ແມ່ຍິງລາວ ເຂົ້າຮ່ວມກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN)

ໃນວັນທີ 20 ມິຖຸນາ 2019, ຢູ່ທີ່ບາງກອກ, ປະເທດໄທ, ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານເປີີດກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ພາຍໃຕ້ແນວຄິດ “ພະລັງແມ່ຍິງປ່ຽນໂລກເສດຖະກິດ ມຸ້ງຂັບເຄື່ອນກ້າວລໍ້າ…ຍຸກປະຕິວັດອຸດສາຫະກຳ 4.0” ໂດຍມີ ທ່ານ ປຣະເມທີ ວິມົນສິຣິ ເລຂາທິການກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ພ້ອມດ້ວຍ ທ່ານ ເລີດປັນຍາ ບູຣະບັນດິດ ອະທິບໍດີກົມກິດຈະກຳແມ່ຍິງ ແລະ ສະຖາບັນຄອບຄົວ ຄະນະຜູ້ບໍລິຫານກະຊວງ ການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ເຄື່ອຂ່າຍຜູ້ປະກອບການແມ່ຍິງຂອງປະເທດໄທ ແລະ ສະມາຊິກອາຊຽນ 10 ປະເທດ ໃນນີ້,​ ຜູ້ປະກອບການແມ່ຍິງລາວໄດ້ເຂົ້າຮ່ວມທັງໝົດ 24 ທ່ານ ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງ ຈຳນວນ 300 ທ່ານເຂົ້າຮ່ວມ.

ກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ຈັດຂຶ້ນໂດຍການຮ່ວມມືລະຫວ່າງກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ໂດຍ ກົມກິດຈະກຳແມ່ຍິງ ແລະ ສະຖາບັນຄອບຄົວ ແລະ ເຄື່ອຂ່າຍຜູປະກອບການແມ່ຍິງອາຊຽນ (AWEN)  ນຳໂດຍ ທ່ານ ນາງ ນັດທິກາ ວັດທະນາເວຄິນ ອັງອຸບົນກຸນ ປະທານ (AWEN)   2018-2020 ເປັນເວທີສຳລັບຜູ້ປະກອບການແມ່ຍິງໃນພາກພື້ນອາຊຽນໄດ້ສະແດງວິໄສທັດ ແລກປ່ຽນຄວາມຮູ້ປະສົບການ ແລະ ສະເໜີຄວາມຄິດລິເລີ່ມໃນການສະໜັບສະໜູນທຸລະກິດ ແລະ ກິດຈະກຳການຄ້າ ເພື່ອຍົກລະດັບຄວາມສະເໜີພາບລະຫວ່າງເພດ  ແລະ ສ້າງຄວາມເຂັ້ມແຂງໃນທັກສະການເປັນຜູ້ປະກອບການສຳລັບແມ່ຍິງພາກພື້ນອາຊຽນ

ລວມເຖິງໃຫ້ການສະໜັບສະໜູນ ແລະ ສ້າງສິ່ງແວດລ້ອມທີ່ເປັນມິດລະຫວ່າງຜູ້ປະກອບການແມ່ຍິງ ຕະຫຼອດຈົນເສີມສ້າງຄວາມຮ່ວມມືໃນການເຮັດວຽກງານລະຫວ່າງພາກລັດ ແລະ ເອກະຊົນ ແລະ ສະໜັບສະໜູນການສ້າງເຄື່ອຂ່າຍເຊື່ອໂຍງລະຫວ່າງນັກທຸລະກິດ ແລະ ວິຊາອາຊີບຂອງແມ່ຍິງໄທ ກັບຕ່າງປະເທດໃຫ້ກວ້າງຂວາງ ແລະ ເປັນທີຍອມຮັບໃນລະດັບສາກົນຍິ່ງຂຶ້ນ.​

ນອກຈາກນີ້, ເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ 10 ປະເທດ ໄດ້ແກ່ ປະເທດບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມ້າ, ຟີລິບປິນ, ສິງກະໂປ, ຫວຽດນາມ ແລະ ປະເທດໄທ. ຍັງໄດ້ສຶກສາວຽກງານອົງກອນທຸລະກິດທີ່ມີຊື່ສຽງຂອງໄທ ໄດ້ແກ່ 1. ບໍລິສັດ ນາລາຍອິນເຕີເທຣນດິ້ງ ຈຳກັດ (ຜູ້ຜະລິດ ແລະ ຈຳໜ່າຍສິນຄ້າທີ່ເຮັດຈາກແຜ່ນແພ່ ພາຍໃຕ້ແບຣນສິນຄ້າ ນາຣາຍາ ), 2. ບ້ານປາດ ທ້າວເລີດ (ພິພິຕະພັນ ແລະ ພັດຕະຄານ) 3.  MC Jeans (ແຟຊັນເສື້ອຜ້າ) ແລະ 4 . ກະເປົາໜັງແທ້ ແບຣນສຸວີິມົນ.

