ຊົມເຊີຍ!!! ນາຍົກລາວ ໄດ້ຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຈາກສະຖາບັນຍຸດທະສາດ ຄິງສະລີ

ໃນຕອນຄ່ຳຂອງວັນທີ 23 ມິຖຸນາ 2019, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງທີ່ຮ່ວມກັນເປັນເຈົ້າພາບຈັດໂດຍສະຖາບັນຍຸດທະສາດ ຄິງສະລີ ແຫ່ງປະເທດມາເລເຊຍ, ສະຖາບັນສ້າງຊາດແຫ່ງປະເທດໄທ, ຫ້ອງການເສດຖະກິດ-ການຄ້າແຫ່ງນະຄອນຮົງກົງ, ປະເທດຈີນ ແລະ ພາກສ່ວນກ່ຽວຂ້ອງອີກຈຳນວນໜຶ່ງ.ໃນງານລ້ຽງດັ່ງກ່າວ, ໄດ້ມີພິທີມອບຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຫຼື Distinguished ASEAN Lifetime Achievement Award ໃຫ້ແກ່ຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາພາລະກິດການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ທັງປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.

 

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ກໍ່ໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງໃນການຮັບລາງວັນກຽດຕິຄຸນອັນສູງສົ່ງດັ່ງກ່າວຂອງອາຊຽນ, ຊຶ່ງມອບໂດຍສະຖາບັນຍຸດທະສາດຄິງສະລີ ແລະ ພາກສ່ວນກ່ຽວຂ້ອງ; ທ່ານນາຍົກລັດຖະມົນຕີລາວໄດ້ກ່າວໃນບາງຕອນວ່າ “ລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນລາງວັນນີ້ ມີຄວາມໝາຍບໍ່ສະເພາະແຕ່ສຳລັບຂ້າພະເຈົ້າເທົ່ານັ້ນ ແຕ່ຍັງແມ່ນສຳລັບປະຊາຊົນລາວນຳອີກ, ຊຶ່ງເປັນສະແດງເຖິງການຮັບຮູ້ຜົນງານໃນການປະກອບສ່ວນອັນເລັກນ້ອຍຂອງຂ້າພະເຈົ້າ ເຂົ້າໃນການພັດທະນາລວມຂອງພາກພື້ນ ກໍ່ຄື ການຫຼຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ. ພະນະທ່ານ ທອງລຸນ ສີສຸລິດຍັງໄດ້ຕີລາຄາສູງຕໍ່ບົດບາດສໍາຄັນຂອງສະຖາບັນຍຸດທະສາດ ຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດພາຍໃນອາຊຽນ, ແລະ ທັງເປັນດັ່ງຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ເອກະຊົນພາຍໃນພາກພື້ນ ທີ່ສະຖາບັນນີ້ໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍ ທີ່ມີລັກສະນະຍຸດທະສາດຕໍ່ພາກລັດ ແລະ ໃຫ້ຄຳປຶກສາແກ່ພາກທຸລະກິດ ເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງພາກລັດ ແລະ ພາກເອກະຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ”.

 

ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີລາວ ຍັງໄດ້ມີຄຳເຫັນວ່າ: “ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກພາຍໃນໃຫ້ມີຄວາມສອດຄອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ”.

ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈັດງານໃນຄັ້ງນີ້, ໂດຍສະເພາະ ຕໍ່ທ່ານ ໄມເຄີນ ໂຢ, ປະທານສະຖາບັນຍຸດທະສາດ ຄິງສະລີ ແລະ ທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ອານັນ ປັນຍາລາຊຸນ, ອາດີດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ທີ່ໄດ້ຮັບລາງວັນກຽດຕິຄຸນອັນດຽວກັນນີ້ ໃນມື້ດຽວກັນ.

ທີ່ມາ: Lao National Radio

Comments