປັນປະຈຳ ດັ່ງທີ່ເຮົາຮູ້ກັນແລ້ວວ່າ ປະເທດລາວເຮົາກຳລັງຈະມີລົດໄຟຟ້າຄວາມໄວສູງ ເປັນອີກເສັ້ນທາງໜຶ່ງໃນການຄົມມະນາຄົມຜູ້ໂດຍສານ ຫຼື ສິນຄ້າຕ່າງໆຈາກຈີນມາລາວ ຈາກລາວໄປຈີນ ແລະ ໄປປະເທດອື່ນໆໄດ້ຢ່າງສະດວກສະບາຍນັ້ນເອງ, ແຕ່ກ່ອນຈະມີໂຄງການນີ້ ຈົນມີການກໍ່ສ້າງ ແລະ ຄາດວ່າຈະໄດ້ນຳໃຊ້ໃນທ້າຍປີ 2020 ກໍໄດ້ມີສຽງວິພາກວິຈານໄປຕ່າງໆນາໆ. ບາງຄົນໃຫ້ທັດສະນະຄະດີດ້ານບວກວ່າ ປະເທດລາວຈະໄດ້ຜົນປະໂຫຍດຫຼາຍຢ່າງຈາກໂຄງການລົດໄຟຟ້າລາວ-ຈີນນີ້ ແລະ ກໍມີບາງຄົນຄິດລົບວ່າລາວມີການເສຍປຽບຫຼາຍຢ່າງໃນໂຄງການນີ້ ແຕ່ມື້ນີ້ ທາງຜູ້ຂຽນໄດ້ເຫັນໂພສໜຶ່ງທີ່ຂຽນໂດຍ ພ.ສະຫວັນ ໃນເພສຂອງ     Lao Army – ທະຫານລາວ  ຈາກຜູ້ຮູ້ທີ່ໄດ້ມີໂອກາດໄດ້ສຶກສາກ່ຽວກັບໂຄງການລົດໄຟ ລາວ-ຈີນ ນີ້ …ຈຶ່ງຈະນຳຂໍ້ມູນທີ່ທຸກທ່ານອາດຈະບໍ່ຮູ້ມາໃຫ້ທຸກທ່ານໄດ້ອ່ານ ແລະ ພິຈາລະນາກັນ. 1.ທາງລົດໄຟລາວ-ຈີນ ເປັນການຮ່ວມມືຫຸ່ນສ່ວນກັນລະຫວ່າງ ລາວ ແລະ ຈີນ ໂດຍລາວ 30% ຈີນ 70%…ມູນຄ່າການກໍ່ສ້າງທັງໝົດ 5,965 ລ້ານໂດລາ. ໃນນັ້ນລາວຮ່ວມທຶນກໍ່ສ້າງພຽງ 730 ລ້ານໂດລາ ເຫຼືອນັ້ນຈີນອອກເອງໝົດ (ໄລຍະຄືນທຶນ 35 ປີ ນັບແຕ່ມື້ກໍ່ສ້າງໄປ)…ໃນສ່ວນຂອງລາວ 730 ລ້ານໂດລານັ້ນ ທາງລາວສາມາດຈ່າຍໄດ້ 250 ລ້ານໂດລາ ...

Read More »