ທ່ານ ປຣະເມທີ ວິມົນສິຣິ ກ່າວວ່າ: ເຄື່ອຂ່າຍຜູ້ປະກອບການອາຊຽນ (AWEN Thailand) ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ  ໄດ້ມອບໝາຍໃຫ້ສະຫະພັນສະມາຄົມນັກທຸລະກິດແມ່ຍິງ ແລະ ວິຊາຊີບແຫ່ງປະເທດໄທ ເປັນຜູ້ປະສານງານຫຼັກ  (Focal Point) ເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນແຫ່ງປະເທດ (AWEN – Thailand) ເພື່ອເປັນເຄື່ອຂ່າຍຜູ້ປະກອບການແມ່ຍິງໄທໃນພາກພື້ນອາຊຽນ ດຳເນີນການສົ່ງເສີມ ຄວາມຮ່ວມມືດ້ານເສດຖະກິດ ແລກປ່ຽນຄວາມຮູ້, ການພັດທະນາຄວາມຄິດລິເລີ່ມໃນການສະໜັບສະໜູນທຸລະກິດ ແລະ ກິດຈະກຳການຄ້າ ຍົກລະດັບຄວາມສະເໝີພາບລະຫວ່າງເພດ ສົ່ງເສີ່ມຄວາມເຂັ້ມແຂງໃນທັກສະການເປັນຜູ້ປະກອບການຂອງແມ່ຍິງ.

ແລະ ໃນມື້ຕໍ່ມາວັນທີ 21 ມິຖຸນາ 2019, ຢູ່ໃນກອງປະຊຸມດຽວກັນນີ້, ສົມເດັດພະເຈົ້າລູກເທີ ເຈົ້າຟ້າ ພັດສະຣະກິດຕິຍາພາ ໄດ້ໃຫ້ກຽດສະເດັດມາພຣະລາດຊະທານລາງວັນໃຫ້ກັບຜູ້ປະກອບການແມ່ຍິງອາຊຽນ ຜູ້ທີ່ມີຜົນງານທີ່ໂດດເດັ່ນ (AWEN ປີ 2019) ຈຳນວນ 100 ຄົນ ເຊິ່ງມີຜູ້ປະກອບການແມ່ຍິງໃນປະເທດອາຊຽນປະເທດລະ 10 ທ່ານ. ໃນນີ້ປະເທດລາວ 10 ໄດ້ແກ່:

  1. ທ່ານ ນາງ ອໍລະໄທ ສັນຕິຄົງຄາ, ຄະນະບໍລິຫານງານ ສະມາຄົມນັກທຸລະກິດແມ່ຍິງລາວ (ສທຍລ), ອຳນວຍການ ແລະ ເຈົ້າຂອງບໍລິສັດ ກຣິດຕະພົງ ຈຳກັດ
  2. ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ, ປະທານ ສທຍລ ແຂວງສະຫວັນນະເຂດ, ຜູ້ອຳນວຍການ ບໍລິສັດ ທົ່ງລະຫາສິນ ຈຳກັດ
  3. ທ່ານ ນາງ ອຸນລາພອນ ບຸນນະສິນ ປະທານ ສທຍລ ແຂວງ ຫົວພັນ, ຜູ້ອຳນວຍການບໍລິສັດ ວຽງພອນໄຊ ກໍ່ສ້າງເຄຫາສະຖານ ຂົວທາງ ແລະ ຊົນລະປະທານ.
  4. ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານ ສທຍລ ແຂວງຄຳມ່ວນ ເຈົ້າຂອງໂຮງງານແກັສອຸດສາຫະກຳຄຳມ່ວນ ຈຳກັດ
  5. ທ່ານ ນາງ ບົວວັນ ໄຊພະຈັນ, ຮອງປະທ່ານ ສທຍລ ແຂວງຫຼວງນໍ້າທາ, ຮອງປະທານບໍລິສັດ ໄຊພະຈັນຂົວທາງ ຈຳກັດ.
  6. ທ່ານ ນາງຈັນທອນ ກົມໄຊ, ອຳນວຍການ ແລະ ເຈົ້າຂອງຮ້ານຄຳພູວົງ
  7. ທ່ານ ນາງ ເຂັມພອນ ພະຈັນທະວົງ ຮອງປະທານ ໂຮງພິມມັນທາຕຸຣາດ
  8. ທ່ານ ນາງ ແສງນິດມິດ ຈຸນບະມະນີ ເຈົ້າຂອງຮ້ານຊີ້ນດາດໂປ້ຍຊຽນ
  9. ທ່ານ ນາງ ສິຣິພອນ ພັນທະວົງສ໌ ອຳນວຍການ ບໍລິສັດ ວິຊາການໄຟຟ້າໂຍທາ ແລະ ກົນຈັກລາວຈຳກັດ ຜູ້ດຽວ
  10. ທ່ານ ນາງ ນັດທະລີ ມົງຄົນວິໄລ ເຈົ້າຂອງຮ້ານ Mazy Comestic

Comments