ເທັກຊັດ ຊິກເກັ້ນ ລາວ ສະເຫຼີມສະຫຼອງ ຄົບຮອບ 3 ປີ ແຈກຟຣີ ຂາໄກ່ 100 ຊຸດ ພ້ອມກິດຈະກຳອີກຫຼາກຫຼາຍຢ່າງ.

ຮ້ານ ເທັກຊັດ ຊິກເກັນ (Texas Chicken Laos) ສະເຫຼີມສະຫຼອງ ຄົບຮອບ 3 ປີ ຄືນກຳໄລໃຫ້ກັບລູກຄ້າ ທີ່ໃຫ້ການສະໜັບສະໜູນ ທາງຮ້ານມາໂດຍຕະຫຼອດ 3 ປີ ໂດຍການມອບຂອງຂວັນສຸດປະທັບໃຈກໍຄື ເມນູ ໄກ່ Texas Chicken 100 ຊຸດ ໃຫ້ກັບລູກຄ້າ 100 ທ່ານ.  ນອກຈາກນີ້, ທາງຮ້ານຍັງມີກິດຈະກຳຫຼິ້ນເກມ ຮັບສ່ວນຫຼຸດ ແລະ ແຈກຂອງຂວັນ ໃນລູກຄ້ານຳອີກ 5 ມື້ເຕັມໆນັບແຕ່ມື້ນີ້ເປັນຕົ້ນໄປ.

ໃນຕອນບ່າຍ ວັນທີ 26 ມິຖຸນາ 2019 ນີ້, ຢູ່ທີ່ ຮ້ານ Texas Chicken ສາຂາທາດຫຼວງ. ໄດ້ຈັດງານສະເຫຼີມສະຫຼອງ  ຄົບຮອບ 3 ປີ ຂອງຮ້ານ Texas Chicken Laos. ໂດຍກ່າວເປີດງານຢ່າງເປັນທາງການ ຂອງທ່ານ Martin Darby ຜູ້ອຳນວຍ ບໍລິສັດ EFG Holdings ແລະ  ຮອງປະທານ ບໍລິສັດ  EFG  Food & Beverage Franchises ແລະ ໂດຍການເຂົ້າຮ່ວມຂອງທ່ານນາງ ຈັນທະຈອນ ວົງໄຊ ຜູ້ຖືຮຸ້ນຝ່າຍລາວ ຂອງ Texas Chicken Laos ,  ທ່ານ YangMing Ong ຮອງປະທານ Texas Chicken ຂົງເຂດອາຊີປາຊີຟິກ ແລະ ຕາເວັນອອກກາງ, ມີບັນດາສິລະປິນ, ເຊເລັບຊື່ດັງໃນລາວ ແລະ ລູກຄ້າຂອງຮ້ານເຂົ້າຮ່ວມຢ່າງຄຶກຄຶ້ນ.

ແລະ ເນື່ອງໃນຄົບຮອບ 3 ປີຂອງການສະເຫຼີມສະຫຼອງນີ້, ເລີ່ມແຕ່ມື້ນີ້ເປັນຕົ້ນໄປ 26-30/6/2019 ລວມ 5 ມື້ ເຕັມທາງຮ້ານ ເທັກຊັດ ຊິກເກັ້ນ ຍັງໄດ້ມີກິດຈະກຳ ຄືນກຳໄລ ໃຫ້ກັບທຸກທ່ານ ກໍຄືລູກຄ້າທີ່ພາລູກຫຼານ ມາກິນຂາໄກ່ແລ້ວ ຍັງຈະໄດ້ຫຼິ້ນກິດຈະກຳ, ຫຼິ້ນເກມ ຕ່າງໆຟຣີ. ພຽງແຕ່ເອົາບິນທີ່ມູນຄ່າ 50.000 ກີບຂຶ້ນໄປ ໄປແລກເອົາຄູປ໋ອງ ໄດ້ 1​ ຄູປ໋ອງ ກິດຈະກຳລວມມີ:  ເກມພະລັງຕີຄ້ອນ ລຸ້ນເອົາສ່ວນຫຼຸດຫຼຸດ 50%, ແລກຮັບຕຸກກະຕາປັ້ນລະບາຍສີ, ນອກຈາກນີ້, ກໍຍັງມີເຄື່ອງຫຼິ້ນໃຫ້ຫຼິ້ນຟຣີໆ ຄື: ຂີ້ໂຕເຜີ້ງນ້ອຍດ້ານໜ້າ ແລະ ລົດໂຍ້ກ ແລະ ພິເສດສຸດໆກໍຄື ທາງຮ້ານຍັງມີເມນູ  Combo Set???  ລາຄາພຽງ 33,000 ກີບ ແບບຈັດເຕັມສຸດຄຸ້ມນຳອີກ.

ເທັກຊັດ ຊິກເກັ້ນ ເປັນແບຣນດັງ ຈາກເມືອງແອັດແລນຕາ , ລັດຈໍເຈຍ ສະຫະລັດອາເມຣິກາ ໄດ້ເປີດບໍລິການຮ້ານຂາຍໄກ່ທອດແບບຕາເວັນຕົກທີ່ເນັ້ນການບໍລິການດ້ວຍຄວາມໄວລວມມີ 2 ສາຂາໃນລາວ ສາຂາທີ່ ໜຶ່ງ ຕັ້ງຢູ່ທີ່ບ້ານໜອງບອນ (ຢູ່ໜ້າເດີ່ນຈອດລົດພະທາດຫຼວງ) ແລະ ສາຂາ ສອງ ແຄມຂອງ (ຕໍ່ໜ້າສວນເຈົ້າອານຸວົງ)  ໂດຍພາຍໄຕ້ການບໍລິຫານຂອງທາງບໍລິສັດເອັກສເປຣດຟູດກລຸບ (Express Food GroupLaos Co,.Ltd),ທີ່ຢູ່ໃນເຄືອຂອງກຸ່ມບໍລິສັດອາເອັມເອ (RMA Group).

ສຳລັບຂໍ້ມູນເພີ່ມຕື່ມແມ່ນສາມາດສາມາດຕິດຕາມໄດ້ທີ່ ເຟດບຸກ https://www.facebook.com/TexasChickenLaos/.

 

 

 

Comments