ຮຽກຮ້ອງໃຫ້ເລັ່ງຟື້ນຟູເຂດຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ

ທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 200/ຫສນຍ ລົງວັນທີ 6 ກຸມພາ 2019 ແຈ້ງທິດຊີ້ນຳຂອງກອງປະຊຸມສະເພາະກິດກ່ຽວກັບການແກ້ໄຂໄພພິບັດ ແລະ ຟື້ນຟູເຂດໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ ແຂວງອັດຕະປີ ໂດຍໃຫ້ ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ສົມທົບກັບແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເລັ່ງຈັດຕັ້ງປະຕິບັດວຽກງານຟື້ນຟູ ໂດຍສຸມໃສ່ວຽກງານເລັ່ງດ່ວນ ພ້ອມກວດຄືນໜ້າວຽກທີ່ໄດ້ດຳເນີນການເປັນຕົ້ນແມ່ນ: ເລັ່ງຊ່ວຍເຫຼືອປະຊາຊົນທີ່ຍັງພັກເຊົາຢູ່ເຕັ້ນຊົ່ວຄາວໃຫ້ໄດ້ຍ້າຍອອກມາຢູ່ເຮືອນພັກເຊົາຊົ່ວຄາວໂດຍໄວ, ກວດຄືນສັນຍາ ແລະ ການປະຕິບັດສັນຍາຂອງບໍລິສັດຮັບເໝົາຕິດຕັ້ງເຮືອນພັກຊົ່ວຄາວ ບໍລິສັດໃດບໍ່ປະຕິບັດຕາມສັນຍາໃຫ້ເຈລະຈາຍົກເລີກສັນຍາ ພ້ອມຫັນທຶນດັ່ງກ່າວມາເລັ່ງຕິດຕັ້ງເຮືອນພັກຊົ່ວຄາວໃຫ້ປະຊາຊົນໃຫ້ໄວຂຶ້ນ ທັງຮັບປະກັນຄຸນນະພາບ ແລະ ປະຢັດງົບປະມານ, ກວດຄືນສັນຍາ ແລະ ການອະນຸມັດໃຫ້ບຸກເບີກ ແລະ ເກັບກູ້ລະເບີດໃນເຂດທີ່ຈັດສັນໃຫ້ປະຊາຊົນຕັ້ງຖິ່ນຖານຊົ່ວຄາວ, ຖາວອນ ແລະ ທຳການຜະລິດ ເພື່ອຮັບປະກັນບໍ່ໃຫ້ຕົ້ນທຶນສູງ ແລະ ມີແຫຼ່ງທຶນທີ່ຈະມາຊຳລະການບຸກເບີກ ແລະ ເກັບກູ້ລະເບີດດັ່ງກ່າວ ແລ້ວລາຍງານລັດຖະບານ. ກອງປະຊຸມທີ່ຈັດຂຶ້ນໃນວັນທີ 4 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍັງຮຽກຮ້ອງໃຫ້ກວດຄືນລະອຽດການບຸກເບີກພື້ນທີ່ທຳການຜະລິດໃນເຂດທີ່ກຳນົດໃຫ້ບຸກເບີກ ຖ້າເຫັນວ່າຖືກຕ້ອງ ແລະ ເໝາະສົມແລ້ວກໍໃຫ້ຮີບຮ້ອນຈັດສັນ ແລະ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ, ໃຫ້ສະຫຼຸບລາຍງານດ້ານການເງິນ ແລະ ...

Read More »

ທຫລ ຈະເອົາຜິດກັບທຸກສະຖາບັນການເງິນ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ປັດຈຸບັນ ສະຖາບັນການເງິນຈຸລະພາກທີ່ຈົດທະບຽນ ຢູ່ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນມີທັງໝົດ 185 ແຫ່ງ ໃນນີ້ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) 20 ແຫ່ງ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ (ສກຈບ) 77 ແຫ່ງ, ສະຫະກອນສິນເຊື່ອແລະ ເງິນຝາກປະຢັດ (ສສງ) 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈໍາ 27 ແຫ່ງ ແລະ ບໍລິສັດໂອນເງິນດ່ວນ 5 ແຫ່ງ. ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ທຫລ ໃນວັນທີ 6 ກຸມພາ 2019 ນີ້ວ່າ: ໃນປີ 2018 ກົມຄຸ້ມຄອງສະຖາບັນການເງິນ ໄດ້ຢຸດຕິຊົ່ວຄາວໃນການອອກອະນຸຍາດ ໃຫ້ສ້າງຕັ້ງສະຖາບັນການເງິນຈຸລະພາກຂຶ້ນໃໝ່, ແຕ່ສະຖາບັນການເງິນຈຸລະພາກ ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວກ່ອນໜ້ານີ້ ກໍມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໃນຫລາຍດ້ານ. ຂໍ້ມູນຈາກ: ຂປລ.

Read More »

ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1

  ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1 ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 6-8 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ  ສົມລິດ ສີຜາວັນ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ , ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ແລະ ມີບັນດາຜູ້ແທນເຂົ້າຮ່ວມຢ່າງພ້ອມພຽງ…(ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 16/2/2019ຂ່າວ: ຄຳເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, February 6, 2019 ທີ່ມາ: ໂທລະພາບແຂວງບໍ່ແກ້ວ.

