ສປປ ລາວ ກຳລັງສຶກສາຄວາມເປັນໄປໄດ້ໃນການຊື້-ຂາຍຜະລິດຕະພັນລາວໂດຍຊຳລະຜ່ານທາງເອເລັກໂຕຣນິກ

ເວັບໄຊ www.plaosme.com ເປັນເວັບໄຊທີ່ເປັນຂົວຕໍ່ລະຫວ່າງຜູ້ຜະລິດສິນຄ້າ ແລະ ລູກຄ້າໃນທົ່ວໂລກໄດ້ເປີດນຳໃຊ້. ເວັບໄຊໄດ້ເປີດນຳໃຊ້ມາແຕ່ປີ 2017 ມາຮອດປັດຈຸບັນມີ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຂົ້າໄປລົງທະບຽນທັງໝົດ 273 ຫົວໜ່ວຍ ແລະ ມີສິນຄ້າທີ່ລົງໂຄສະນາໃນເວັບໄຊຫຼາຍກວ່າ 989 ລາຍການ, ຜະລິດຕະພັນສິນຄ້າໃນ Plaosme ແມ່ນຜະລິດຂຶ້ນໂດຍວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວທີ່ໄດ້ມີການຈົດທະບຽນ ແລະ ໄດ້ຮັບການຢັ້ງຢືນຈາກໜ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ທ່ານສາມາດເຮັດການຄ້າໄດ້ຢ່າງໄວ້ວາງໃຈ ແລະ ມີຄວາມປອດໄພ. ເຖິງແມ່ນວ່າປັດຈຸບັນເວັບໄຊຍັງບໍ່ທັນສາມາດເຮັດທຸລະກຳຜ່ານທາງເອເລັກໂຕຣນິກໄດ້ ໃນໄວໆນີ້ສິນຄ້າຈະສາມາດຊື້-ຂາຍຜ່ານລະບົບເອເລັກໂຕຣນິກ ເພື່ອໃຫ້ເປັນບ່ອນເຊື່ອມຕໍ່ SME ກັບຜູ້ຊື້ຢູ່ທັງພາຍໃນ ແລະ ຕ່າງປະເທດໄດ້ໂດຍກົງຜ່ານລະບົບຊື້-ຂາຍທາງເອເລັກໂຕຣນິກ.

ເວັບໄຊ www.plaosme.com ຈະເປັນເວັບໄຊ E-Commerce ປະເພດທຸລະກິດເຖິງທຸລະກິດ ຫຼື B2B (Business to Business) ທີ່ຮວບຮວມຂໍ້ມູນກ່ຽວກັບຜະລິດຕະພັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ  ຢູ່ ສປປ ລາວ ແລະ ໃຫ້ຜູ້ຊື້ຈາກທັງພາຍໃນ ແລະ ສາກົນສາມາດສັ່ງຊື້ຜະລິດຕະພັນລາວທີ່ລົງໃນເວັບໄຊດັ່ງກ່າວໄດ້ຢ່າງສະດວກ. ນອກຈາກນັ້ນ, ໃນເວັບໄຊຈະມີລະບົບການຊຳລະເງິນທີ່ເຊື່ອຖືໄດ້ ແລະ ລະບົບຄິດໄລ່ຄ່າຕ່າງໆ ລວມທັງຄ່າຂົນສົ່ງສິນຄ້າຈາກຕົ້ນທາງເຖິງປາຍທາງ ເພື່ອຊ່ວຍໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຮັດທຸລະກຳຜ່ານທາງເອເລັກໂຕຣນິກໄດ້. Plaosme ເປັນເວທີທີ່ເໝາະສົມໃນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ລາວທີ່ມີຕົວຕົນທີ່ແທ້ຈິງ ເຊິ່ງລວມມີນັກທຸລະກິດ, ຜູ້ຜະລິດຈາກທ້ອງຖິ່ນ, ເພື່ອຊອກຫາຜະລິດຕະພັນຂອງລາວ ທີ່ມີລັກສະນະສະເພາະຕົວ, ອອກແບບ ແລະ ຜະລິດຕະພັນຂຶ້ນດ້ວຍຄວາມພາກພູມໃຈຂອງຄົນລາວ. ນັບຕັ້ງແຕ່ເຄື່ອງຫັດຖະກຳ, ຜ້າໄໝ, ຜ້າພັນຄໍ ຈົນເຖິງກະເປົາຖື ນອກຈາກນັ້ນ, ຍັງມີກາເຟ ແລະ ຊາຫອມໆ, ເຄື່ອງເພັດພອຍທີ່ຫຼາກຫຼາຍ ແລະ ອຶ່ນໆຢ່າງຫຼວງຫຼາຍ.

ໜ້າຫຼັກຂອງເວັບໄຊ Plaosme

ເພື່ອເຮັດໃຫ້ເວັບໄຊດັ່ງກ່າວກາຍເປັນເວັບໄຊທີ່ສາມາດຊື້-ຂາຍຜ່ານເອເລັກໂຕຣນິກໄດ້ຢ່າງສົມບູນ, ໃນເດືອນມີນາ 2019 ທີ່ຜ່ານມາ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງຊ່ອງທາງການເຮັດການຄ້າຜ່ານລະບົບອອນລາຍ. ຜູ້ພັດທະນາເວັບໄຊໄດ້ນຳສະເໜີລະບົບການຊຳລະເງິນຜ່ານທາງເອເລັກໂຕຣນິກໃນຮູບແບບຕ່າງໆເຊັ່ນ: ການໃຊ້ QR Code, Top Up, Swiping Card ທັງໃນຮູບແບບ Offline ແລະ Online ລວມທັງລະບົບການຮັກສາຄວາມປອດໄພ ເພື່ອປ້ອງກັນການລັກລອບຂໍ້ມູນບັນຊີຂອງຜູ້ເປັນສະມາຊິກເວັບໄຊ. ນອກຈາກນັ້ນ, ຍັງໄດ້ມີການນຳສະເໜີນຳໃຊ້ລະບົບທີ່ເປັນແອັບພລິເຄຊັນ Plao pay application ໃນການຊຳລະເງິນອີກດ້ວຍ.

ແຫຼ່ງຂໍ້ມູນຂ່າວ: ລາວ ໄດລີ ນິວສ໌ Laos Daily News

Comments