Read More »

ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ

ໃນວັນທີ 7 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສ ປປ ລາວ ຕາມຄຳສັ່ງເລກທີ 02/ນຍ ໂດຍມີຈຸດປະສົງ ເພື່ອຮັບຟັງລາຍງານກ່ຽວກັບບັນດາລະບຽບການ ແລະ ນິຕິກຳຕ່າງໆ ທີ່ໄດ້ຮັບການປັບປຸງ ເພື່ອອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຢູ່ ສປປ ລາວ, ດຳລັດວ່າດ້ວຍການຮັບຮອງເອົາບັນຊີ ກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ ລົງວັນທີ 10 ມັງກອນ 2019 ທີ່ຈະອຳນວຍຄວາມສະດວກແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະ ໄວຂຶ້ນ, ພ້ອມບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາ ຫະກິດສະບັບເລກທີ 01/ຄລທ.ສ ລົງວັນທີ 2 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນຳເຂົ້າ ແຜນປະຈຳປີ ໃຫ້ຮັດກຸມ, ສະດວກວ່ອງໄວ ແລະ ໂປ່ງໃສກວ່າເກົ່າ. ນອກນີ້, ຍັງມີການປັບປຸງການອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ, ...

Read More »

ມີືຶທຶນໃຫ້ນັກສຶກສາລາວ ໄປສຶກສາຕໍ່ທີ່ປະເທດຝຣັ່ງ ສະໝັກດ່ວນໆໆໆໆ

ເປີດຮັບສະຫມັກນັກຮຽນທຶນ – ທ່ານມີຄວາມຮູ້ດ້ານພາສາຝຣັ່ງໃນລະດັບ B2 ບໍ່ ? – ທ່ານໄດ້ຮັບໃບປະກາດຈົບຊັ້ນແລ້ວ ຫຼື ກຳລັງຈະໄດ້ຮັບໃບປະກາດ ຫຼືບໍ່ ? – ທ່ານຕ້ອງການໄປສຶກສາຕໍ່ທີ່ປະເທດຝຣັ່ງ ຫຼືບໍ່ ? ຂໍເຊີນທຸກທ່ານຍື່ນເອກະສານເພື່ອສະໝັກຂໍທຶນຈາກລັດຖະບານຝຣັ່ງ ! ສຳລັບຂໍ້ມູນເພີ່ມຕື່ມກະລຸນາເບີ່ງໄດ້ທີ່ : ➡ https://la.ambafrance.org/BGF2019 [BOURSES DU GOUVERNEMENT FRANÇAIS : OUVERTURE CANDIDATURES] – Vous avez un niveau de français ?? B2 ? – Vous avez validé votre licence ? ou allez la valider ? – Vous voulez étudier en France ?? ? Faîtes ...

Read More »

ອົງການແຄຣີຕັສ ລຸກຊຳບວກ ຈະຊ່ວຍເຫຼືອຟື້ນຟູໄພພິບັດຢູ່ຊຽງຂວາງ

ອົງການແຄຣີຕັສ ລຸກຊຳບວກ ຈະໃຫ້ການຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃນລະດູຝົນທີ່ຜ່ານມາຢູ່ແຂວງຊຽງຂວາງ ລວມທັງການສະໜອງລະບົບນ້ຳໃຊ້ທີ່ສະອາດ ແລະ ວິດຖ່າຍ. ທ່ານ ນາງ ມາລີ ໂຈຊີ ຈາຄອບ (Marie Josee Jacobs) ປະທານອົງການແຄຣີຕັສ ລຸກຊຳບວກ ໄດ້ປະກາດໃຫ້ການຊ່ວຍເຫຼືອດັ່ງກ່າວ, ໃນໂອກາດພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 5 ກຸມພາ 2019 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ. ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຊົມເຊີຍທີ່ ທ່ານປະທານອົງການແຄຣີຕັສ ລຸກຊຳບວກ ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມແຂວງຊຽງຂວາງ ເພື່ອຕິດຕາມກວດກາສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງໂຄງການ ທີ່ໃຫ້ການຊ່ວຍເຫຼືອໂດຍອົງການດັ່ງກ່າວ ຢູ່ພາກສະໜາມ, ພ້ອມດຽວກັນ ກໍເພື່ອປຶກສາຫາລືກັບຄະນະນຳຂອງແຂວງຊຽງຂວາງ ຕໍ່ກັບການຊ່ວຍເຫຼືອໃນອານາຄົດ. ທີ່ມາ: ຂ່າວສານປະເທດລາວ.

Read More »

ອາສາສະໝັກຍີ່ປຸ່ນ ມາປະຈໍາທີ່ລາວ ຄົບຕົວເລກ 1.000 ຄົນແລ້ວ

ວັນທີ 4 ກຸມພາ 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃໝ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ 11 ທ່ານທີ່ມາໃໝ່ໃນຄັ້ງນີ້ ແມ່ນມີຕົວເລກ 1.003 ຄົນ ເຊິ່ງກາຍຕົວເລກ 1 ພັນຄົນໄປແລ້ວ. ທ່ານ ຄຸໂນະ ຄາຊຸຮິໂຣະ ອຸປະທູດຊົ່ວຄາວ ແລະ ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ໃຫ້ກຳລັງໃຈ. ແຕ່ນີ້ຕໍ່ໄປພວກເຂົາຈະເຮັດວຽກເປັນເວລາສອງປີ ກໍຫວັງວ່າພວກເຂົາຈະເຮັດວຽກປະສົບຜົນສຳເລັດໃນໜ້າທີ່ວຽກງານດ້ວຍ. ອາສາສະໝັກດັ່ງກ່າວ, ຈະຖືກສົ່ງໄປປະຈຳຢູ່ແຂວງຕ່າງໆ ມີ ນະຄອນຫຼວງວຽງຈັນ ຈຳນວນ 3 ທ່ານ, ແຂວງວຽງຈັນ, ສະຫວັນນະເຂດ, ຫຼວງນ້ຳທາ, ຊຽງຂວາງ, ຈຳປາສັກ, ບໍລິຄຳໄຊ,ອຸດົມໄຊ ແລະ ແຂວງ ຫຼວງພະບາງ ແຂວງລະ 1 ທ່ານ. ວັນທີ 4 ເດືອນ 2 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃຫມ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ ...

Read More »

ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ

ທ້າຍສັບປະດາຜ່ານມານີ້ ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ໃນ 16 ບ້ານ ມູນຄ່າ 51 ລ້ານກີບ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ຫ້ອງການແຮງງານ ແລະ ສະຫວັດດີການເມືອງປະທຸມພອນມອບເຄື່ອງອຸປະໂພກຊ່ວຍເຫຼືອ ຫ້ອງການແຮງງານ ແລະ ສະຫວັດດີການເມືອງປະທຸມພອນມອບເຄື່ອງອຸປະໂພກຊ່ວຍເຫຼືອໃຫ້ແກ່ຄອບຄົວປະຊາຊົນຜູ້ທີ່ທຸກຍາກມູນຄ່າ 51 ລ້ານກີບ Posted by ສະຖານິໂທລະພາບແຂວງຈຳປາສັກ on Monday, February 4, 2019 ຂອບໃຈທີ່ມາ: ໂທລະພາບແຂວງຈໍາປາສັກ.

Read More »

ຫ້ວຍຊາຍ ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13

ອົງການປົກຄອງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຮ່ວມກັບ 13 ກຸ່ມບ້ານ, 8 ເທສະບານ ພາຍໃນເມືອງ ໄດ້ຈັດງານພືດກະສິກໍາ ຄັ້ງທີ 13 ແລະ ປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນ ໃນລະຫວ່າງວັນທີ 3-4 ກຸມພາ 2019 ພ້ອມທັງປະກວດນາງສາວພືດກະສິກໍາ (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ແຂວງບໍ່ແກ້ວ, ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13.ປະຈຳປີ 2019. 5,2,2019(ຂ່າວ:ທອງ ສະຫວັດ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Monday, February 4, 2019 ຂອບໃຈທີ່ມາ: ຂ່າວ ໂທລະພາບແຂງບໍ່ແກ້ວ.

Read More »